ຊາວລາວວ່າ ການແກ້ໄຂບັນຫາເສຖກິຈ ຂອງຣັຖ ປະສິດທິພາບຍັງບໍ່ພໍ

ພູວົງສ໌
2023.09.05
ຊາວລາວວ່າ ການແກ້ໄຂບັນຫາເສຖກິຈ ຂອງຣັຖ ປະສິດທິພາບຍັງບໍ່ພໍ ສູນສະຖິຕິແຫ່ງຊາຕ, ນະຄອນຫຼວງວຽງຈັນ ເດືອນມີນາ ປີ 2023.
ນັກຂ່າວ ພົລເມືອງ

ທ່ານ ດຣ. ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີລາວ ໄດ້ອອກຄຳສັ່ງສບັບໃໝ່ ເລຂທີ 13/ນຍ ວ່າດ້ວຍ ການເພີ່ມທະວີ ແກ້ໄຂບັນຫາຮີບດ່ວນ ຂອງເສຖກິຈ-ການເງິນ, ບັນຫາເງິນເຟີ້, ອັດຕຣາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໃຫ້ເຣີ່ມປະຕິບັດ ນັບແຕ່ວັນທີ 29 ສິງຫາ 2023 ເປັນຕົ້ນໄປ.

ຄຳສັ່ງດັ່ງກ່າວ ແມ່ນມີຫຼາຍຂໍ້, ແຕ່ທີ່ສຳຄັນກໍຄື ຣັຖບານລາວ ຢາກໃຫ້ທົ່ວສັງຄົມ ທັງພາກຣັຖ ແລະ ເອກຊົນ ປະຕິບັດຄຳສັ່ງ ຢ່າງເຄັ່ງຄັດ ໃນການສ້າງຄວາມເຂົ້າໃຈ ຕໍ່ການແກ້ໄຂບັນຫາເສຖກິຈ ທີ່ຣັຖບານ ພວມດຳເນີນຢູ່ນີ້, ໂດຍສະເພາະເຣື່ອງການຄ້າຂາຍ, ການດຳເນີນທຸຣະກິຈ ແລະ ການແລກປ່ຽນເງິນຕຣາ ແມ່ນຢາກໃຫ້ຫັນເຂົ້າສູ່ກົດໝາຍ.

ກ່ຽວກັບເຣື່ອງນີ້, ຊາວລາວຜູ້ນຶ່ງ ໃນແຂວງຫຼວງພຣະບາງ ກ່າວວ່າ ມາຕການແກ້ໄຂ ບັນຫາເສຖກິຈ-ການເງິນ ຂອງຣັຖບານລາວ ໃນປັດຈຸບັນ ຖືວ່າຍັງບໍ່ມີປະສິດທິພາບພຽງພໍເທື່ອ, ຫຼາຍມາຕການ ຍັງແກ້ໄຂບໍ່ໄດ້ ຕາມຄຳສັ່ງ ເຊັ່ນ ການແກ້ໄຂເງິນເຟີ້, ແຕ່ປັດຈຸບັນ ພັດຍິ່ງໜັກຂຶ້ນຕື່ມ, ການຫຼຸດຜ່ອນການນຳເຂົ້າ, ແຕ່ໃນຕລາດ ພັດມີແຕ່ສິນຄ້າຈາກຕ່າງປະເທດ ແລະ ມາຈາກໄທຍ ເປັນສ່ວນຫຼາຍ, ມາຕການສົ່ງເສີມ ໃຫ້ປະຊາຊົນ ລາວມີວຽກເຮັດງານທຳ, ແຕ່ປັດຈຸບັນ ປະຊາຊົນລາວ ຈຳນວນຫຼາຍ ພັດພາກັນອອກໄປເຮັດວຽກ ຢູ່ປະເທດໄທຍ ເປັນຈຳນວນຫຼາຍ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ສິງຫາ ທີ່ຜ່ານມານີ້ວ່າ:

“ມີແຕ່ແຜນ ປັບໃຫ້ອັດຕຣາເງິນເຟີ້ຫຼຸດລົງ, ແຕ່ປະຕິບັດໂຕຈິງ ບໍ່ໄດ້ຈັກຢ່າງ. ຄືວ່າຕາມຕລາດ ບໍ່ມີກົດໝາຍອີ່ຫຍັງຄວບຄຸມ, ໄປໃສກະໄປບໍ່ໄດ້ ງົມຫາກິນ ແບບຫາເຊົ້າກິນຄ່ຳ. ໂອ້, ຝືດເຄືອງ ໄປອອກແຮງງານຢູ່ຕ່າງປະເທດ ກະບໍ່ມີຕົ້ນທຶນ ຊິແລ່ນໄປຫັ້ນນ່າ.”

