ໂຄງການທາງດ່ວນຈ່າຍຄ່າ ຊົດເຊີຍ

ໄຊຍາ
2018.09.24
F-Phonhong ເສັ້ນທາງ ເລຂທີ 13 ຈາກ ເມືອງໂພນໂຮງ ໄປຫາ ຫີນເຫີບ
RFA/AS

ເມື່ອທ້າຍອາທິດທີ່ຜ່ານມາ ບໍຣິສັດຮ່ວມມືພັທນາທາງດ່ວນ ລາວ-ຈີນ ຈຳກັດ, ບໍຣິສັດທີ່ປຶກສາ ດ້ານສິ່ງແວດລ້ອມຈຳກັດ ແລະທາງການ ແຂວງວຽງຈັນ ໄດ້ມອບຄ່າຊົດເຊີຍ 11 ຕື້ກີບ ໃຫ້ປະຊາຊົນ 80 ຄອບຄົວ ໃນຈຳນວນ 13 ບ້ານ ຢູ່ເມືອງໂພນໂຮງ ທີ່ຖືກຜົລກະທົບ ຈາກໂຄງການ ສ້າງທາງດ່ວນ ນະຄອນຫລວງ ວຽງຈັນ ຫາ ເມືອງວັງວຽງ. ດັ່ງ ຍານາງ ອິນຄຳ ພັນດາລາ ເຈົ້າເມືອງ ເມືອງໂພນໂຮງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 24 ກັນຍາ ນີ້ວ່າ:

"ຊົດເຊີຍຫັ້ນຈຳນວນ 13 ບ້ານແລ້ວສ່ວນຫລາຍ ບໍ່ໄດ້ຢ້ານເພາະວ່າ ທາງດ່ວນນີ້ມັນໄປຕາມທົ່ງນາ ສວນດິນ ຄັງມັນມີ 26 ບ້ານ ອັນນັ້ນ."

ເຈົ້າເມືອງກ່າວຕື່ມວ່າ ມີປະຊາຊົນຈຳນວນນຶ່ງ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກໂຄງການດັ່ງກ່າວນັ້ນ ຍ້ອນວ່າແລວທາງຈະມີການປ່ຽນແປງ ອີກເທື່ອນຶ່ງ ເຊິ່ງບໍ່ຮູ້ຄັກວ່າຈະຖືກດິນ ຂອງປະຊາຊົນຫລາຍເທົ່າໃດ ແຕ່ຢືນຢັນວ່າແລວທາງຈະບໍ່ຖືກ ເຮືອນປະຊາຊົນ ແລະ ຈະບໍ່ມີການ ຍົກຍ້າຍອີກຕໍ່ໄປ.

ໂຄງການສ້າງທາງດ່ວນນະຄອນຫລວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ສົ່ງຜົລກະທົບຕໍ່ປະຊາຊົນເມືອງໂພນໂຮງ 221 ຄອບຄົວ ເມືອງຫີນເຫີບ 244 ຄອບຄົວ ແລະເມືອງວັງວຽງ 17 ຄອບຄົວ. ປະຈຸບັນການຊົດເຊີຍ ຍັງບໍ່ທັນສຳເຣັດທຸກເມືອງ.

ໂຄງການນີ້ມີຄວາມຍາວ 100 ປາຍກິໂລແມັດ ມີອຸໂມງ 1 ແຫ່ງ ມີຂົວຂ້າມທາງ ແລະ ຂ້າມທາງຣົດໄຟ ຮວມທັງໝົດ 31 ແຫ່ງ  ມູນຄ່າ ການກໍ່ສ້າງທັງໝົດ 1 ຕື້ປາຍ ໂດລາສະຫະຣັຖ ເຊິ່ງນອນຢູ່ໃນໂຄງການ ສ້າງທາງດ່ວນຈາກ ນະຄອນຫຼວງວຽງຈັນ ຫາ ດ່ານບໍ່ເຕັນ ແຂວງຫລວງນໍ້າທາ ຄວາມຍາວທັງໝົດ 460 ກິໂລແມັດ ໂດຍແບ່ງອອກເປັນ 4 ຣະຍະ ການກໍ່ສ້າງຄື ເຣີ້ມຈາກ  ນະຄອນຫລວງວຽງຈັນ ຫາ ເມືອງວັງວຽງ ຣະຍະທີ 2  ແຂວງວຽງຈັນ ຫາ ແຂວງຫຼວງພຣະບາງ, ຣະຍະທີ 2 ແຂວງຫຼວງພຣະບາງ ຫາ ແຂວງອຸດົມໄຊ ແລະ ຣະຍະທີ 4 ແຂວງອຸດົມໄຊ ຫາ ດ່ານບໍ່ເຕັນ ແຂວງຫລວງນ້ຳທາ ເຊິ່ງໃຊ້ເວລາ ໃນກໍ່ສ້າງທັງໝົດ 3 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.