ຊາວສວນມັນຕົ້ນ ເມືອງນານ ພາກັນແຫ່ ໄປຂາຍມັນຕົ້ນ ໃຫ້ໂຮງງານຈີນ

ພອນ ພູມ​ມີ​ທອນ
2025.01.22
ຊາວສວນມັນຕົ້ນ ເມືອງນານ ພາກັນແຫ່ ໄປຂາຍມັນຕົ້ນ ໃຫ້ໂຮງງານຈີນ ລົດກະບະ, ລົດບັນທຸກ ມັນຕົ້ນ ຫຼາຍຄັນ ຈອດເປັນແຖວຍາວ ເພື່ອຈະໄປຂາຍມັນຕົ້ນ ໃຫ້ໂຮງງານຈີນ ທີ່ເມືອງນານ ແຂວງຫຼວງພຣະບາງ. ວັນທີ 16 ເດືອນມັງກອນ 2025
Credit photos: ຮູບພາບຈາກພົນລະເມືອງ

ເມື່ອວັນທີ 17 ມັງກອນ 2025 ທີ່ຜ່ານມາ, ຊາວສວນມັນຕົ້ນ ຢູ່ເມືອງນານ ໃນແຂວງຫຼວງພຣະບາງ ພາກັນແຫ່ ໄປຂາຍມັນຕົ້ນ ໃຫ້ໂຮງງານ ຜະລິດແປ້ງມັນຕົ້ນ ແອລເອັສ (LS) ຂອງນັກລົງທຶນຈີນ ທີ່ຕັ້ງຢູ່ ບ້ານທົ່ງພຽງວິໄລ, ເມືອງນານ ເພາະເປັນໂຮງງານໃຫຍ່ ໃນແຂວງຫຼວງພຣະບາງ ແລະ ໃຫ້ລາຄາຮັບຊື້  ດີກວ່າພໍ່ຄ້າ ແມ່ຄ້າຄົນກາງ ທີ່ເຂົາເຈົ້າ ມັກກົດລາຄາລົງ ຖືກກວ່າໂຮງງານ, ເຊິ່ງທາງໂຮງງານຈີນ ຮັບຊື້ ໃນລາຄາ ປະມານ 1,050 ກີບ ຕໍ່ກິໂລກຣາມ. ສ່ວນພໍ່ຄ້າ ແມ່ຄ້າຄົນກາງ ໃຫ້ລາຄາພຽງແຕ່ 800 ກີບ ຕໍ່ກິໂລກຣາມ. ຖ້າຢູ່ເຂດນອກຫຼາຍ ກົດລາຄາ ເຫຼືອປະມານ 500-600 ກີບ ຕໍ່ ກິໂລກຣາມ. ດັ່ງຊາວສວນມັນຕົ້ນ ໃນເມືອງນານ ແຂວງຫຼວງພຣະບາງ ນາງໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 20 ມັງກອນ ນີ້ວ່າ:

“ແມ່ນ, ເຂົາເອົາໄປຂາຍຫຼາຍ ແລ້ວລົດຕິດ ແລ້ວບາດນີ້ ມັນເຕັມເດີ່ນ ເຂົາເຈົ້າກໍເຄລັຽເດີ່ນ. ໂຮງງານຈີນເລີຍ, ໂຮງງານ ແອວເອສ ນັ້ນເລີຍ ເຂົາເຈົ້າຊື້, ຫັ້ນນ່າ 1,050 ກີບ ຄັນວ່າແມ່ຄ້າຄົນກາງ ຊື້ຕໍ່ຫັ້ນ ແລ້ວ 800. ຄັນວ່າ ຢູ່ເຂດນອກຫຼາຍ ກະ 500-600, ເປີດຮັບຊື້ ບາງມື້ກະຊື້, ບາງມື້ກະບໍ່ຊື້.”

