ຈ່າຍເງິນອຸດໜູນ 900,000 ກີບຕໍ່ເດືອນ ໃຫ້ຄົນງານລາວ ຍັງປະຕິບັດ ບໍ່ທົ່ວເຖິງ
2025.01.01

ມາເຖິງປັດຈຸບັນ, ຫຼາຍບໍລິສັດ ໃນລາວ ຍັງບໍ່ທັນໄດ້ປັບຂຶ້ນ ເງິນອຸດໜູນ ຄ່າຄອງຊີບ ໃຫ້ຄົນງານລາວ ທີ່ມີລາຍໄດ້ ຕໍ່າກວ່າ 2,500,000 ກີບຕໍ່ເດືອນ, ຕາມແຈ້ງການ ຂອງທາງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ວາງອອກ ໃນມື້ວັນທີ 27 ກັນຍາ 2024 ທີ່ລະບຸວ່າ ໃຫ້ຜູ້ປະກອບການ ຈ່າຍເງິນອຸດໜູນ ຄ່າຄອງຊີບ ໃຫ້ຄົນງານ ເດືອນລະ 900,000 ກີບຕໍ່ຄົນ ເພີ່ມຕື່ມເງິນເດືອນ ຂັ້ນພື້ນຖານ 1,600,000 ກີບ ເພື່ອໃຫ້ຄົນງານ ມີລາຍໄດ້ ບໍ່ຕໍ່າກວ່າ 2,500,000 ກີບຕໍ່ເດືອນ, ໂດຍສະເພາະຄົນງານ ທີ່ເປັນແຮງງານດິບ ໃນພາກການຜະລິດຕ່າງໆ. ດັ່ງຄົນງານ ນາງໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ທັນວາ ນີ້ວ່າ:
“ມີ, ຍັງມີຢູ່ດອກ ບາງໂຮງງານ ເຂົາກໍບໍ່ໄດ້ແຈ້ງ, ເຂົາບອກແຕ່ວ່າ ເຂົາຕ້ອງການຄົນງານ ທໍ່ນັ້ນທໍ່ນີ້ຄົນ. ລາຍຮັບລະແມ່ນລົມກັນ ຕອນສໍາພາດ, ເຂົາເຈົ້າກໍຕ້ອງໄດ້ໃຫ້ຕໍ່າ ຫັ້ນແຫຼະ ບໍ່ໃຫ້ສັງຄົມ ເຂົາເຈົ້າຮູ້ວ່າ ຈ່າຍເງິນບໍ່ຖືກ ຕາມລະບຽບ ທີ່ທາງການ ໄດ້ກໍານົດອອກມາ. ເປັນແຮງງານດິບ ບໍ່ມີລະດັບຢູ່ແລ້ວ, ກໍບໍ່ຊ່າງໄປຟ້ອງຄືເກົ່າ.”
ແລະ ຄົນງານ ອີກຜູ້ໜຶ່ງ ກໍເວົ້າວ່າ ຢູ່ປະເທດລາວ ຍັງມີຫຼາຍບໍລິສັດ ທີ່ບໍ່ມີຄວາມພ້ອມ ທີ່ຈະປັບເງິນອຸດໜູນ ໃຫ້ຄົນງານ ມີລາຍໄດ້ເຖິງ 2,500,000 ກີບຕໍ່ເດືອນ ຕາມທີ່ທາງການກໍານົດ ແລະ ວ່າ ຢູ່ໃນເຂດເສດຖະກິດພິເສດ ສະຫວັນ-ເຊໂນ ແຂວງສະຫວັນນະເຂດ ແລະ ຢູ່ນະຄອນຫຼວງວຽງຈັນ ກໍຍັງມີຫຼາຍບໍລິສັດ ທີ່ກົດຄ່າແຮງງານ, ໃຫ້ເງິນເດືອນຕໍ່າ ເປັນຕົ້ນ ຄົນງານທີ່ບໍ່ມີວິຊາຊີບ, ບໍ່ມີວຸດທິການສຶກສາ, ບໍ່ໄດ້ຜ່ານ ການຝຶກອົບຮົມ:
“ຜູ້ໃດບໍ່ເປັນ ເຂົາເຈົ້າກໍກົດເງິນເດືອນລົງ. ໂອ້ຍໆ ມີຫຼາຍ, ຝ່າຍຜະລິດນີ້ ບໍ່ແມ່ນລ້ານເຈັດ, ລ້ານແປດ, ຄ່ານໍ້າມັນ ກໍໝົດແລ້ວ. ໂອ້ຍ, ຢູ່ສະຫວັນບໍ່ອຶດ ວຽກກໍມີ ຮ້ານຫວຽດຫຍັງ ກໍມີ. ໂອ້ຍ, ລະບົບຮ້ອງ ເຂົາກໍບໍ່ສົນດອກ.”
