ປະທ້ວງ ໂຮງງານເກືອ ບໍ່ຈ່າຍເງິນໃຫ້ ຕາມສັນຍາ

ໄຊຍາ
2022.01.31
ປະທ້ວງ ໂຮງງານເກືອ ບໍ່ຈ່າຍເງິນໃຫ້ ຕາມສັນຍາ ແຜນທີ່ ສແດງ ໃຫ້ເຫັນເຖິງ ບໍຣິເວນ ຄົນງານຈີນ ແລະລາວ ປະທ້ວງ ໂຮງງານບໍ່ເກືອຈີນ ບໍ່ຍອມຈ່າຍເງິນເດືອນ ໃຫ້ຄົນງານຕາມສັນຍາ, ເມືອງທ່າແຂກ ແຂວງຄຳມ່ວນ 30 ມົກກະຣາ 2022.
RFA

ໃນຕອນເຊົ້າຂອງວັນທີ 30 ມົກກະຣາ 2022 ນີ້ໄດ້ເກີດເຫດການຄົນງານຈີນ ແລະຄົນລາວປະມານ 30 ຄົນປະທ້ວງ ນາຍຈ້າງໂຮງງານບໍ່ເກືອ ຂອງບໍຣິສັດຈີນ ຢູ່ເຂດບ້ານດົງໃຕ້ ເມືອງທ່າແຂກ ແຂວງຄຳມ່ວນຍ້ອນໂຮງງານບໍ່ເກືອບໍ່ຈ່າຍ ເງິນທີ່ຄ້າງປະມານ 2-3 ເດືອນຕາມສັນຍາກໍຄືວັນກຸດຈີນ.

ດັ່ງຄົນລາວຜູ້ນຶ່ງຢູ່ບ້ານດົງໃຕ້ເມືອງທ່າແຂກ ແຂວງຄຳມ່ວນທີ່ບໍ່ປະສົງອອກຊື່ ແລະສຽງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 31 ມົກກະຣາ 2022 ນີ້ວ່າ:

ອັນນີ້ຢູ່ໂຮງງານບໍ່ເກືອ ບ້ານດົງໃຕ້ ນາຍຈ້າງຄົນຈີນ ບໍ່ຈ່າຍເງິນເດືອນໃຫ້ຄົນງານຈີນ ແລະຄົນລາວປະມານ 2-3 ເດືອນແລ້ວໂດຍໂຮງງານບໍ່ເກືອ ນັດວ່າຈະຈ່າຍເງິນເດືອນ ໃຫ້ຄົນງານໃນວັນກຸດຈີນແມ່ນເປັນມື້ພັກວຽກເຮັດໃຫ້ກຸ່ມຄົນເຫລົ່ານັ້ນ ໄປທວງຖາມເອົາເງິນເດືອນ ນຳໂຮງງານຈົນເກີດມີປາກສຽງ ແລະມີການຍິງປືນຂົ່ມຂູ່.

ພາຍຫລັງທີ່ຄົນງານຈີນ ແລະຄົນງານລາວບໍ່ສາມາດໄກ່ ເກັ່ຽກັນໄດ້ເຈົ້າໜ້າທີ່ກອງຫລອນ ປະຈຳບ້ານດົງໃຕ້ ເມືອງທ່າແຂກ ຈຶ່ງເຂົ້າໄປຄວບຄຸມສະຖານະການ ແຕ່ມີຄົນງານຈີນແລ່ນເຂົ້າມາ ຍາດເອົາປືນນຳເຈົ້າໜ້າທີ່ ກອງຫລອນຈຶ່ງຍິງປືນຂຶ້ນຟ້າ ເພື່ອລະງັບການກໍ່ເຫດຮຸນແຮງ.

ຊາວບ້ານອີກຜູ້ນຶ່ງ ທີ່ອາສັຍໄກ້ກັບໂຮງງານ ບໍ່ເກືອກ່າວວ່າ ສ່ວນຫລາຍຈະເປັນຄົນງານຈີນ ເພາະຄົນງານລາວຈະບໍ່ມາປະທ້ວງ ໃນລັກສະນະນີ້ ແລະໄດ້ຍິນສຽງປືນຂອງເຈົ້າໜ້າທີ່ ກອງຫລອນດັງຂຶ້ນຫລາຍນັດ.

ດັ່ງຊາວບ້ານຜູ້ນຶ່ງ ທີ່ອາສັຍຢູ່ໃກ້ກັບໂຮງງານບໍ່ເກືອ ເມືອງທ່າແຂກ ແຂວງຄຳມ່ວນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ມົກກະຣານີ້ວ່າ:

