ການແກ້ບັນຫາທຸກຍາກ ຢູ່ ລາວ ບໍ່ໄປບໍ່ມາ

ຈໍາປາທອງ
2019-06-19
ອີແມວລ໌
ຄໍາເຫັນ
Share
ພິມ
ພາຍໃນກອງປະຊຸມ ສະພາແຫ່ງຊາຕລາວ ສມັຍສາມັນເທື່ອທີ 7 ຂອງ ສະພາແຫ່ງຊາຕ ຊຸດທີ 8
ພາຍໃນກອງປະຊຸມ ສະພາແຫ່ງຊາຕລາວ ສມັຍສາມັນເທື່ອທີ 7 ຂອງ ສະພາແຫ່ງຊາຕ ຊຸດທີ 8
ຮູບພາບຈາກ : ຂ່າວສານ ປະເທດລາວ

ໃນຣາຍງານການເມືອງ ຂອງຄນະບໍຣິຫານງານສູນກາງ ພັກປະຊາຊົນປະຕິວັດລາວ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ 10 ຄືຄັ້ງລ້າສຸດຂອງພັກ ກຳນົດເອົາໄວ້ວ່າເມື່ອຮອດປີ 2020 ສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນ, ປະເທດລາວຈະຫຼຸດພົ້ນ ອອກຈາກຄວາມດ້ອຍພັທນາ ໂດຍມີລວມຍອດມູນຄ່າຜລິຕພັນພາຍໃນສເລັ່ຽຕໍ່ຫົວຄົນໃຫ້ບັນລຸປະມານ 3,190 ໂດລາສະຫະຣັຖ ຄືລື່ນປີ 2015 ປະມານ 1,6 ເທົ່າຕົວ.

ໃນຂນະທີ່ໃນບົດຣາຍງານກ່ຽວກັບ ແຜນພັທນາເສຖກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 8 (2016-2020) ເວົ້າວ່າ ຖ້າຄິດໄລ່ເປັນຣາຍໄດ້ ແຫ່ງຊາດສເລັ່ຽຕໍ່ຫົວຄົນ ຈະໄດ້ປະມານ 2, 520 ໂດລາ ສະຫະຣັຖໃນປີ 2020 ຖ້າຈະເປັນໄປໄດ້ ຄືທີ່ວ່ານັ້ນແທ້ ກໍໝາຍຄວາມວ່າ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ດີຂຶ້ນນຳເລື້ອຍໆ.

ແຕ່ໃນພາກປະຕິບັດຕົວຈິງ ຕາມຄຳເວົ້າຂອງທ່ານ ຄໍາເຜີຍ ພັນທະຈອນ ສະມາຊິກສະພາແຫ່ງຊາດເຂດ 13 ແຂວງສະຫວັນນະເຂດ ຢູ່ ໃນກອງປະຊຸມເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ທີ່ກໍາລັງດໍາເນີນໄປຢູ່ໃນຂນະນີ້ວ່າ ມາເຖິງປັດຈຸບັນ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ແລະວຽກງານພັທນາ ຊົນນະບົດ ເບິ່ງແລ້ວຄືບໍ່ໄປບໍ່ມາ ແລະມີລັກສນະຢຸດຈຶ້ງ:

"ກ່ຽວກັບການແກ້ໄຂຄວາມທຸກຍາກ ແລະ ວຽກງານພັທນາຊົນນະບົດນີ້ ໃນລັກສນະເບິ່ງແລ້ວເດີ ມາຮອດປັດຈຸບັນຄືບໍ່ໄປບໍ່ມາ ບັນດາ ທ່ານ ທີ່ຈິງພວກເຮົາກໍເຮັດວຽກ ໃນຂົງເຂດນີ້ກະໄດ້ຫລາຍ ແຕ່ມາຮອດປັດຈຸບັນນີ້ ວຽກງານການພັທນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ມີລັກສນະຢຸດຈຶ້ງ ເປັນຫຍັງຈຶ່ງວ່າຊັ້ນ ຕາມຂ້າພະເຈົ້າມາເບິ່ງແລ້ວ ການກຳນົດນະໂຍບາຍ ຫລືວ່າທິດທາງ ໃນການພັທນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ຂອງປະຊາຊົນນີ້ ຫລາຍອັນບໍ່ແຈ້ງ."

