ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ລາຍງານ ເມື່ອວັນທີ 4 ພຶດສະພາ 2026 ນີ້ ລະບຸວ່າ ຜົນການເກັບກຳຂໍ້ມູນສະພາບປາຕາຍຢູ່ສາຍນໍ້າເຊໂດນ ເຂດບ້ານນາດ່ານ, ບ້ານນາຂາມ ແລະ ບ້ານຄີລີ ເມືອງຊະນະສົມບູນ ພົບຄ່າຄວາມເປັນດ່າງໃນນໍ້າສູງເກີນມາດຕະຖານ ຫຼື ສານເຄມີຈາກຂະບວນການຟອກຍ້ອມ ທີ່ເກິດຈາກອຸດສະຫະກຳທີ່ບໍ່ໄດ້ຜ່ານການບຳບັດນ້ຳເປື້ອນ
ເພື່ອບໍ່ໃຫ້ສຸຂະພາບຂອງປະຊາຊົນໄດ້ຮັບຜົນກະທົບ ທາງການລາວ ສັ່ງຫ້າມປະຊາຊົນໃນບໍລິເວນດັ່ງກ່າວ ຢຸດການນຳໃຊ້ນໍ້າຈາກສາຍນໍ້າເຊໂດນຊົ່ວຄາວ ຫ້າມນຳເອົາປາ ແລະ ສັດນໍ້າທີ່ຕາຍມາບໍລິໂພກຢ່າງເດັດຂາດ
ສຽງປະຊາຊົນ ບ້ານດອນເມືອງ ເມືອງຄົງເຊໂດນ ແຂວງສາລະວັນ ກ່າວໃນມື້ວັນທີ່ 5 ພຶດສະພາ 2026 ນີ້ວ່າ: ຕາຍຍູ່ນີ້ແຫຼະ ຕາຍຍູ່ໂຕບ້ານດອນເມືຶອງນີ້ລະ ບໍ່ໄດ້ກິນ (ປາ) ເລີຍເທົ່າຄູ່ມື້ນີ້ ປາເຊບໍ່ມີໄຜກິນ ຈັກມັນຕາຍດ້ວຍສາເຫດຫຍັງບໍ່ຮູ້ ເຫັນແຕ່ມັນຕາຍຍູ່ໃນແກ້ງ ມັນມາຕ້າງແກ້ງຍູ່
ເລື່ອງທີ່ກວດພົບສານເຄມີຈາກຂະບວນການຟອກຍ້ອມ ທີ່ເກິດຈາກອຸດສະຫະກຳທີ່ບໍ່ໄດ້ຜ່ານການບຳບັດນ້ຳເປື້ອນ ປັດຈຸບັນ ທາງການລາວ ຍັງບໍ່ທັນມີລາຍງານລະອຽດເທື່ອວ່າ ສາເຫດມາຈາກໂຮງງານໃດແທ້
ເຫດປາຕາຍ ຢູ່ສາຍນ້ຳເຊໂດນ ແມ່ນເກິດຂຶ້ນແຕ່ວັນທີ 23 ເມສາ 2026 ຜ່ານມາ ຍ້ອນປະຊາຊົນ ພົບເຫັນປານ້ອຍ-ໃຫຍ່ຕາຍຈໍານວນຫຼາຍຕາມສາຍນໍ້າເຊໂດນ ເຂດບ້ານດອນເມືອງ ເມືອງຄົງເຊໂດນ ແຂວງສາລະວັນ ແຕ່ບໍ່ຮູ້ສາເຫດ.
ປາຕາຍຈຳນວນດັ່ງກ່າວໄດ້ສົ່ງກິ່ນມັນຄາວທົ່ວແຄມນໍ້າ ຄາດວ່າຕາຍໄດ້ຫລາຍມື້ ແລະ ຍັງມີໂຕທີ່ຫາກໍຕາຍໃໝ່ ເຮັດໃຫ້ປະຊາຊົນບໍ່ກ້າລົງອາບ ຫຼື ໃຊ້ນໍ້າເຊເຂດດັ່ງກ່າວ
ກໍລະນີປາຕາຍໃນຄັ້ງນີ້ ຄ້າຍກັບກໍລະນີ ປາຕາຍ ຢູ່ຫ້ວຍມັນ ແລະຫ້ວຍແວ່ນ ເມືອງຊຳເໜືອ ແຂວງຫົວພັນ ເມື່ອປີ 2024 ຜ່ານມາ ຍ້ອນເກິດຈາກອ່າງເກັບນ້ຳເສັຍ ໂຄງການຂຸດຄົ້ນແຮ່ຫາຍາກຂອງຈີນ ຮັ່ວຊຶມ ແລະແຕກຫັກ