ທ່ານກ່າວອີກວ່າ ຢູ່ນະຄອນຫຼວງພຣະບາງ ມີການແລກປ່ຽນເງິນຕຣາຕ່າງປະເທດ ແບບນອກລະບົບ ເປັນຈຳນວນຫຼາຍ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະບໍ່ມີການບັງຄັບໃຊ້ກົດໝາຍ ເພື່ອປາບປາມ ຢ່າງຈິງຈັງ. ສິນຄ້າໃນຕລາດ ກໍບໍ່ສາມາດຄວບຄຸມລາຄາໄດ້ ປ່ອຍໃຫ້ພໍ່ຄ້າ-ແມ່ຄ້າ ຂຶ້ນລາຄາແບບຕາມໃຈ.

ຊາວລາວອີກຜູ້ນຶ່ງ ໃນແຂວງຜົ້ງສາລີ ກ່າວວ່າ ໃນໄລຍະນີ້ ກໍພາກັນປະຢັດເຖິງທີ່ສຸດແລ້ວ ນອກຈາກນີ້, ກໍຍັງປູກພືດຜັກ, ລ້ຽງເປັດ-ລ້ຽງໄກ່ ໄວ້ກິນໃນຄອບຄົວ ເພື່ອຫຼຸດຜ່ອນການໃຊ້ຈ່າຍ ໂດຍບໍ່ຈຳເປັນ, ແຕ່ດ້ວຍສະພາບເງິນເຟີ້ຮຸນແຮງ, ເງິນກີບອ່ອນຄ່າລົງຕໍ່ເນື່ອງ ຈຶ່ງເຮັດໃຫ້ການດຳຣົງຊີວິຕ ໃນປັດຈຸບັນ ມີຄວາມຫຍຸ້ງຍາກ ແລະ ລຳບາກຫຼາຍ.

ສ່ວນມາຕການແກ້ໄຂ ບັນຫາເສຖກິຈ-ການເງິນ ຂອງຣັຖບານລາວ ທ່ານເຫັນວ່າ ຍັງເຮັດບໍ່ໄດ້ດີ ເພາະບໍ່ມີການສົ່ງເສີມ ໃຫ້ປະຊາຊົນລາວ ຜລິຕສິນຄ້າ ໃຫ້ກຸ້ມໂຕເອງໄດ້.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເວົ້າເຣື່ອງການປະຢັດ ມັດທະຍັດ ກະສຸດປະຢັດແລ້ວ, ສອງຄົນກະເກືອບບໍ່ພໍກິນ, ຫັ້ນນ່າ. ສິນຄ້າເຮົາ ສ່ວນຫຼາຍກະບ້ານເຮົາ ມັນກະບໍ່ໄດ້ຜລິຕເອງໄດ້ໝົດ, ຫັ້ນນ່າ. ກຸ້ມຕົນເອງບໍ່ໄດ້, ຊີ້ສາ.”

ຊາວລາວອີກຜູ້ນຶ່ງ ໃນແຂວງຈຳປາສັກ ກ່າວວ່າ ສະພາບເສຖກິຈ-ການເງິນ ຂອງປະເທດລາວ ໃນຕອນນີ້ ຢູ່ໃນໄລຍະທີ່ຫຍຸ້ງຍາກຫຼາຍ. ປະຊາຊົນ ບໍ່ມີວຽກເຮັດງານທຳ, ຂາດເຂີນຣາຍໄດ້, ສິນຄ້າລາຄາແພງຂຶ້ນ ກະທົບຕໍ່ການເປັນຢູ່ ຂອງປະຊາຊົນຢ່າງໜັກ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ກະໂອ້ຍ, ຫາເງິນຍາກຫຼາຍ. ຢູ່ໄປເລື້ອຍໆ ຄ້າຂາຍໄປຈັ່ງຊີ້ແລ້ວ. ມັນບໍ່ຈັກແນວຊິເຮັດແລ້ວ ຂອງແພງຫຼາຍດຽວນີ້ ມັນບໍ່ຄືເກົ່າດອກ.”

ຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ນາຍົກຣັຖມົນຕຣີລາວ ໄດ້ມີຄຳສັ່ງອອກມາຫຼາຍສບັບ ເພື່ອແກ້ໄຂ ບັນຫາເສຖກິຈ-ການເງິນ ຂອງປະເທດ, ແຕ່ການປະຕິບັດໂຕຈິງ ບໍ່ເຫັນມາຕການໃດ ຈະໄດ້ຮັບການແກ້ໄຂ ຢ່າງຈິງຈັງ ແລະ ເປັນຮູບປະທັມ ຈຶ່ງເຮັດໃຫ້ມາຕການແກ້ໄຂ ບັນຫາເສຖກິຈ-ການເງິນ ຍັງບໍ່ມີປະສິດທິພາບພຽງພໍ.

