ຄົນງານຣົດໄຟ ຮຽກຮ້ອງ ຄ່າແຮງງານ

ຈໍາປາທອງ
2021.09.17
ຄົນງານຣົດໄຟ ຮຽກຮ້ອງ ຄ່າແຮງງານ ຄົນງານລາວ ທີ່ເຮັດວຽກ ສ້າງທາງຣົດໄຟລາວ-ຈີນ ພາກັນມາ ລໍຖ້າຮັບເງິນຄ່າແຮງງານ ຈາກນາຍຈ້າງຄົນຈີນ.
ພາບປະກອບ: ນັກຂ່າວພົລເມືອງ

ຄົນງານລາວ ທີ່ສ້າງທາງຣົດໄຟລາວ-ຈີນ ປະມານ 20 ປາຍຄົນ ໃນຈໍານວນ 100 ປາຍຄົນ ຢູ່ເຂດ ເມືອງຫາດຊາຍຟອງ ນະຄອນ ຫຼວງວຽງຈັນ ຊຶ່ງບໍ່ໄດ້ຮັບຄ່າແຮງງານ ພາກັນຮຽກຮ້ອງເອົາຄ່າແຮງງານ ຈາກບໍຣິສັດຈີນ ທີ່ເປັນນາຍຈ້າງ ໃນມື້ວັນທີ 15 ກັນຍາ 2021 ນີ້.

ພວກປະທ້ວງເວົ້າວ່າ ພວກຕົນບໍ່ໄດ້ຮັບເງິນຄ່າຈ້າງ ຈາກບໍຣິສັດຈີນ ມາໄດ້ເດືອນປາຍແລ້ວ ທັ້ງໆທີ່ພວກຕົນ ກໍເຮັດວຽກສໍາເຣັດ ຕາມໜ້າວຽກ ທີ່ໄດ້ຖືກມອບໝາຍໃຫ້. ນາຍຈ້າງຫຼີກລ້ຽງການຈ່າຍເງິນ ໃຫ້ພວກຄົນງານຢູ່ຕລອດ, ດັ່ງຄົນງານລາວນາງນຶ່ງ ທີ່ຍັງ ບໍ່ທັນໄດ້ຮັບເງິນເດືອນ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 16 ກັນຍານີ້ວ່າ:

“ວຽກຫັ້ນມັນແລ້ວໝົດແລ້ວ ສໍາເຣັດໝົດແລ້ວ ແຕ່ວ່າຂະເຈົ້າ ຍັງບໍ່ຢາກຈ່າຍຫັ້ນນ່າ ຖາມເຂົາວ່າບໍ່ມີບໍ່ມີ ເງິນເຂົາມີຢູ່ຫັ້ນແລ້ວ ເຂົາ ບໍ່ຢາກຈ່າຍຊື່ໆ ນ່າເຂົາວ່າ ເອີ່ຈັກໜ່ອຍໆ ບາງທີກະໝົດມື້ ບາງທີວ່າມື້ອື່ນຢູ່ຫັ້ນ ຕັ້ງແຕ່ເດືອນແລ້ວ. ”

ນາງກ່າວຕື່ມວ່າ ມາຮອດປັດຈຸບັນ ຄົນງານລາວອີກຫຼາຍຄົນ ຮວມທັງຕົນເອງ ທີ່ພັກຢູ່ໃນແຄ້ມຄົນງານ ຢູ່ເຂດບ້ານ ດົງໂພນແຮ່ ກໍຍັງລໍຖ້າ ແລະ ຕິດຕາມທວງເອົາເງິນຄ່າຈ້າງ ຈາກນາຍຈ້າງຢູ່, ແຕ່ກໍບໍ່ທັນເຫັນນາຍຈ້າງຄົນຈີນນັ້ນ ມາພົວພັນນໍາ ແຕ່ຢ່າງໃດ. ແລະວ່າ ສໍາລັບຕົນທີ່ເປັນຄົນງານ ມາຈາກແຂວງຫຼວງພຣະບາງ, ມາເຮັດວຽກສ້າງທາງຣົດໄຟລາວ-ຈີນ ຢູ່ເຂດບ້ານດົງໂພນແຮ່ນີ້ ໄດ້ 3 ເດືອນແລ້ວ ຕາມຄໍາແນະນໍາຂອງໝູ່ຄູ່ ຊຶ່ງກ່ອນໜ້ານີ້ ແມ່ນໄດ້ເງິນເດືອນເປັນປົກກະຕິ. ແຕ່ປັດຈຸບັນປະສົບບັນຫາ ບໍ່ມີເງິນ ທີ່ຈະຊື້ເຂົ້າກິນ, ບໍ່ມີເງິນຄ່າຣົດເດີນທາງກັບບ້ານ.

