ປັດຈຸບັນ ຢູ່ພາກເໜືອຂອງລາວ ທີ່ຕິດແລະໃກ້ກັບປະເທດຈີນ ເປັນຕົ້ນແຂວງຫຼວງນໍ້າທາ, ບໍ່ແກ້ວ ແລະແຂວງອຸດົມໄຊ ມີປ້າຍ ໂຄສະນາພາສາຈີນຫຼາຍຂຶ້ນ, ປ້າຍຈໍານວນນຶ່ງ ບໍ່ຖືກຕ້ອງຕາມກົດຣະບຽບ ຂອງລາວ ໂດຍສະເພາະ ປ້າຍໂຄສະນາ ທີ່ມີແຕ່ ພາສາຈີນ ເຮັດໃຫ້ຄົນລາວ ທົ່ວໄປບໍ່ສາມາດອ່ານ ແລະເຂົ້າໃຈໄດ້ ໂດຍທີ່ຈີນ ບໍ່ຄໍານຶງເຖິງວ່າທີ່ນີ້ ເປັນປະເທດລາວ ບໍ່ແມ່ນ ປະເທດຈີນ, ປ້າຍຈໍານວນນຶ່ງ ມີພາສາລາວນໍາ ແຕ່ກໍຂຽນບໍ່ຖືກ ເຮັດໃຫ້ປະຊາຊົນລາວຫຼາຍຄົນ ຢູ່ທາງພາກເໜືອ ບໍ່ຢາກໃຫ້ມີ ປ້າຍພາສາຈີນໃນລາວ ຫຼາຍເກີນໄປ ຍ້ອນຮູ້ສຶກວ່າ ປະເທດລາວ ຈະກາຍເປັນເມືອງຈີນ, ບໍ່ເປັນປະເທດລາວ, ດັ່ງຊາວບ້ານຢູ່ ແຂວງອຸດົມໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 1 ມິນາ ນີ້ວ່າ:
“ມີ ມີຢູ່ ບາງອັນນີ້ກໍບໍ່ມີພາສາລາວ ເລີຍ ເປັນພາສາຈີນໂດຍກົງເລີຍນ່າ ຂຽນພາສາຈີນເລີຍ ບໍ່ຂຽນພາສາລາວຈັກໜ້ອຍເລີຍ ວ່າແນວໃດເຮົາກະບໍ່ຮູ້ເນາະ ຢູ່ປະເທດເຮົາແທ້ໆ ຕີເປັນພາສາຈີນໝົດ ເວົ້າແປມັນກະບໍ່ຖືກຫັ້ນແຫລະ ຖ້າວ່າເປັນໄປໄດ້ ຫ້ອງການທີ່ກ່ຽວຂ້ອງ ກະລົງສົມທົບ ຢາກໃຫ້ກວດກາແລ້ວໂຕນີ້ເນາະ.”
ໃນຂນະດຽວກັນ ຊາວບ້ານຢູ່ແຂວງບໍ່ແກ້ວ ທ່ານນຶ່ງ ກໍເວົ້າກ່ຽວກັບເຣື່ອງດັ່ງກ່າວ ໃນມື້ດຽວກັນນີ້ວ່າ ເມື່ອປີ 2019 ເຈົ້າໜ້າທີ່ໄດ້ ຮື້ຖອນປ້າຍໂຄສະນາ ເປັນພາສາຈີນທີ່ບໍ່ຖືກຕ້ອງ ອອກເປັນຈໍານວນຫລາຍ, ແຕ່ໃນປັດຈຸບັນ ກໍຍັງມີປ້າຍພາສາຈີນ ທີ່ບໍ່ຖືກຕ້ອງ ນັ້ນຫລາຍຢູ່ ເພາະວ່າຢູ່ເຂດບໍ່ແກ້ວນີ້ ມີນັກລົງທຶນຈີນ ເຂົ້າມາຫລາຍຂຶ້ນນັບມື້ ເຮັດໃຫ້ຄົນຈີນນໍາເອົາ ວັທນະທັມຂອງຈີນ ເຂົ້າມາ ລາວຫລາຍຂຶ້ນ ໂດຍບໍ່ຄໍານຶງເຖິງເອກກະລັກ ຂອງວັທນະທັມ ແລະພາສາລາວ ແລະວ່າໃນອະນາຄົດຄາດວ່າ ລາວຈະກາຍເປັນ ປະເທດຈີນ ເພາະມີ ຄົນຈີນຫລາຍຂຶ້ນ ພາສາຈີນກໍເພິ່ມຂຶ້ນ ດັ່ງທີ່ທ່ານກ່າວວ່າ:
“ສ່ວນຫລາຍດຽວນີ້ ມັນເປັນພາສາຈີນແຫລະ ຄົນຈີນມັນຫລາຍນີ໋. ຖ້າບໍ່ຕິດພາສາຈີນ ກໍຈີນບໍ່ຮູ້ເຣື່ອງ ຫ້ອງພັກບໍ່ຫ້ອງແຖວບໍ໋ ໂຮງແຮມສ່ວນຫຼາຍເຂົາ ຈະຕິດພາສາຈີນນໍາໝູ່ນັ້ນ ເພາະວ່າຄົນຈີນ ມັນມາລົງທຶນຫລາຍ ເຂົາກໍເອົາຣົດນິຍົມຂອງຈີນ ຄາດວ່າ ເຊັ່ນລູກເຊັ່ນຫລານ ມັນກໍຈະກາຍເປັນປະເທດຈີນແລ້ວ.”
