0:00 / 0:00
ເຫດການ ເຂື່ອນ ເຊກະໝານ3 ຢູ່ ແຂວງເຊກອງ ແຕກ ເຮັດໃຫ້ ມີສຽງ ວິພາກວິຈານ ຫຼາຍສິ່ງ ຫຼາຍຢ່າງ ໂດຍສະເພາະ ບໍ່ໝັ້ນໃຈ ໃນ ມາຕຖານ ການກໍ່ສ້າງ ແລະ ຢາກຮູ້ວ່າ ຣັຖບານ ຈະມີວິທີ ປ້ອງກັນ ແນວໃດ.
ພໍແຕ່ມີຂ່າວອອກມາ ໃນວັນທີ 17 ທັນວາ 2016 ນີ້ວ່າ ອຸມົງ ຂອງເຂື່ອນໄຟຟ້າ ເຊກະໝານ-3 ຢູ່ບ້ານ ດາກຣາ ເມືອງດາກຈຶງ ແຂວງ ເຊກອງ ທີ່ຫາກໍເປີດໃຊ້ ປະມານ 3 ປີນີ້ ແຕກ ຊຶ່ງຂ່າວນີ້ແມ່ນ ຢູ່ໃນໜ້າ ເຟສບຸກ ສໍານັກຂ່າວສານ ປະເທດລາວ ເຮັດໃຫ້ ຊາວລາວ ເຂົ້າໄປອ່ານ ຂ່າວນີ້ ເປັນຈໍານວນຫຼາຍ ຜິດປົກກະຕິ. ສົມເນ ມີຂໍ້ຄວາມ ທີ່ສັງຄົມ ວິພາກ ວິຈານກັນ ມາສເນີທ່ານ.