ສາເຫດທີ່ເຮັດໃຫ້ ມາຕການແກ້ໄຂ ບັນຫາເສຖກິຈ-ການເງິນ ຂອງຣັຖບານລາວ ຂາດປະສິດທິພາບ ກໍຍ້ອນເຈົ້າໜ້າທີ່ ຜູ້ທີ່ກ່ຽວຂ້ອງ ບໍ່ເຂົ້າໃຈບັນຫາ, ຂາດຄວາມຮູ້, ຂາດຄວາມຮັບຜິດຊອບ ຕໍ່ວຽກງານ. ຂະນະທີ່ຣັຖບານ ກໍໄດ້ແຕ່ມອບນະໂຍບາຍ, ຄຳສັ່ງ ແລະ ແຈ້ງການ, ແຕ່ບໍ່ລົງພື້ນທີ່ ເພື່ອຕິດຕາມ, ກວດກາ ແລະ ປະເມີນຜົລ ຕໍ່ມາຕການແກ້ໄຂບັນຫາຕ່າງໆ. ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ທາງສຳນັກງານນາຍົກນີ້ ສັ່ງມາແລ້ວ ກະບໍ່ປະຕິບັດ, ກະບໍ່ຢາກມີຄວາມຮັບຜິດຊອບປານໃດ ອັນເຣື່ອງນີ້ນ່າ. ກະຢາກໃຫ້ເພິ່ນນີ້ ສະສາງ-ແກ້ໄຂ, ມັນພົວພັນເຣື່ອງຊີວິຕການເປັນຢູ່ ຂອງປະຊາຊົນນີ້, ນີ້ນ່າ.”

ທາງດ້ານເຈົ້າໜ້າທີ່ ທນາຄານພັທນາເອເຊັຽ ຫຼື ADB ປະຈຳປະເທດລາວ ກ່າວວ່າ ປະເທດລາວ ຖືເປັນປະເທດຂນາດນ້ອຍ ທີ່ສະພາບເສຖກິຈ-ການເງິນ ບອບບາງຢູ່ແລ້ວ. ເມື່ອປະເຊີນກັບ ບັນຫາເສຖກິຈ-ການເງິນ ຕົກຕ່ຳ ຈຶ່ງບໍ່ມີແນວທາງແກ້ໄຂບັນຫາ ທີ່ມີປະສິດທິພາບສູງ ເຮັດໃຫ້ຣັຖບານລາວ ບໍ່ສາມາດຄວບຄຸມສະຖານະການໄດ້ ທັງເຣື່ອງເງິນເຟີ້, ເງິນກີບອ່ອນຄ່າ, ອັດຕຣາແລກປ່ຽນ ແລະ ການຄວບຄຸມລາຄາສິນຄ້າ.

ປັດຈັຍສຳຄັນ ທີ່ເຮັດໃຫ້ເສຖກິຈ-ການເງິນ ຂອງປະເທດລາວ ຕົກຕ່ຳ ກໍຄືແຫຼ່ງຄ້ຳປະກັນຕ່າງໆ ທັງເງິນທຶນສຳຮອງ, ຄຳສຳຮອງ ມີໜ້ອຍ ແລະ ຈຳກັດ ບໍ່ສອດຄ່ອງກັບຣາຍຈ່າຍ ຂອງປະເທດ, ໂດຍສະເພາະ ເຣື່ອງໜີ້ສິນສາທາຣະນະ, ເຊິ່ງປັດຈຸບັນ ຣັຖບານລາວ ມີໜີ້ສິນຕ່າງປະເທດ ທັງໝົດ 10.234 ຕື້ໂດ່ລ້າຣ໌ສະຫະຣັຖ ຫຼືປະມານ 68.01% ຂອງ GDP. ໃນນີ້, ຍັງບໍ່ລວມໜີ້ສິນ ຈາກທນນາຄານ ແລະ ບໍຣິສັດເອກະຊົນ ພາຍໃນປະເທດ, ອີງຕາມບົດຣາຍງານເສຖກິຈ ປະຈຳປີ 2022 ຂອງທນາຄານແຫ່ງຊາຕລາວ.

ເມື່ອຣັຖບານລາວ ບໍ່ສາມາດຊຳຣະໜີ້ສິນ ຕ່າງປະເທດໄດ້ຕາມແຜນ ຈຶ່ງເຮັດໃຫ້ແຜນພັທນາເສຖກິຈ-ສັງຄົມ ຂອງປະເທດ ເກີດການພັທນາ ທີ່ຊັກຊ້າ ເພາະຣັຖບານລາວ ຕ້ອງນຳເອົາງົບປະມານສ່ວນໃຫຍ່ ໄປຈ່າຍໜີ້ ກັບຕ່າງປະເທດ. ​ຂະນະດຽວກັນ, ຕ່າງປະເທດ ກໍເຂົ້າມາລົງທຶນໜ້ອຍລົງ ເພາະເຫັນວ່າ ສະພາບເສຖກິຈ-ການເງິນ ໃນລາວ ຍັງບໍ່ມີຄວາມແນ່ນອນ.

ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ລາວນີ້, ບັນຫາຫຼັກ ມັນກະຄືໜີ້ສິນສາທາຣະນະ ມັນຍັງສູງ, ຫັ້ນນ່າ. ມັນໄປຜູກແຂນ ໃຫ້ເຮັດຫຍັງຍາກ. ກະພາກັນແກ້ໄຂບັນຫານີ້, ດຽວນີ້, ຈຳກັດຫຼາຍໆຢ່າງ, ຫັ້ນນ່າ ເພື່ອເຮັດໃຫ້ໂຕເອງ ມີເງິນທີ່ເຫຼືອ ເອົາໄວ້ໄປຈ່າຍໜີ້ສິນ, ວ່າຊັ້ນສາ.”

ນອກຈາກນີ້, ທ່ານ ດຣ. ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີລາວ ຍັງມີຄຳສັ່ງ ໃຫ້ທນາຄານກາງ ຫຼືທນາຄານແຫ່ງ ສປປ ລາວ ຄຸ້ມຄອງການເຄື່ອນໄຫວ ທາງດ້ານການເງິນ ຂອງບັນດາທນາຄານທຸຣະກິຈ ຢ່າງໃກ້ຊິດ, ຮັບປະກັນ ບໍ່ໃຫ້ມີການປັ່ນປ່ວນ ແລະ ແລກປ່ຽນເງິນຕຣາ ທີ່ຜິດກົດໝາຍ, ແກ້ໄຂການແລກປ່ຽນເງິນຕຣາ ທີ່ບໍ່ຖືກຕ້ອງ ແລະ ດຳເນີນຄະດີ ຕໍ່ບຸກຄົນ ທີ່ຍັງເຄື່ອນໄຫວ ແລກປ່ຽນເງິນຕຣາ ແບບຊະຊາຍ ພ້ອມທັງຕິດຕາມກຸ່ມເປົ້າໝາຍ ທີ່ມີການນຳໃຊ້ບັນຊີສ່ວນຕົວ ເຂົ້າໃນການແລກປ່ຽນເງິນຕຣາ ແບບຜິດກົດໝາຍ.

ກ່ອນໜ້ານີ້, ທ່ານ ດຣ. ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີລາວ ກໍໄດ້ອອກຄຳສັ່ງ ໃຫ້ສືບຕໍ່ຄຸ້ມຄອງເງິນຕຣາຕ່າງປະເທດ ໃຫ້ເຂັ້ມງວດ, ຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ ຂອງງົບປະມານ, ການປະຢັດ ແລະ ຕ້ານການຟຸມເຟືອຍ, ໂດຍສະເພາະການນຳໃຊ້ຣົຖ ຂອງຣັຖ, ເຊິ່ງເປັນຫົວຂໍ້ສຳຄັນ ທີ່ຣັຖບານລາວ ຕ້ອງເຄັ່ງຮ້ອນ ໃນການແກ້ໄຂບັນຫາ.

ສຳລັບໜ່ວຍງານ ຂອງຣັຖບານລາວ ໃນທົ່ວປະເທດ ຈຳເປັນທີ່ຈະຕ້ອງໄດ້ປ່ຽນວິທີການ ໃນການຈັດເກັບຣາຍຮັບ ເຂົ້າງົບປະມານ ມາເປັນແບບລະບົບທັນສໄມ ເພື່ອປ້ອງກັນ ບໍ່ໃຫ້ງົບປະມານ ເກີດການຮົ່ວໄຫຼ ຈົນນຳໄປສູ່ບັນຫາ ການຈັດເກັບຣາຍຮັບ ເຂົ້າງົບປະມານ ບໍ່ໄດ້ຕາມຄາດໝາຍ ຄືໃນປັດຈຸບັນນີ້.

ທາງດ້ານ ສູນສະຖິຕິແຫ່ງຊາຕລາວ ຍັງໄດ້ຣາຍງານໃຫ້ຮູ້ວ່າ ອັດຕຣາເງິນເຟີ້ໃນລາວ ປະຈຳເດືອນສິງຫານີ້ ຢູ່ໃນລະດັບ 25.9% ຫຼຸດລົງຈາກ ເດືອນກໍຣະກະດາ ທີ່ຢູ່ໃນລະດັບ 27.8%. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.