ນັກຮຽນຈຳນວນຫຼາຍ ສົນໃຈສຶກສາ ພາສາຈີນ ທີ່ສະຖາບັນຂົງຈື້
2023.08.17
ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອໍານວຍການສະຖາບັນຂົງຈື້ ຝ່າຍລາວ ແລະທ່ານ ຫລົວໝິງ ຜູ້ອໍານວຍການສະຖາບັນຂົງຈື້ ຝ່າຍຈີນ ແຈ້ງໃຫ້ຮູ້ໃນມື້ວັນທີ 13 ສິງຫານີ້ວ່າ ສົກປີ 2023-2024 ນີ້ ມີນັກຮຽນສມັກສອບເສັງເຂົ້າຫລັກສູດ ຄຣູພາສາຈີນ ໃນມື້ວັນທີ 12 ສິງຫາ 562 ຄົນ ທຽບໃສ່ສົກປີ 2021-2022 ຊຶ່ງເປັນສົກປີທໍາອິດ ທີ່ມີພຽງ 193 ຄົນ ຄືເພີ່ມຂຶ້ນເກືອບເຖິງ 3 ເທົ່າ ແລະສົກປີ 2022-2023 ມີ 297 ຄົນ. ການສອບເສັງຄັດເລືອກ ເອົານັກຮຽນເຂົ້າສຶກສາຕໍ່ ສາຂາຄຣູພາສາຈີນຄັ້ງນີ້ ເປັນປີທີ 3 ເຊິ່ງຈະຄັດເລືອກເອົາ 90 ຄົນຈາກຈໍານວນທັງໝົດ ຄືຈະຄັດເລືອກເອົາຈໍານວນເທົ່າກັນກັບ 2 ປີກ່ອນ ຕາມການອະນຸມັດຂອງກະຊວງ ສຶກສາທິການ ແລະກິລາ ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ສະຖາບັນຂົງຈື້ ຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 17 ສິງຫານີ້.
“ປີນີ້ກໍຫລາຍເດ໋ ປີນີ້ ແຕ່ຄະນະອັກສອນສາດ ພາກວິຊາພາສາຈີນ ຫັ້ນ ກໍຫລາຍຂຶ້ນ ສມັກພັນຄົນ ແຕ່ວ່າເອົາແຕ່ 60 ຄົນ. ປີນີ້ ຂອງ (ມຊ) ມະຫາວິທຍາໄລແຫ່ງຊາຕລາວ ແຕ່ສະຖາບັນຂົງຈື້ນີ້ ຈະກໍານົດເອົາຢູ່ 90 ຄົນ.”
ທ່ານກ່າວຕື່ມວ່າ ສາເຫດສໍາຄັນ ທີ່ເຮັດໃຫ້ນັກຮຽນຈົບຊັ້ນ ມ. 7 ສມັກສອບເສັງເຂົ້າຮຽນ ເປັນຄຣູພາສາຈີນຫລາຍຂຶ້ນ ກໍຍ້ອນຈະມີໂອກາດ ຊອກວຽກເຮັດໄດ້ງ່າຍ ເນື່ອງຈາກນັກທຸຣະກິຈຈີນ ເຂົ້າມາລົງທຶນຢູ່ລາວຫລາຍ ແລະຈະມີໂອກາດໄດ້ຮັບທຶນການສຶກສາ ໄປຮຽນຕໍ່ປະເທດຈີນ, ຖ້າຮຽນໄດ້ຕາມເງື່ອນໄຂ ກໍຈະໄດ້ໃບປະກາດສະນິຍະບັດ (ປະຣິນຍາບັດ) ທັງຈາກສະຖາບັນຂົງຈື້ ຢູ່ລາວ ແລະມະຫາວິທຍາລັຍຢູ່ຈີນ.
