ອັດຕາແລກປ່ຽນເງິນຕາຕ່າງປະເທດ, ລາຄາ ຄໍາ ແລະ ນໍ້າມັນເຊຶ້ອໄຟ ປະຈໍາວັນທີ 16 ທັນວາ 2024
2024.12.16
ອັດຕາການແລກປ່ຽນເງິນຕາຕ່າງປະເທດ ປະຈໍາວັນທີ 16 ເດືອນທັນວາ 2024 ອີງຕາມຂໍ້ມູນ ຈາກທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ມີດັ່ງນີ້:
ເງິນໂດລ້າສະຫະລັດ: ອັດຕາຊື້ 1 ໂດລ້າ ເທົ່າກັບ 21,496 ກີບ, ອັດຕາຂາຍ ເທົ່າກັບ 21,925 ກີບ. ເງິນບາດໄທ: ອັດຕາຊື້ 1 ບາດ ເທົ່າກັບ 625.5 ກີບ, ອັດຕາຂາຍ ເທົ່າກັບ 638 ກີບ. ເງິນຢວນຈີນ: ອັດຕາຊື້ 1 ຢວນ ເທົ່າກັບ 2,901 ກີບ, ອັດຕາຂາຍ ເທົ່າກັບ 2,959 ກີບ. ເງິນດົງຫວຽດນາມ: ອັດຕາຊື້ 1 ດົງ ເທົ່າກັບ 0.8798 ກີບ, ອັດຕາຂາຍ ເທົ່າກັບ 0.8973 ກີບ.
ລາຄາຊື້-ຂາຍຄໍາ ປະຈໍາວັນທີ 16 ເດືອນທັນວາ 2024 ອີງຕາມຂໍ້ມູນ ຈາກຮ້ານຄໍາພູວົງ. ຄໍາຮູບປະພັນ 1 ບາດ ລາຄາຂາຍ 28,409,000 ກີບ, ລາຄາຊື້ 27,500,000 ກີບ; ຄໍາຮູບປະພັນ 1 ສະຫຼຶງ ລາຄາຂາຍ 7,104,000 ກີບ, ລາຄາຊື້ 6,850,000 ກີບ; ແລະຄໍາແທ່ງ 1 ບາດ ລາຄາຂາຍ 28,300,000 ກີບ, ລາຄາຊື້ 27,770,000 ກີບ.
ລາຄານໍ້າມັນ ຢູ່ນະຄອນຫຼວງວຽງຈັນ ອີງຕາມການປັບລາຄາ ປະຈໍາຄັ້ງວັນທີ 16 ທັນວາ 2024 ຈາກກະຊວງອຸດສາຫະກໍາ ແລະການຄ້າ ປະກອບດ້ວຍ: ແອັດຊັງພິເສດ 95 ລາຄາ 29,780 ກີບຕໍ່ລິດ, ແອັດຊັງທໍາມະດາ 91 ລາຄາ 23,070 ກີບຕໍ່ລິດ, ແລະກາຊວນ ລາຄາ 19,730 ກີບຕໍ່ລິດ.