ຍັງມີຂໍ້ຫຍຸ້ງຍາກ ກັບການເຮັດໜັງສື ຜ່ານແດນ
2022.07.11
ການແກ້ໄຂບັນຫາ ຂອງກົມກົງສູນ ກະຊວງການຕ່າງປະເທດ ໂດຍຈະບໍ່ຮັບຄຳຮ້ອງຂໍໜັງສື ຜ່ານແດນຈາກປະຊາຊົນ ທີ່ມີສູນຮັບຄຳຮ້ອງ ຂໍໜັງສືຜ່ານແດນ 6 ແຂວງ ຄື ແຂວງອຸດົມໄຊ, ແຂວງໄຊຍະບູຣີ, ແຂວງຊຽງຂວາງ, ແຂວງຄຳມ່ວນ, ແຂວງສວັນນະເຂດ ແລະ ແຂວງຈຳປາສັກ ຍົກເວັ້ນມີຄວາມຈຳເປັນ ຕ້ອງໄປປີ່ນປົວຢູ່ຕ່າງປະເທດ ເພື່ອຫຼຸດຄວາມແອອັດ ບໍ່ເປັນລະບຽບນັ້ນ.
ປະຊາຊົນລາວ ຫຼາຍຄົນຮູ້ສຶກບໍ່ພໍໃຈ ຍ້ອນເປັນການແກ້ໄຂບັນຫາ ທີ່ບໍ່ຖືກຕ້ອງ ແລະບໍ່ເປັນລະບົບເພາະບໍ່ແມ່ນແຕ່ ປະຊາຊົນ 6 ແຂວງດັ່ງກ່າວ ໄປຍື່ນຄຳຮ້ອງ ເຮັດໜັງສືຜ່ານແດນ ຍັງມີແຂວງອື່ນໆ ນຳດ້ວຍ ສະພາບກໍຍັງແອອັດ ລໍຖ້າດົນຄືເກົ່າ ຊຶ່ງໃນຄວາມເປັນຈິງ ທາງການຄວນເປີດ ລົງທະບຽນອ໋ອນລາຍນ໌ ແລະ ແຂວງໃດທີ່ມີສູນຮັບຄຳຮ້ອງ ໜັງສືຜ່ານແດນ ກໍຄວນອອກໜັງສື ຜ່ານແດນໄດ້ເລີຍ ໂດຍບໍ່ຕ້ອງລໍຖ້າ ແຕ່ທາງກົມກົງສູນ ກະຊວງການຕ່າງປະເທດ ໃນນະຄອນຫຼວງວຽງຈັນ ອອກໜັງສືຜ່ານແດນໃຫ້ ແຕ່ຝ່າຍດຽວ ເນື່ອງຈາກມີຄົນ ໄປເຮັດໜັງສືຜ່ານແດນ ກັນຫຼາຍ.
ດັ່ງປະຊາຊົນ ໃນແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ກໍຣະກະດາ ນີ້ວ່າ:
“ທີ່ຈິງມັນກາແນ່ນອນຢູ່ແລ້ວ ມັນກາບໍ່ຖືກນັ້ນແຫຼະເນາະ ມັນບໍ່ຕອບໂຈດ ປະຊາຊົນປານໃດເນາະ ໂຕນັ້ນເນາະ ມັນກໍບໍ່ໄດ້ອຳນວຍ ຄວາມສະດວກດີປານໃດ ນ່າກໍຢາກໃຫ້ເຮັດອ໋ອນລາຍນ໌ ແລ້ວກາ ແລ້ວກໍຢາກໃຫ້ມັນງ່າຍຂຶ້ນ ທີ່ຈິງຢາກໃຫ້ແຕ່ລະແຂວງ ອອກເລີຍມັນງ່າຍ ກາຄືວ່າແຫຼະເນາະ ຄັນວ່າຢູ່ບ້ານປະເທດໂຕເອງ ຄັນມັນໄດ້ດີຫັ້ນນ່າ ເຂົາກໍຢູ່ຫັ້ນແຫຼະ ຄັນວ່າບໍ່ໄດ້ດີເຂົາກໍມີສິທ ອອກນອກປະເທດໄດ້ຫັ້ນແຫຼະ.”
