ພວກຂັບລົດແທັກຊີ້ ຢູ່ເຂດ 3 ຫຼ່ຽມຄໍາ ຂຶ້ນຄ່າໂດຍສານ ເອົາເອງ
2025.01.25

ຄົນຂັບລົດແທັກຊີ້ ສ່ວນຕົວ ຈໍານວນໜຶ່ງ ທີ່ຮັບ-ສົ່ງ ຜູ້ໂດຍສານ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ປັບຂຶ້ນຄ່າບໍລິການ ຈາກ 40 ຢວນຕໍ່ຖ້ຽວ ເປັນ 50 ຢວນ ຫຼືປະມານ 150,000 ກີບ ມາແຕ່ດົນ ໂດຍບໍ່ໄດ້ປະກາດ ແລະ ບໍ່ໄດ້ຜ່ານທາງການ ຍ້ອນຄ່າຄອງຊີບ ສູງຂຶ້ນ, ເງິນກີບເຟີ້. ດັ່ງຄົນຂັບລົດແທັກຊີ້ ຜູ້ໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ມັງກອນນີ້ວ່າ:
“ຖ້ຽວ 50 ຢວນ, ໄລ່ເປັນຖ້ຽວເລີຍ ບໍ່ມີແລ້ວ ບໍ່ເຄີຍແລ່ນຈັກເທື່ອ ຖ້ຽວລະ 30, 60 (ຢວນ). ແມ່ນແຫຼະ 50, ຈັກຄົນ ກໍໄລ່ເປັນຖ້ຽວເລີຍ ຈັກຄົນ ກໍໄດ້. ແມ່ນແລ້ວ, ປົກກະຕິ ກໍແລ່ນແຕ່ 50, ມັນຂຶ້ນມາແຕ່ດົນແລ້ວ ຕັ້ງແຕ່ມາເປັນແທັກຊີ້ ນີ້, ເປັນປີແລ້ວ. 100 ຢວນ ກໍໄລ່ເປັນ 500 ບາດເລີຍ, ສົມມຸດວ່າ ຕົ້ນເຜິ້ງໄປ, ແລ້ວຕົ້ນເຜິ້ງ ໄປສະໜາມບິນນີ້ ໄລ່ 100 ຢວນເລີຍ.”
ໃນຂະນະດຽວກັນ, ຄົນຂັບລົດແທັກຊີ້ ຢູ່ເຂດດຽວກັນນີ້ ນາງໜຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຍ້ອນຄ່າບໍລິການ ລົດແທັກຊີ້ ຢູ່ໃນເຂດນີ້ ຍັງບໍ່ທັນ ເປັນເອກກະພາບກັນ ແລະ ຍັງບໍ່ມີການກໍານົດ ອັດຕາຄ່າໂດຍສານ ແບບເປັນມາດຕະຖານ ຈຶ່ງເຮັດໃຫ້ ຄົນຂັບລົດ ຈໍານວນໜຶ່ງ ຢາກໃຫ້ຄົນຂັບລົດແທັກຊີ້ ທຸກຄົນ ປັບຄ່າບໍລິການຂຶ້ນ ຈາກ 30-40 ຢວນຕໍ່ຖ້ຽວ ເປັນ 50 ຢວນ. ຖ້າຜູ້ໃດ ບໍ່ປັບຂຶ້ນຕາມ ກໍຈະຖືກກັ່ນແກ້ງ ຈາກຄົນກຸ່ມໜຶ່ງ. ແຕ່ກໍຍັງມີ ຄົນຂັບລົດແທັກຊີ້ ຈໍານວນໜຶ່ງ ທີ່ບໍ່ປັບຂຶ້ນ ຄ່າບໍລິການ ຄືທີ່ວ່ານັ້ນ, ແຕ່ຖືເອົາຕາມ ການຕົກລົງລາຄາກັນ ກັບລູກຄ້າ. ບາງເທື່ອ ກໍເກັບນໍາ 40 ຢວນ ກໍມີ. ດັ່ງທີ່ນາງເວົ້າວ່າ:
“ມັນແລ້ວແຕ່ຄົນ ເຂົາເຈົ້າຕົກລົງກັນ ເພາະວ່າ ແຕ່ວ່າ ຂອງຂ້ອຍເອງ ແຕ່ 40 (ຢວນ) ກໍໄດ້. ອໍ່ໆ, ບໍ່ເປັນຫຍັງ ມັນກໍແລ້ວແຕ່ຄົນ, ບາງຄົນ ເຂົາເຈົ້າກໍເຕັມໃຈ ຂະເຈົ້າກໍເອົາຮ້ອຍໜຶ່ງ 100 ຢວນ ແບບນີ້ນ່າ. ບາງຄົນ ຂະເຈົ້າພາໄປຫັ້ນ ໄປນີ້, ຄ່າເສຍເວລາ ເຂົາເພີ່ມແບບນີ້ນ່າ. 40 ກໍໄດ້, ບໍ່ເປັນຫຍັງ.”
