ໂຄງການ ທາງດ່ວນ ລາວ-ຈີນ ໄລຍະ 4 ຈະກວມເອົາດິນປະຊາຊົນ

0:00 / 0:00

ປະຊາຊົນຈໍານວນໜຶ່ງ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ເວົ້າວ່າ ໂຄງການກໍ່ສ້າງທາງດ່ວນ ລາວ-ຈີນ ໄລຍະ 4 ທີ່ເຊື່ອມຕໍ່ລະຫວ່າງ ແຂວງອຸດົມໄຊ ແລະດ່ານສາ ກົນບໍ່ເຕັນ ແຂວງຫຼວງນໍ້າທາ ໄດ້ສົ່ງພະນັກງານໄປສົມທົບ ກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄປສໍາຫຼວດ ແລະວັດແທກດິນ ຂອງຊາວບ້ານຢູ່ບາງເຂດ ທີ່ຄາດວ່າ ແລວທາງນັ້ນຈະຜ່ານ ໂດຍສະເພາະໃນເຂດເມືອງນາໝໍ້ ເມື່ອກ່ອນໜ້ານີ້. ຊາວບ້ານ ຈໍານວນໜຶ່ງເວົ້າວ່າ ທາງໂຄງການ ມີແຜນທີ່ຈະກວມເອົາດິນຂອງພວກເຂົາເຈົ້າ ແຕ່ຍັງບໍ່ທັນໄດ້ຕົກລົງກັນລາຍລະອຽດ ເລື່ອງຄ່າຊົດເຊີຍເທື່ອ ດັ່ງຊາວບ້ານຢູ່ເມືອງນາໝໍ້ນາງໜຶ່ງ ເວົ້າຕໍ່ວິທະຍຸເອເຊັຽເສຣີ ໃນມື້ວັນທີ 26 ກໍລະກົດນີ້ວ່າ:

" ນາຫມໍ້ ໂອ ຖືກດິນເອື້ອຍແດ່ ໂອ ບໍ່ເວົ້າເລື້ອງເງິນເລື້ອງທອງເທື່ອນ່າ ເຂົາສໍາຫລວດໄປນີ້ຖືກດິນສວນເອື້ອຍ. ໂອ ບໍ່ຖືກເອື້ອຍໄດ ຖືກດິນສວນປະມານ 3 ເຮັກຕ້າຣ໌ນີ້ແຫລະ ຂອງເອື້ອຍນະ ໄປອອກທາງບໍ່ເຕັນ ຜ່ານມາຖືກໝົດແຫລະ. ເຂດນາຫມໍ້, ນາດອງ. ເຂດໃນເມືອງນາຫມໍ້ນີ້ ກະຖືກມາໝົດແຫລະ. "

ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າໜ້າທີ່ພະແນກແຜນການ ແລະການລົງທຶນ ແຂວງຫຼວງນໍ້າທາທ່ານໜຶ່ງ ໄດ້ກ່າວຕໍ່ວິທະຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ລັດຖະບານລາວໄດ້ອະນຸມັດໂຄງການ ກໍ່ສ້າງທາງດ່ວນລາວ-ຈີນ ໄລຍະ 4 ຊຶ່ງມີຄວາມຍາວ 63 ກິໂລແມັດ ທີ່ຄາດວ່າ ຈະເລີ່ມສຶກສາ ສໍາຫຼວດຄວາມເປັນໄປໄດ້ໃນມໍ່ໆນີ້, ແຕ່ຍັງບໍ່ຮູ້ວ່າ ຈະເລີ່ມກໍ່ສ້າງເມື່ອໃດແທ້ ຫຼືຈະເປັນທ້າຍປີນີ້ ຫຼືບໍ່ ກໍຍັງບໍ່ຮູ້ ດັ່ງທີ່ທ່່ານກ່າວວ່າ:

" ໂອ ຍັງບໍ່ໄດ້ລົງອິຫຍັງເທື່ອໄດ ບໍ່ໄດ້ລົງມືກໍ່ສ້າງເທື່ອ ບໍ່ແນ່ໃຈວ່າເຂົາເຈົ້າສິເຮົດ ລົງມືທ້າຍປີນີ້ບໍ່ ຫລືວ່າແນວໃດຫັ້ນນ່າ ບໍ່ໄດ້ເຫັນເຊັນສັນຍາກັນເທື່ອນ່າ. "

ແຕ່ຊາວບ້ານຢູ່ເມືອງນາໝໍ້ ອີກຜູ້ໜຶ່ງກໍເວົ້າວ່າ ຕົນເຊື່ອວ່າ ໂຄງການດັ່ງກ່າວ ຈະຕ້ອງກວມເອົາດີນປະຊາຊົນຢ່າງແນ່ນອນ ແຕ່ກໍບໍ່ແນ່ໃຈວ່າ ແລວທາງດ່ວນນັ້ນ ຈະຕັດຜ່ານເຂດໃດແດ່ ແລະຈະກວມເອົາຂອງຕົນນໍາ ຫຼືບໍ່, ມີແຕ່ໄດ້ຍິນຂ່າວ ກ່ຽວກັບເລື່ອງທີ່ວ່ານັ້ນ.

" ແມ່ນແຫລະ ໄດ້ຍິນຂ່າວວ່າແນວນັ້ນແຫລະ ແນ່ນອນຢູ່ແລ້ວ ກໍຍັງບໍ່ຮູ້ແລວເທື່ອນ່າ ເຂົາສໍາຫລວດສໍາຫລວດຫລາຍເສັ້ນນາ ຈັກເຂົາສິເອົາທາງໃດແທ້ ບໍ່ຮູ້ນ່າ ກໍຈັ່ງວ່າບໍ່ຮູ້ເທື່ອໃດອັນນີ້. "

ປະຊາຊົນ ຢູ່ເມືອງນາໝໍ້ອີກຜູ້ໜຶ່ງ ກໍເວົ້າວ່າ ຮູ້ພຽງແຕ່ວ່າ ຈະມີໂຄງການທາງດ່ວນ ຜ່ານເຂດບ້ານຂອງຕົນ ແຕ່ຍັງບໍ່ທັນເຫັນເພີ່ນມາວັດແທກດິນເທື່ອ ແລະວ່າ ເມື່ອກ່ອນໜ້ານີ້ ກໍເຄີຍຖືກໂຄງການ ທາງລົດໄຟລາວ-ຈີນ ໄດ້ກວມເອົາດິນຂອງຕົນໄປແລ້ວ ແລະກໍອາດຈະຖືກໂຄງການທາງດ່ວນນີ້ ມາກວມເອົາດິນໄປຕື່ມອີກກໍເປັນໄດ້.

" ກໍຈັ່ງວ່າ ບາງເທື່ອວ່າ ເຂົາກະວ່າຈັ່ງຊັ້ນແຫລະ ແຕ່ວ່າຖືກບໍ່ຖືກກະຍັງບໍ່ໄດ້ມາແທກ ກະບໍ່ໄດ້ວ່າຫຍັງເທື່ອນ່າ ເຂົາວ່າເປົ້າໝາຍເຂົາຊິມາທາງນັ້ນແຫລະ ແຕ່ວ່າເຮົາກະຍັງບໍ່ທັນຮູ້ເທື່ອ ອ້າຍກະຖືກທາງລົດໄຟຖືກນາ ແລ້ວກະເຂົາຊົດເຊີຍໃຫ້ປະມານ 700 –800 ລ້ານກີບນີ້ແຫລະ. "

ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບເລື່ອງທີ່ວ່ານັ້ນ ວິທະຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການປົກຄອງເມືອງນາໝໍ້ ແຕ່ເຈົ້າໜ້າທີ່ທີ່ຮູ້ເລື່ອງນີ້ ຍັງບໍ່ສະດວກທີ່ຈະໃຫ້ຄໍາເຫັນໄດ້ເທື່ອ.

