ປີ 2024, ໄຟຟ້າຈາກລາວ ສົ່ງໄປຂາຍ ມີມູນຄ່າ ເກືອບ 980 ລ້ານ ໂດລາສະຫະລັດ
2025.01.14

ມີການສົ່ງກະແສໄຟຟ້າ ຈາກປະເທດລາວ ໄປຂາຍຕ່າງປະເທດ ໃນປີ 2024 ທີ່ຜ່ານມາ ມູນຄ່າ 979,900,000 ປາຍໂດລາສະຫະລັດ ກວມເອົາ 15.35% ຄືເປັນອັນດັບໜຶ່ງ ຂອງມູນຄ່າ ສິນຄ້າທັງໝົດ ຈາກລາວ ໄປຕ່າງປະເທດ, ອີງຕາມສະຖິຕິ ຂອງກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະການຄ້າ ຂອງລາວ.
ກະແສໄຟຟ້າ ທີ່ຖືກສົ່ງອອກຈາກລາວ ໄປຂາຍຕ່າງປະເທດ ທີ່ວ່ານັ້ນ, ເປັນຂອງພວກນັກລົງທຶນ ຕ່າງປະເທດ ເກືອບວ່າທັງໝົດ ເປັນຕົ້ນ ກໍແມ່ນຈີນ ທີ່ໄດ້ເຂົ້າມາ ສໍາປະທານສ້າງເຂື່ອນ ຢູ່ປະເທດລາວ, ຊຶ່ງປະຊາຊົນລາວ ຫຼາຍຄົນ ເຫັນວ່າ ເຖິງແມ່ນຢູ່ປະເທດລາວ ຈະສາມາດສ້າງເຂື່ອນ ຜະລິດກະແສໄຟຟ້າ ໄດ້ຫຼາຍ, ແຕ່ພວກເຂົາ ກໍສົ່ງກະແສໄຟຟ້າ ທີ່ຜະລິດໄດ້ນັ້ນ ໄປຂາຍຢູ່ປະເທດ ຂອງພວກເຂົາ, ຊຶ່ງບາງເທື່ອ ກໍຂາຍໃນລາຄາ ຖືກກວ່າຢູ່ປະເທດລາວ ຊໍ້າ. ຄົນລາວ ບໍ່ໄດ້ຮັບຜົນປະໂຫຍດ, ອີງຕາມຄໍາເວົ້າ ຂອງປະຊາຊົນລາວ ຢູ່ແຂວງອຸດົມໄຊ ນາງໜຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ມັງກອນ 2025 ນີ້.
“ມັນມີເຂື່ອນໄຟຟ້າ ກໍແມ່ນຄົນຕ່າງປະເທດ ເຂົາມາລົງເນາະ, ແລ້ວກໍເຂົາ ກໍຕີກັບຕ່າງປະເທດເລີຍ, ຫັ້ນນ່າ. ບາງເທື່ອ ຕ່າງປະເທດ ຍັງ (ລາຄາ) ຖືກກວ່າຢູ່ລາວ ເຮົາກໍມີ, ຊີ້ນ່າ. ແມ່ນໆ, ເຂື່ອນສ່ວນຫຼາຍ ຊິແມ່ນປະເທດຈີນ ເນາະ ມາສ້າງ, ມາຜະລິດ. ຄົນລາວ ມີແຕ່ວ່າ ມີພື້ນທີ່ ໃຫ້ເພິ່ນເຮັດຊື່ໆ, ແຕ່ຄົນລາວເຮົາ ບໍ່ມີເງິນລົງທຶນເຮັດ, ຫັ້ນນ່າ.”
