ຊາວຊຽງດາກໍາລັງຈະເສັຽ ທີ່ດິນ

ຈເຣີນສຸຂ
2015.06.09
F-officials ເຈົ້າໜ້າທີ່ ຈາກ ຫ້ອງການເມຶອງ ໄຊເສດຖາ ທີ່ ໄປແຈ້ງການໃຫ້ ຊາວບ້ານຊຽງດາ ຮູ້ວ່າດິນ ຂອງຂະເຈົ້າ ຕົກເປັນ ກັມມະສິດ ຂອງ ຜູ້ມີ ໃບຕາດິນ ຂອບຄໍາ ແລ້ວ
Screenshot from Citizen Journalist video

ຊາວບ້ານ ຊຽງດາ ປະມານ 7 ຄອບຄົວ, ຮຽກຮ້ອງ ເຈົ້າໜ້າທີ່ ຂອງຣັຖ ລົງໄປ ແກ້ໄຂ ບັນຫາ ຂັດແຍ່ງ ທີ່ດິນ ປະມານ 3 ເຮັກຕາ ປາຍ, ທີ່ ຕິດກັບ ໂຄງການ ສ້າງຖນົນ ໃນ ເຂດ ບ້ານ ຊຽງດາ ເມືອງ ໄຊເສດຖາ. ຊາວບ້ານ ທີ່ ໄດ້ຮັບ ຜົນ ກະທົບ ທ່ານນຶ່ງ ທີ່ ບໍ່ ປະສົງ ອອກຊື່ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:

“ຜ່ານມາ ກະເຄີຍ ຂຽນ ຮ້ອງທຸກ ຢູ່ ຄືວ່າ ຫັ້ນເນາະ ເພິ່ນ ວຽກຫລາຍ ຫັ້ນນ່າ, ເພິ່ນ ກະ ບໍ່ໄດ້ ຄົ້ນຄວ້າ ບໍ່ ຕອບມາ ຈັກເທື່ອ ຫັ້ນນ່າ. ດຽວນີ້ ກະຢາກ ຮຽກຮ້ອງ ຫັ້ນ ແຫລະ ອັນ ພາກ ສ່ວນ ກ່ຽວຂ້ອງ ຫັ້ນນ່າ, ພະນັກງານ ກ່ຽວຂ້ອງ ຫັ້ນນ່າ ກະຢາກ ໃຫ້ມາ ຍັບຍັ້ງ, ກະຢາກ ໃຫ້ ມາສືບ ເບິ່ງວ່າ ມັນເປັນ ແນວໃດ ແທ້, ຊິ ຊ່ອຍ ແກ້ໄຂ ແນວໃດ”.

ການ ຂັດແຍ້ງ ດິນ ດັ່ງກ່າວ ເກີດ ຂຶ້ນ ເມື່ອ ວັນທີ 27 ເດືອນ ພຶສພາ 2015 ໃນ ຂນະທີ່ ມີ ນາຍທຶນ ຜູ້ນຶ່ງ ແລະ ອຳນາດ ການ ປົກຄອງ ທ້ອງຖິ່ນ ໄດ້ ນຳເອົາ ໃບ ຕາດິນ ຂອບຄຳ ໄປ ອ້າງ ເປັນ ກັມມະສິດ ໃນ ພື້ນທີ່ ດິນ 3 ເຮັກຕາ ປາຍ ຢູ່ ບ້ານ ຊຽງດາ. ນາຍທຶນ ດັ່ງກ່າວ ອ້າງເອົາ ກັມມະສິດ ໃນ ວີດີໂອ ທີ່ ຊາວບ້ານ ໄດ້ ເຜີຍແພ່ ອອກທາງ ເຟສບຸກ ໃນ ຕອນນຶ່ງ ວ່າ:

“ດິນນີ້ ເວນຄືນ ດິນ ຣັຖ ມອບໃຫ້, ບໍ່ແມ່ນ ຊື້ ເດ໋ນິ ດິນ ຣັຖ ເດ໋ນິ",

ຊາວບ້ານ ຖາມ ຄືນ: ຜູ້ໃດ ຣັຖ, ຜູ້ໃດ ເຊັນ ໃຫ້ເຈົ້າ?

