ອັດຕາການແລກປ່ຽນເງິນຕາຕ່າງປະເທດ, ລາຄາ ຄໍາ ແລະ ນໍ້າມັນເຊື້ອໄຟ ປະຈໍາວັນທີ 3 ກຸມພາ 2025
2025.02.03
ອັດຕາການແລກປ່ຽນເງິນຕາຕ່າງປະເທດ ປະຈໍາວັນທີ 3 ເດືອນກຸມພາ 2025 ອີງຕາມຂໍ້ມູນ ຈາກທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ມີດັ່ງນີ້:
ເງິນໂດລ້າສະຫະລັດ: ອັດຕາຊື້ 1 ໂດລ້າ ເທົ່າກັບ 21,448 ກີບ, ອັດຕາຂາຍ ເທົ່າກັບ 21,805 ກີບ.
ເງິນບາດໄທ: ອັດຕາຊື້ 1 ບາດ ເທົ່າກັບ 627.98 ກີບ, ອັດຕາຂາຍ ເທົ່າກັບ 640.53 ກີບ.
ເງິນຢວນຈີນ: ອັດຕາຊື້ 1 ຢວນ ເທົ່າກັບ 2,882 ກີບ, ອັດຕາຂາຍ ເທົ່າກັບ 2,939 ກີບ.
ເງິນດົງຫວຽດນາມ: ອັດຕາຊື້ 1 ດົງ ເທົ່າກັບ 0.8895 ກີບ, ອັດຕາຂາຍ ເທົ່າກັບ 0.9072 ກີບ.
ລາຄາຊື້-ຂາຍຄໍາ ປະຈໍາວັນທີ 3 ກຸມພາ 2025 ອີງຕາມຂໍ້ມູນ ຈາກຮ້ານຄໍາພູວົງ.
ຄໍາຮູບປະພັນ 1 ບາດ ລາຄາຂາຍ 29,269,000 ກີບ, ລາຄາຊື້ 28,360,000 ກີບ.
ຄໍາຮູບປະພັນ 1 ສະຫຼຶງ ລາຄາຂາຍ 7,319,000 ກີບ, ລາຄາຊື້ 7,065,000 ກີບ.
ຄໍາແທ່ງ 1 ບາດ ລາຄາຂາຍ 29,160,000 ກີບ, ລາຄາຊື້ 28,630,000 ກີບ.
ລາຄານໍ້າມັນ ຢູ່ນະຄອນຫຼວງວຽງຈັນ ອີງຕາມການປັບລາຄາ ປະຈໍາຄັ້ງວັນທີ 29 ມັງກອນ 2025 ຈາກກະຊວງອຸດສາຫະກໍາ ແລະການຄ້າ ປະກອບດ້ວຍ:
- ແອັດຊັງພິເສດ 95 ລາຄາ 29,950 ກີບຕໍ່ລິດ.
- ແອັດຊັງທໍາມະດາ 91 ລາຄາ 23,410 ກີບຕໍ່ລິດ
- ກາຊວນ ລາຄາ 19,890 ກີບຕໍ່ລິດ.