ລາວ ອາດຈະບໍ່ສາມາດ ຫຼຸດພົ້ນອອກຈາກ ການເປັນປະເທດດ້ອຍພັດທະນາໄດ້ ໃນປີ 2026
2025.01.31
ລັດຖະບານ ສປປ ລາວ ເວົ້າວ່າ ຈະເຮັດໃຫ້ປະເທດລາວ ຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາ ພາຍໃນປີ 2026 ທີ່ຈະມາເຖິງນີ້ ແຕ່ຫຼາຍພາກສ່ວນທີ່ກ່ຽວຂ້ອງເຫັນວ່າ ຄາດໝາຍຂອງລັດຖະບານລາວທີ່ວ່ານັ້ນ ຈະເປັນໄປໄດ້ຍາກ ຍ້ອນລາວຍັງບໍ່ມີຄວາມພ້ອມຫຼາຍດ້ານ ເພື່ອທີ່ຈະເຮັດໃຫ້ລາວ ບັນລຸເປົ້າໝາຍທີ່ວ່ານັ້ນໄດ້ ຊຶ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງກັບເລື່ອງນີ້ທ່ານຫນຶ່ງ ທີ່ຂໍສະຫງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ມັງກອນ 2025 ນີ້ວ່າ ຍັງມີອຸປະສັກ ທັງກ່ຽວກັບບັນຫາເສັ້ນທາງ ທີ່ຈະຕ້ອງໄດ້ແກ້ໄຂ ແລະທັງບັນຫາງົບປະມານ ທີ່ຂ້ອນຂ້າງຂະຫຍາຍໂຕຊ້າ ດັ່ງທີ່ທ່ານກ່າວວ່າ:
“ໂຄງການຊິແກ້ຄົນດຽວກໍບໍ່ໄດ້ ມັນຕ້ອງມີການເຊື່ອມຕໍ່ ລະຫວ່າງພາກລັດອີກ ຖ້າວ່າເຮົາຊິໄປ ຖືວ່າໂຄງການເຮົາຊິໄປ ເຈາະຈົງເລີຍ ມັນກໍບໍ່ໄດ້ອີກ ເຮົາຕ້ອງຜ່ານລັດໄປນໍາ ສະນັ້ນ ຕ້ອງຄິດນໍາເພິ່ນ ອຸປະສັກກ່ຽວກັບບັນຫາເສັ້ນທາງນີ້ ສອງມາເລື່ອງງົບປະມານ ມັນຂ້ອນຂ້າງຂະຫຍາຍໂຕຍາກຫັ້ນນ່າ ຄິດວ່າຍັງ ຍັງຢູ່ ຍັງຫຼາຍໆປີ (ກ່ອນຈະສາມາດຫຼຸດພົ້ນຈາກປະເທດດ້ອຍພັດທະນາໄດ້).”
ທ່ານເວົ້າວ່າ ຂໍ້ຈໍາກັດໃນການເຮັດໃຫ້ປະຊາຊົນ ບໍ່ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ ກໍມີທັງຄວາມຫຍຸ້ງຍາກໃນການເດີນທາງ ແລະງົບປະມານຂອງລັດ ທີ່ຈະຊ່ວຍສະໜັບສະໜູນ ໃນການແກ້ໄຂບັນຫາຕ່າງໆ ທີ່ຄົງຄ້າງ ກໍບໍ່ພຽງພໍ ຮວມທັງໂຄງການຟື້ນຟູປ່າ, ໃຫ້ປະຊາຊົນຍຸຕິການຖາງປ່າເຮັດໄຮ່ ກໍຍັງປະຕິບັດບໍ່ໄດ້ ດັ່ງທີ່ທ່ານກ່າວວ່າ:
“ຄັນວ່າ ໂຕວ່າໃຫ້ຫຼຸດຜ່ອນ ໂຕຢ່າງຄືມີໂຄງການຫນຶ່ງໃຫ້ ກ່ຽວກັບການຟື້ນຟູປ່ານີ້ແຫຼະ ໃຫ້ເຂົາເຈົ້າຍຸຕິການຖາງປ່າເຮັດໄຮ່ ຂະເຈົ້າອາດໃຫ້ຄໍາຖາມໃຫ້ເຮົາຄືນ ບາດນີ້ຂະເຈົ້າວ່າ ໂຕເອງບໍ່ເຮັດໃຫ້ແລ້ວ ບໍ່ຖາງໄຮ່ ແລ້ວໂຕເອງຊິເອົາເຂົ້າມາແຕ່ໃສມາກິນ ຂະເຈົ້າກໍເວົ້າແຕ່ແນວນັ້ນຫັ້ນນ່າ ເຮົາກໍເລີຍໃຫ້ຄໍາຕອບຂະເຈົ້າບໍ່ເປັນ.”