ດັ່ງທີ່ທ່ານກ່າວວ່າ:
“ເຮົາເບິ່ງຈາກໂຕຈິງ ກໍຮູ້ເນາະ ດຽວນີ້ ນັກທຸຣະກິຈ ກໍມາລົງທຶນຫລາຍ ແລ້ວກໍອີກຢ່າງ ກໍຊອກວຽກງ່າຍ ຖ້າເຮົາໄດ້ພາສາຈີນແມ່ນບໍ່ ແລ້ວເຣື່ອງທາງຣົຖໄຟນີ້ ເຂົາກໍຮັບສມັກຄົນທີ່ໄດ້ພາສາຈີນ ອີກຢ່າງກໍທາງຣັຖບານລາວ ກັບຈີນນັ້ນ ມີການຮ່ວມມືກັນ ກໍມີໂຄຕ້າໄດ້ໄປຮຽນເດ້. ຄັນສົມມຸດເຈົ້າຮຽນໄດ້, ເຈົ້າ ຄະແນນໄດ້ສູງ ທຶນຊ່ວຍເຫລືອລ້າ ມີເງິນເດືອນໃຫ້ຈັ່ງຊີ້ນ່າ.”
ນັກສຶກສາລາວ ຈາກປະເທດຈີນຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ສາເຫດສໍາຄັນທີ່ສຸດ ທີ່ເຮັດໃຫ້ນັກ ຮຽນລາວພາກັນຮຽນຫລັກສູດ ທີ່ກ່ຽວຂ້ອງກັບພາສາຈີນຫລາຍຂຶ້ນ ບໍ່ແມ່ນແຕ່ວ່າ ຈະຊອກວຽກເຮັດໄດ້ງ່າຍເທົ່ານັ້ນ ແຕ່ຍັງໄດ້ເງິນເດືອນສູງກວ່າ ຜູ້ທີ່ບໍ່ໄດ້ພາສາຈີນນໍາດ້ວຍ.
“ເຮົາກໍຮຽນຈົບມາແຕ່ຈີນ ສໍາຄັນຫລາຍທີ່ສຸດໃນປັດຈຸບັນນີ້ເນາະ ນັກລົງທຶນເນາະ ສ່ວນຫລາຍມັນຈະເປັນຄົນຈີນຫັ້ນນ່າ ແລ້ວຜູ້ໃດໄດ້ພາສາຈີນ ຈະໄດ້ປຽບເນາະ ໄປເຮັດວຽກເຮັດງານຈະໄດ້ເງິນເດືອນສູງ ກວ່າ ບ້ານເຮົາເອງເງິນເດືອນສູງສຸດ ກໍມີແຕ່ລ້ານ 5 ນີ້ ຫາວຽກຫາງານກໍຖືວ່າ ຍາກສຸດແລ້ວ ຜູ້ບໍ່ໄດ້ພາສາຈີນກໍບໍ່ມີໂອກາດ ເງິນເດືອນ ມີໂອກາດກໍເງິນ ເດືອນຈະຕໍ່າກວ່າ ສົມມຸດວ່າ ນ້ອງບໍ່ໄດ້ພາສາຈີນ ອ້າຍໄດ້ພາສາຈີນ ເຮັດວຽກບ່ອນດຽວກັນ ຢູ່ເທິງຣົຖໄຟນີ້ ອ້າຍໄດ້ 5 ລ້ານ ນ້ອງໄດ້ 3 ລ້ານຕ່າງກັນບໍ່.”
ຄຣູສອນພາສາຈີນ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງເວົ້າວ່າ ວຽກຫລັກຂອງຕົນ ແມ່ນເປັນຣັຖກອນຄຣູ ແລະເຮັດວຽກເສີມ ເປັນພໍ່ຄ້າຂາຍເຄື່ອງ ລາຄາສົ່ງຈາກຈີນ ແລະທັງເປັນນັກແປພາສາຈີນ, ເປັນຄຣູສອນພາສາຈີນ ທາງອອນລາຍນ໌ຕອນເຊົ້າ ກ່ອນຈະໄປການ, ມີລາຍໄດ້ທັງໝົດກຸ້ມຄອບຄົວ ແລະຄິດວ່າ ການທີ່ນັກຮຽນສົນໃຈຮຽນພາສາຈີນ ຫລາຍຂຶ້ນ ກໍເພື່ອຫລຸດພົ້ນ ອອກຈາກຄວາມທຸກຍາກ, ຍ້ອນຢາກມີລາຍໄດ້ຫລາຍຊ່ອງທາງ.