ຄົນງານລາວອີກຜູ້ນຶ່ງ ທີ່ຍັງບໍ່ທັນໄດ້ເງິນຄ່າຈ້າງຄືກັນນັ້ນ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕົນ ແລະ ໝູ່ຄົນງານອີກ ຫຼາຍຄົນ ຈະບໍ່ອອກໄປເຮັດວຽກ ຈົນກວ່າທາງນາຍຈ້າງ ຈະມາຈ່າຍເງິນໃຫ້ກ່ອນ, ທີ່ຜ່ານມາ ນາຍຈ້າງຄົນຈີນ ໄດ້ຮັບປາກວ່າ ຈະໃຫ້ເງິນ, ແຕ່ແລ້ວກໍຜັດມື້ໄປເລື້ອຍໆ ໂດຍບໍ່ແຈ້ງສາເຫດໃຫ້ຮູ້ ເຮັດໃຫ້ຄົນງານພາກັນເດືອດຮ້ອນ:

“ມື້ນີ້ຍັງບໍ່ໄດ້ເຂົ້າເນາະ ເພາະວ່າເຂົານັດມື້ຄືນນີ້ ກະບໍ່ມາຈ່າຍນ່າ ເພິ່ນນັດທຸກວັນ ເຂົາບໍ່ໃຫ້ເລີຍ ຄົນລາວເຮົາກະຍາກຫຼາຍ ຢູ່ນີ້ ມັນລໍາບາກ ເຂົາໂກງແຮງງານ.”

ແລະຄົນງານລາວອີກຜູ້ນຶ່ງ ກໍເວົ້າວ່າ ຕົນຫາກໍມາເຮັດວຽກຢູ່ເຂດດັ່ງກ່າວ ໄດ້ປະມານ 1 ເດືອນ, ແຕ່ກໍໄດ້ຮັບຄວາມເດືອດຮ້ອນ ຍ້ອນນາຍຈ້າງບໍ່ຈ່າຍເງິນໃຫ້. ເມື່ອຄົນງານຫຼາຍຄົນໄປທວງຖາມເອົາ ກໍວ່າຈະຈ່າຍເງິນໃຫ້ຢູ່ຕລອດ:

“ນ້ອງກະມາໃໝ່ ບໍ່ໃຫ້ເດືອນນຶ່ງ ຜູ້ 2 ເດືອນກະມີ ເພິ່ນບໍ່ຢາກໃຫ້ເຮົາ ເພິ່ນມີເງິນ ໄປນໍາຫົວໜ້າເພິ່ນນ່າ ໄປແຈ້ງກຸ່ມ ບອກມື້ນັ້ນ ມື້ນີ້ຢູ່ ແຕ່ຍັງບໍ່ໄດ້ສິມາເລີຍນ່າ.”

ທາງດ້ານຫົວໜ້າຄົນງານລາວ ທີ່ເຮັດວຽກຄຸມຄົນງານກໍ່ສ້າງ ທາງຣົດໄຟລາວ-ຈີນ ຢູ່ເຂດບ້ານດົງໂພນແຮ່ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ກັນຍານີ້ວ່າ ທີ່ຜ່ານມາ ຕົນ ແລະຄົນງານປະມານ 20 ຄົນ ໄດ້ໄປທວງເອົາເງິນຄ່າຈ້າງ ຈາກນາຍຈ້າງຈີນ ແລະ ກໍໄດ້ມາແລ້ວເຄິ່ງນຶ່ງ. ສ່ວນອີກເຄິ່ງນຶ່ງ ຍັງບໍ່ທັນໄດ້ເທື່ອ ຍ້ອນນາຍຈ້າງອີກຜູ້ນຶ່ງ ໄດ້ໜີໄປບ່ອນອື່ນ ຍັງບໍ່ທັນຕາມຫາຕົວໄດ້:

“ມັນໄດ້ແລ້ວເຄິ່ງນຶ່ງເນາະ ແລ້ວມັນຍັງໂຕ ບໍຣິສັດນຶ່ງຫັ້ນອີກ ເຂົາວ່າຄົນລະບໍຣິສັດຫັ້ນນ່າ ແລ້ວຍັງຜູ້ນຶ່ງອີກ ໂຕຜູ້ຫຼົບໜີຫັ້ນນ່າ ລາວຫັ້ນຍັງນໍາຂ້ອຍນີ້ປະມານ 36 ລ້ານກີບ ມື້ວານນີ້ ລາວຈ່າຍໃຫ້ແລ້ວເຄິ່ງນຶ່ງ ໝົດທາງສິໄປແລ້ວ ບໍ່ມີເງິນສິໄປຕໍ່ແລ້ວ.”

