ການເຈຣະຈາ ຂໍໃຫ້ຈີນເປີດດ່ານສາກົລ ບໍ່ເຕັນ-ບໍ່ຫານ ຄືນໃໝ່ ຕາມການສເນີ ຂອງທາງການລາວ ເພື່ອເຮັດໃຫ້ການຜ່ານແດນ ກັບມາເປັນປົກກະຕິ ລະຫວ່າງ ທາງການແຂວງຫລວງນໍ້າທາ ແລະທາງການຈີນນັ້ນ ມາຮອດມື້ນີ້ ກໍຍັງຕົກລົງກັນບໍ່ທັນໄດ້ເທື່ອ ແລະບໍ່ມີຄວາມຄືບໜ້າ, ເຮັດໃຫ້ປະຊາຊົນລາວ ແລະນັກທ່ອງທ່ຽວ ບໍ່ສາມາດຜ່ານເຂົ້າໄປປະເທດຈີນໄດ້, ມີພຽງແຕ່ຣົຖບັນທຸກສິນຄ້າ ທີ່ແລ່ນຜ່ານເຂົ້າ-ອອກດ່ານນັ້ນໄດ້ ຕາມປົກກະຕິ ແລະສະດວກກວ່າແຕ່ກ່ອນ.
ສາເຫດທີ່ເຮັດໃຫ້ດ່ານສາກົລ ບໍ່ຫານຂອງຈີນ ຍັງບໍ່ໃຫ້ຄົນຕ່າງປະເທດ ຜ່ານເຂົ້າປະເທດຈີນໄດ້ ກໍຍ້ອນວ່າ ຢູ່ປະເທດຈີນ ຍັງໃຊ້ມາຕການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດຢູ່, ແມ່ນແຕ່ຄົນຈີນ ທີ່ເດີນທາງອອກຈາກລາວ ຜ່ານດ່ານສາກົລແຫ່ງນີ້ ກໍຍັງຕ້ອງຖືກກັກໂຕຫລາຍມື້, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ແຂວງຫລວງນໍ້າທາ ທ່ານນຶ່ງຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 11 ສິງຫານີ້.
" ຍັງຄືເກົ່າ ຄົນໄປຈີນເຂົາຍັງບໍ່ໃຫ້ໄປເທື່ອ. ມີແຕ່ຄົນຈີນຊິກັບເຂົາໃຫ້ກັບຢູ່ ແຕ່ວ່າຄົນຕ່າງປະເທດຊິໄປ ຍັງໄປບໍ່ໄດ້ເທື່ອ. ສິນຄ້າຜ່ານດ່ານໄດ້ຢູ່ດຽວນີ້ ຂ້າມສະດວກສະບາຍ ຣົຖກະບໍ່ຕິດອີກແລ້ວ ມາແລ້ວກໍເຂົ້າຄ່ຽນຖ່າຍເຂົ້າຄິວແຈ້ງພາສີ. "
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ທີ່ຮັບຜິດຊອບ ດ້ານວຽກງານຂົນສົ່ງ ຢູ່ດ່ານສາກົລບໍ່ເຕັນ ກໍເວົ້າວ່າ ຣົຖບັນທຸກສິນຄ້າ ຢູ່ບໍຣິເວນດ່ານ ຢູ່ໃນສະພາບສະດວກຂຶ້ນແລ້ວ ຣົຖບັນທຸກຫລາຍຄັນ ບໍ່ຕ້ອງໃຊ້ເວລາດົນ ໃນການທີ່ຈະຂ້າມໄປດ່ານສາກົລ ບໍ່ຫານເບື້ອງຈີນ.
" ຣົຖຂົນເຄື່ອງມີຫລາຍໆ ມື້ດຽວອອກດ່ານບໍ່ແກ້ວ ມາຮອດບໍ່ເຕັນກະມື້ດຽວ ບໍ່ຮອດມື້ຊໍ້າ. "
ແລະການຂົນສົ່ງຜ່ານສາງ ຄ່ຽນຖ່າຍສິນຄ້າ ຢູ່ດ່ານສາກົລບໍ່ເຕັນ ໄປຫາດ່ານສາກົລບໍ່ຫານ ກໍໄດ້ເສັຍຄ່າໃຊ້ຈ່າຍຫລຸດລົງຫລາຍ ໃນໄລຍະນີ້ ເນື່ອງຈາກຈໍານວນ ຣົຖບັນທຸກສິນຄ້າມີໜ້ອຍລົງ.
