ຂ.ອັດຕະປືເລື່ອນມື້ປະມູນ ໄມ້
2017.10.11

ທາງການແຂວງອັດຕະປື ໄດ້ເລື່ອນມື້ ເປີດຊອງປະມູນໄມ້ ທີ່ຍຶດໄດ້ 1,394 ແມັດກ້ອນ ຈາກວັນທີ 10 ຕຸລາ ໄປເປັນວັນທີ 17 ຕຸລາ 2017 ຍ້ອນເອົາໄມ້ ທີ່ຍຶດໄດ້ ຢູ່ດ່ານພູເກືອ ໃນຣົດ 13 ຄັນ ຈໍານວນ 661 ແມັດກ້ອນ ທີ່ວ່າຈະເປີດຊອງປະມູນ ໃນມື້ວັນທີ 10 ຕຸລາ ນັ້ນມາຮວມກັນກັບໄມ້ 733 ແມັດກ້ອນ ຈາກຣົດ 14 ຄັນ ມາເປີດຊອງປະມູນ ນຳກັນເທື່ອດຽວ. ຕາມຄຳສັ່ງຂອງ ກະຊວງອຸດສາຫະກັມ ແລະການຄ້າ. ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງອັດຕະປື ເວົ້າໃນວັນທີ 10 ຕຸລາ ນີ້ວ່າ:
"ວັນທີ 17 ເພີ່ນສິເປີດພ້ອມກັນເລີຍ ຕາມແຈ້ງການນີ້ ແມ່ນມື້ເປີດນໍ ກະຊວງເພີ່ນຫັ້ນໃຫ້ ໄດ້ເປີດມື້ດຽວ ເພາະວ່າເພີ່ນສິລົງມາຮ່ວມນຳ 661 ກັບ 733, 27 ຄັນ ທັງໝົດ".
ທ່ານກ່າວຕື່ມອີກວ່າ ປັດຈຸບັນ ມີບໍຣິສັດຊື້ຊອງປະມູນ ໄປແລ້ວປະມານ 10 ບໍຣິສັດ ຊຶ່ງສ່ວນຫລາຍແມ່ນ ບໍຣິສັດລາວ ຢູ່ແຂວງອັດຕະປື ແລະທາງການ ຍັງເປີດໂອກາດ ໃຫ້ບໍຣິສັດ ທີ່ມີທະບຽນ ຖືກຕ້ອງ ແລະ ມີໂຮງງານປຸງແຕ່ງໄມ້ ເທົ່ານັ້ນ ມາຊື້ຊອງ ປະມູນໄປຈົນເຖິງ ມື້ວັນທີ 16 ຕຸລານີ້.
ເມື່ອເດືອນມິຖຸນາ ທີ່ຜ່ານມາ ທາງການ ແຂວງອັດຕະປື ໄດ້ຈັດການປະມູນໄມ້ ທີ່ຍຶດໄດ້ໄປເທື່ອນຶ່ງແລ້ວ ຈຳນວນ 13 ພັນ ແມັດກ້ອນ ຊຶ່ງຜູ້ຊະນະການປະມູນ ແມ່ນ ນັກທຸຣະກິດລາວ ແຕ່ຖືກສັ່ງຍົກເລີກ ສັນຍາປະມູນ ແລະ ຍຶດໄມ້ຄືນ ເພື່ອທຳການ ປະມູນໃໝ່ ຍ້ອນເຂົາ ບໍ່ປະຕິບັດ ຕາມຂັ້ນຕອນຂອງ ສັນຍາ, ບໍ່ຈ່າຍເງິນ ຈຳນວນ 7 ຕື້ກີບ. ສຳລັບເຣຶ່ອງໄມ້ 1,394 ແມັດກ້ອນ ທີ່ຍຶດໄດ້ຈາກຣົດ 27 ຄົນ ຊຶ່ງຈະຂົນ ໄປວຽດນາມນັ້ນ ມາຖິງປັດຈຸບັນ ທາງການ ສປປລາວ ກໍຍັງບໍ່ທັນ ມີການເປີດເຜີຍ ຣາຍລະອຽດ ຂອງການສືບສວນສອບສວນ ນັ້ນໃຫ້ສາທາຣະນະຊົນ ຮູ້ເທື່ອ ແລະທັງຍັງບໍ່ຮູ້ວ່າ ແມ່ນໃຜເປັນເຈົ້າຂອງໄມ້ ຈຳນວນ ດັ່ງກ່າວນັ້ນ.