ໃນຂະນະດຽວກັນ, ເຈົ້າໜ້າທີ່ ໂຮງງານຕັດຫຍິບ ແຫ່ງໜຶ່ງ ຢູ່ແຂວງສະຫວັນນະເຂດ ກໍເວົ້າເຖິງ ເລື່ອງການປັບ ເງິນອຸດໜູນ ຄ່າຄອງຊີບ ໃຫ້ຄົນງານ ຕາມການແຈ້ງການ ຂອງທາງການ ທີ່ຕ້ອງຈ່າຍຄ່າຈ້າງຂັ້ນຕໍ່າ 2,500,000 ກີບຕໍ່ເດືອນ ວ່າ ຍັງບໍ່ສາມາດ ທີ່ຈະໃຫ້ຄໍາຕອບ ຈະແຈ້ງໄດ້ເທື່ອ ແລະ ສໍາລັບຄົນງານລາວ ທີ່ເຂົ້າມາສະໝັກ ເຮັດວຽກໃໝ່ ກໍຕ້ອງໄດ້ຜ່ານການຕົກລົງ ເລື່ອງເງິນເດືອນພື້ນຖານ ກັນຕື່ມ, ມີແຕ່ຢາກໃຫ້ ເຂົ້າມາສະໝັກກ່ອນ. ດັ່ງທີ່ທ່ານກ່າວວ່າ:
“ເງິນເດືອນພື້ນຖານບໍ, ອັນນີ້ ທາງເຮົາມີແຕ່ຢາກໃຫ້ ເຂົ້າມາສະໝັກເລີຍເດີ້ ເພາະວ່າ ເງິນເດືອນພື້ນຖານ ຂອງພວກເຮົາ ຍັງປັບປຸງຢູ່, ບໍ່ທັນໄດ້ອອກ ເປັນທາງການ. ຄົນບໍ່ມີປະສົບການ, ອັນນີ້ ກໍຍັງບໍ່ຮູ້. ທັງນັ້ນທັງນີ້ ກໍຂຶ້ນກັບ ມື້ມາເຮັດວຽກນໍາ, ຂຶ້ນກັບຫຼາຍໆຢ່າງ.”
ແລະ ເຈົ້າໜ້າທີ່ ກໍາມະບານ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກໍເວົ້າກ່ຽວກັບ ເລື່ອງດຽວກັນນີ້ວ່າ ຕາມທີ່ໄດ້ລົງກວດກາ ກໍພົບວ່າ ຫຼາຍບໍລິສັດ ໄດ້ໃຫ້ເງິນເດືອນຄົນງານ ຫຼາຍກວ່າ 1,600,000 ກີບ ແລະ ບວກກັບເງິນອຸດໜູນ ຄ່າຄອງຊີບ ອີກ 900,000 ກີບ ລວມແລ້ວ ຄົນງານ ຜູ້ໜຶ່ງ ກໍຈະໄດ້ 2,500,000 ກີບຕໍ່ເດືອນ ແລະ ປັດຈຸບັນ ກໍຍັງບໍ່ມີ ຄົນງານຜູ້ໃດ ຮ້ອງຮຽນມາຫາ ກ່ຽວກັບເລື່ອງເງິນເດືອນ ນີ້ເທື່ອ. ດັ່ງທີ່ທ່ານກ່າວວ່າ:
“ກະບໍ່ໄດ້ຮັບຂໍ້ຄວາມ ຫຼືວ່າຮັບການຮຽກຮ້ອງ ມາຫາເຮົາເດ. ຊ່ວງໄລຍະຜ່ານມາ, ເຮົາກໍໄດ້ລົງໂຮງງານ ກະໄດ້ຖາມ ກ່ຽວກັບເງິນໂຕນີ້, ຫັ້ນນ່າ. ແຕ່ລະບໍລິສັດ ຫຼືໂຮງງານຕ່າງໆ ເຂົາເຈົ້າກໍວ່າ, ເອີ ໃຫ້, ໃຫ້ ລ້ານຫົກແລ້ວ ບວກຕື່ມອີກ 9 ແສນ ກໍປະມານ 2 ລ້ານ 5. ເຂົ້າໃໝ່ນີ້, ຈະບໍ່ຫຼຸດກວ່າ ສອງລ້ານຫ້າແສນ ນ່າ, ໂຮງງານ.”
ມາເຖິງປັດຈຸບັນ, ເຖິງແມ່ນທາງການລາວ ຈະໄດ້ກໍານົດ ໃຫ້ຫົວໜ່ວຍທຸລະກິດຕ່າງໆ ຈ່າຍເງິນອຸດໜູນ ຄ່າຄອງຊີບ ໃຫ້ຄົນງານ ເດືອນລະ 900,000 ກີບ, ໂດຍບໍ່ລວມ ເງິນອື່ນໆເຂົ້ານໍາ. ແຕ່ໃນພາກປະຕິບັດໂຕຈິງ, ແມ່ນຍັງບໍ່ທັນ ປະຕິບັດໄດ້ເທື່ອ, ຊຶ່ງບາງບໍລິສັດ ໃຫ້ເຫດຜົນວ່າ ຄົນງານບາງຄົນ ບໍ່ມີເງື່ອນໄຂພຽງພໍ ທີ່ຈະໄດ້ຮັບ, ທັງວຸດທິການສຶກສາ ແລະ ປະສົບການເຮັດວຽກ ກໍບໍ່ມີ, ບໍ່ກຸ້ມຄ່າ ທີ່ຈະປັບເງິນເດືອນ ແລະ ເງິນອຸດໜູນ ຄ່າຄອງຊີບ ນັ້ນໃຫ້.