ຕໍາຫຼວດ ຖືກຈັບ ຍ້ອນຮ່ວມມືກັບແກ້ງລັກລົດຈັກ
2025.03.07

ໃນວັນທີ 12 ກຸມພາ 2025 ທີ່ຜ່ານມາ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຈັບກຸ່ມແກ້ງ ລັກລົດຈັກ ໄດ້ 4 ຄົນ ເຊິ່ງໜຶ່ງໃນຈໍານວນດັ່ງກ່າວ ນັ້ນ ແມ່ນມີເຈົ້າໜ້າທີ່ຕໍາຫຼວດ ແຂວງຫຼວງນໍ້າທາໜຶ່ງນາຍ ຊື່ທ້າວ ສຸວັນໄຊ ອາຍຸ 36 ປີ ຮ່ວມມືກັບ ກຸ່ມແກ້ງລັກລົດຈັກ ເຊິ່ງຕໍາຫຼວດນາຍນີ້ ເປັນຄົນບ້ານວຽງຄໍາ ເມືອງຫຼວງນໍ້າທາ ແຕ່ບໍ່ໄດ້ລະບຸຕໍາແໜ່ງ ຢ່າງຄັກແນ່.
ຊາວບ້ານ ຢາກໃຫ້ດຳເນີນຄະດີອາຍາ
ເຊິ່ງເລື່ອງນີ້ ຊາວບ້ານ ໃນແຂວງຫຼວງນໍ້າທາ ກໍຢາກໃຫ້ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ດໍາເນີນການລົງວິໄນ ຕໍ່ຕໍາຫຼວດ ນາຍດັ່ງກ່າວ ທີ່ສົມຮູ້ຄວາມຄິດ ກັບກຸ່ມຄົນຮ້າຍ ລັກລົດຈັກ ຢ່າງເດັດຂາດ ຈົນເຖິງຂັ້ນດໍາເນີນຄະດີທາງອາຍາ ເພາະເປັນເຖິງເຈົ້າໜ້າທີ່ຕໍາຫຼວດ ແທນທີ່ ຈະເປັນທີ່ເພິ່ງພາ ໃຫ້ປະຊາຊົນ ແຕ່ກັບເປັນຄົນຮ້າຍເອງ. ສົມຄວນໃຫ້ຖືກລົງໂທດຢ່າງໜັກ, ດັ່ງຊາວບ້ານ ແຂວງຫຼວງນໍ້າທາ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ມີນາ ນີ້ວ່າ:
"ຜ່ານມານີ້ ມີລົດຫັ້ນ ເສຍແລ້ວກໍບໍ່ເຫັນ ເສຍແລ້ວກໍຫາຍໄປເລີຍ. ຕໍາຫຼວດ ມັນກໍບໍ່ເຮັດວຽກເນາະ ບໍ່ເຮັດໜ້າທີ່ເດ້ ວຽກປ້ອງກັນຄວາມສະຫງົບ ນີ້. ຄັນເຈົ້າໜ້າທີ່ ຫຸ້ນສ່ວນນໍາ ກໍຢາກໃຫ້ເຮັດຕາມກົດໝາຍ ຫັ້ນແລ້ວ ແມ່ນພວກໂຈນນ່າ, ເອົາໜ້າທີ່ຕໍາແໜ່ງນ່າ ມາສວຍໂອກາດ ຫາຜົນປະໂຫຍດນີ້ ໜຶ່ງກໍປະຕິບັດວິໄນ, ໄລ່ອອກການເນາະ, ບໍ່ໃຫ້ເຮັດການເນາະ, ຕັດອິດສະຫຼະພາບ.”