ຍົກຕົວຢ່າງ ທີ່ຜ່ານມາ ມີຫລາຍນະໂຍບາຍ ແລະມີໂຕເລກ ອັນນັ້ນອັນນີ້ອອກມາ ເຊັ່ນການວັດແທກເຣື່ອງຊົນນະບົດ ໄດ້ຮັບການພັທນາ ຫລືບໍ່. ແຕມາເບິ່ງແລ້ວ ຕົວເລກຂອງຄວາມທຸກຍາກນີ້ ບໍ່ພຽງແຕ່ມັນບໍ່ຫຼຸດ ແຕ່ມັນເພິ່ມຂຶ້ນນຳຊ້ຳອີກ:

"ເມື່ອເປັນຈັ່ງຊັ້ນ ມາເບິ່ງແລ້ວ ຕົວເລກຂອງຄວາມທຸກຍາກນີ້ ມັນບໍ່ຫລຸດໄດ໋ ບາດນີ້ມັນເພິ່ມຂຶ້ນ ບັນດາທ່ານ ຈັ່ງຊີ້ນໍ. ທ່ານກ່າວວ່າ ການປະຕິບັດນະໂຍບາຍນັ້ນ ມັນໄດ້ແຕ່ຮູບການ ຍົກຕົວຢ່າງ ນະໂຍບາຍທ້ອນໂຮມບ້ານ, ໃນເນື້ອແທ້ແລ້ວ ແມ່ນການ ທ້ອນໂຮມ ອໍານາດການປົກຄອງ. ອັນນັ້ນມັນສະແດງວ່າ ວຽກງານການສຶກສາ ວຽກງານຮໍ່າຮຽນຂອງລູກຫລານ ແລະອື່ນໆ ມັນກໍບໍ່ໄດ້ຮັບການ ແກ້ໄຂຄືເກົ່າ ເບິ່ງຈັ່ງນຶ່ງຄືວ່າ ປະຕິບັດນະໂຍບາຍນີ້ ຄືຕົວະໂຕເອງຫລາຍກວ່າ."

ທ່ານກ່າວກ່າວຕື່ມ ເຖິງເຣຶ່ອງທຶນຮອນ ເຖິງງົບປະມານແຫ່ງຊາດ ຊຶ່ງປາກົດວ່າທຶນຮອນເພື່ອການພັທນາຊົນນະບົດນີ້ ໜ້ອຍລົງໃນປັດຈຸບັນ. ຫລາຍໂຄງການກໍຖືກຕັດ, ໂຄງການໃໝ່ບໍ່ມີ, ບໍ່ເຂົ້າໃຈວ່າ ງົບປະມານຂອງຣັຖ ທີ່ຫາໄດ້ມານັ້ນ ເອົາໄປໃສ, ເຮັດອີ່ຫຍັງ ຫລືວ່າແມ່ນບໍວ່າ ເອົາເງິນດັ່ງກ່າວນັ້ນ ໄປສຸມໃສ່ການສ້າງທາງຣົດໄຟທັງໝົດ ແລະປະການພັທນາຊົນນະບົດ.

ພ້ອມກັນນັ້ນເວົ້າເຣຶ່ອງການພັທນາກະສິກັມ ທີ່ບໍ່ມີພະນັກງານວິຊາການສະເພາະ ຢູ່ແຕ່ລະເມືອງ, ນັກວິຊາການປູກຝັງລ້ຽງສັດກໍບໍ່ຫລາຍ ມີແຕ່ 2-3 ຄົນ, ເຮັດແນວໃດສິນໍາພາການພັທນາ ຊົນນະບົດ ໄດ້ໃນທົ່ວເມືອງ. ເວົ້າເຖິງເຣຶ່ອງການສ້າງວິຊາຊີບ, ນະໂຍບາຍ ຂອງ ຣັຖບານກໍບໍ່ທັນແຈ້ງ ກ່ຽວກັບການສ້າງສີມືແຮງງານ ເພາະວ່າເອົານັກຮຽນຈົບ ມ. ຕົ້ນ ພຽງແຕ່ 5% ເຂົ້າຮຽນວິຊາຊີບ ຊຶ່ງທ່ານບໍ່ຮູ້ວ່າ ເປັນຫຍັງຈຶ່ງເອົາບໍ່ຫລາຍ ໃນເມື່ອຄວາມຕ້ອງການນັ້ນຫລວງຫລາຍ.

ແລະເມື່ອເວົ້າເຖິງເຣື່ອງການກໍ່ສ້າງໂຄງຮ່າງພື້ນຖານ ເວົ້າສະເພາະການກໍ່ສ້າງ ຖນົນຫົນທາງ ທ່ານ ສົມລິດ ສີພາວັນ ສະມາຊິກສະພາ ແຫ່ງຊາດ ເຂດ 5 ແຂວງບໍ່ແກ້ວ ກໍເວົ້າເຖິງການກໍ່ສ້າງ ທາງຢູ່ພາຍໃນແຂວງ ທີ່ທາງຣັຖບານ ຈະຕັດງົບປະມານລົງ ຊຶ່ງ ທາງແຂວງບໍ່ ເຫັນດີນຳນັ້ນວ່າ:

"ກ່ຽວກັບໂຄງການກໍ່ສ້າງທາງປູຢາງ 2 ຊັ້ນຣະຫວ່າງເມືອງ ຜາອຸດົມຫາເມືອງ ປາກທ້າງ ຊຶ່ງໄດ້ເຊັນສັນຍາກໍ່ສ້າງແມ່ນ ທາງປະຢາງ 2 ຊັ້ນ ຊຶ່ງແມ່ນທ່ານຮອງນາຍົກຣັຖມົນຕຣີ ໄປເປີດພິທີທາງການຄັກແນ່ ແຕ່ມາຮອດດຽວນີ້ ເພິ່ນວ່າຈະແມ່ນມີທັສນະວ່າ ຈະຕັດຈາກທາງປູຢາງ ມາເປັນທາງປູຫີນແຮ່ ເພາະທາງອັນນີ້ມີຄວາມຍາວແຕ່ 30 ກິໂລແມັດ, ມູນຄ່າການກໍ່ສ້າງປະມານ 140 ກວ່າຕື້ ເຫດຜົນແລະທັສນະ ຂອງແຂວງຫັ້ນແມ່ນ ບໍ່ເຫັນດີໃຫ້ຕັດ ເນຶ່ອງຈາກວ່າທາງເສັ້ນນີ້ ເປັນທາງຍຸທສາດແນວຫລັງ ຂອງແຂວງບໍ່ແກ້ວ."

ແລະທ່ານ ຈັນສີ ແສງຊົມພູ ສະມາຊິກສະພາແຫ່ງຊາດ ເຂດ 2 ແຂວງຜົ້ງສາລີ ກໍຂໍໃຫ້ຣັຖບານ ຊ່ອຍກໍ່ສ້າງໂຄງຮ່າງພື້ນຖານໃຫ້ ແຂວງ ຜົ້ງສາລີ ເປັນຕົ້ນແມ່ນຖນົນຫົນທາງ ເພື່ອໃຫ້ປະຊາຊົນ ເດີນທາງໄປມາ ແລະທຳມາຫາກິນໄດ້ສະດວກ ເພາະ ແຂວງຜົ້ງສາລີ ນີ້ເປັນ ແຂວງທຸກຍາກທີ່ສຸດ ຂອງ ສປປລາວ ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:

"ພວກຂ້າພະເຈົ້າໄດ້ສເນີຫລາຍເທືອຫລາຍຄັ້ງແລ້ວ ຍົກຣະດັບເສັ້ນທາງ ແຕ່ເມືອງບຸນໃຕ້ ໄປຫາເມືອງນາໜໍ້  ແລະຍົກຣະດັບເສັ້ນທາງ ແຕ່ເມືອງຍອດອູ ໄປຫາຊາຍແດນ 3 ແຈ ຄື ລາວ, ວຽດນາມແລະຈີນນີ້ ສະນັ້ນຢູ່ນີ້ກໍເພື່ອແນໃສ່ແກ້ໄຂ ຄວາມທຸກຍາກ ພໍ່ແມ່ປະຊາຊົນ ບັນດາເຜົ່າຢູ່ເຂດນີ້ ວ່າຢູ່ເຂດນີ້ບໍ່ມີອາຊີບຄົງທີ່. ສ່ວນຫຼາຍກະອາສັຍ ຖາງ ປ່າເຮັດໄຮ່, ປູກຝິ່ນ."

ແຕ່ເຖິງຢ່າງໃດກໍຕາມ ເມື່ອເວົ້າເຖິງເຣຶ່ອງການພັທນາຊົນນະບົດ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຈົ້າໜ້າທີ່ກອງທຶນຫລຸດຜ່ອນ ຄວາມທຸກຍາກ ທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນຣະຫວ່າງກາງເດືອນມິຖຸນານີ້ວ່າ:

"ທີ່ຜ່ານມາແມ່ນພວກເຮົາໄດ້ສຸມໃສ່ການສ້າງໂຄງຮ່າງພື້ນຖານ ໃຫ້ກັບຊົມຊົນໃນເຂດຮ່າງໄກສອກຫລີກ ເຂດບ້ານເປົ້າໝາຍ ໃນປັດຈຸບັນ ນີ້ຫັ້ນເຮົາ ຈະເລິ່ມມີທ່າອ່ຽງພັທນາ ດ້ານການປຸບປຸງຊີວິດການເປັນຢູ່ ແລະເຣຶ່ອງໂພຊນາການ."

