ອັດຕາແລກປ່ຽນເງິນ, ລາຄາຄໍາ, ນໍ້າມັນເຊື້ອໄຟ ວັນທີ 06 ມັງກອນ 2025

0:00 / 0:00

ອັດຕາແລກປ່ຽນເງິນຕາ ປະຈໍາວັນທີ 06 ມັງກອນ 2025 ນີ້, ຕາມລາຍງານ ຂອງທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ.

ເງິນໂດລາສະຫະຣັດ ອັດຕາຊື້ 1 ໂດລາ - 21,478 ກີບ, ອັດຕາຂາຍ 1 ໂດລາ - 21,859 ກີບ;

ເງິນບາດໄທ ອັດຕາຊື້ 1 ບາດ - 620.24 ກີບ, ອັດຕາຂາຍ 1 ບາດ - 632.64 ກີບ;

ເງິນຢວນຈີນ ອັດຕາຊື້ 1 ຢວນ - 2,870 ກີບ, ອັດຕາຂາຍ 1 ຢວນ - 2,927 ກີບ;

ເງິນດົງຫວຽດນາມ ອັດຕາຊື້ 1 ດົງ - 0.879 ກີບ, ອັດຕາຂາຍ 1 ດົງ - 0.8965 ກີບ.

ລາຄານໍ້າມັນເຊື້ອໄຟ, ອີງຕາມລາຄາ ນໍ້າມັນເຊື້ອໄຟ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ປັບຄັ້ງວັນທີ 25 ທັນວາ 2024, ຢູ່ນະຄອນຫຼວງວຽງຈັນ.

ແອັດຊັງພິເສດ ລິດໜຶ່ງ 29,240 ກີບ;

ແອັດຊັງທໍາມະດາ ລິດໜຶ່ງ 22,840 ກີບ;

ກາຊວນ ລິດໜຶ່ງ 19,120 ກີບ.

ສໍາລັບລາຄາຊື້-ຂາຍຄໍາ ໃນມື້ວັນທີ 06 ມັງກອນ 2025 ນີ້, ຢູ່ຮ້ານຄໍາພູວົງ.

ຄໍາຮູບປະພັນ ລາຄາຂາຍ 1 ບາດ - 28,609,000 ກີບ, 1 ສະຫຼຶງ 7,154,000 ກີບ, ລາຄາຊື້ 1 ບາດ - 27,700,000 ກີບ, 1 ສະຫຼຶງ 6,900,000 ກີບ;

ຄໍາແທ່ງ ລາຄາຂາຍ 1 ບາດ - 28,500,000 ກີບ, ລາຄາຊື້ 1 ບາດ - 27,970,000 ກີບ.