ຂະນະທີ່ປະຊາຊົນລາວ ໃນແຂວງສວັນນະເຂດ ທ່ານນຶ່ງກໍໄດ້ກ່າວວ່າ ບາງຄົນໄດ້ຍື່ນຄຳຮ້ອງໄປແລ້ວ ເຈົ້າໜ້າທີ່ບອກລໍຖ້າ ປະມານ 2 ສັປດາ ຊຶ່ງເຂົ້າສັປດາທີ 3-4 ແລ້ວ ໜັງສືຜ່ານແດນ ກໍຍັງບໍ່ອອກເທື່ອຊັກຊ້າຫຼາຍ.
“ເພາະທີ່ຜ່ານມາ ເຮົາໄປເຮັດກໍແມ່ນເພິ່ນເວົ້າວ່າ 2 ອາທິດເນາະ ແຕ່ວ່າຮອດ 2 ອາທິດກໍຍັງບໍ່ອອກ ເປັນທິດທີ 3, ທິດທີ 4 ໄປແລ້ວເດ້ ດຽວນີ້ຄົນໄປເຮັດຫຼາຍແລ້ວ ກໍຊ້າ.”
ພ້ອມດຽວກັນນີ້ ປະຊາຊົນລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງກໍກ່າວວ່າ ທາງການຄວນ ປັບປຸງໃຫ້ມີລະບົບອ໋ອນລາຍນ໌ ໃນການລົງທະບຽນ ເວລາໄປຍື່ນເອກສານ ກໍຈະໄດ້ງ່າຍສະດວກ ຕໍ່ປະຊາຊົນ.
“ຕ້ອງໄດ້ໄປເອງ ເພາະວ່າຕ້ອງໄດ້ຖ່າຍຮູບ ຖ່າຍອີ່ຫຍັງເດ້ ຖ້າເພິ່ນປ່ຽນແປງ ອ໋ອນລາຍນ໌ໄດ້ ກາດີ ມັນກາສະດວກ ໝົດແຫຼະ ທຸກສິ່ງທຸກຢ່າງເນາະ.”
ປັດຈຸບັນ ການຍື່ນເອກສານ ຄຳຮ້ອງຂໍໃນການເຮັດໜັງສື ເດີນທາງ ໃນນະຄອນຫຼວງວຽງຈັນ ກໍຍັງມີຄວາມຫຍຸ້ງຍາກ ແລະແອອັດ ລໍຖ້າຄີວດົນຢູ່ ຄືເກົ່າເຖີງແມ່ນວ່າຈະເປີດຮັບມື້ລະ 500 ຄົນຕໍ່ມື້ກໍຕາມຊຶ່ງຄວາມແອອັດ ແລະລ້າຊ້ານີ້ ເຣີ່ມເປັນຕັ້ງແຕ່ ເປີດປະເທດຢ່າງເຕັມຮູບແບບ ແຕ່ທາງການ ກໍຍັງບໍ່ທັນແກ້ໄຂໄດ້ທັນເທື່ອ.