ທ່ານກ່າວຕື່ມອີກວ່າ ທີ່ຜ່ານມາ ທາງການລາວກໍມີໂຄງການແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ ດ້ວຍການສົ່ງເສີມໃຫ້ພວກເຂົາເຈົ້າປູກຝັງ ແລະລ້ຽງສັດ ຮວມທັງປູກກາເຟ ແລະລ້ຽງແບ້ ເປັນອາຊີບ ແຕ່ມັນກໍເປັນໄປໄດ້ຍາກ ຍ້ອນບໍ່ມີຄວາມຮູ້, ບໍ່ມີທຶນຮອນ ດັ່ງນັ້ນ ປະຊາຊົນ ຈຶ່ງຍັງຈໍາເປັນຕ້ອງໄດ້ເຮັດການກະເສດ ແບບດັ້ງເດີມຄືເກົ່າ.
ແລະເລື່ອງການສຶກສາຮໍ່າຮຽນໃນປັດຈຸບັນ ເວົ້າສະເພາະຢູ່ແຂວງເຊກອງ ເດັກ ນ້ອຍຢູ່ຕາມເຂດຊົນນະບົດ ຂອງເມືອງຕ່າງໆ ໃນແຂວງນີ້ ຍັງບໍ່ມີໂອກາດ ໄດ້ເຂົ້າໂຮງຮຽນຕາມເກນອາຍຸ ຍ້ອນຄອບຄົວທຸກຍາກ, ຕ້ອງໄດ້ຊ່ວຍແບ່ງເບົາພໍ່ແມ່ ໃນການເຮັດວຽກຫາລ້ຽງຄອບຄົວ ດັ່ງເຈົ້າໜ້າທີ່ເຮັດວຽກດ້ານການສຶກສາ ຢູ່ແຂວງເຊກອງ ທ່ານຫນຶ່ງເວົ້າວ່າ:
“ທາງດ້ານການສຶກສານີ້ກະ ປັດຈຸບັນນີ້ກໍມີ ມັນກໍທ້າທາຍຢູ່ນໍ ເພາະວ່າໃນເຂດຊົນນະບົດເຮົານີ້ກະ ການເຂົ້າເຖິງ ຖ້າວ່າເລື່ອງການສຶກສານີ້ເຂົ້າໄປບໍ່ຮອດນີ້ ມັນກໍມີຄວາມຫຍຸ້ງຍາກຢູ່ນໍ ແຕ່ວ່າປັດຈຸບັນ ເພິ່ນກໍສຸມໃສ່ໃນການຊຸກຍູ້ສົ່ງເສີມ ບາງເຂດ ບາງທ້ອງຖິ່ນນີ້ກະ ສ່ວນຫຼາຍມັນກໍຄອບຄົວຂະເຈົ້າ ບາງສ່ວນກໍຍັງທຸກຍາກແນ່ ສົ່ງເສີມລູກບໍ່ທົ່ວ ບໍ່ເຖິງ ສ້າງຄວາມເຂັ້ມແຂງໃຫ້ກັບຄອບຄົວຫັ້ນແຫຼະກ່ອນ ແລ້ວຈຶ່ງເຮັດໃຫ້ລູກຫຼານໄດ້ເຂົ້າຮຽນນໍ.”