ຂະນະທີ່ ຊາວສວນມັນຕົ້ນ ໃນເມືອງຊຽງເງິນ ແຂວງຫຼວງພຣະບາງ ທ່ານໜຶ່ງ ກ່າວວ່າ ສ່ວນໃຫຍ່ ຊາວສວນມັນຕົ້ນ ທີ່ບໍ່ໄດ້ອາໄສ ຢູ່ໃກ້ເຂດ ໂຮງງານມັນຕົ້ນ ຂອງຈີນ ກໍຈຳເປັນ ຕ້ອງຂາຍມັນຕົ້ນ ໃຫ້ກັບພໍ່ຄ້າ ແມ່ຄ້າຄົນກາງ ທີ່ມາຮັບຊື້, ເຊິ່ງໃນເຂດບ້ານຕົນເອງ ມີພໍ່ຄ້າ ແມ່ຄ້າຄົນກາງ ຮັບຊື້ ໃນລາຄາ 900 ກີບ ຕໍ່ ກິໂລກຣາມ ຈາກແຕ່ກ່ອນ ປີກາຍ ສູງສຸດ 1,800 ກີບ ຕໍ່ ກິໂລກຣາມ, ເຊິ່ງຊາວສວນມັນຕົ້ນ ກໍຕ້ອງຈຳໃຈຂາຍ ເພາະໄດ້ລົງທຶນໄປແລ້ວ ແລະ ຫາກລາຄາ ຍັງຕົກຕ່ຳແນວນີ້ ຫຼາຍຄົນກໍເວົ້າວ່າ ຈະເຊົາເຮັດແລ້ວ, ຫັນເຮັດຢ່າງອື່ນແທນ.

“ເຂົາຊື້ຢູ່ນີ້ ມີແຕ່ 900, ແຕ່ວ່າ ໂຮງງານມັນ ຕ້ອງລົດລາກພຸ້ນແຫຼະ ລົດໃຫຍ່ພຸ້ນແຫຼະ. ປີກາຍນີ້ ມັນຕົ້ນດິບ ມັນຈະຢູ່ໃນລາຄາ 1,500. ຫຼ້າສຸດຮອດ 1,800. ຕົກຕ່ຳ ກໍຈຳເປັນ, ຫັ້ນນ່າ ແນວໃດ ເຂົາກໍຕ້ອງຂາຍຫັ້ນແຫຼະ. ແນ່ນອນແຫຼະ ຫາງສຽງມາຫຼາຍຄົນ ຖ້າລາຄາຕົກຕ່ຳ ແນວນີ້ ນີ້, ຈະບໍ່ມີໃຜເຮັດເລີຍ  ເພາະວ່າ ມັນຕົ້ນ ມັນສິ້ນເປືອງ ກະຫຼາຍນ່າ.”

ຂະນະດຽວກັນ, ພະນັກງານ ຢູ່ໂຮງງານ ແປ້ງມັນຕົ້ນ ແອວເອສ ທ່ານນຶ່ງ ກ່າວວ່າ ທາງໂຮງງານ ກໍເປີດຮັບຊື້ມັນຕົ້ນ ເປັນບາງມື້. ສ່ວນລາຄາ ທີ່ຮັບຊື້ ໄລຍະນີ້ ແມ່ນລາຄາ 1,050 ກີບ ຕໍ່ກິໂລກຣາມ ແລະ ສຳລັບໃນມື້ ທີ່ລົດລຽນແຖວຍາວນັ້ນ ຍ້ອນວ່າ ມັນຕົ້ນ ທີ່ຊາວບ້ານເອົາໄປຂາຍ ໄດ້ລົ້ນລານມັນຕົ້ນ ໃນໂຮງງານ ຈຶ່ງຕ້ອງນຳມັນຕົ້ນ ດັ່ງກ່າວ ເຂົ້າໄປໃນໂຮງງານ ຜະລິດແປ້ງມັນຕົ້ນ.