ເຖິງແມ່ນວ່າ ປະຊາຊົນຈະໄປເຮັດໜັງສື ຜ່ານແດນ ແຂວງທີ່ມີສູນຍື່ນຄຳຮ້ອງ ຢູ່ແຂວງອື່ນໆກໍຕາມ ກໍຕ້ອງໄດ້ລໍຖ້າ ໜັງສືຜ່ານແດນ ດົນຄືເກົ່າ ແລະຕ້ອງໄປຍື່ນເອກສານ ແຕ່ເຊົ້ານໍາດ້ວຍ ເພາະຖ້າໄປຊ້າ ໃນມື້ນັ້ນ ກໍອາຈບໍ່ໄດ້ຍື່ນເອກະສານ ຕ້ອງມາອີກມື້ໃໝ່ ຍ້ອນວ່າ ແຕ່ລະແຂວງ ທີ່ມີສູນຮັບຄຳຮ້ອງ ກໍຕ້ອງຈຳກັດຈຳນວນຄົນຕໍ່ມື້ ບາງເທື່ອປະມານ 100 ຄົນ ເພາະກໍຕ້ອງນຳເອກສານ ໄປຍື່ນໃຫ້ກົມກົງສູນ ກະຊວງ ການຕ່າງປະເທດ ໃນນະຄອນຫຼວງວຽງຈັນ ອອກໜັງສືເດີນທາງ ໃຫ້ໄດ້ແຕ່ພຽງຜູ້ດຽວ ເທົ່ານັ້ນ.ເຈົ້າໜ້າທີ່ ການຕ່າງປະເທດ ໃນແຂວງໄຊຍະບູຣີ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງກ່າວວ່າ:
“ຢູ່ໄຊຍະເຮົາຕໍ່ລະຮ້ອຍເນາະ ເຮົາມີແຕ່ຮັບເອກສານ ໜັງສືຄຳຮ້ອງສື່ໆ ເນາະ ເຮົາຈຶ່ງຝາກ ເອກະສານໄປວຽງ ໄປໃຫ້ກັບກົມກົງສູນ ເຂົາເຈົ້າພີມປື້ມອອກມາ ດຽວນີ້ເຂົາເຈົ້າກໍເຮັດພາສປອຣ໌ດ ຫຼາຍບາງຄົນກໍເປັນເດືອນ ບາງເທື່ອກາເອກສານບໍ່ຖືກຕ້ອງແດ່ ມັນຈະມີບັນຫາແດ່ ແລ້ວກາຊ້າຢູ່ບ່ອນພີມແດ່ ອາຈມາຮັບບັດບໍ່ໄດ້ ຕາມກຳນົດຫັ້ນເນາະ.”
ທ່ານໄດ້ກ່າວເພີ່ມຕື່ມອີກວ່າ ປັດຈຸບັນກໍຍັງບໍ່ເຫັນຂັ້ນສູນກາງ ມີທ່າທີວ່າຈະເຮັດ ລະບົບອ໋ອນລາຍນ໌ ຫຼືແກ້ໄຂດ້ວຍການໃຫ້ແຂວງ ທີ່ມີສູນຮັບຄຳຮ້ອງ ຂອງໜັງສືຜ່ານແດນ ອອກໜັງສືໄດ້ເລີຍ.
ດ້ານເຈົ້າໜ້າທີ່ ການຕ່າງປະເທດ ແຂວງຄຳມ່ວນ ອີກກ່າວວ່າ ແຂວງຄຳມ່ວນ ກໍເປີດຮັບປົກກະຕິ ແຕ່ກໍຈຳກັດຄືກັນ ມື້ນຶ່ງຮັບປະມານ 60 ຄົນ ເນື່ອງຈາກວ່າ ຕ້ອງສົ່ງໄປຍັງຂັ້ນສູງກາງ ກົມກົງສູນ ກະຊວງການຕ່າງປະເທດ ໃຫ້ເຮັດປືຶ້ມເຊັ່ນກັນ ເພາະມີພຽງບ່ອນດຽວ ທີ່ພີມປື້ມໄດ້ ແຂວງອື່ນໆ ບໍ່ສາມາດພີມປື້ມໄດ້.
“ມື້ນຶ່ງ ເພິ່ນຮັບປະມານ 60 ຄົນ ຈັກມື້ໄດ້ປະມານ 2-3 ອາທິດນີ້ແຫຼະ ເພາະວ່າມີບ່ອນພີມປື້ມ ບ່ອນດຽວຄືຢູ່ທາງກະຊວງ ເພາະວ່າ ທາງເຮົາຈະເປັນຜູ້ຮັບຄຳຮ້ອງ ສົ່ງໜັງສືໄປທາງກະຊວງ, ກະຊວງຈະເປັນຜູ້ ຕີປື້ມອອກມາ ບໍ່ເຫັນເພິ່ນເຮັດອ໋ອນລາຍນ໌ເດ້ ເພາະແຕ່ລະແຂວງ ກໍມີຈຸດຮັບຄຳຮ້ອງຫັ້ນນ່າ.”
ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ ໄປຫາເຈົ້າໜ້າທີ່ ກົມກົງສູນ ກະຊວງການຕ່າງປະເທດ ເພື່ອສອບຖາມ ເພີ່ມຕື່ມແຕ່ບໍ່ສາມາດຕິດຕໍ່ໄດ້.
ອີງຕາມການຣາຍງານ ຂອງ ກົມກົງສູນ ກະຊວງການຕ່າງປະເທດ ໄດ້ແຈ້ງການໃນວັນທີ 7 ກໍຣະກະດາ 2022 ຜ່ານມາວ່າ ຕັ້ງແຕ່ວັນທີ 11 ກໍຣະກະດາ ເປັນຕົ້ນໄປ ກົມກົງສູນ ກະຊວງການຕ່າງປະເທດ ໃນນະຄອນຫຼວງວຽງຈັນ ຈະບໍ່ຮັບຄຳຮ້ອງໜັງສືຜ່ານແດນ ຈາກປະຊາຊົນ ທີ່ມີສູນຮັບຄຳຮ້ອງ ຂໍໜັງສືຜ່ານແດນ 6 ແຂວງ ຄື:
- ແຂວງອຸດົມໄຊ
- ແຂວງໄຊຍະບູຣີ
- ແຂວງຊຽງຂວາງ
- ແຂວງຄຳມ່ວນ
- ແຂວງສວັນນະເຂດ ແລະ
- ແຂວງຈຳປາສັກ
ຍົກເວັ້ນມີຄວາມຈຳເປັນ ຕ້ອງໄປປີ່ນປົວຢູ່ຕ່າງປະເທດ ເພາະເປັນການແກ້ໄຂ ບັນຫາສະພາບແອອັດ ຄວາມບໍ່ເປັນລະບຽບຮຽບຮ້ອຍ ທີ່ປັດຈຸບັນມາຍື່ນ ໜັງສືຜ່ານແດນ ກັນຫຼາຍຊຶ່ງເກີນ ຂີດຄວາມສາມາດ ໃນການຮັບໂຕຈິງ ແລະຍັງຊ່ອຍແກ້ໄຂບັນຫາ ການສັນຈອນ ຢູ່ບໍຣິເວນດ້ານໜ້າ ກົມກົງສູນ ແລະເປັນການປະຢັດຄ່າໃຊ້ຈ່າຍ ໃນການເດີນທາງ, ຄ່າກິນ, ຄ່າພັກເຊົາ ຂອງພໍ່ແມ່ປະຊາຊົນ ທີ່ເດີນທາງມາຈາກຕ່າງແຂວງ.
ອີງຕາມການຣາຍງານ ຂອງ ສີສຸພັນ ມະນີວັນ ຮອງຫົວໜ້າກົມກົງສູນ ກະຊວງການຕ່າງປະເທດ ຣາຍງານໃນວັນທີ 14 ມິຖຸນາ 2022 ຜ່ານມາວ່າ ມາຕການແກ້ໄຂ ໃນໄລຍະຍາວນັ້ນ ທາງກົມກົງສູນ ກຳລັງຄົ້ນຄ້ວາ ແລະອອກແບບລະບົບແຈກບັດຄິວ ນັດສັມພາດ ໂດຍຜ່ານລະບົບອ໋ອນລາຍນ໌ ແລະໄດ້ສຳເຣັດການຮ່າງກົດໝາຽ ວ່າດ້ວຍໜັງສື ຜ່ານແດນ ແລະຄາດວ່າ ຈະສົ່ງໃຫ້ສະພາແຫ່ງຊາຕ ພິຈາຣະນາໃນທ້າຍປີ 2022 ນີ້.