ຢູ່ແຂວງຫລວງນໍ້າທາ ກໍມີປ້າຍເປັນພາສາຈີນ ຫລາຍຄືກັນ ຊຶ່ງສ່ວນໃຫຍ່ຈະຢູ່ເຂດນອກ ໃກ້ຊາຍແດນຈີນ ແລະພາຍໃນເຂດ ເສຖກິດພິເສດບໍ່ເຕັນ, ມີແຕ່ພາ ສາຈີນ ບໍ່ມີພາສາລາວ ເລີຍ, ແຕ່ໂດຍທົ່ວໄປ ສ່ວນຫລາຍແມ່ນພາສາຈີນ ຢູ່ທາງເທິງ ແລະ ພາສາລາວຢູ່ທາງລຸ່ມ ດັ່ງຊາວບ້ານຢູ່ແຂວງຫລວງນໍ້າທາ ທ່ານນຶ່ງເວົ້າວ່າ:
“ສ່ວນຫຼາຍນະ ກໍມີພາສາຈີນ ພາສາລາວ ຢູ່ນໍາກັນ. ໂຕພາສາລາວຢູ່ລຸ່ມ ສ່ວນໜ້ອຍຈະມີເປັນພາສາຈີນ ເປັນປ້າຍບໍຣິສັດສົມມຸດ ວ່າເຈົ້າເປັນບໍຣິສັດ ເຈົ້າກໍອອກຊື່ເຈົ້າຂອງ ເປັນພາສາຈີນ ຄົນຈີນເນາະສ່ວນຫລາຍ ຊາວບ້ານທັມດາ ອ່ານບໍ່ອອກແຫລະ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກຖແລງຂ່າວວັທນະທັມ ແລະທ່ອງທ່ຽວ ແຂວງຫຼວງນໍ້າທາທ່ານນຶ່ງ ຜູ້ຂໍສງວນຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 1 ມິນານີ້ວ່າ ໃນປີ 2020 ທີ່ຜ່ານມາ ເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ລົງກວດກາ ແລະມ້າງປ້າຍ ໂຄສະນາຕ່າງໆ ທີ່ໃຊ້ແຕ່ພາສາຈີນພາສາດຽວ ບໍ່ຮູ້ຈໍານວນຄັກແນ່ ແຕ່ກວມເອົາປະມານ 10-20% ຂອງ ຈໍານວນປ້າຍທັງໝົດ ຊຶ່ງສ່ວນໃຫຍ່ເປັນປ້າຍໂຄສະນາ ຮ້ານອາຫານ.