ຕໍ່ໂຄງການທາງດ່ວນສາຍນີ້ ຜູ້ປະກອບການນໍາທ່ຽວ ຢູ່ແຂວງອຸດົມໄຊຄົນໜຶ່ງເວົ້າວ່າ ຊາວບ້ານຈໍານວນໜຶ່ງເຫັນວ່າ ເປັນເລື່ອງດີ ຍ້ອນຈະເຮັດໃຫ້ການເດີນ ທາງໄປ-ມາ ແລະການຂົນສົ່ງສິນຄ້າລະຫວ່າງລາວ ແລະຈີນ ສະດວກຫຼາຍຂື້ນ ຍ້ອນການໄປ-ມາ ຕາມເສັ້ນທາງເລກທີ 13 ໃນປັດຈຸບັນ ຂ້ອນຂ້າງລໍາບາກຫຼາຍ, ລົດບັນທຸກ 22 ລໍ້ແລ່ນຫຼາຍ ທາງເປ່ເພ.

" ດີຕໍ່ການເດີນ ທາງ ມັນຈະລະບາຍລົດນ້ອຍ ລົດນ້ອຍມັນຈະບໍ່ໄດ້ແລ່ນຄູ່ກັບລົດໃຫຍ່ ແລ້ວຫັ້ນນ່າ ລົດບັນທຸກຫັ້ນນ່າ ກໍຈະເຮັດໃຫ້ການເດີນທາງນີ້ ມັນໄວຂຶ້ນກວ່າເກົ່າ ມັນແລ່ນເວລາໄປເຈິະລົດ 22 ລໍ້ຢູ່ທາງໂຄ້ງ ທາງມັນຈະແຄບ ບໍ່ສະດວກ ຄັນຖ້າມີທາງດ່ວນກະຈະສະດວກ ກວ່າເກົ່າ. "

ສໍາລັບໂຄງການກໍ່ສ້າງທາງດ່ວນລາວ-ຈີນ ແຕ່ນະຄອນຫຼວງວຽງຈັນ ໄປຫາດ່ານສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ປັດຈະບັນ ເປີດໃຊ້ແລ້ວ ໄລຍະທີ 1 ທາງຍາວ 109 ກິໂລແມັດ ແຕ່ນະຄອນຫຼວງວຽງຈັນ ໄປຫາເມືອງວັງວຽງ ແຂວງວຽງຈັນ. ສ່ວນໂຄງການ ໄລຍະ 2 ທາງຍາວ 136.90 ກິໂລແມັດ ແຕ່ເມືອງວັງວຽງ ໄປຫາແຂວງຫຼວງພຣະບາງ ແລະໄລຍະທີ 3 ທາງຍາວ 116.58 ກິໂລແມັດ ແຕ່ແຂວງຫຼວງພຣະບາງ ໄປຫາແຂວງອຸດົມໄຊ ບໍ່ທັນໄດ້ກໍ່ສ້າງ ຍັງຢູ່ໃນລະຫວ່າງ ການກວດກາສັນຍາຄືນ.

ໂຄງການກໍ່ສ້າງທາງດ່ວນລາວ-ຈີນນີ້ ເປັນໂຄງການຮ່ວມລົງທຶນ ລະຫວ່າງລັດຖະບານລາວ ທີ່ຖືຮຸ້ນພຽງ 5% ແລະກຸ່ມບໍລິສັດກໍ່ສ້າງ ແລະການລົງທຶນຢູນນານ (YCIH) ຂອງຈີນ ຖືຮຸ້ນຫຼາຍເຖິງ 95%. ໂຄງການນີ້ ຄາດວ່າຈະໃຊ້ງົບປະມານ 6 ຕື້ໂດລ້າສະຫະລັດ, ເມື່ອສ້າງແລ້ວ ຈະຖືກບໍລິຫານໃນຮູບແບບ BOT, ໄລຍະສໍາປະທານ 50 ປີ. ຫຼັງຈາກນັ້ນ ຈະຖືກມອບໃຫ້ລັດຖະບານລາວ ເປັນຜູ້ຄຸ້ມຄອງ.