ແລະ ປະຊາຊົນ ຢູ່ເມືອງໄຊຍະບູລີ ແຂວງໄຊຍະບູລີ ຜູ້ໜຶ່ງ ກໍເວົ້າຄືກັນວ່າ ເຂື່ອນໄຟຟ້າ ຢູ່ປະເທດລາວ ມີຫຼາຍ, ແຕ່ເປັນເຂື່ອນ ຂອງບໍລິສັດ ຕ່າງປະເທດ ທີ່ເຂົ້າມາລົງທຶນສ້າງ ເພື່ອຜະລິດ ກະແສໄຟຟ້າ ສົ່ງອອກຂາຍ ເອົາກໍາໄລ, ໂດຍທີ່ລັດຖະບານລາວ ມີຫຸ້ນສ່ວນ ພຽງເລັກໆໜ້ອຍໆ ເທົ່ານັ້ນ. ພວກເຂົາມີທຶນສ້າງ, ກ່ອນທີ່ຈະມອບ ເຂື່ອນນັ້ນ ໃຫ້ລັດຖະບານລາວ. ພວກເຂົາສົ່ງ ກະແສໄຟຟ້າ ທີ່ຜະລິດໄດ້ ອອກໄປຂາຍ ແລະ ໄດ້ກໍາໄລຫຼາຍ. ກ່ອນຈະໄດ້ເຂື່ອນນັ້ນ, ລັດຖະບານລາວ ຕ້ອງໄດ້ລໍຖ້າ ໄປອີກດົນ ຈົນກວ່າວ່າ ຈະໝົດອາຍຸ ສັນຍາສໍາປະທານ. ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ເຂື່ອນເຮົາຫຼາຍ, ແຕ່ວ່າ ຄົນຕ່າງປະເທດ ມາລົງທຶນສ້າງ 100% ເດ້. ລັດຖະບານເຮົາ ມີແຕ່ຫຸ້ນສ່ວນ ເລັກໆໜ້ອຍໆ ຊື່ໆ ຍັງບໍ່ມີທຶນສ້າງ. ແລ້ວບາດນີ້, ເຂົາມາສ້າງຊື່ໆ ຍັງທັນບໍ່ກໍານົດ ເພາະວ່າ ເຂື່ອນ ເວລາເຂົາປະມູນສ້າງແລ້ວ ເຂົາຕ້ອງເອົາທຶນ ເຂົາຄືນກ່ອນ, ເຂົາເອົາໄປຂາຍ ເຂົາໄດ້ກໍາໄລແລ້ວ, ເຂົາສົ່ງຄືນໃຫ້ ລັດຖະບານ ແລ້ວຈຶ່ງຄ່ອຍ ເປັນຂອງລາວ.”
ຍົກໂຕຢ່າງ ເຂື່ອນໄຟຟ້ານໍ້າອູ ທັງ 7 ເຂື່ອນ ກໍເປັນຂອງ ບໍລິສັດຈີນ ຄື ບໍລິສັດ ຜະລິດໄຟຟ້າ ພະລັງງານນໍ້າອູ ຈໍາກັດ, ຊຶ່ງເປັນບໍລິສັດ ທີ່ຢູ່ພາຍໃຕ້ບໍລິສັດ ພາວເວີ້ ໄຊນາ ຂອງຈີນ. ເມື່ອຜະລິດກະແສໄຟຟ້າ ໄດ້ແລ້ວ ກໍຈະຖືກສົ່ງ ຜ່ານສາຍສົ່ງແຮງສູງ ທັງໝົດ ໄປໃຊ້ຢູ່ພາກໃຕ້ ຂອງປະເທດຈີນ, ໂດຍທີ່ປະຊາຊົນ ທີ່ຢູ່ໃນເຂດ ເມືອງປາກອູ ບໍ່ໄດ້ໃຊ້ ກະແສໄຟຟ້າ ທີ່ຜະລິດໄດ້ ຈາກເຂື່ອນເຫຼົ່ານັ້ນ, ປະເທດລາວ ເປັນໝໍ້ໄຟ ຂອງຄົນຈີນ. ດັ່ງເຈົ້າຂອງເຮືອນພັກ ຢູ່ເມືອງປາກອູ ແຂວງຫຼວງພຣະບາງ ຜູ້ໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ມັງກອນນີ້ວ່າ:
“ບໍ່ໆ, ບໍ່ເອົາ, ເອົາໃຊ້ ບໍ່ໄດ້ເອົາໃຊ້ ຢູ່ຕົວເມືອງເຮົານີ້, ເຂື່ອນຕົວນີ້. ແມ່ນແລ້ວ, ເຂົາເອົາໄປຂາຍ ຢູ່ຈີນພຸ້ນນ່າ. ເຂື່ອນນໍ້າອູ 1 ນີ້ ກໍໃຊ້ໄຟຟ້ານີ້ ເຂົາເຈົ້າຈະດຶງໄປ ເປັນຂອງຄົນຈີນ, ຫັ້ນນ່າ. ເປັນມໍເຕີໄຟ ຂອງຄົນຈີນ ແລ້ວກໍຕໍ່ ສາຍໄຟຟ້າແຮງສູງ ກັບປະເທດເຂົາ.”