ຂະນະທີ່ ຊາວບ້ານ ອີກທ່ານໜຶ່ງ ກ່າວວ່າ ສໍາລັບໃນກໍລະນີ ທີ່ເຈົ້າໜ້າທີ່ຕໍາຫຼວດ ແຂວງຫຼວງນໍ້າທາ ມີສ່ວນຮ່ວມ ກັບຂະບວນການ ລັກລົດຈັກ ໃນເທືື່ອນີ້ ກໍຢາກໃຫ້ລົງໂທດຢ່າງໜັກ ເພາະເປັນເຖິງຂັ້ນຜູ້ນໍາ ໃຊ້ກົດໝາຍ ແລະຮັກສາຄວາມສະຫງົບ ຂອງບ້ານເມືອງ ແຕ່ກັບກາຍເປັນຄົນຮ້າຍ ແບບບໍ່ຢ້ານຕໍ່ກົດໝາຍ ແລະລະບຽບຂອງພັກ-ລັດ:
"ເຈົ້າໜ້າທີ່ ກະທໍາຜິດນີ່ ກະຢາກໃຫ້ລົງໂທດ ຕາມລະບຽບກົດໝາຍ ຫັ້ນແຫຼະ ເປັນຜູ້ກກໍາກົດໝາຍນ່າ ກັບພັດວ່າເຮັດນ່າ ອັນນີ້ ກໍຢາກໃຫ້ ດໍາເນີນຄະດີເຖິງທີ່ສຸດ ຫັ້ນແຫຼະ.”
ຂ່າວ ກ່ຽວກັນ
ແຂວງອັດຕະປື ລົງວິໄນພະນັກງານພັກ-ລັດ 23 ຄົນ ຖານສໍ້ລາດບັງຫຼວງ
ຮອງປະທານບໍລິສັດ ຂຸດຄົ້ນແຮ່ເຫຼັກ ຄົນຫວຽດ ຖືກຈັບ ຢູ່ສັງວຽນຕີໄກ່
ຫົວໜ້າຂະແໜງການຄັງ ແຂວງອັດຕະປືຖືກຈັບ ຕໍ່ມາເສຍຊີວິດຢູ່ໃນຄຸກ
ຊາວບ້ານ ທ່ານນີ້ ກ່າວຕື່ມວ່າ ທີ່ຜ່ານມາ ເມື່ອຊາວບ້ານ ຖືກລົດຈັກ ແລ້ວໄປແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຕໍາຫຼວດ ກໍບໍ່ມີຄວາມຄືບໜ້າຈາກເຈົ້າໜ້າທີ່ ວ່າ ສາມາດນໍາຈັບຄົນຮ້າຍໄດ້ ເຊິ່ງຊາວບ້ານ ກໍໄດ້ພຽງແຕ່ ແຈ້ງຄວາມໄປລ້າໆ ເທົ່ານັ້ນ ບໍ່ເຫັນວ່າ ຈະຟ້າວສືບສວນ-ສອບສວນ ຕິດຕາມຄົນຮ້າຍແນວໃດ ແລະກໍເຊື່ອວ່າ ຄົນຮ້າຍໜ້າຈະເອົາລົດຈັກ ໄປຂາຍຢູ່ບ່ອນອື່ນ ແລ້ວ:
"ຄືວ່າແຫຼະ ລົດຈັກນີ້ ຫາຍຫຼາຍ ກະສ່ວນຫຼາຍ ເຈົ້າໜ້າທີ່ລາວນີ້ ໜ້ອຍສຸດ ວ່າຊິໄດ້ຄືນ. ສ່ວນຫຼາຍ ບໍ່ໄດ້ຄືນດອກ ແຈ້ງກໍໄປແຈ້ງລ້າໆ ຫັ້ນນ່າ, ເຂົາເອົາໄປຂາຍ ຫຼື ເອົາໄປໃຊ້ຕໍ່ ແຂວງອື່ນ ເມືອງອື່ນ ກະບໍ່ຮູ້ເດ້ ອັນນີ້ ນ່າ.”
