ຂົວມິຕພາບ ລາວ-ໄທ ແຫ່ງທີ 4

0:00 / 0:00

ທາງການລາວ ຈະເຂັ້ມງວດ ນໍ້າໜັກ ຣົດບັນທຸກ ຂອງ ຈີນ ແລະ ໄທ ທີ່ຜ່ານຂົວ ມິຕພາບ ລາວ-ໄທ ແຫ່ງທີ 4.

ເຈົ້າໜ້າທີ່ ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ຂອງລາວ ທ່ານນຶ່ງ ເວົ້າໃນວັນທີ 1 ພຶສພາ 2013 ນີ້ວ່າ ຫາກຂົວ ມິຕພາບ ລາວ-ໄທຍ໌ ແຫ່ງທີ 4 ເປີດໃຊ້ ແລ້ວ ຈະອະນຸຍາດ ໃຫ້ຣົດບັນທຸກ ສິນຄ້າ ໄທຍ໌ ແລະ ຈີນ ແລ່ນ ຜ່ານ ແຕ່ກໍຕ້ອງ ກໍານົດນໍ້າໜັກ:

"ກະແນ່່ນອນ ມັນ ກໍຕ້ອງ ແລ່ນຜ່ານ ໄດ້ແຫລະ ລົດທຸກຊນິດ ສາມາດ ແລ່ນຜ່ານໄດ້ ບໍ່ນ່າ ຈະມີຂໍ້ຫ້າມ ຂໍ້ບັງຄັບຫຍັງ ກໍມີແຕ່ເຣື່ອງ ກໍານົດ ນໍ້າໜັກ ຣົດບັນທຸກ ຜ່ານຫັ້ນ ສູງສຸດ ເທົ່າໃດ ອັນນັ້ນ ມັນຕ້ອງມີ".

ທ່ານເວົ້າ ຕໍ່ໄປວ່າ ເປົ້າໝາຍ ສໍາຄັນ ຂອງ ການສ້າງຂົວ ແຫ່ງນີ້ ກໍແມ່ນເພື່ອ ສົ່ງເສີມ ການຄ້າ ການສົ່ງອອກ ຂອງ ພາກສ່ວນ ທຸຣະກິດ 3 ປະເທດ ຄື: ລາວ, ໄທຍ໌ ແລະ ຈີນ ຜ່ານຖນົນ R3A. ປັດຈຸບັນ 2 ປະເທດ ລາວແລະໄທຍ໌ ກໍມີ ດ່ານສາກົນ ຢູ່ ເມືອງຫ້ວຍຊາຍ ແລະ ເມືອງຊຽງຂອງ ແລ້ວ.

ທ່ານວ່າ ຫາກຂົວເປີດ ໃຊ້ແລ້ວ ອາດຈະເຮັດໃຫ້ ການຂົນສົ່ງ ສິນຄ້າ ທາງ ເຮືອ ຈາກ ຊຽງແສນ ແຂວງຊຽງຮາຍ ຂອງໄທຍ໌ ມາ ແຂວງບໍ່ແກ້ວ ໜ້ອຍລົງ ຍ້ອນຄ່າ ຂົນສົ່ງ ແພງກວ່າ ແລະ ໃຊ້ເວລາດົນ ກວ່າອີກ. ປັດຈຸບັນ ຂົວມິຕພາບ ລາວ-ໄທຍ໌ ແຫ່ງທີ 4 ສ້າງເກືອບ ວ່າຈະສໍາເຣັດ ແລ້ວ. ບໍຣິສັດ ຮັບເໝົາ ກໍ່ສ້າງວ່າ ຈະສ້າງ ໃຫ້ແລ້ວ ພາຍໃນເດືອນ ມິຖຸນາ ແລະ ຈະມີພິທີ ເປີດໃຊ້ ຢ່າງເປັນທາງການ ໃນເດືອນ ກັນຍາ ທີ່ ຈະມາເຖິງນີ້.