ຊາວລາວ ບໍ່ເຊື່ອວ່າ ລັດຖະບານ ຈະແກ້ໄຂ ບັນຫາເສດຖະກິດ ໄດ້

ອຸ່ນແກ້ວ
2025.01.17
ຊາວລາວ ບໍ່ເຊື່ອວ່າ ລັດຖະບານ ຈະແກ້ໄຂ ບັນຫາເສດຖະກິດ ໄດ້ ຮູບມຸມສູງ ຂອງຕົວເມືອງ ໃນນະຄອນຫຼວງວຽງຈັນ ທີ່ຕຶກອາຄານ ທັນສະໄໝ ຖືກສ້າງຂຶ້ນຫຼາຍ, ອັນສະທ້ອນໃຫ້ເຫັນ ເສດຖະກິດລາວ ພວມຂະຫຍາຍຕົວ. (TS) ເດືອນກັນຍາ 2024
RFA

ຊາວລາວ ບໍ່ເຊື່ອວ່າ ລັດຖະບານ ຈະແກ້ໄຂ ບັນຫາຄວາມຫຍຸ້ງຍາກ ທາງເສດຖະກິດ ແລະ ການເງິນ ໄດ້ ຍ້ອນມັນເປັນ ບັນຫາຕ່ອງໂສ້. ໃນປີ 2024 ທີ່ຜ່ານມາ, ອັດຕາເງິນເຟີ້ ຂອງລາວ ປະມານ 23% ໂດຍສະເລ່ຍ, ອີງຕາມຂໍ້ມູນ ຈາກທະນາຄານແຫ່ງ ສປປລາວ.

ໃນປີ 2024 ທີ່ຜ່ານມາ, ປະເທດລາວ ຂາດດຸນການຄ້າ ປະມານ 1 ຕື້ ໂດລ້າ, ໂດຍມີ ຍອດມູນຄ່າ ການນໍາເຂົ້າ ປະມານ 7 ຕື້ ໂດລ້າ. ສ່ວນວ່າ ຍອດມູນຄ່າ ການສົ່ງອອກ ເກືອບ 6 ຕື້ ໂດລ້າ. ລາຍໄດ້ຈາກການຂາຍໄຟຟ້າ ກໍຍັງບໍ່ມີ ການເປີດເຜີຍໂຕເລກ ອອກມາວ່າ ຈະເປັນຂອງລັດຖະບານ ເທົ່າໃດ, ແຕ່ສ່ວນຫຼາຍ ເປັນຂອງເອກະຊົນ. ເຈົ້າໜ້າທີ່ ວິຊາການກ່ຽວຂ້ອງ ທ່ານໜຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 16 ມັງກອນ ວ່າ:

“ສໍາລັບຂ້ອຍເອງເດ້ເນາະ ຄັນແມ່ນວ່າ ມີແຕ່ລຳພັງ ປະເທດລາວ ແກ້ໄຂນີ້ ຍາກ, ຍາກ. ກະຊວງດຽວ ໄປເຮັດບໍ່ໄດ້ດອກ, ຄິດວ່າເປັນໜີ້ ກັບບໍ່ມີສິນຄ້າສົ່ງອອກນີ້ນ່າ. ຄືໄຟຟ້າ ສົ່ງອອກປີໜຶ່ງ ມັນ 9 ຮ້ອຍ ປາຍລ້ານ, ມັນກໍບໍ່ແມ່ນຂອງເຈົ້າ, ເຈົ້າໄດ້ຈັກເປີເຊັນໜຶ່ງ, ເອົ້າ. ມັນຂຶ້ນກັບ ເລື່ອງນໍ້າມັນເນາະ, ສົງຄາມອີກເດ້ ມັນຈະໄປຫຼຸດແນວໃດ.”

IMG_7388.jpg

ຖະໜົນລ້ານຊ້າງ ຖືເປັນຖະໜົນເສດຖະກິດ ຂອງປະເທດລາວ ເນື່ອງຈາກເປັນເຂດ ທີ່ມີຫ້າງຮ້ານ, ບໍລິສັດຫຸ້ນສ່ວນ ແລະ ບັນດາທະນາຄານ ມາຕັ້ງສຳນັກງານໃສ່. (TS) ເດືອນກັນຍາ 2024 Credit photos: (RFA)

ລາຄາຊີ້ນໝູ ຢູ່ຕະຫຼາດ ປະມານ 100,000 ກີບ ຕໍ່ກິໂລກຣາມ ຈາກແຕ່ກ່ອນ ປະມານ 80,000 ກີບ ຕໍ່ກິໂລກຣາມ. ແມ່ຄ້າ ຢູ່ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ:

“ເງິນຫັ້ນລົງ, ລົງໜ້ອຍໜຶ່ງ, ແຕ່ວ່າ ເຄື່ອງແຮ່ງຂຶ້ນ, ແພງຂຶ້ນ ສິນຄ້າບໍ່ລົງ, ສິນຄ້າລະພຸ້ງ. ອີກຢ່າງ ໝູ ກະເລີ່ມຂຶ້ນແລ້ວເດ້, ຊື້ຢູ່ຟາມ ກໍ 60,000 ປາຍກີບແລ້ວເດ້ ຕໍ່ກິໂລກຣາມ. ຢູ່ໃນຕະຫຼາດ ເປັນ 100,000 ແລ້ວເດ້. ມີແຕ່ວ່າ ຈະແກ້ ກໍບໍ່ເຫັນອີ່ຫຍັງ, ແກ້ບໍ່ໄດ້ດອກ ເພິ່ນເວົ້າຊື່ໆ, ຄືເກົ່າ.”