"ໂອ! ກະມີ ກັມມະການ ແຕ່ງຕັ້ງ, ເຈົ້າຄອງ ອະນຸຍາດ ລົງ ມາ, ມີ ເອກສານ ຄົບຖ້ວນ",

ຊາວບ້ານ ຖາມຄືນ ອິກ: ເອົາ ເອກສານ ມາເບິ່ງ?

"ຄັນເຈົ້າ ຢາກເຫັນ ນິນະ, ຂ້ອຍ ຊິເອົາ ເອກສານ ມາໃຫ້ເຈົ້າ ເບິ່ງ ຢູ່ ຫ້ອງການ ບ້ານ ກະໄດ້". ເອກສານ ທຸກ ຊຸດ ກ່ອນຈະເດີນ ເຣື່ອງ ກ່ອນຈະໄດ້ ດິນ ຕອນນີ້ ອອກມາ ນິ ມີ ຄນະ ກັມມະກອນ ພ້ອມ.”

ຊາວບ້ານ ກ່າວ ຕື່ມວ່າ ດິນ ຂອງ ຂະເຈົ້າ ແມ່ນ ຖືກ ໂຄງການ ທາງ, ແຕ່ ດົງໂພສີ ຫາ ບ້ານນ້ອຍ ຊຽງດາ, ຊຶ່ງ ຜ່ານ ດິນສວນ ແລະ ດິນນາ. ດິນ ດັ່ງກ່າວ ແມ່ນ ມີ ໃບ ນຳໃຊ້ ແລະ ເສັຽຄ່າ ດິນ ມາຮອດ ປີ 2011, ນາຍບ້ານ ຈຶ່ງ ໄດ້ແຈ້ງ ໂຈ໊ະ ການ ເສັຽຄ່າ ໃບ ຕາດິນ, ຍ້ອນວ່າ ຖືກ ໂຄງການ ທາງ. ຫລັງຈາກ ການ ຕັດທາງ ແລ້ວ, ດິນ ຂອງ ຊາວບ້ານ ທີ່ ເຫລືອ ແມ່ນ ຕິດ ແຄມທາງ, ແລະ ຕໍ່ມາ ມີ ນາຍທຶນ ຖື ໃບຕາດິນ ຂອບຄຳ ມາ ອ້າງວ່າ ດິນ ດັ່ງກ່າວ, ແມ່ນ ຣັຖບານ ໄດ້ ມອບໃຫ້ ລາວ ໂດຍ ທີ່ ບໍ່ມີໃຜ ຮູ້ວ່າ ດິນ ດັ່ງກ່າວ ນັ້ນ ມີ ໃບ ຂອບຄຳ ແຕ່ມື້ໃດ, ເພາະວ່າ ດິນ ໃນເຂດ ນັ້ນ ຍັງ ບໍ່ທັນ ມີໃຜ ມີ ໃບຕາດິນ ຂອບຄຳ.

ດັ່ງນັ້ນ ປະຊາຊົນ ຈຶ່ງ ຢາກ ສເນີ ໄປຫາ ກົມ ທີ່ດິນ ຫລື ພາກສ່ວນ ກ່ຽວຂ້ອງ ລົງໄປ ກວດກາ ແລະ ລຸລ່ວງ ໃຫ້ ປະຊາຊົນ ເຂົ້າໃຈ ກ່ຽວກັບ ກັບ ທີ່ໄປ ທີ່ມາ ຂອງ ໃບຕາດິນ ຂອບຄຳ. ພ້ອມດຽວ ກັນ ນັ້ນ, ຊາວບ້ານ ຍັງມີ ຄຳຖາມ ຕື່ມວ່າ ຖ້າ ເອົາດິນ ປະຊາຊົນ ໄປ ຊົດເຊີຍ ນາຍທຶນ ແລ້ວ ຈະ ເອົາດິນ ບ່ອນໃດ ມາ ຊົດເຊີຍ ປະຊາຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.