ຄົນງານລາວ ເກີນ 73,000 ຄົນ ເຮັດວຽກຢູ່ໄທ ແບບບໍ່ມີໜັງສື

ຈຳປາທອງ
2025.01.03
ຄົນງານລາວ ເກີນ 73,000 ຄົນ ເຮັດວຽກຢູ່ໄທ ແບບບໍ່ມີໜັງສື ຄົນງານລາວ ທີ່ມາຈາກປະເທດໄທ ພວມລໍຖ້າ ຂຶ້ນລົດເມໂດຍສານ ເພື່ອກັບພູມລຳເນົາ ໃນໄລຍະບຸນປີໃໝ່ລາວ ພ.ສ 2567. (TS) ເດືອນເມສາ 2024
RFA

ຍານາງ ໃບຄໍາ ຂັດຕິຍະ, ລັດຖະມັນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາຍງານໃນກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ທີ່ຜ່ານມານີ້ວ່າ ມີຄົນງານລາວ ທັງໝົດ 224,000 ຄົນ ທີ່ໄປເຮັດວຽກ ຢູ່ປະເທດໄທ. ໃນເບື້ອງຕົ້ນ ພົບວ່າ ໃນຈໍານວນຄົນງານ ທັງໝົດ ທີ່ວ່ານັ້ນ, ມີຫຼາຍກວ່າ 73,000 ຄົນ ບໍ່ມີໜັງສືອະນຸຍາດ ອອກແຮງງານ ຄືມີພຽງແຕ່ ໜັງສືເດີນທາງທ່ອງທ່ຽວ ແລ້ວເຮັດວຽກ ແບບຜິດກົດໝາຍ ທີ່ໄດ້ຄ່າແຮງງານ ຫຼາຍກວ່າຢູ່ລາວຫຼາຍ. ດັ່ງເຈົ້າໜ້າທີ່ແຮງງານ ແລະ ສະຫວັດດີການສັງຄົມ ລາວ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ມັງກອນນີ້ວ່າ:

“ກະຍັງມີຢູ່ ເພິ່ນກໍໄດ້ໂອ້ລົມກັນຢູ່ ຕາມການລາຍງານ ໃນກອງປະຊຸມ ເພິ່ນວ່າ ໄປ ກໍໄປແບບທ່ອງທ່ຽວ  ແບບໄປ ໝູ່ຊວນໄປຫຼິ້ນ, ໄປຢາມພີ່ນ້ອງ ໄປອາທິດ ສອງອາທິດ ແລ້ວກໍຢູ່ເລີຍ. ແນວມັນບໍ່ຖືກກົດໝາຍ  ຄັນໄລ່ເງິນ ເບື້ອງຝັ່ງໄທ ເນາະ, 650 ກະ 6-7 ລ້ານແລ້ວເດ້ ຕໍ່ເດືອນ. ມາຢູ່ບ້ານເຮົາ ກໍມີແຕ່ 2-3 ລ້ານ, ຈັ່ງຊີ້ນ່າ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ປະເທດລາວ ຍັງປະເຊີນກັບ ບັນຫາຂາດແຄນແຮງງານ ໜັກໜ່ວງ ຍ້ອນຄົນງານລາວ ຍັງສືບຕໍ່ ພາກັນໄປເຮັດວຽກ ຢູ່ຕ່າງປະເທດຫຼາຍ. ເຖິງລັດຖະບານ ຈະມີການຮ່ວມມື ກັບພາກສ່ວນຕ່າງໆ ເພື່ອພະຍາຍາມ ປຸກລະດົມ ໃຫ້ຄົນລາວ ເຂົ້າຝຶກວິຊາຊີບຕ່າງໆ ໃຫ້ກົງກັບຄວາມຕ້ອງການ ຂອງໂຮງຈັກ-ໂຮງງານ ຢູ່ພາຍໃນປະເທດ ຍ້ອນຫຼາຍບໍລິສັດ ຍັງຕ້ອງການຄົນງານຫຼາຍ, ແຕ່ກໍບໍ່ມີ ຜູ້ໃຫ້ຄວາມສົນໃຈ ເທົ່າທີ່ຄວນ, ຊຶ່ງສ່ວນໜຶ່ງ ກໍເປັນຍ້ອນວ່າ ການຝຶກອົບຮົມ ທີ່ວ່ານັ້ນ ຕ້ອງໄດ້ເສຍຄ່າໃຊ້ຈ່າຍ ແລະ ລັດຖະບານ ກໍບໍ່ມີງົບປະມານ ອຸດໜູນໃຫ້. ດັ່ງທີ່ທ່ານກ່າວວ່າ:

“ເພິ່ນຈະເອົາ ງົບປະມານ ໂດຍຕົງ ມາສົ່ງເສີມ ມາຝຶກອົບຮົມຂັ້ນບ້ານ, ຂັ້ນເມືອງ, ຂັ້ນທ້ອງຖິ່ນ ມັນບໍ່ມີ. ມີແຕ່ວ່າ ເພິ່ນແຈ້ງການວ່າ ປຸກລະດົມຊາວໜຸ່ມ ທີ່ບໍ່ມີວຽກເຮັດ-ງານທໍາ ມີຄວາມຕ້ອງການ ຝຶກດ້ານສີມືແຮງງານ ໄປແຈ້ງ ຕາມແຈ້ງ ຂອງເພິ່ນຫັ້ນແຫຼະ.”

