ຄົນງານລາວ ຢູ່ໄທ ທີ່ມີ MOU ຕ້ອງກັບຄືນປະເທດລາວ ພາຍໃນ ວັນທີ 13 ກຸມພາ

ສຸພັດຕາ
2025.01.31
ຄົນງານລາວ ຢູ່ໄທ ທີ່ມີ MOU ຕ້ອງກັບຄືນປະເທດລາວ ພາຍໃນ ວັນທີ 13 ກຸມພາ ຮູບພາບປະກອບ: ຄົນງານຕ່າງດ້າວ ທີ່ໂຮງງານແຫ່ງໜຶ່ງ ຢູ່ປະເທດໄທ. ເດືອນມັງກອນ ປີ 2021.
ກົມຈັດຫາງານ ກະຊວງແຮງງານ ຂອງໄທ

ໃນວັນທີ 13 ເດືອນກຸມພາ ປີ 2025 ທີ່ຈະມາເຖິງນີ້ ເຊິ່ງເປັນມື້ສຸດທ້າຍ ໃນການຕໍ່ໃບອະນຸຍາດເຮັດວຽກ ໃນໄທ ຂອງຄົນງານ 4 ສັນຊາດ ປະກອບມີ ຄົນງານລາວ, ຫວຽດນາມ, ກໍາປູເຈຍ ແລະມຽນມາ.

ແຕ່ສໍາລັບຄົນງານລາວ ແມ່ນພົບບັນຫາຫຍຸ້ງຍາກຫຼາຍ ຍ້ອນວ່າ ລັດຖະບານລາວ ບໍ່ອະນຸຍາດ ໃຫ້ມີການຕໍ່ໃບອະນຸຍາດ ຜ່ານລະບົບອອນລາຍໃນໄທ ເຮັດໃຫ້ຄົນງານລາວ ຕ້ອງເດີນທາງ ກັບໄປຍັງປະເທດລາວ ເພື່ອໄປຕໍ່ໃບອະນຸຍາດເຮັດວຽກໃໝ່.

ບັນຫານີ້ ເຮັດໃຫ້ຄົນງານລາວ ເສຍເວລາພັກວຽກຫຼາຍມື້. ບາງເທື່ອນາຍຈ້າງກໍບໍ່ຢາກໃຫ້ລາພັກວຽກ ແລະ ຍັງເສຍຄ່າໃຊ້ຈ່າຍເພີ່ມ ເພາະຕ້ອງລໍຖ້າດົນ ເກືອບ 1 ເດືອນ ເຮັດໃຫ້ຄົນງານລາວຈໍານວນໜຶ່ງ ອາດຕ້ອງຫຼຸດອອກຈາກລະບົບ MOU ກາຍເປັນຄົນງານລາວ ແບບຜິດກົດໝາຍ ແລະລັກເຮັດວຽກ ໂດຍການນໍາໃຊ້ພາສປອດເທົ່ານັ້ນ, ດັ່ງຄົນງານລາວໃນໄທ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 31 ມັງກອນ ນີ້ວ່າ:

“ດຽວນີ້ຫັ້ນ ອັນຖ້າແລ່ນອີ່ຫຍັງຕ່າງໆຫັ້ນ ແນ່ນອນວ່າ ມັນບໍ່ທັນວັນທີ 13 ແນ່ນອນ ເພື່ອລໍຖ້າ ອັນເອກະສານໂຕ MOU ນີ້ອອກ ສະຖານທູດ ເພິ່ນແຈ້ງປະມານ 25 ຫຼື 26 ບາງຄົນ ກະອັນ ຈໍ້າເປັນວີຊ້າທ່ອງທ່ຽວເອົາ.”

ຂະນະທີ່ ຄົນງານລາວ ອີກທ່ານໜຶ່ງ ກ່າວວ່າ ການຕໍ່ໃບອະນຸຍາດເຮັດວຽກໃນໄທ ຂອງຄົນງານລາວ ບໍ່ສາມາດຕໍ່ໄດ້ທາງອອນລາຍ. ຕ້ອງເດີນທາງໄປຕໍ່ໃບອະນຸຍາດເຮັດວຽກ ຢູ່ປະເທດລາວເທົ່ານັ້ນ, ໂດຍສ່ວນໃຫຍ່ ຄົນງານລາວ ຈະຕໍ່ໃບອະນຸຍາດເຮັດວຽກໃນໄທ ກໍຈະຈ້າງບໍລິສັດຈັດຫາງານເຮັດໃຫ້ ເຖິງແມ່ນວ່າ ຈະເສຍເງິນຫຼາຍກໍຕາມ ເພາະງ່າຍ ແລະສະດວກ ໂດຍຍອມເສຍເງິນຫຼາຍ ປະມານ 12,000 ບາດ:

“ຖ້າວ່າ ໝົດໃບອະນຸຍາດ ຕ້ອງມາຕໍ່ຢູ່ຝັ່ງລາວ ຕ້ອງໄດ້ຜ່ານລາວ ຈັ່ງເຂົ້າໄທໄດ້ ຖ້າວ່າຖືກເຂົາກວດໄດ້ ກະຖືກປັບໃໝເນາະ ຖືກສົ່ງກັບຫັ້ນແລ້ວ ຖ້າວ່າ ມີບໍລິສັດເຂົາຕໍ່ໃຫ້ ພົວພັນກັບບໍລິສັດ ທີ່ຈະເຮັດ MOU 12,000 ຫາ 13,000 ນີ້ແຫຼະ ເຂົາບໍລິການໃຫ້ໝົດ.”

ກ່ຽວກັບເລື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ຂໍສະຫງວນຊື່ ແລະຕໍາແໜ່ງ ທ່ານໜຶ່ງກ່າວວ່າ ສາເຫດ ທີ່ລັດຖະບານລາວ ບໍ່ອະນຸຍາດໃຫ້ຄົນງານລາວ ລົງທະບຽນ ຕໍ່ໃບອະນຸຍາດເຮັດວຽກໃນໄທ ແບບອອນລາຍໄດ້ ກໍຍ້ອນວ່າ ທາງການລາວ ແມ່ນຢາກໃຫ້ຄົນງານລາວ ກັບຄືນປະເທດລາວ ເພື່ອເປັນສ່ວນໜຶ່ງ ໃນການຊ່ອຍ ໃນເລື່ອງການຂາດແຄນຄົນງານ ໃນລາວ, ດັ່ງທ່ານກ່າວວ່າ:

“ອອນລາຍ ບໍ່ມີ ມີແຕ່ໃຫ້ບໍລິສັດນໍາສົ່ງ ຮອດຄົບ 2 ປີ ແມ່ນໃຫ້ມາ ແຮງງານເຮົາ ທີ່ໄປຢູ່ຕ່າງປະເທດ ນີ້ປະເທດໄທ ໄປຢູ່ຈຸດໃດແດ່ ແລ້ວກະບໍ່ມີຄົນ ຕົກເຮ່ຍຊີ້ນ່າ ແລ້ວກັນເພື່ອ ການຂາດແຄນແຮງງານແດ່ ແລ້ວກະ ຫຼາຍຢ່າງຢູ່ໃນຫັ້ນແຫຼະ.”

ສໍາລັບເລື່ອງນີ້ ທ່ານ ສົນທະຍາ ກາລາສີ ຜູ້ອໍານວຍການ ກອງທະບຽນຈັດຫາງານກາງ ແລະຄຸ້ມຄອງຄົນງານ ກົມການຈັດຫາງານ ກະຊວງແຮງງານຂອງໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ການຕໍ່ໃບອະນຸຍາດເຮັດວຽກ ພາຍໃນວັນທີ 13 ເດືອນກຸມພາ 2025 ໃນປະເທດໄທນີ້ ຈະມີ 2 ສັນຊາດ ຄື ຄົນງານລາວ ກັບຫວຽດນາມ ທີ່ບໍ່ສາມາດລົງທະບຽນອອນລາຍ ໃນໄທໄດ້ ຍ້ອນທາງລັດຖະບານ ທັງ 2 ປະເທດ ບໍ່ອະນຸຍາດ.