ດັ່ງຄົນຂັບຣົຖບັນທຸກສິນຄ້າ ຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
" ແຕ່ກ່ອນຊ່ວງຣົຖຕິດຫັ້ນ ຮອດຢູ່ 70 ລ້ານ 60 ປາຍລ້ານ. ດຽວນີ້ມີແຕ່ 10 ປາຍລ້ານ ຄ່າຕ່າງກະລົງ ຈັ່ງວ່າຄ່າ...ສິນຄ້າຫລາຍບໍ່ຊ່ວງນີ້ມັນບໍ່ມີກ້ວຍບໍ່ມີຫຍັງແດ່. ຄັນຍາມໝາກໂມໝາກຫຍັງ ສິນຄ້າຫລາຍ ຄ່າຕ່າງມັນຈະຂຶ້ນນ່າ. "
ແຕ່ຄົນຂັບຣົຖບັນທຸກສິນຄ້າອີກຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ສິງຫານີ້ວ່າ ຄົນຂັບຣົຖບັນທຸກຈໍານວນນຶ່ງ ໄດ້ເຊົາຮັບຈ້າງຂົນສິນຄ້າ ຜ່ານດ່ານສາກົລບໍ່ເຕັນ ຍ້ອນບໍ່ມີຜູ້ຈ້າງຂົນສິນຄ້າ ກະສີກັມໄປຈີນ ແລະວ່າ ຢູ່ພາຍໃນດ່ານສາກົລບໍ່ເຕັນນີ້ ຍັງມີການກວດກາເຂັ້ມງວດຢູ່ຄືເກົ່າ.
" ໂອ໊ ! ກະທັມດາ ຍັງກວດກາເຂັ້ມຢູ່. ແມ່ນໄດ້ເຄິ່ງເດືອນແລ້ວບໍ່ໄດ້ໄປ ໜ້ອຍແລ້ວໆດຽວນີ້ນ່າ. "
ການທີ່ດ່ານສາກົລບໍ່ເຕັນ-ບໍ່ຫານ ຍັງບໍ່ທັນເປີດເປັນປົກກະຕິເທື່ອ ນັ້ນເຮັດໃຫ້ຜູ້ປະກອບການ ດ້ານການທ່ອງທ່ຽວ ຢູ່ແຂວງຫລວງນໍ້າທາ ໄດ້ຮັບຜົລກະທົບ ສ່ວນໃດສ່ວນນຶ່ງ ເນື່ອງຈາກເຮືອນພັກ ແລະໂຮງແຮມ ຫລາຍແຫ່ງ ບໍ່ມີນັກທ່ອງທ່ຽວຈີນມາພັກເຊົາ.
ດັ່ງເຈົ້າຂອງເຮືອນພັກ ຢູ່ເຂດບ້ານນາເຕີຍ ເມືອງຫລວງນໍ້າທາ ຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
" ຕາມໃຈກະຢາກໃຫ້ເພິ່ນເປີດໂອ໋ . ຄັນບໍ່ມີພະຍາດໂຄວິດ ກະຢາກໃຫ້ເພິ່ນເປີດ. ຄັນເປີດມັນກໍມີແຂກມີຄົນເນາະ. ຄັນຄົນຈີນເຂົ້າມາ ມັນກະມີໂອ໋. ເຮັດບ້ານພັກໂຮງແຮມ ກະບໍ່ມີຄົນເຊົ່າເນາະ. "
ແລະເຈົ້າຂອງບໍຣິສັດ ທ່ອງທ່ຽວແຫ່ງນຶ່ງ ຢູ່ແຂວງຫລວງນໍ້າທາ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ສິງຫານີ້ວ່າ ໃນໄລຍະທີ່ດ່ານສາກົລບໍ່ເຕັນ-ບໍ່ຫານ ຍັງບໍ່ທັນເປີດເປັນປົກກະຕິຢູ່ນີ້ ຈໍານວນລູກຄ້າຫລຸດລົງເກືອບເຖິງເຄິ່ງນຶ່ງ ທັງນັກທ່ອງທ່ຽວຈີນ ແລະນັກທ່ອງທ່ຽວປະເທດອື່ນໆ ທີ່ມັກມາທ່ຽວຢູ່ໃນແຂວງນີ້ ແລ້ວຂ້າມໄປຈີນຕໍ່ ກໍບໍ່ມາ.
" ກະປະມານ 30% ນີ້ແຫລະ. ບໍ່ ! ຍັງບໍ່ຫລາຍ . ຄົນມາຍັງບໍ່ຫລາຍ ບໍ່ຄ່ອຍເຫັນປານໃດ ປິດດ່ານເດ້. ເຂົາປິດດ່ານ ເຂົາບໍ່ໃຫ້ນັກທ່ອງທ່ຽວໄປມາ ມີແຕ່ພວກໄປ-ມາ ເຮັດວຽກຢູ່ຫັ້ນແຫລະ. "
ແຕ່ເຖິງຢ່າງໃດກໍຕາມ ອີງຕາມການຣາຍງານ ຂອງທ່ານ ວິລະກອນ ເກດຕະວົງ ຫົວໜ້າດ່ານພາສີສາກົລບໍ່ເຕັນ ເມື່ອວັນທີ 9 ສິງຫານີ້ແລ້ວແມ່ນວ່າ ໃນ 6 ເດືອນຕົ້ນປີ 2022 ນີ້ ດ່ານສາກົລບໍ່ເຕັນ ເກັບລາຍຮັບເຂົ້າງົບປະມານ ໄດ້ປະມານ 33 ຕື້ກີບ ຄືໄດ້ລື່ນແຜນການເກືອບເຖິງ 13%.