ຊາວບ້ານຂໍໃຫ້ທາງການ ແກ້ໄຂ ຄ່າທາງ 16E

ສຸພັດຕາ
2020.11.19
f-toll ບ່ອນເກັບຄ່າຜ່ານທາງ ຖນົນເລກທີ 16E ປາກເຊ-ປາກຊ່ອງ ແຂວງຈໍາປາສັກ
File photo: RFA

ປະຊາຊົນ ຢູ່ ແຂວງຈໍາປາສັກ ຜູ້ໃຊ້ເສັ້ນທາງ 16E ຣະຫວ່າງ ປາກຊ່ອງ-ປາກເຊ ຮຽກຮ້ອງໃຫ້ທາງການ ຊ່ອຍແກ້ໄຂເຣື່ອງເກັບຄ່າຜ່ານ ທາງ ທີ່ກຸ່ມບໍຣິສັດ ຫຸ້ນສ່ວນການຄ້າພາກໃຕ້ລາວ ເກັບແພງ ແລະ ບໍ່ຮູ້ວ່າ ຕ້ອງເກັບຄ່າຜ່ານທາງໄປຈົນເຖິງເມື່ອໃດ, ດັ່ງຊາວບ້ານ ຢູ່ ນະຄອນປາກເຊ ຜູ້ນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ພຶສຈິກາ ນີ້ວ່າ:

“4 ລໍ້ ນີ້ແມ່ນ 15 ພັນ ໄປ-ກັບ 30 ຊິແມ່ນແຕ່ກິໂລນຶ່ງ ໄປ-ກັບ ເຈົ້າກະແມ່ນເສັຍຣົດໃຫຍ່ນັ້ນ ຈະແພງຂຶ້ນເລື້ອຍໆ ເຂົ້າຈະມີປ້າຍຂຽນ ມີຢູ່, ບໍ່ສົມຄວນທີ່ສຸດ ເພາະວ່າມັນເປັນເສັ້ນທາງເກົ່າ ທີ່ເຄີຍໃຊ້ຕລອດ ຕ້ອງມີນະໂຍບາຍ ໃຫ້ຄົນພື້ນທີ່ ທີ່ເຂົາຈໍາເປັນຕ້ອງໃຊ້ທຸກວັນ ຕ້ອງມີ ທາງອອກນໍາກັນ ຂໍໃຫ້ເພິ່ນແກ້ໄຂແທ້ໆ.”

ຂນະດຽວກັນ ຜູ້ນໍາທ່ຽວ ທີ່ເຮັດວຽກ ຢູ່ແຂວງຈໍາປາສັກ ກໍໃຫ້ຄວາມເຫັນກ່ຽວກັບເຣື່ອງນີ້ວ່າ ທາງເສັ້ນນີ້ ບໍຣິສັດເອກກະຊົນ ເປັນຜູາສ້າງ ແລະ ເກັບຄ່າຜ່ານທາງ ຣົດໃຫຍ່ທຸກຄັນຜ່ານ ຕ້ອງໄດ້ເສັຽຄ່າຜ່ານໝົດ, ດັ່ງທ່ານກ່າວວ່າ:

“ທາງໂຕນີ້ ເປັນເສັ້ນທາງເອກກະຊົນ ເປັນຜູ້ສ້າງ ຖ້າເປັນຣົດເກັ໋ງ ຣົດສ່ວນຕົວ 15 ພັນ ຣົດຕູ້ທ່ອງທ່ຽວ ຣົດ 12 ບ່ອນນັ່ງ 20 ພັນກີບ ຄັນເວົ້າຕາມປະຊາຊົນແທ້ ກະບໍ່ຢາກໃຫ້ເກັບແຫຼະ ແຕ່ຣັຖບານເຮັດໃດ໋ ໂຕນີ້ ກໍມີທາງແກ້ໂຕເຂົາດອກ.”

ຊາວບ້ານ ຢູ່ເມືອງປາກຊ່ອງຄົນນຶ່ງ ກໍເວົ້າຄືກັນວ່າ ຕົນແລະຊາວບ້ານ ອີກຫຼາຍຄົນ ທີ່ໃຊ້ທາງເສັ້ນນີ້ ກໍບໍ່ເຫັນດີ ທີ່ມີການເກັບຄ່າຜ່ານທາງ ແຕ່ກໍເຮັດຫຍັງບໍ່ໄດ້:

“ປາກເຊ-ປາກຊ່ອງ ໃຊ້ໄດ້ທາງດອກ ຍັງເກັບຢູ່ ເລີຍກິໂລແມັດ 21 ຈະບໍ່ມີບ່ອນເກັບ ທັງໄປ ທັງກັບ ຄັນຊິເວົ້າຫຼາຍ ກໍບໍ່ເຫັນດີ ແຕ່ວ່າກໍ ຈໍາເປັນແຫຼະ ຫຼີກລ້ຽງບໍ່ໄດ້.”