ດັ່ງນັ້ນ ຄົນງານລາວ ກໍຕ້ອງກັບໄປຕໍ່ໃບອະນຸຍາດເຮັດວຽກ ຢູ່ຝັ່ງລາວ ແລະທ່ານ ກໍຢາກໃຫ້ຄົນລາວ ຟ້າວໄປເຮັດ ເພາະເຫຼືອເວລາໜ້ອຍແລ້ວ ຖ້າຕໍ່ໃບອະນຸຍາດບໍ່ທັນ ກໍ່ຈະເປັນຄົນງານລາວ ທີ່ຜິດກົດໝາຍ ເຊິ່ງບໍ່ຢາກໃຫ້ເກີດຂຶ້ນ ເພາະການເປັນຄົນງານລາວ ແບບຜິດກົດໝາຍ ມີຄວາມສ່ຽງຫຼາຍຢ່າງ ໂດຍສະເພາະ ການຖືກຄ້າມະນຸດ, ການຖືກກົດຂີ່ ບັງຄັບໃຊ້ແຮງງານ ແລະບໍ່ໄດ້ຮັບສະຫວັດດີການ ດ້ານສຸຂະພາບ, ດັ່ງທ່ານກ່າວວ່າ:

“ເພາະວ່າ ຄົນທີ່ເຂົ້າມາເຮັດວຽກ ຖືກຕ້ອງຕາມກົດໝາຍ ບໍ່ສຸ່ມສ່ຽງໃນການຖືກກົດຂີ່, ການບັງຄັບໃຊ້ແຮງງານ ຫຼື ເຂົ້າຂ່າຍ ຂອງການທີ່ຈະຖືກກະທໍາ ຫຼື ຄ້າມະນຸດ ຄົນກຸ່ມນີ້ ເຈັບໄຂ້ໄດ້ປ່ວຍ ສາມາດທີ່ຈະເຂົ້າເຖິງ ສາທາລະນະສຸກ ຂອງປະເທດໄດ້ ກໍລະນີສະພາບການຈ້າງ ທີ່ຮູ້ສຶກວ່າ ໂຕເອງ ບໍ່ໄດ້ຮັບຄວາມເປັນທໍາ ສາມາດເຂົ້າເຖິງສິດທິ ການຮ້ອງຮຽນຕ່າງໆ.”

ປັດຈຸບັນ ມີຄົນງານລາວ ເຂົ້າມາເຮັດວຽກຢູ່ໄທ ແບບຖືກກົດໝາຍ ຈໍານວນ 291,315 ຄົນ ອີງຕາມການລາຍງານ ຂອງກົມຈັດຫາງານ ກະຊວງແຮງງານຂອງໄທ ປະຈໍາເດືອນ ທັນວາ ປີ 2024.

ແລະໃນຮອບ 6 ເດືອນ ລະຫວ່າງວັນທີ 5 ເດືອນມິຖຸນາ ປີ 2024 ຫາ ວັນທີ 28 ມັງກອນ ປີ 2025 ເຈົ້າໜ້າທີ່ໄທ ຈັບຄົນງານລາວ ທີ່ເຂົ້າມາເຮັດວຽກແບບຜິດກົດໝາຍ ໄດ້ຈໍານວນ 504 ຄົນ. ສ່ວນຫຼາຍ ເຂົ້າມາລັກເຮັດວຽກ ເປັນພະນັກງານຮ້ານອາຫານ ແລະເຄື່ອງດື່ມ, ຂາຍເຄື່ອງຍົກ-ຂາຍຍ່ອຍ, ກໍາມະກອນກໍ່ສ້າງ.

ຕາມກົດໝາຍຂອງໄທ ຫາກພົບຄົນງານລາວ ທີ່ເຂົ້າມາເຮັດວຽກແບບຜິດກົດໝາຍ ບໍ່ມີໃບອະນຸຍາດເຮັດວຽກ ຈະມີຄວາມຜິດ ການເຂົ້າມາແບບຫຼົບໜີເຂົ້າເມືອງ ຕາມ ພ.ຣ.ບ ວ່າດ້ວຍ ຄົນເຂົ້າເມືອງ 1979 ແລະຖ້າເຂົ້າມາເຮັດວຽກຢູ່ໄທ ແບບບໍ່ມີໃບອະນຸຍາດ ກໍ່ຈະມີຄວາມຜິດ ຕາມ ພ.ຣ.ກ ການບໍລິຫານ ຈັດການທໍາງານ ຂອງຄົນຕ່າງດ້າວ 2017 ມີໂທດປັບໃໝ ແຕ່ 5,000 ຫາ 50,000 ບາດ ແລະຖືກຜັກດັນ ກັບປະເທດຕົ້ນທາງ ທັງນີ້ ຄົນງານ ທີ່ຖືກດໍາເນີນຄະດີ ຈະບໍ່ສາມາດຂໍໃບອະນຸຍາດ ເຂົ້າມາເຮັດວຽກໃນໄທໄດ້ ຈົນກວ່າຈະພົ້ນໂທດເປັນເວລາ 2 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.