ດັ່ງທີ່ທ່ານກ່າວວ່າ:
“ປັດຈຸບັນນີ້ ເດັກ ນ້ອຍຫລາຍໆຄົນ ຜູ້ໃດກໍຮຽນພາສາຈີນ ຢ່າງດຽວເນາະ ບໍ່ວ່າທັງຮຽນອອນລາຍນ໌-ອອຟລາຍນ໌ ຈັ່ງຊີ້ເນາະ. ອັນນີ້ກໍສອນອອນລາຍນ໌ຄືກັນເນາະ ແລ້ວຖ້າມີເວລາ ກໍແປພາສາພ້ອມ ເຮົາບໍ່ໄດ້ໄປເຮັດວຽກບ່ອນອື່ນໆ. ເຮົາກໍສາມາດສັ່ງເຄື່ອງຈາກຈີນ ຂາຍອອນລາຍນ໌ ກໍໄດ້. ມັນເຮັດໃຫ້ໄດ້ລາຍໄດ້ຫລາຍຊ່ອງທາງເລີຍເນາະ. ເບື້ອງຄອບຄົວກຸ້ມກິນລະ ເດືອນນຶ່ງ 2-3 ພັນຢວນ ເຮັດວຽກນໍາຄົນຈີນໂດຍກົງ ຂະເຈົ້າຈະເອົາເງິນຢວນໃຫ້. ເຂົາເຈົ້າຖາມວ່າ ຈະເອົາເງິນຢວນ ຫລືເງິນກີບ ເຮົາກໍເອົາເງິນຢວນແຫລະເນາະ ໃຜຊິເອົາເງິນກີບ. ເງິນກີບຕໍ່າ.”
ນັກຮຽນຊັ້ນ ມ. 7 ຈາກແຂວງໄຊຍະບູຣີ ນາງນຶ່ງ ເວົ້າວ່າ ຕົນມີໝູ່ທີ່ຮຽນຢູ່ຊັ້ນດຽວກັນ ໄປສມັກສອບເສັງຮຽນພາສາຈີນ ຢູ່ສະຖາບັນຂົງຈື້ ຍ້ອນເຊື່ອວ່າ ເມື່ອຮຽນຈົບປະຣິນຍາຕຣີແລ້ວ ຈະໄດ້ເຮັດວຽກແນ່ນອນ, ເປັນນັກແປພາສາໃຫ້ຄົນຈີນ, ໄດ້ເງິນເດືອນຫລາຍ, ນັກທຸຣະກິຈຈີນເຂົ້າມາລົງທຶນ ປູກພືດ ແລະໝາກໄມ້, ສ້າງໂຮງງານປຸງແຕ່ງ.
ດັ່ງທີ່ນາງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 17 ສິງຫານີ້ວ່າ:
“ໄປຮຽນພາສາຈີນນີ້ ແບບຄົນຈີນເຂົາເຈົ້າມາເຮັດວຽກແລ້ວ ຊິໄດ້ໄປແປພາສາໃຫ້ເຂົາ ເງິນເດືອນກໍດີແທ້ ເດືອນນຶ່ງ 4 ລ້ານປາຍກີບ ປະມານນີ້ແຫລະ ເພາະວ່າຢູ່ໃສກໍມີແຕ່ຈີນເດ້ ເຂົາເຈົ້າເຮັດແບບວ່າ ຄືໂຮງງານອິຫຍັງ ຈັ່ງຊີ້ນ່າ ປູກໝາກໂມ, ມັນຕົ້ນ ອິຫຍັງຈັ່ງຊີ້ນີ້ນ່າ.”