ທ່ານກ່າວຕື່ມອີກວ່າ ປັດຈຸບັນ ມີການພັທນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ຂອງປະຊາຊົນຢູ່ 10 ແຂວງຂອງລາວ ຄື 6 ແຂວງ ພາກເໜືອ ແລະ 4 ແຂວງພາກໃຕ້ແລະແຕ່ປີ 2020 ໄປ ຈະຍັງເຫລືອແຕ່ 4 ແຂວງພາກເໜືອ ທີ່ຈະໄດ້ລົງເລິກ ເຣຶ່ອງ ໂພຊນາການ ແລະປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ.

ເວົ້າເຖິງການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕາມນະໂຍບາຍຂອງຜູ້ນຳພັກ ກໍກຳນົດເອົາໄວ້ ແມ່ນຕ້ອງເຮັດໃຫ້ໄດ້ຢ່າງທົ່ວເຖິງ, ປະຕິບັດມາຕການຍຸທສາດ ຫັນລົງຮາກຖານ, ພັທນາຊົນນະບົດຮອບດ້ານ ໂດຍຖືເອົາການສົ່ງເສີມ ການຜລິດເປັນ ສິນຄ້າ ແລະການ ບໍຣິການສ້າງຣາຍໄດ້ ເຂົ້າຄອບຄົວເປັນໃຈກາງ, ຈັດສັນທີ່ດິນເພື່ອເປັນບ່ອນທໍາມາຫາກິນ ແລະເປັນທີ່ຕັ້ງພູມລໍາເນົາຄົງທີ່ ຂອງປະຊາຊົນ ກ້າວໄປເຖິງການຍຸຕິການ ຖາງປ່າເຮັດໄຮ່ແບບເລື່ອນລອຍ, ພັທນາໂຄງຮ່າງພື້ນຖານ ຮັບໃຊ້ ການຜລິດ ແລະຊີວິດການເປັນຢູ່ ຂອງ ປະຊາຊົນ ແລະທັງມີແຜນທີ່ວ່າ ຈະຈັດຕັ້ງການຜະລິດ, ການຝຶກອົບຮົມ ຍົກຣະດັບວິຊາຊີບ, ນໍາໃຊ້ເຕັກນິກວິທຍາການທີ່ກ້າວໜ້າ ເພື່ອ ຍົກສູງສະມັດຕະພາບ ການຜລິດ ແລະຄຸນນະພາບຂອງຜົລຜລິດ,

ໃຫ້ຊາວຊົນນະບົດເຂົ້າເຖິງການສຶກສາ, ການບໍຣິການສາທາຣະນະສຸກ ແລະປົກປັກຮັກສາສິ່ງແວດລ້ອມ ຄືດັ່ງທີ່ໄດ້ກຳນົດເອົາໄວ້ຢູ່ໃນມະຕິ ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ຊຶ່ງຫລາຍຄົນເວົ້າວ່າ ການທີ່ຈະເຮັດໃຫ້ນະໂຍບາຍ ແລະແຜນພັທນາ ທີ່ວ່ານັ້ນປາກົດເປັນຈິງ ແມ່ນ ຍັງໄກ ຫລືບໍ່ກໍອາຈເປັນໄປບໍ່ໄດ້ ຖ້າຫາກວ່າ ການພັທນາເສຖກິດ-ສັງຄົມ ແຫ່ງຊາດ ຍັງອາສັຍແຕ່ການຂຸດຄົ້ນ ແລະຂາຍຊັພຍາກອນ ທັມຊາດ ບໍ່ຈັກວ່າເທົ່າໃດ ໃຫ້ຕ່າງປະເທດ ອັນມີທັງການອະນຸມັດ ໃຫ້ຕ່າງປະເທດ ສ້າງເຂື່ອນໄຟຟ້າແບບບໍ່ມີຂອບເຂດ ທີ່ເຮັດໃຫ້ມີທັງ ການທຳລາຍ ປ່າດົງພົງພັຍ, ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະປະຊາຊົນຢ່າງມະຫາສານ ແລະທັງສ້າງເຂດເສຖກິດຕ່າງໆ ເປັນບ່ອນຫລິ້ນ ການພະນັນ, ຟອກເງິນ, ເປັນບ່ອນມົ້ວສຸມຢາເສບຕິດ, ຄ້າສັດປ່າທີ່ຫວງຫ້າມ ແລະມີທັງການໃຊ້ສິດໃຊ້ອຳນາດ, ໃຊ້ໜ້າທີ່ຕຳແໜ່ງ ສວຍໂອກາດ ສໍ້ຣາດບັງຫຼວງ ຢ່າງແພ່ຫລາຍໃນທົ່ວປະເທດ ຄືທີ່ຜ່ານມາ ແລະໃນປັດຈຸບັນນີ້ ກໍຍິ່ງຈະເປັນໄປບໍ່ໄດ້.

ເຕັມຫນ້າ