“ມາຂາຍໃຫ້ເຮົາ ເປັນຈຳນວນຫຼາຍ ແລ້ວເຮົາບໍ່ມີຊ່ອງຫວ່າງໃຫ້ລົດຕັກອອກ, ມັນເຕັມ ແລ້ວຈຳເປັນ ເຮົາ ແລ້ວ ເຮົາໃຫ້ເຂົາເຈົ້າ ຊະລໍຖ້າ ໃຫ້ຈັກຊົ່ວໂມງ, ສອງຊົ່ວໂມງ ຕັກມັນອອກ. ໂລ 1,050 ກີບ ປັດຈຸບັນນີ້ ລາຄາປົກກະຕິແລ້ວເດີ້, ສ່ຳນີ້ ເທົ່າທີ່ຮູ້ນີ້ ເຖົ້າແກ່ຈີນ ເພິ່ນເອົາໄປທາງຈີນ.”

ກ່ຽວກັບເລື່ອງນີ້, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຫຼວງພຣະບາງ ນາງໜຶ່ງ ໄດ້ກ່າວວ່າ ໄດ້ຮັບຮູ້ ເຖິງລາຄາມັນຕົ້ນ ທີ່ຕົກຕ່ຳແລ້ວ, ແຕ່ພາກສ່ວນ ທີ່ກ່ຽວຂ້ອງ ຍັງບໍ່ມີການເວົ້າເຖິງ ເລື່ອງນີ້ກັນເທື່ອວ່າ ຈະແກ້ໄຂແນວໃດ ເພາະລາຄາ ເປັນໄປຕາມກົນໄກ ຂອງຕະຫຼາດ ຂອງຈີນ ແລະ ສ່ວນໜຶ່ງ ຈີນ ກໍມີບັນຫາ ດ້ານເສດຖະກິດ ອັດຕາແລກປ່ຽນເງິນຢວນ ກໍອ່ອນຄ່າລົງ.

“ໂຕນີ້ ເພິ່ນຍັງບໍ່ທັນ ໄດ້ລົມກັນເທື່ອ ເພາະວ່າອັນນີ້ ມັນເປັນການຕະຫຼາດ ເຂົາເຈົ້າລົງ ກະໄດ້ລົງ ລາຄາມັນກໍຫຼຸດ ມັນກໍໄປຕາມເຣດ ຂອງເງິນ ຫັ້ນແຫຼະ. ເງິນຂອງຈີນ ມັນກໍອ່ອນລົງເດີ້ ດຽວນີ້, ເງິນຢວນ ມັນລົງແລ້ວເດີ້ ມັນກໍລົງໄປ ຕາມເຣດ ຂອງເງິນ.”

ກ່ອນໜ້ານັ້ນ, ປະມານກາງເດືອນທັນວາ 2024, ກໍມີເຫດການແນວນີ້ ເກີດຂຶ້ນ ຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ທີ່ຊາວສວນມັນຕົ້ນ ໃນເຂດນັ້ນ ແລະ ພໍ່ຄ້າ ແມ່ຄ້າຄົນກາງ ພາກັນແຫ່ ໄປຂາຍມັນຕົ້ນ ຢູ່ໂຮງງານ ແຫ່ງໜຶ່ງ ຢູ່ບ້ານກົ້ວ, ເມືອງສັງທອງ, ເຊິ່ງໂຮງງານ ຮັບຊື້ມັນດິບ 1,100 ຫາ 1,200 ກີບ ຕໍ່ ກິໂລ. ຊາວສວນ ໃນເຂດໃກ້ຄຽງ ທີ່ໄປຂາຍເອງໄດ້ ກໍຍ້ອນໄດ້ລາຄາ ດີກວ່າຂາຍໃຫ້ ພໍ່ຄ້າ ແມ່ຄ້າຄົນກາງ, ເຊິ່ງພໍ່ຄ້າ ແມ່ຄ້າຄົນກາງ ຈະກົດລາຄາ ລົງເຫຼືອ 800 ຫາ 900 ກີບ ຕໍ່ກິໂລກຣາມ ແລະ ທາງໂຮງງານ ດັ່ງກ່າວ ຈະເປີດຮັບຊື້ 2-3 ວັນ ຕໍ່ເທື່ອ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.