ຢາເສພຕິດຢູ່ລາວ ເພີ້ມຂຶ້ນ
2019.05.16
ສະຖານະການ ຢາເສບຕິດ ໃນຫຼາຍແຂວງຂອງລາວ ຍັງໜ້າເປັນຫ່ວງ ໂດຍສະເພາະ ຢູ່ແຂວງບໍ່ແກ້ວ ຍ້ອນວ່າ ເຈົ້າໜ້າທີ່ຕໍາຣວດສາມາດ ຈັບຜູ້ເສບແລະຜູ້ຂາຍ ທີ່ເປັນຣາຍຍ່ອຍໄດ້ ເກືອບທຸກອາທິດ ອີກທັງ ແຂວງບໍ່ແກ້ວ ຍັງມີຊາຍແດນ ຕິດຈອດກັບ ພື້ນທີ່ສາມຫຼ່ຽມຄໍາ, ຊຶ່ງ ເປັນແຫຼ່ງຜລິດ ຢາເສບຕິດນໍາດ້ວຍ, ດັ່ງເຈົ້າໜ້າທີ່ຕໍາຣວດ ປກສ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 15 ພຶສພານີ້ວ່າ:
“ແມ່ນແຫຼະ ມີຫຼາຍຢູ່ ຣາຍຍ່ອຍຣາຍໃຫຍ່ຢູ່ຫັ້ນນາ ທີ່ວ່າມາທາງຕົ້ນເຜີ້ງເນາະ ທີ່ວ່າເຂດສາມຫຼ່ຽມຄໍາ ຜ່ານແຂວງເຮົານີ້ ແຕ່ວ່າ ໂຕທີ່ວ່າ ບໍ່ຕັດສິນນີ້ ກໍຍັງມີຫຼາຍຢູ່.”
ທ່ານເວົ້າວ່າ ຢາເສບຕິດ ທີ່ແຜ່ກະຈາຍ ໃນທົ່ວແຂວງບໍ່ແກ້ວນີ້ ແມ່ນລໍາລຽງ ມາຕາມລໍານໍ້າຂອງ ແລະກຸ່ມຜູ້ລໍາລຽງ ມັກຈະນໍາເຂົ້າມາ ໃນຕອນກາງຄືນ ຊ່ວງທີ່ເຈົ້າໜ້າທີ່ ບໍ່ໄດ້ລົງພື້ນທີ່ ກວດກາເວນຍາມ ແລ້ວນໍາຢາເສບນັ້ນ ມາພັກເຊົາ ຢູ່ເມືອງຕົ້ນເຜີ້ງ ຫຼືເມືອງຫ້ວຍຊາຍ ກ່ອນທີ່ຈະກະຈາຍ ຂາຍໄປໃຫ້ກຸ່ມຕ່າງໆ.
ນັບແຕ່ ຕົ້ນປີ 2019 ມານີ້ ແຂວງບໍ່ແກ້ວ ມີການຈັບ ຜູ້ຕ້ອງຫາ ຄະດີຄ້າ-ຂາຍຢາເສບຕິດ ທັງຣາຍໃຫຍ່ ແລະ ຣາຍຍ່ອຍໄດ້ຫຼາຍເທື່ອ ເປັນຕົ້ນ ເມື່ອວັນທີ່ 13 ມົກຣາ ຈັບຄົນລາວ 4 ຄົນ ຢູ່ເມືອງຕົ້ນເຜີ້ງ ຂນະທີ່ກໍາລັງຂົນຢາບ້າ 5 ລ້ານປາຍເມັດ ໄປສົ່ງຢູ່ຈຸດນັດໝາຍ ທີ່ແຂວງຫຼວງນໍ້າທາ ວັນທີ 7 ມີນາ ຈັບຄົນລາວ 1 ຄົນຢູ່ເມືອງຕົ້ນເຜີ້ງ ໂດຍສາມາດຍຶດຢາບ້າໄດ້ 5 ແສນປາຍເມັດ ແລະໃນວັນທີ 19 ມີນາ ຍຶດຢາບ້າໄດ້ 15 ເປົ໋າ ຢູ່ເມືອງຫ້ວຍຊາຍ ສ່ວນຜູ້ຂັບຣົດນັ້ນໄດ້ເອົາໂຕຫຼົບໜີ.
ໃນຂນະດຽວກັນ ເຈົ້າໜ້າທີ່ຕໍາຣວດ ປກສ ແຂວງອຸດົມໄຊ ກໍເວົ້າວ່າ ສະພາບການ ຢາເສບຕິດ ພາຍໃນແຂວງອຸດົມໄຊ ກໍບໍ່ໄດ້ເບົາບາງ ລົງເລີຍ ໂດຍສະເພາະ ກຸ່ມຜູ້ເສບ ແລະ ຜູ້ຂາຍ ທີ່ເປັນຣາຍຍ່ອຍ ຍ້ອນວ່າ ເຈົ້າໜ້າຕໍາຣວດ ສາມາດຈັບໄດ້ 2-3 ຄະດີ ຕໍ່ອາທິດ:
“ມີຫຼາຍຢູ່ໄດ໋ ພວກຂາຍຍ່ອຍນີ້ແຫຼະ ມີຫຼາຍຢູ່ ຈັບໄດ້ປະມານ 2-3 ເຣື່ອງ ແຕ່ລະອາທິດ ມີທັງເສບທັງຂາຍຍ່ອຍ.”
ທ່ານກ່າວຕື່ມວ່າ ປັນຫາການຄ້າຂາຍ ຢາເສບຕິດ ພາຍໃນແຂວງອຸດົມໄຊ ຍັງມີຢູ່ນັ້ນ ກໍຍ້ອນວ່າ ເຈົ້າໜ້າທີ່ ປາບປາມຢາເສບຕິດພາຍໃນ ແຂວງມີໜ້ອຍ ຈຶ່ງບໍ່ສາມາດ ກວດກາໄດ້ທົ່ວເຖິງ ໝົດທຸກພື້ນທີ່.
ໃນກອງປະຊຸມ ສະພາແຫ່ງຊາດ ເມື່ອກາງປີ 2018 ຜ່ານມາ ທ່ານພົນຕຣີ ສົມແກ້ວ ສີລາວົງ ຣັຖມົນຕຣີ ກະຊວງປ້ອງກັນຄວາມສະຫງົບ ເວົ້າວ່າ ສະພາບບັນຫາຢາເສບຕິດ ຢູ່ລາວ ໃນປັດຈຸບັນ ສັງເກດເຫັນວ່າ ມີລັກສະນະເພີ້ມຂຶ້ນ ແລະໄດ້ແຜ່ຂຍາຍ ໄປທົ່ວທຸກບ່ອນໃນສັງຄົມ ການຄ້າ-ຂາຍຢາເສບຕິດ ມີທັງຄົນລາວ ແລະ ຄົນຕ່າງປະເທດ.
ອີງຕາມການຣາຍງານ ຂອງກະຊວງປ້ອງກັນຄວາມສະຫງົບ ຄະດີຢາເສບຕິດໃນລາວ ເມື່ອປີ 2017-2018 ມີເກືອບ 3 ພັນຄະດີເພີ້ມຂຶ້ນ ຈາກປີ 2016 ເຖິງ 5 ຮ້ອຍຄະດີ.