ດ້ານເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ເມືອງປາກເຊ ທ່ານນຶ່ງກ່າວວ່າ ເສັ້ນທາງເສັ້ນນີ້ ເປັນເສັ້ນທາງເກົ່າ ແຕ່ມີການສ້ອມແປງໃໝ່ ຊຶ່ງບໍຣິສັດຂອງ ເອກກະຊົນເປັນຜູ້ລົງທຶນ ທາງເພິ່ນຈຶ່ງມີການຮຽກຮ້ອງໃຫ້ມີການ ເກັບຄ່າຜ່ານທາງ ແຕ່ຍັງບໍ່ສາມາດໃຫ້ຂໍ້ມູນໄດ້ວ່າ ຈະເກັບໄປຈົນເຖິງ ເມື່ອໃດ, ດັ່ງທ່ານກ່າວວ່າ:

“ທາງເສັ້ນດຽວນີ້ແຫຼະ ເພາະວ່າເພິ່ນເຮັດໃໝ່ໝົດແລ້ວ ກໍເລີຍເກັບຄ່າຜ່ານທາງ ເປັນຂອງເອກກະຊົນ ທີ່ວ່າເຮັດທາງ ຕ້ອງໄດ້ເສັຽຄ່າຜ່ານ ທາງໃຫ້ເພິ່ນ ທາງເຮົາກໍຍັງບໍ່ໄດ້ຮູ້ ຍັງອີກຄົນ ເພິ່ນຍັງສ້າງອີກດ່ານ ມັນຊິໄປຕິດເປັນສອງດ່ານ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທ່ານນຶ່ງ ຢູ່ກຸ່ມບໍຣິສັດ ຫຸ້ນສ່ວນການຄ້າ ພາກໃຕ້ລາວ ຊຶ່ງເປັນຜູ້ສັມປະທານກໍ່ສ້າງ ແລະເກັບຄ່າຜ່ານທາງເສັ້ນ 16 E ແຕ່ປາກຊ່ອງ ຫາ ປາກເຊ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າມາ ຮອດປັດຈຸບັນ ຍັງມີການເກັບຄ່າ ຜ່ານທາງຢູ່ ແລະ ຍັງບໍ່ມີກໍານົດວ່າ ຈະເຊົາເກັບເມື່ອໃດ ຍ້ອນທາງບໍຣິສັດ ເປັນຜູ້ລົງທຶນເອງ ຣັຖບານລາວ ຍັງບໍ່ໄດ້ໃຫ້ທຶນໃນການປັບປຸງ ກໍ່ສ້າງເສັ້ນທາງເສັ້ນ ນີ້ເທື່ອ:

“ຍັງເກັບຢູ່ ເພາະວ່າເຮົາເຮັດທາງ ແລະ ເຮົາເກັບທາງ ເພາະວ່າຣັຖບານເພິ່ນ ຍັງບໍ່ທັນໃຫ້ເງິນເຮົາ ກໍເລີຍວ່າເຮົາຕ້ອງໄປເກັບໄປກ່ອນ ເພາະວ່າເຮົາເອົາທຶນເຮົາເອງເຮັດ ໂຕນີ້ ກໍຍັງຊິດົນເຕີບຢູ່.”

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ຜແນກໂຍທາທິການ ແລະຂົນສົ່ງ ແຂວງຈໍາປາສັກ ເພື່ອຖາມຂໍ້ຮ້ອງຮຽນ ຂອງຊາວບ້ານກ່ຽວກັບ ການກັບຄ່າຜ່ານທາງແພງຢູ່ເສັ້ນ 16E ແຕ່ປາກຊ່ອງ-ປາກເຊ ຮວມເຖິງການແກ້ໄຂບັນຫາ ດ່ັງກ່າວ ແຕ່ ທາງເຈົ້າໜ້າທີ່ ຍັງບໍ່ສະດວກ ໃນຂໍ້ມູນ.

ນອກຈາກເສັ້ນທາງທີ່ວ່ານີ້ແລ້ວ ຍັງມີເສັ້ນທາງອື່ນໆ ໃນແຂວງຈໍາປາສັກ ທີ່ໄດ້ມີການເກັບຄ່າ ຜ່ານທາງ ແລະມີບັນຫາເຊັ່ນດຽວກັນ ເປັນຕົ້ນ ເສັ້ນທາງ 16A ແຕ່ຂົວປາກເຊ ຫາຊາຍແດນວັງເຕົ່າ ຍ້ອນການ ກໍ່ສ້າງທາງນັ້ນ ເປັນບໍຣິສັດ ເອກກະຊົນ ເປັນຜູ້ລົງທຶນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.