ໃນຂະນະດຽວກັນ, ຄົນງານລາວ ນາງໜຶ່ງ ກໍເວົ້າເຖິງ ເລື່ອງຄົນງານບາງຄົນ ທີ່ມີແຕ່ໜັງສືເດີນທາງ ຫຼື ພາສປອດ ໄປເຮັດວຽກຢູ່ໄທ ວ່າ ຍ້ອນມັນງ່າຍ, ບໍ່ຕ້ອງໄດ້ລໍຖ້າ ເຮັດ MOU ດົນເປັນເດືອນ, ບາງເທື່ອ  ຍາດພີ່ນ້ອງ ທີ່ໄປເຮັດວຽກກ່ອນ ກໍຫາວຽກງານ ໃຫ້ເຮັດໄວ້ແລ້ວ.

“ແຕ່ວ່າບາງຄົນ ເຂົາກໍບໍ່ຢາກຖ້າຢູ່ລາວ ປະມານເດືອນໜຶ່ງ, ເດືອນປາຍ ກໍໄດ້ໄປເຮັດວຽກງານ, ຖ້ານໍາແມ່, ຊີ້ນ່າ. ໄປຍື່ນໜ້າພາສປອດ ບາງເທື່ອ ເຂົາອາດຈະມີງານ ຮອງຮັບແລ້ວ, ຢູ່ພຸ້ນແລ້ວ ເຂົາກໍໄປເຮັດ MOU ຢູ່ທາງຝັ່ງນັ້ນ.”

ແລະ ຄົນງານລາວ ອີກຜູ້ໜຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ວ່າ ຕົນເອງກໍບໍ່ຢາກ ເຮັດວຽກຢູ່ລາວ, ຢາກໄປເຮັດວຽກ ຢູ່ຕ່າງປະເທດ ຍ້ອນວ່າ ມັນໄດ້ເງິນເດືອນ ຫຼາຍກວ່າຢູ່ລາວ ຫຼາຍເທົ່າ ແລະ ວ່າ ປັດຈຸບັນ ຢູ່ລາວ ທາງການເພິ່ນອະນຸມັດ ໃຫ້ຄົນງານພະມ້າ ເຂົ້າມາເຮັດວຽກ ຂ້ອນຂ້າງຫຼາຍ, ຊຶ່ງສ່ວນໜຶ່ງ ກໍອາດເປັນຍ້ອນວ່າ ປະເທດຂອງພວກເຂົາເຈົ້າ ມີສົງຄາມ:

“ຫຼັກໆເລີຍ ກໍຄືເງິນເດືອນ ໄປເຮັດຢູ່ຕ່າງປະເທດ ເງິນເດືອນມັນສູງກວ່າລາວ ຫຼາຍເທົ່າເດ້. ແລ້ວບາດນີ້, ຄືໄປໄທ ກໍໄດ້ເດືອນລະໝື່ນ ຂຶ້ນໄປ. ກໍມີແຕ່ດຽວນີ້ໆ, ເພິ່ນອະນຸມັດໃຫ້ ແຮງງານມຽນມາ ເຂົ້າມາເດ້  ຂ້ອນຂ້າງຫຼາຍເດ້ ເພາະວ່າ ປະເທດເຂົາເຈົ້າ ເພິ່ນມີສົງຄາມເດ.”

ແຕ່ເຖິງຢ່າງໃດກໍຕາມ, ເຖິງແມ່ນວ່າ ລັດຖະບານລາວ ຈະພະຍາຍາມ ສ້າງໂອກາດ ໃນການຝຶກອົບຮົມ ວິຊາຊີບ ໃຫ້ກັບຄົນລາວ, ຜູ້ຕ້ອງການເຮັດວຽກ ຢູ່ພາຍໃນປະເທດ ກໍຕາມ, ແຕ່ກໍຍັງເຫັນວ່າ ໃນປີ 2024 ທີ່ຜ່ານມາ ຄົນງານລາວ ໄດ້ພາກັນໄປເຮັດວຽກ ຢູ່ຕ່າງປະເທດ ເປັນຕົ້ນ ປະເທດໄທ ຫຼາຍຢູ່ ຍ້ອນຫຼາຍສາເຫດ ອັນສໍາຄັນ ກໍແມ່ນເສດຖະກິດ-ການເງິນ ຂອງລາວ ຕົກຕໍ່າຫຼາຍ, ເງິນກີບເຟີ້ຮຸນແຮງ, ເງິນກີບອ່ອນຄ່າ, ລາຄາສິນຄ້າ ທຸກຢ່າງແພງ, ຄ່າຄອງຊີບ ຖີບຕົວສູງຂຶ້ນ. ໃນຂະນະທີ່ ຄ່າງຈ້າງແຮງງານ ຕໍ່າຫຼາຍ, ບໍ່ກຸ້ມຢູ່ ບໍ່ກຸ້ມກິນ, ເຮັດໃຫ້ຄົນງານລາວ ຫຼາຍແສນຄົນ ຮວມທັງຊາຍໜຸ່ມ ຍິງສາວ ຕະຫຼອດເຖິງເດັກນ້ອຍ ພາກັນຫຼັ່ງໄຫຼ ອອກໄປເຮັດວຽກ ຢູ່ຕ່າງປະເທດ ທັງທີ່ຖືກກົດໝາຍ ແລະ ຜິດກົດໝາຍ, ຊຶ່ງຫຼາຍຄົນ ເວົ້າວ່າ ທາງການລາວ ບໍ່ເປີດເຜີຍ ໃຫ້ສາທາລະນະຊົນຮູ້ວ່າ ມີຈໍານວນທັງໝົດ ເທົ່າໃດກັນແທ້.

ອີງຕາມຂໍ້ມູນ ຂອງຍານາງ ໃບຄໍາ ຂັດຕິຍະ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລ້ວແມ່ນວ່າ ມີຄົນງານລາວ ຫຼາຍກວ່າ 415,000 ຄົນ ອອກນອກປະເທດ ເພື່ອໄປຫາວຽກງານທໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.