ແມ່ຂອງນັກຮຽນຜູ້ນຶ່ງ ກໍສນັບສນູນໃຫ້ລູກຂອງຕົນ ຮຽນຫລັກສູດ ຄຣູພາສາຈີນ ຢູ່ສະຖາບັນຂົງຈື້ ຍ້ອນເຫັນວ່າມັນມີຄວາມສໍາຄັນ, ເມື່ອຮຽນຈົບມາແລ້ວ ຈະບໍ່ໄດ້ເປັນແຕ່ຄຣູສອນພາສາຈີນ ເທົ່ານັ້ນ ແຕ່ຍັງສາມາດໄປເຮັດວຽກ ດ້ານການທ່ອງທ່ຽວ ຫລືຄ້າ-ຂາຍ ແລະອື່ນໆ ຍ້ອນມັນງ່າຍໃນການສື່ສານ ຮອງລົງມາຈາກພາ ສາອັງກິດ.
ດັ່ງທີ່ນາງເວົ້າໃນມື້ດຽວກັນນີ້ວ່າ:
“ໂຕນີ້ຫັ້ນ ປະເທດເຮົາເນາະ ມັນຈະມີແຕ່ຈີນເນາະ ແລ້ວກໍການເຮັດວຽກ ຂອງເຂົາເຈົ້າຫັ້ນນ່າ ມັນກໍຈະງ່າຍຂຶ້ນ ຖ້າວ່າລູກຂອງເຮົາ ໄດ້ພາສາຈີນເນາະ ເພາະວ່າທຸກມື້ນີ້ຄົນຈີນ ຢູ່ນີ້ຫັ້ນມັນຫລາຍຫັ້ນນ່າ ເຈົ້າ ອີກຢ່າງກໍເຮັດວຽກງ່າຍເນາະ ມັນຈະງ່າຍໃນການສື່ສານ ເພາະວ່າມັນເປັນຮອງ ໄລ່ເລັ່ຽກັບພາສາອັງກິດແລ້ວດຽວນີ້.”
ທ່ານ ສິຣິອຸດົງ ສູນດາຣາ ຮອງຣັຖມົນຕຣີ ກະຊວງສຶກສາທິການ ແລະກິລາ ກ່າວໃນມື້ວັນທີ 13 ສິງຫານີ້ວ່າ ໃນສົກປີ 2023-2024 ມີມະຫາວິທຍາໄລ 4 ແຫ່ງທົ່ວປະເທດ ເປີດຮັບສມັກນັກສຶກສາທັງໝົດ 11,175 ຄົນ, ແຕ່ມີຜູ້ມາລົງທະບຽນພຽງ 8,416 ຄົນ. ສາຂາວິຊາ ທີ່ມີຜູ້ສົນໃຈລົງທະບຽນ ຫລາຍກວ່າໝູ່ ແມ່ນ ວິຊາບໍຣິຫານທຸຣະກິຈ, ການເງິນ ແລະໄອທີ, ແຕ່ມື້ວັນທີ 1 ຫາວັນທີ 14 ກໍຣະກະດາທີ່ຜ່ານມາ ໃນທົ່ວປະເທດ ມີນັກຮຽນຈົບຊັ້ນ ມ.7 ລົງທະບຽນສມັກສອບເສັງ ເຂົ້າຮຽນໃນທຸກຄະນະ ສາຂາວິຊາ ຊຶ່ງໃນນັ້ນ ສມັກເຂົ້າຮຽນຄະນະອັກສອນສາດ ສາຂາວິຊາພາສາຈີນ ເປັນອັນດັບນຶ່ງ, ມີຜູ້ ສມັກເຖິງ 1,520 ຄົນ ຮອງລົງມາ ແມ່ນສາຂາວິຊາພາສາອັງກິດ ມີຜູ້ສມັກ 1,186 ຄົນ.