ສໍາລັບເລື່ອງນີ້ ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ທ່ານໜຶ່ງ ທີ່ຂໍສະຫງວນຊື່ ແລະຕໍາແໜ່ງ ກ່າວວ່າ ສໍາລັບຕໍາຫຼວດນາຍນີ້ ທີ່ມີສ່ວນຮ່ວມ ກັບກຸ່ມແກ້ງລັກລົດຈັກ ດັ່ງກ່າວ ກໍເປັນພຽງຕໍາຫຼວດຊັ້ນຜູ້ນ້ອຍເທົ່ານັ້ນ ແຕ່ທາງຂັ້ນແຂວງ ກໍຈະດໍາເນີນຕາມກົດໝາຍ ທຸກຂັ້ນຕອນ ແລະ ມີການລົງວິໄນ ໃຫ້ອອກຈາກຕໍາຫຼວດ ພ້ອມທັງດໍາເນີນຄະດີອາຍາ:
"ຄວາມຈິງ ກໍແມ່ນແຫຼະ ຕໍາຫຼວດ ລາວຂັ້ນຍັງນ້ອຍ ໜ້າທີ່ຕໍາແໜ່ງ ກະຍັງບໍ່ມີ ກະຍັງເປັນຊິການທົ່ວໄປ ວ່າຊັ້ນສາ ໂຕນີ້ ກໍຈະໄດ້ ປະຕິບັດຕາມລະບຽບ ຂອງກໍາລັງເຮົາເນາະ. ແມ່ນໄດ້ເອົາອອກ 100 ແຫຼະ ໂຕນີ້ ສອງກະກົດໝາຍ ວ່າດ້ວຍການລັກຊັບ ອີ່ຫຍັງຕ່າງໆ ເນາະ. ຊິໄດ້ຖືກອາຍາແດ່ ມັນກະຊິໄປແບບນັ້ນ ແຫຼະ.”
ການຈັບຄົນລັກລົດຈັກ ຄົນອື່ນໆ
ຢ່າງໃດກໍຕາມ ກ່ອນທີ່ຈະກວດພົບວ່າ ເຈົ້າໜ້າທີ່ຕໍາຫຼວດ ມີສ່ວນຮ່ວມ ກັບກຸ່ມຂະບວນການ ລັກລົດຈັກ ນີ້ ເຈົ້າໜ້າທີ່ຕໍາຫຼວດ ແຂວງຫຼວງນໍ້າທາ ໄດ້ຈັບ ທ້າວ ຈ່ອຍສຸກ ອາຍ 37 ປີ ໄດ້ ເຊິ່ງເປັນຊາວບ້ານ ບ້ານອາຄັ່ງ ເມືອງຫຼາ ແຂວງອຸດົມໄຊ ພ້ອມກັບລົດຈັກ 1 ຄັນ ໃນຂະນະທີ່ ກໍາລັງເອົາລົດຈັກ ໄປເລາະຂາຍ ຢູ່ບ້ານວຽງເໜືອ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ.
ຈາກນັ້ນ ກໍມີການສອບສວນ ທ້າວ ຈ່ອຍສຸກ ພົບວ່າ ຜູ້ກ່ຽວ ເຄີຍຕິດຄຸກມາກ່ອນ ພໍພົ້ນໂທດ ກໍກັບມາລັກຊັບ, ລັກລົດຈັກ ແລະຊັກທອດ ໄປຫາກຸ່ມແກ້ງ ທີ່ຮ່ວມຂະບວນການ ເພີ່ມອີກ 3 ຄົນ ຄືທ້າວ ລາວຮົ່ວ ອາຍຸ 23 ປີ ຊາວບ້ານ ບ້ານນ້ຳແດງໃຕ້, ທ້າວ ຄໍາພຸດ ຊາວບ້ານ ບ້ານວຽງຄໍາ ເມືອງຫຼວງນໍ້າທາ ແລະ ທ້າວ ສຸວັນໄຊ ທີ່ເປັນພະນັກງານຕໍາຫຼວດ ເມືອງຫຼວງນໍ້າທາ ເຊິ່ງລົດຈັກທີ່ຍຶດມາ ໄດ້ທັງໝົດ 5 ຄັນ ແມ່ນໄດ້ເອົາມາ ຊຸກເຊື່ອງໄວ້ ຢູ່ເຮືອນຂອງທ້າວ ສຸວັນໄຊ ທີ່ເປັນເຈົ້າໜ້າທີ່ຕໍາຫຼວດ ເພື່ອນໍາມາດັດແປງ ແລະຂາຍຕໍ່. ສ່ວນເລື່ອງການດໍາເນີນຄະດີ ກັບກຸ່ມແກ້ງ ລັກລົດຈັກ ດັ່ງກ່າວນີ້ ຫຼ້າສຸດ ເຈົ້າໜ້າທີ່ຕໍາຫຼວດ ໄດ້ຄວບຄຸມໂຕໄວ້ແລ້ວ ເພື່ອສືບສວນຕໍ່ ແລະດໍາເນີນຄະດີ ຕາມລະບຽບກົດໝາຍ.