ທ່ານເວົ້າຕໍ່ໄປວ່າ ຄົນງານທີ່ເປັນລູກນ້ອງຂອງຕົນ 100 ປາຍຄົນ ສເລັ່ຽແລ້ວໄດ້ເງິນເດືອນ ຜູ້ລະ 1 ຫາ 2 ລ້ານກີບ ຮວມເປັນເງິນ ທັງໝົດ 100 ປາຍລ້ານກີບ ທີ່ນາຍຈ້າງຈີນ ຈະຕ້ອງໄດ້ຈ່າຍໃຫ້. ແຕ່ດຽວນີ້ ນາຍຈ້າງຍັງມິດງຽບຢູ່ ແລະ ຕົນ ກໍໄດ້ໄປແຈ້ງຄວາມ ຕໍ່ຫ້ອງການສັນຕິບານ ເມືອງຫາດຊາຍຟອງ ເພື່ອຮ້ອງຂໍໃຫ້ຊ່ອຍແກ້ໄຂບັນຫາດັ່ງກ່າວ, ແຕ່ມາຮອດມື້ນີ້ ກໍຍັງບໍ່ທັນພົບຕົວນາຍຈ້າງ ຄົນຈີນ ທີ່ຫຼົບໜີນັ້ນເທື່ອ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ຫ້ອງການສັນຕິບານ ເມືອງ ຫາດຊາຍຟອງ ເພື່ອຂໍຮູ້ ຄວາມກະຈ່າງແຈ້ງ, ແຕ່ ເຈົ້າໜ້າທີ່ ຍັງບໍ່ສະດວກທີ່ຈະໃຫ້ຄໍາເຫັນ, ມີແຕ່ບອກວ່າ ກໍາລັງດໍາເນີນການຕາມຂັ້ນຕອນຢູ່.

ພ້ອມດຽວກັນນັ້ນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ບໍຣິສັດທາງຣົດໄຟລາວ-ຈີນ ຈໍາກັດ ເພື່ອຂໍຮູ້ ກ່ຽວກັບເຣື່ອງດັ່ງກ່າວ, ແຕ່ ເຈົ້າໜ້າທີ່ທີ່ກ່ຽວຂ້ອງບອກວ່າ ຍັງບໍ່ສະດວກ ທີ່ຈະໃຫ້ສັມພາດ.

ແຕ່ເຖິງຢ່າງໃດກໍຕາມ ເມື່ອກ່ອນໜ້ານີ້ ເຈົ້າໜ້າທີ່ກະຊວງແຮງງານ ແລະ ສວັດດີການສັງຄົມ ທ່ານນຶ່ງ ໄດ້ຊີ້ແຈງກ່ຽວກັບ ບັນຫາ ຄົນງານລາວ ບໍ່ໄດ້ຮັບເງິນເດືອນ ຈາກນາຍຈ້າງ ໃນໂຄງການກໍ່ສ້າງທາງຣົດໄຟລາວ-ຈີນນັ້ນວ່າ ຍັງບໍ່ທັນມີຄົນງານຜູ້ເສັຽຫາຍ ຍື່ນ ເອກສານຮ້ອງຮຽນມາເທື່ອ, ຫາກມີການຮ້ອງຮຽນມາ ແບບເປັນລາຍລັກອັກສອນ ພາກສ່ວນທີ່ກ່ຽວຂ້ອງ ກໍຈະລົງໄປກວດກາ ແລະ ແກ້ໄຂໃຫ້.

ນອກຈາກຄົນງານ ທີ່ເຮັດວຽກໃຫ້ໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ຢູ່ເຂດບ້ານ ດົງໂພນແຮ່ ເມືອງ ຫາດຊາຍຟອງ ບໍ່ໄດ້ ຮັບເງິນແລ້ວ, ຄົນງານລາວອີກຫຼາຍຄົນ ທີ່ເຮັດວຽກຢູ່ເຂດບ້ານດົງໂພສີ ກໍບໍ່ໄດ້ຮັບເງິນເດືອນ ຈາກນາຍຈ້າງຈີນ ເກືອບ 2 ເດືອນ ແລ້ວ ທັງໆທີ່ໜ້າວຽກກໍ່ເຮັດສໍາເຣັດ ຕາມທີ່ໄດ້ຖືກມອບໝາຍໃຫ້, ເຮັດໃຫ້ຄົນງານ ຈໍານວນນຶ່ງ ຕັດສິນໃຈລາອອກ ໄປເຮັດວຽກ ຢູ່ບ່ອນອື່ນ ໃນຂນະທີ່ອີກຫຼາຍຄົນ ຍັງມີຄວາມຫວັງ ທີ່ຈະໄດ້ຮັບເງິນເດືອນ ຈາກນາຍຈ້າງຈີນ ທີ່ຕິດຄ້າງນັ້ນຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Lao
Sep 17, 2021 12:08 PM

ແຜນຂອງຈີນ ຢາກນໍາແຮງງານຈີນເຂົ້າມາຢູ່ລາວເພີ່ມອີກ