ຊາວບ້ານເລີ້ມຍ້າຍຈາກເຂື່ອນ ນໍ້າອູ 7

0:00 / 0:00

ໂຄງການເຂື່ອນ ນ້ຳອູ 7 ຢູ່ເມືອງ ຜົ້ງສາລີ ແຂວງ ຜົ້ງສາລີ ໂຍກຍ້າຍ ປະຊາຊົນ ອອກຈາກເຂດ ທີ່ຈະໄດ້ຮັບ ຜົລກະທົບ ແລ້ວ 2 ບ້ານ ໃນຈຳນວນ 4 ບ້ານ ທີ່ ມີປະຊາຊົນ ອາສັຍ ຢູ່ປະມານ 200 ຄອບຄົວ. 2 ບ້ານ ທີ່ວ່ານີ້ ຢູ່ໃນເຂດ ທີ່ຈະສ້າງເຂື່ອນ. ສ່ວນອີກ 2 ບ້ານ ຍັງເວົ້າກັນຢູ່ວ່າ ຈະຖືກຍ້າຍ ຫລືບໍ່. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ຂແນງພລັງງານ ແລະ ບໍ່ແຮ່ ເມືອງ ຜົ້ງສາລີ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 16 ພຶສພາ 2016:

"ດຽວນີ້ໜິ ເຂົາຫາກໍແລ້ວ ໄປຈັດສັນບ້ານ ທີ່ຖືກຜົລກະທົບ ບ່ອນເກົ່າ ກ່ອນເຂົາ ຈະສ້າງເຂື່ອນ ອື່ນ ຍ້າຍໄປ 2 ບ້ານ ໄປຢູ່ແລ້ວ ເຂົາກໍ ມອບ ກັນແລ້ວ ເພາະວ່າ ອັນນັ້ນ ມັນຖືກຈຸດ ອັນບ່ອນເຂົາ ຈະກໍ່ສ້າງເຂື່ອນ ແລ້ວເຂົາ ກໍຈັດສັນບ້ານ ຕົວນັ້ນກ່ອນ ບໍ່ໄກປານໃດ ອອກ ຈາກ ບ່ອນທີ່ນ້ຳ ຈະຖ້ວມບໍ່ໄກ ອີກ 2 ບ້ານ ເຂົາຍັງໄດ້ ເວົ້າກັນກ່ອນ ທີ່ວ່າຈະໄດ້ ຍ້າຍ ບໍ່ຍ້າຍ".

ປັດຈຸບັນ ປະຊາຊົນ 4 ບ້ານ ຄືບ້ານສິບກາງ, ຕາກຸ້ງ, ບ້ານຕາມ ແລະ ໂຈກາກາວ ຂະເຈົ້າມີ ອາຊີບ ປູກ ຢາງພາຣາ ຕາມຄຳ ແນະນຳ ຂອງທາງການ ແຂວງ ຜົ້ງສາລີ ເມື່ອ 4-5 ປີ ທີ່ແລ້ວ. ໃນເມື່ອ ຣາຄາ ຢາງພາຣາ ຕົກຕ່ຳຢູ່ນີ້ ທາງໂຄງການ ອາຈຈັດອາຊີບ ໃຫ້ໃໝ່ ຄືລ້ຽງ ປາກະຊັງ ແລະ ປູກກາເຟ.

ເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າວ່າ ໂຄງການ ເຂື່ອນນ້ຳອູ 7 ຍັງຢູ່ໃນຂັ້ນຕອນ ກະກຽມ ການກໍ່ສ້າງຢູ່ ແລະ ຈະນຳເອົາ ຄົນງານຈີນ ແລະ ວຽດນາມ ເຂົ້າມາ ປະມານ 1,000 ຄົນ ຊຶ່ງຂນະນີ້ ມີ ນັກວິຊາການ ແລະ ຄົນງານ ຈຳນວນນຶ່ງ ເຂົ້າມາສ້າງ ບ່ອນພັກ ສຳລັບ ຄົນງານ ໃນບໍຣິເວນ ທີ່ຈະສ້າງ ເຂື່ອນນັ້ນ ແລ້ວ.

ເຂື່ອນນ້ຳອູ 7 ຂນາດ 210 MW ຢູ່ເມືອງຜົ້ງສາລີ ແຂວງຜົ້ງສາລີ, ຈະສ້າງຢູ່ໃນ ເຂດປ່າສະຫງວນ ແຫ່ງຊາດ ພູແດນດິນ ແລະອາຈມີ ຜົລກະທົບ ຕໍ່ສັດນ້ຳ ຮວມທັງ ປາ ແລະ ສັດປ່າ ໃນເຂດນີ້ ຍ້ອນ ການປ່ຽນແປງ ຂອງນໍ້າ ບໍ່ເປັນໄປ ຕາມ ທັມຊາດ. ໂຄງການນີ້ ເປັນ ໂຄງການ ຮ່ວມ ລົງທຶນ ຣະຫວ່າງ ບໍຣິສັດ ຊີໂນ-ໄຮໂດຣ ຂອງຈີນ ແລະ ຣັຖວິສາຫະກິດ ໄຟຟ້າລາວ ແລະ ໄດ້ມີພິທີ ເປີດ ການກໍ່ສ້າງ ເມື່ອວັນທີ 28 ເມສາ ທີ່ຫາກໍ່ ຜ່ານມາ ນີ້.