ສ່ວນວ່າ ອັດຕາແລກປ່ຽນເງິນກີບ ກັບເງິນບາດ ສະກຸນເງິນໄທ ຢູ່ທີ່ 630 ກີບ ຕໍ່ 1 ບາດ, ຈາກແຕ່ກ່ອນ 650 ກີບ ຕໍ່ 1 ບາດ. ສິນຄ້າສ່ວນຫຼາຍ ແມ່ນນໍາເຂົ້າມາ ຈາກປະເທດເພື່ອນບ້ານ ໃນຂະນະທີ່ ການຜະລິດພາຍໃນ ມີໜ້ອຍ. ນັກທຸລະກິດລາວ ທ່ານໜຶ່ງ ໄດ້ກ່າວວ່າ:

“ມີແຕ່ພວກທຶນນິຍົມ ທີ່ວ່າ ຫາຂູດຮີດກັນກິນ ນີ້ແຫຼະ. ອັນທີ່ວ່າ ມັນເກີດເລື່ອງ ຢູ່ນີ້, ເອົາຂອງນາຍທຶນຫັ້ນມາ, ໃຜໄປຕົກຖືກໂຕນີ້ ນໍາເຂົ້າແລ້ວ ແມ່ນວ່າ ສຸກນິຍົມ, ບໍລິໂພກນິຍົມ.”

ລັດຖະບານ ບໍ່ມີເງິນ ຢູ່ໃນຄັງສະສົມ ແລະ ແຫຼ່ງລາຍຮັບ ບໍ່ຫຼາຍ. ເຈົ້າໜ້າທີ່ກ່ຽວຂ້ອງ ອີກທ່ານໜຶ່ງ ໄດ້ກ່າວວ່າ:

“ມັນກໍສຸດ ແຕ່ອັນນັ້ນແລ້ວ, ລັດຖະບານ ເພິ່ນກໍເວົ້າກັນ ບໍ່ທໍາມະດາ ຢູ່ໃນສະພາ, ຢູ່ຫັ້ນ. ບາດນີ້, ແຫຼ່ງລາຍຮັບ ຂອງເງິນ ພັດຂາດດຸນ, ສາງການຜະລິດສົ່ງອອກ ຫຼັກໆ ມັນມີໜ້ອຍ. ບາດນີ້, ໂຄງສ້າງພື້ນຖານ ອັນໂຄງສ້າງ ໂຄງລ່າງ ເພິ່ນກໍຈໍາເປັນ ຕ້ອງໄດ້ເຮັດ, ແຕ່ມັນເວົ້າເລື່ອງ ງົບປະມານ ມັນພັດບໍ່ມີ. ຄັງສະສົມ ມັນມີໜ້ອຍ, ຫັ້ນນ່າ.”

20240929_164141.jpg

ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ, ໂຮງແຮມ ຂອງນັກລົງທຶນຈີນ ໃນນະຄອນຫຼວງວຽງຈັນ ແລະ ທັງເປັນໂຮງແຮມ ທີ່ສູງທີ່ສຸດ ໃນປະເທດລາວ. (TS) ເດືອນຕຸລາ 2024 Credit photos: (RFA)

ອີງຕາມຂໍ້ມູນ ຈາກທາງການລາວ ໃນປີ 2023, ເງິນຕາຕ່າງປະເທດ ເຫຼືອຢູ່ໃນຄັງສໍາຮອງ ປະມານ 800 ລ້ານ ໂດລ້າ ແລະ ຢູ່ທະນາຄານ ແຫ່ງຊາດຈີນ ປະມານ 1.8 ຕື້ ໂດລ້າ, ເຊິ່ງເງິນທັງໝົດນັ້ນ  ສາມາດຊື້ສິນຄ້າ ຈາກຕ່າງປະເທດ ເຂົ້າມາ ກຸ້ມປະມານ 2 ເດືອນ ຄືຕໍ່າກວ່າ ເກນມາດຕະຖານ ທີ່ຕ້ອງກຸ້ມ ຢ່າງໜ້ອຍ 3 ເດືອນ ຫຼື ຫຼາຍກວ່ານັ້ນ.

ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີ ກະຊວງການເງິນ ໄດ້ລາຍງານ ຢູ່ໃນກອງປະຊຸມສະພາ ທີ່ຜ່ານມາ ວ່າ ລາວ ມີຄວາມຕ້ອງການ ເງິນຕາຕ່າງປະເທດ ຢ່າງໜ້ອຍ 10 ຕື້ ໂດລ້າ ຕໍ່ປີ ເພື່ອນໍາໄປ ໃຊ້ໜີ້ຕ່າງປະເທດ ເພື່ອເປັນກອງທຶນສໍາຮອງ ລະຫວ່າງປະເທດ ແລະ ເພື່ອພັດທະນາ ເສດຖະກິດ-ສັງຄົມ ໃຫ້ໄດ້ຕາມແຜນການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.