ອັດຕາແລກປ່ຽນເງິນຕາ, ລາຄາ ຄໍາ ແລະ ນໍ້າມັນເຊື້ອໄຟ (7 ກຸມພາ 2025)
2025.02.07
ອັດຕາການແລກປ່ຽນເງິນຕາຕ່າງປະເທດ ປະຈໍາວັນທີ 7 ເດືອນກຸມພາ 2025 ອີງຕາມຂໍ້ມູນ ຈາກທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ມີດັ່ງນີ້:
ເງິນໂດລ້າສະຫະລັດ: ອັດຕາຊື້ 1 ໂດລ້າ ເທົ່າກັບ 21,432 ກີບ, ອັດຕາຂາຍ ເທົ່າກັບ 21,788 ກີບ.
ເງິນບາດໄທ: ອັດຕາຊື້ 1 ບາດ ເທົ່າກັບ 632.87 ກີບ, ອັດຕາຂາຍ ເທົ່າກັບ 645.52 ກີບ.
ເງິນຢວນຈີນ: ອັດຕາຊື້ 1 ຢວນ ເທົ່າກັບ 2,905 ກີບ, ອັດຕາຂາຍ ເທົ່າກັບ 2,963 ກີບ.
ເງິນດົງຫວຽດນາມ: ອັດຕາຊື້ 1 ດົງ ເທົ່າກັບ 0.882 ກີບ, ອັດຕາຂາຍ ເທົ່າກັບ 0.8996 ກີບ.
ລາຄາຊື້-ຂາຍຄໍາ ປະຈໍາວັນທີ 7 ກຸມພາ 2025 ອີງຕາມຂໍ້ມູນ ຈາກຮ້ານຄໍາພູວົງ.
ຄໍາຮູບປະພັນ 1 ບາດ ລາຄາຂາຍ 29,959,000 ກີບ, ລາຄາຊື້ 29,050,000 ກີບ.
ຄໍາຮູບປະພັນ 1 ສະຫຼຶງ ລາຄາຂາຍ 7,494,000 ກີບ, ລາຄາຊື້ 7,240,000 ກີບ.
ແລະຄໍາແທ່ງ 1 ບາດ ລາຄາຂາຍ 29,850,000 ກີບ, ລາຄາຊື້ 29,320,000 ກີບ.
ລາຄານໍ້າມັນ ຢູ່ນະຄອນຫຼວງວຽງຈັນ ອີງຕາມການປັບລາຄາ ປະຈໍາຄັ້ງວັນທີ 5 ກຸມພາ 2025 ຈາກກະຊວງອຸດສາຫະກໍາ ແລະການຄ້າ ປະກອບດ້ວຍ:
- ແອັດຊັງພິເສດ 95 ລາຄາ 29,850 ກີບຕໍ່ລິດ.
- ແອັດຊັງທໍາມະດາ 91 ລາຄາ 23,450 ກີບຕໍ່ລິດ.
- ກາຊວນ ລາຄາ 19,610 ກີບຕໍ່ລິດ.