ແລະ ຄົນຂັບລົດແທັກຊີ້ ອີກຜູ້ໜຶ່ງ ກໍເວົ້າວ່າ ຖ້າແລ່ນຮັບຜູ້ໂດຍສານ ຢູ່ພາຍໃນເຂດເສດຖະກິດພິເສດ ນີ້, ແມ່ນເກັບນໍາ 40 ຢວນຕໍ່ຖ້ຽວ. ຖ້າອອກນອກເຂດນີ້, ຈະເກັບນໍາ 50 ຢວນຕໍ່ຖ້ຽວ, ແຕ່ກໍຂຶ້ນຢູ່ ກັບໄລຍະທາງ ແລະ ຂຶ້ນຢູ່ ກັບການຕົກລົງກັນ ກັບລູກຄ້າ.
“ໄລຍະທາງ, ຊັ້ນກໍຕໍ່ລອງກັນໄດ້ ເພາະວ່າ ອັນນີ້ ມັນບໍ່ແມ່ນແທັກຊີ້ ນັ້ນເດ້, ເປັນແທັກຊີ້ ເປັນລົດສ່ວນໂຕ, ແນວນີ້ ສະໄຕແທັກຊີ້ເຖື່ອນ, ໂຕນີ້ນ່າ ເພາະວ່າ ຕອນນັ້ນ ເຣທເງິນ ມັນຍັງຕໍ່າຢູ່ເດ້. ດຽວນີ້, ກໍຍັງແລ່ນ 40-50 ຢູ່ ຕາມໄລຍະທາງ ທີ່ວ່າໃນເຂດນີ້ ກໍ 40 ກໍໄດ້, ແຕ່ຖ້າວ່າ ອອກໄປນອກເຂດນີ້ ກໍ 50. ມັນເປັນລົດກະບະນີ້ ຂີ່ຈັກຄົນ ກໍໄດ້, ໄລ່ເປັນຖ້ຽວ, ຊີ້ນ່າ ບໍ່ໄດ້ໄລ່ເປັນຄົນ.”
ທີ່ຜ່ານມາ, ຄົນຂັບລົດແທັກຊີ້ ສ່ວນຕົວ ຢູ່ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຈໍານວນໜຶ່ງ ກໍໄດ້ປັບຂຶ້ນ ຄ່າບໍລິການ ນໍາເລື້ອຍໆ ຍ້ອນຄ່າຄອງຊີບ ແພງຂຶ້ນ ແລະ ພາກສ່ວນທາງການ ທີ່ກ່ຽວຂ້ອງ ກໍຍັງບໍ່ທັນ ໄດ້ກວດກາ ຫຼືກໍານົດ ຄ່າບໍລິການ ໃຫ້ເທື່ອ. ຍັງປະໃຫ້ຜູ້ບໍລິການ ຕົກລົງກັນເອົາເອງ ກັບຜູ້ໂດຍສານຢູ່. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກັບເລື່ອງນີ້ ທ່ານໜຶ່ງ ເວົ້າວ່າ:
“ແຖວເທດສະບານແຂວງ ແຖວອັນນ່າ ຕົ້ນເຜິ້ງ, ສາມຫຼ່ຽມ ຊິມີຢູ່. ອ່າ, ສ່ວນຫຼາຍ ຕາມທີ່ເຂົ້າໃຈເນາະ ສ່ວນຫຼາຍ ເຂົາເຈົ້າຈະຂຶ້ນກັບ ການຕົກລົງ ກັບເຈົ້າຂອງລົດ, ຫັ້ນແຫຼະ. ແມ່ນແລ້ວ, ຊິແລ່ນ ແລ້ວເພິ່ນຊິໄລ່ກັນ, ຫັ້ນນ່າ.”
ອີງຕາມຄໍາເວົ້າ ຂອງຄົນຂັບລົດແທັກຊີ້ ຢູ່ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຕໍ່ວິທຍຸເອເຊັຽເສຣີ ແລ້ວແມ່ນວ່າ ທີ່ຜ່ານມາ ຢູ່ໃນເຂດນີ້ ມີລົດແທັກຊີ້ ຂອງຄົນຈີນ ທີ່ໃຫ້ບໍລິການ ທາງອອນລາຍ ແລະ ຄິດໄລ່ຄ່າໂດຍສານ ຕາມໄລຍະທາງ ໂຕຈິງ, ໂດຍຈະເລີ່ມຕົ້ນ ຢູ່ທີ່ 30 ຢວນຕໍ່ຄົນ, ບໍ່ຄິດໄລ່ເປັນຖ້ຽວ.
ຢູ່ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຜູ້ໃຫ້ບໍລິການ ລົດແທັກຊີ້ ແລະ ຜູ້ໂດຍສານ ສ່ວນຫຼາຍ ແມ່ນຄົນຈີນ. ສໍາລັບຜູ້ໂດຍສານ ທີ່ເປັນຄົນລາວ ຫຼືຄົນໄທ ມັກໃຊ້ບໍລິການ ລົດແທັກຊີ້ ຢູ່ພາຍໃນ ເຂດດັ່ງກ່າວ ເທົ່ານັ້ນ.