ມັນກາເຣື່ອງພາຍໃນເຂົາດອກ ຈີນກັບຈີນ ມັນມີກອງຫລອນເຂົ້າໄປຢັບຢັ້ງແລ້ວເດ້ ຄົນລາວເຂົາກາມີເຫດມີຜົລຢູ່ດອກ ລົມກັນໄດ້ມັນບໍ່ແມ່ນນິໃສ ຂອງຄົນລາວຫັ້ນນ່າ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກແຮງງານ ແລະສວັດດີດການສັງຄົມ ແຂວງຄຳມ່ວນ ກ່າວໃນເບື້ອງຕົ້ນວ່າ ເຫດການປະທ້ວງໃນຄັ້ງນີ້ ແມ່ນເກີດຂຶ້ນໃນວັນທີ 30 ມົກກະຣາ 2022 ແລະມື້ຕໍ່ມາ ທາງເຈົ້າໜ້າທີ່ກວດກາ ຂອງຜແນກແຮງງານ ແລະສວັດດີການສັງຄົມ ແຂວງຄຳມ່ວນ ແລະ ກັມມະບານແຂວງກໍໄດ້ລົງພື້ນທີ່ ໄປໂຮງງານບໍ່ເກືອ ເພື່ອເກັບກຳຂໍ້ມູນ ແລະສືບສວນ-ສອບສວນແລ້ວ ແຕ່ຍັງບໍ່ທັນໄດ້ມີຣາຍງານຢ່າງຈະແຈ້ງເທື່ອ ວ່າສາເຫດໃນການປະທ້ວງຄັ້ງນີ້ ເກີດຂຶ້ນຍ້ອນສາເຫດໃດແທ້.

ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດີການສັງຄົມ ແຂວງຄຳມ່ວນ ທ່ານນຶ່ງກ່າວ ຕໍ່ວິທຍຸເອເຊັຽເສຣີໃນວັນທີ 31 ມົກກະຣານີ້ວ່າ:

ອໍໄດ້ຍິນແລ້ວ ແຕ່ວ່າເອກະສານຍັງບໍ່ທັນໄດ້ ມີເຫັນແຕ່ພະນັກງານກວດກາ ເພິ່ນລົງໄປເຣື່ອງກໍເກີດເມື່ອວານນີ້ແຫລະ ອ້າຍແຕ່ວ່າທາງເຮົາ ຍັງບໍ່ທັນໄດ້ຂໍ້ມູນຫຍັງຫັ້ນນ່າ.

ທາງດ້ານເຈົ້າໜ້າທີ່ ກ່າວຕື່ມວ່າໄລຍະຜ່ານມາ ກໍເຄີຍມີຂ່າວວ່າໂຮງງານບໍ່ເກືອດັ່ງກ່າວ ຈ່າຍເງິນເດືອນໃຫ້ຄົນງານຊັກຊ້າ ບໍ່ກົງຕາມກຳນົດເວລາ ແຕ່ກາບໍ່ເຄີຍເກີດເຫດການປະທ້ວງຮຸນແຮງ ຄືໃນລັກສະນະນີ້ມາກ່ອນ.

ທາງດ້ານເຈົ້າໜ້າທີ່ ປກສ ແຂວງຄຳມ່ວນກ່າວວ່າ ເບື້ອງຕົ້ນໄດ້ຮັບຣາຍງານຈາກເຈົ້າໜ້າທີ່ ກອງຫລອນປະຈຳບ້ານດົງໃຕ້ ວ່າມີເຫດການປະທ້ວງ ຢູ່ພາຍໃນໂຮງງານບໍ່ເກືອຂອງ ບໍຣິສັດຈີນ ຕໍ່ມາກໍສາມາດຢັບຢັ້ງໄດ້ແລ້ວ ແຕ່ຍັງບໍ່ທັນມີຣາຍລະອຽດ ທີ່ຈະແຈ້ງເທື່ອວ່າສາເຫດເກີດຂຶ້ນຍ້ອນຫຍັງແທ້ ແລະກຳລັງຢູ່ລະຫວ່າງການເກັບກັມຂໍ້ມູນ ຂອງເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ.

ດັ່ງເຈົ້າໜ້າທີ່ ປກສ ແຂວງຄຳມ່ວນທ່ານນຶ່ງ ກ່າວຕໍ່ວິຍຸເອເຊັຽເສຣີໃນວັນທີ 31 ມົກກະຣານີ້ວ່າ:

ຂະເຈົ້າມາຣາຍງານເນາະ ພວກບ້ານເຂົາເຈົ້າຣາຍງານ ຈັກເດີ້ໂຕນີ້ເຮົາຍັງທັນໄດ້ລົງໄປກວດເດີ້ ເພິ່ນຍັງດຳເນີນຢູ່.

ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາ ໂຮງງານບໍ່ເກືອ ບ້ານດົງໃຕ້ ເມືອງທ່າ ແຂກແຂວງຄຳມ່ວນຫລາຍຄັ້ງ ເພື່ອສອບຖາມຣາຍລະອຽດ ຕໍ່ກັບເຫດການປະທ້ວງໃນຄັ້ງນີ້ ແຕ່ບໍ່ສາມາດຕິດຕໍ່ໄດ້. ສຳລັບໂຮງງານບໍ່ເກືອ ດັ່ງກ່າວແມ່ນເປັນຂອງ ບໍຣິສັດ ຊິໂນ ອາກຣີ ໂປຕາສ ຫລື Sino-Agri International Potash ປະເທຕຈີນເຂົ້າມາກໍ່ສ້າງແຕ່ປີ 2009 ຊຶ່ງປັດຈຸບັນສາມາດຜລິດເກືອ ໂປຕາສສະເລັ່ຽ 250,000 ຕັນ/ປີ ແລະ ແຜນການຂອງໂຮງງານ ແມ່ນຈະຜລິດເກືອໂປຕາສ ໃຫ້ໄດ້ 3 ລ້ານຕັນ/ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.