ອີງຕາມການລາຍງານ ຂອງທາງການແຂວງເຊກອງ ໃນມື້ວັນທີ 28 ມັງກອນ 2025 ນີ້, ແຂວງເຊກອງ ມີ 4 ເມືອງ, 203 ບ້ານ, 23,719 ຄອບຄົວ. ໃນຈໍານວນ 203 ບ້ານທີ່ວ່ານີ້ ມີ 104 ບ້ານ, 10,342 ຄອບຄົວ ທີ່ຍັງບໍ່ທັນພົ້ນຄວາມທຸກຍາກ ຍ້ອນຍັງບໍ່ທັນມີລາຍໄດ້ ທີ່ສາມາດກຸ້ມຢູ່ກຸ້ມກິນ.
ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າໜ້າທີ່ທີ່ເຮັດວຽກ ດ້ານການແກ້ໄຂບັນຫາຄວາມທຸກຍາກ ຢູ່ແຂວງເຊກອງທ່ານຫນຶ່ງ ເວົ້າວ່າ ການຕີລາຄາ ເລື່ອງຄວາມພົ້ນທຸກ, ຄວາມບໍ່ພົ້ນທຸກ ມັນກໍມີມາດຕະຖານການປະເມີນ:
“ຂະເຈົ້າຈະປະເມີນ ມັນຈະມີເຄື່ອງມືປະເມີນວ່າ ຄອບຄົວ... ໂຕຢ່າງວ່າ ຄອບຄົວແບບໃດ ຢູ່ໃນເກນແບບໃດ ທີ່ສາມາດ ກຸ້ມຢູ່ ກຸ້ມກິນໄດ້ບໍ່ ຫາຢູ່ຫາກິນ ການຜະລິດນໍ ການຜະລິດ ເສັ້ນຖອກເສັ້ນທາງ ໄຟຟ້າອີ່ຫຍັງ ແມ່ນແລ້ວເຈົ້າ ອັນນີ້ມັນກໍມີຍຸດທະສາດ ພັດທະນາຊົນນະບົດ (ໃຫ້ສອດຄ່ອງກັບຄວາມຕ້ອງການ ທີ່ຈະຫຼຸດພົ້ນຈາກປະເທດດ້ອຍພັດທະນາ).”
ທ່ານກ່າວຕື່ມອີກວ່າ ເຖິງແມ່ນຢູ່ແຂວງເຊກອງ ຈະມີໂຄງການຈາກຕ່າງປະເທດ ທີ່ເຂົ້າມາລົງທຶນຢູ່ຫຼາຍເມືອງ ຊຶ່ງສ້າງວຽກເຮັດງານທໍາ ໃຫ້ປະຊາຊົນຢູ່ແຂວງນີ້ ແຕ່ພັດໃຫ້ຄ່າແຮງງານໜ້ອຍ ບໍ່ກຸ້ມຢູ່ ບໍ່ກຸ້ມກິນ ແລະບໍ່ເປັນວຽກທີ່ໝັ້ນຄົງ ໃນຂະນະທີ່ລາວມີບັນຫາເງິນເຟີ້ ກໍເຮັດໃຫ້ປະຊາຊົນຢູ່ແຂວງເຊກອງນີ້ ຍັງທຸກຍາກຄືເກົ່າ.
ໃນປີ 2025 ນີ້ ແຂວງເຊກອງ ມີຄວາມຕ້ອງການທຶນ ເພື່ອພັດທະນາໂຄງຮ່າງພື້ນຖານ, ພັດທະນາເສດຖະກິດ-ສັງຄົມ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ ຈໍານວນ 1,308 ຕື້ກີບ ຊຶ່ງໃນນັ້ນ ເປັນທຶນລົງທຶນຈາກງົບປະມານຂອງລັດ 91 ຕື້ກີບ, ທຶນຊ່ວຍເຫຼືອລ້າ ແລະກູ້ຢືມ 170 ຕື້ກີບ, ທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດ 1,047 ຕື້ກີບ.