ໃນຂະນະດຽວກັນ, ປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ຜູ້ໜຶ່ງ ກໍເວົ້າວ່າ ກະແສໄຟຟ້າ ເກືອບວ່າ ເຄິ່ງນຶ່ງ ຂອງປະເທດໄທ ແມ່ນມາຈາກ ເຂື່ອນໄຟຟ້າ ໃນປະເທດລາວ, ໂດຍສະເພາະຈາກເຂື່ອນ ທີ່ສ້າງໃສ່ ແມ່ນໍ້າຂອງ, ຊຶ່ງເປັນຂອງນັກລົງທຶນ ຈາກໄທ ເປັນຕົ້ນ ເຂື່ອນໄຊຍະບູລີ ແລະ ມີອີກຫຼາຍໆເຂື່ອນ ທີ່ວ່າ ຈະເຮັດໃຫ້ ປະເທດລາວ ກາຍເປັນແບັດເຕີຣີ້ ຫຼື ໝໍ້ໄຟ ຂອງອາຊ້ຽນ. ດັ່ງທີ່ທ່ານກ່າວວ່າ:
“ເກືອບວ່າເຄິ່ງໜຶ່ງ ຂອງປະເທດໄທ ຫັ້ນ, ໃຊ້ໄຟຟ້າ ນໍາລາວ, ຫັ້ນນ່າ. ມັນກໍມີຫຼາຍເຂື່ອນ ຢູ່ລາວ ມີຫຼາຍ, ຫຼາຍເຂື່ອນ ມັນກໍມີຂໍ້ດີ ແລ້ວກໍຂໍ້ເສຍ. ຂໍ້ດີ ກໍຄືວ່າ ປະເທດຊາດຫັ້ນ ເປັນແບັດເຕີຣີ້ ຂອງອາຊ້ຽນ, ແຕ່ຜົນກະທົບ ມັນກໍຈະມີ ພວກທີ່ຢູ່ໃກ້ຫັ້ນແຫຼະ, ສ້າງເຂື່ອນແລ້ວ ກໍແນ່ນອນ ກໍຕ້ອງໄດ້ມີ ບໍລິເວນໃກ້ຄຽງຫັ້ນ ມັນຈະເສຍພື້ນທີ່ໄປ.”
ຢູ່ປະເທດລາວ ມີແຫຼ່ງພະລັງງານໄຟຟ້າ 98 ແຫ່ງ, ຊຶ່ງປະກອບດ້ວຍ ເຂື່ອນໄຟຟ້າ, ໂຮງງານພະລັງງານຖ່ານຫີນ, ພະລັງງານລົມ, ພະລັງງານແສງຕາເວັນ, ຊຶ່ງໃນຈໍານວນ ທັງໝົດນັ້ນ, ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ (EDL-Gen) ທີ່ຢູ່ພາຍໃຕ້ ລັດວິສາຫະກິດ ໄຟຟ້າລາວ ເປັນຜູ້ຄຸ້ມຄອງ ພຽງ 10 ແຫ່ງ. ສ່ວນທີ່ເຫຼືອ ເປັນຂອງບໍລິສັດ ເອກະຊົນ ເປັນຕົ້ນ ບໍລິສັດ ເອກກະຊົນ ຕ່າງປະເທດ, ໂດຍສະເພາະ ກໍແມ່ນຈີນ.