ທ່ານເວົ້າວ່າ ສໍາລັບປີນີ້ ກໍມີແຜນ ທີ່ຈະລົງໄປກວດກາຢູ່ ແລະຄາດວ່າ ຍັງມີປ້າຍຈໍານວນນຶ່ງ ທີ່ບໍ່ຖືກຕ້ອງ ຍ້ອນມີນັກລົງທຶນ ຈີນເຂົ້າມາຕັ້ງຮ້ານ ຕິດປ້າຍຕາມໃຈມັກ ບໍ່ໄດ້ມາພົວພັນ ກັບເຈົ້າໜ້າທີ່ພາກສ່ວນ ທີ່ກ່ຽວຂ້ອງ ແລະວ່າ ຕາມຄວາມເປັນຈິງແລ້ວ ການມາລົງທຶນໃນລາວ ກໍຕ້ອງຮູ້ກົດໝາຍລາວ ທັງໃນເຣື່ອງການຕິດປ້າຍ ໂຄສະນານໍາດ້ວຍ ດັ່ງທີ່ທ່ານ ກ່າວວ່າ:
“ສໍາລັບປີຜ່ານມາຫັ້ນແຫລະ ກໍມີຫລາຍຢູ່ 10-20% ນີ້ແຫລະ. ສ່ວນຫລາຍກະເມືອງ ນໍ້າທານີ໋ແຫລະ ຫລາຍຍ່າ ສ່ວນຫລາຍ ກະນັກທຸຣະກິດຈີນ ມາລົງທຶນເຂົາເຈົ້າກະບໍ່ເຂົ້າໃຈ ເຮັດໄປເລີຍອັນປ້າຍ ມາຂຶ້ນປ້າຍເອງຫັ້ນນະ 1. ກໍຍ້ອນການປະສານງານກັນ ແນ່ຫັ້ນແຫລະ ເຂົາເຈົ້າກະບໍ່ໄປພົວພັນພາກສ່ວນ ທີ່ກ່ຽວຂ້ອງ.”
ເຈົ້າໜ້າທີ່ຜແນກຖແລງຂ່າວ, ວັທນະທັມແລະທ່ອງທ່ຽວ ແຂວງບໍ່ແກ້ວທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງຄືກັນນັ້ນກໍກ່າວວ່າ ໃນປີ 2021 ນີ້ ກໍມີແຜນທີ່ຈະລົງໄປກວດກາຢູ່ທົ່ວ ເມືອງຕົ້ນເຜິ້ງ ເພາະປີທີ່ຜ່ານມາໄດ້ກວດພົບ ແລະມ້າງປ້າຍໂຄສະນາ ທີ່ບໍ່ຖືກຕ້ອງ ອອກໄດ້ປະມານ 300 ປ້າຍ ຊຶ່ງສ່ວນໃຫຍ່ເປັນປ້າຍ ພາສາຈີນ ບໍ່ມີພາສາລາວ ດັ່ງທີ່ທ່ານ ກ່າວວ່າ:
“ໄລຍະປີທີແລ້ວນີ້ພວກເຮົາ ກະໄດ້ຮື້ຖອນ ໄດ້ປະຕິບັດຈໍານວນນຶ່ງແລ້ວ ທັງໝົດ 300 ກວ່າປ້າຍນ່າ ປ້າຍທີ່ຕົວໜັງສືຫັ້ນ ບໍ່ມີ ພາສາລາວ ມັນບໍ່ຖືກຕາມຣະບຽບການມັນຢູ່ ເມືອງຕົ້ນເຜິ້ງຫລາຍນ່າ ຈຸດເຊື່ອມຕໍ່ກັບເຂດເສຖກິດຫັ້ນ ຕັ້ງປ້າຍຫັ້ນບໍ່ໄດ້ຜ່ານ ໄທເຮົາເນາະ.”
ທ່ານກ່າວຕື່ມວ່າ ປ້າຍໂຄສະນາທີ່ຖືກຕ້ອງ ຕ້ອງເປັນປ້າຍທີ່ຂຽນພາສາລາວ ນໍາໜ້າກ່ອນ ແລ້ວຈຶ່ງຂຽນພາສາອື່ນ ເພາະມັນເປັນ ກົດລະບຽບຂອງລາວ. ແຕ່ກໍຍັງມີຄົນຈີນ ຈໍານວນນຶ່ງ ບໍ່ປະຕິບັດຕາມ ຫລືສ່ວນນຶ່ງເປັນຍ້ອນວ່າສື່ສານກັນບໍ່ເຂົ້າໃຈ ຈຶ່ງເຮັດໃຫ້ຍັງ ມີປ້າຍພາສາຈີນ ທີ່ບໍ່ຖືກຕ້ອງນັ້ນຢູ່. ແຕ່ເມື່ອເຈົ້າໜ້າທີ່ກວດພົບ ກໍຈະຕັກເຕືອນ ເຈົ້າຂອງຮ້ານໃຫ້ແກ້ໄຂ, ຖ້າຍັງບໍ່ປະຕິບັດຕາມ ກໍຈະມ້າງປ້າຍນັ້ນທັນທີ.