ພາກປະຊາສັງຄົມ ເຊື່ອວ່າ ຣັຖບານ ຍັງບໍ່ສາມາດແກ້ໄຂບັນຫາ ເສຖກິຈໄດ້
2023.09.26
ລາຄານໍ້າມັນແພງຂຶ້ນ ສົ່ງຜົລກະທົບຕໍ່ການດໍາລົງຊີວິດ ຂອງປະຊາຊົນ ຖ່າມກາງສະພາບເສຖກິຈ ມີຄວາມຫຍຸ້ງຍາກ. ສ່ວນວ່າ ເຈົ້າໜ້າອົງການຈັດຕັ້ງ ພາກປະຊາສັງຄົມ ເຫັນວ່າ ຣັຖບານບໍ່ສາມາດແກ້ໄຂບັນຫາ ທາງດ້ານເສຖກິຈ ແລະ ບັນຫານໍ້າມັນແພງໄດ້.
ເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມ ໄດ້ໃຫ້ສໍາພາດວ່າ:
“ພາບລວມໂຕ ອອກວັນທີ 21 ນີ້ ແມ່ນໜັກສຸດແຫຼະ ກະຕົ້ນປີ ຍັງບໍ່ທັນຮອດ 21 ພັນ ກີບ ຮອດປີນີ້ ກະຖືວ່າ 24,490 ກີບຕໍ່ລິດ. ປັບຫຼ້າສຸດເວົ້າສະເພາະຢູ່ນະຄອນຫລວງເນາະ ຢູ່ຕ່າງແຂວງກະຢາກວ່າ 25,000 ກີບໝົດລະແຫຼະ ຢູ່.”
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ:
“ແຕ່ກີ້ ໝີ່ສອງຮໍ່ 5,000 ກີບ ໄຂ່ 2 ໜ່ວຍ 5,000 ກີບ ແຕ່ ບາທນີ້ ມັນບໍ່ໄດ້ແລ້ວ ມັນເປັນຮໍ່ລະ 4,500 -5,000 ກີບລະ ລໍາບາກນີ້ ກະຄືວ່າ ລາຍຮັບໂດຍສະເພາະຜູ້ທີ່ໃຊ້ແຮງງານທີ່ ມີຄ່າຕອບແທນຕໍ່າຫັ້ນເນາະ ສອງລ້ານ ສາມລ້ານ ແຕ່ ມູນຄ່າການຈ່າຍ. ເຈົ້າ ມັນພັດຫຼາຍກວ່າເກົ່າ.”
ທ່ານ ກ່າວວ່າ:
“ບໍ່ເຊື່ອວ່າ ຣັຖບານຈະແກ້ໄຂໄດ້ ເຫດຜົລກະເພາະວ່າ ມັນບໍ່ມີຫຼັກຖານໃດທີ່ຈະພິສູດວ່າ ເພິ່ນແກ້ໄຂໄດ້ເນາະ ຄືເຮົາເຫັນປີກາຍນີ້ກະເດືອນ 6 ຄະນະແກ້ໄຂສະເພາະກິຈເນາະ ເລື່ອງນໍ້າມັນ ອັດຕຣາເງິນເຟີ ຄຶດວ່າ ຊະແກ້ ກະບໍ່ໄດ້ແກ້.”
ຮັຖບານ ໄດ້ປະກາດຂຶ້ນລາຄານໍ້າມັນ ໃນວັນທີ 21 ກັນຍາ ທີ່ຜ່ານມາ ຄື ອັດຊັງພິເສດ ຂຶ້ນຈາກ 31,530 ກີບ ມາເປັນ 32,730 ກີບ, ແອັດຊັງທໍາມະດາ ຂຶ້ນຈາກ 23,680 ກີບ ມາເປັນ 24,490 ກີບ, ກາຊວນ ຂຶ້ນຈາກ 21,440 ກີບ ມາເປັນ 22,040 ກີບ.
ບັນດາຊາວຄ້າຂາຍ ກໍປະສົບກັບບັນຫາ ໃນເວລາຊື້ເຄື່ອງມາຂາຍ ກໍໄດ້ກໍາໄລໜ້ອຍບໍ່ກຸ່ມຄ່າ. ຊາວຄ້າຂາຍ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ໂອ້ຍດຽວນີ້ກະຫຍຸ້ງຍາກ ຊື້ເຄື່ອງມາຂາຍກະກໍາໄລ ກະໜ້ອຍໆ ດຽວນີ້ ເຄື່ອງຢູ່ຕລາດ ແມ່ນຫຍັງກະແພງຊິນ່າ ເຮົາມາຂາຍ ສ່ວນຫຼາຍກະບໍ່ໄດ້ຂາຍດີ ຊີ້ນ່າ. ດຽວນີ້ຂາຍເຄື່ອງລົງທຶນຫຼາຍ ກໍາໄລໜ້ອຍ.”
ປະຊາຊົນ ຍັງກັງວົນໃຈ ວ່າ ນໍ້າມັນຈະຂາດຕລາດອີກ ຄືດັ່ງປີທີ່ຜ່ານມາ ຍ້ອນວ່າ ບາງປໍ້າ ກໍປິດ.
ປະຊາຊົນ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເຊັຽເສຣີ ວ່າ:
“ນໍ້າມັນຂຶ້ນ ຢ້ານວ່າ ມັນຂາດຄືປີວ່າງກ່ອນ ເປັນຕາຢ້ານ ນໍ້າມັນຊິຂາດຊໍ້າບໍ່ຈັກ.”
ເຖິງຢ່າງໃດກໍຕາມ, ລາຄາສິນຄ້າບາງຢ່າງ ເຈົ້າໜ້າທີ່ຕ້ອງໄດ້ປ່ອຍໄປຕາມກົນໄກລາຄາຕລາດ.
ເຈົ້າໜ້າທີ່ການຄ້າ ທ່ານນີ້ ໄດ້ກ່າວຕໍ່ເອເອເຊັຽເສຣີ ວ່າ:
“ອັນຕາມນິຕິກັມ ຂອງພວກເຮົາຫັ້ນເນາະ ຊິຄ້າບາງຢ່າງທີ່ເຮົາຄວບຄຸມ ກໍຊິຄິດໄລ່ຕາຕົ້ນທຶນ ສິນຄ້າໂຕອື່ນເຮົາຈະປ່ອຍໄປຕາມເສຖກິຈ ກົລໄກການຕລາດ.”
ປັດຈຸບັນ, ເງິນກີບລາວເຟີຢ່າງຕໍ່ເນື່ອງ ເຊິ່ງອັດຕຣາແລກປ່ຽນເງິນກີບ ຕໍ່ເງິນບາດຢູ່ທີ່ 600 ປາຍ ກີບຕໍ່ 1 ບາທ, ແລະ 22,000 ປາຍ ກີບ ຕໍ່ 1 ໂດລ້າຣ໌ ອີງຕາມຂໍ້ມູນຈາກຮ້ານແລກປ່ຽນ ນອກລະບົບ.