4 ປີຜ່ານໄປ ລູກຄ້າ ພີເອັສ ສິ້ນຫວັງ
2021.09.11
ໃນວັນທີ 11 ກັນຍາ 2021 ເປັນມື້ຄົບຮອບ 4 ປີ ການປະທ້ວງ ເພື່ອທວງເງິນ ນຳບໍຣິສັດ ພີເອັສ (PS) ສົ່ງເສີມ ກະສິກັມ ແລະ ອຸດສາຫະກັມ ຄົບວົງຈອນ ຢູ່ນະຄອນຫລວງວຽງຈັນ.
ການປະທ້ວງ ໃນເວລານັ້ນ ໄດ້ກາຍເປັນ ຄດີຄວາມໃຫຍ່ ລະດັບປະເທດ ເຮັດໃຫ້ ທ້າວ ປໍເຮີ ແລະ ນາງ ສຸກນາລີ ເທບສີເມືງ, ເຈົ້າຂອງບໍຣິສັດ, ຖືກສານຕັດສິນຈຳຄຸກ, ປັບໃໝ ແລະ ຍຶດຊັບສິນ ທຸກຢ່າງ.
ຜູ້ເສັຽຫາຍຄົນນຶ່ງ ໃນຢູ່ ນະຄອນຫຼວງ ວຽງຈັນ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 10 ກັນຍາ ວ່າ:
“ຍັງບໍ່ທັນ ເຫັນເລີຍ ກະຄື ແບບຄືຊິ ບໍ່ໄດ້ຫຍັງ ແລ້ວຕິເບາະ ເຂົາກະມິດງຽບ ກະມາ ຖືກຊ້ວງ ໂຄວິດນີ້ອີກ ກະຍັງງຽບ ໄປຕໍ່ເລີຍ ບາດນິ ຄືວ່າ ຫັ້ນແຫຼະ ທຳໃຈ ເອົາໂລດ ເພາະວ່າ ຄືຊິ ບໍ່ໄດ້ດອກ.”
ຜູ້ເສັຽຫາຍຄົນນີ້ ກ່າວຕື່ມວ່າ ໄດ້ລົງທຶນ ກັບບໍຣິສັດ ພີເອັສ ຈຳນວນເງິນ 100 ລ້ານກີບ ແລະ ບໍຣິສັດ ຈະໃຫ້ ດອກເບັ້ຽ 4,800,000 ກີບ ຕໍ່ເດືອນ ຕາມຄຳກ່າວອ້າງ ຂອງບໍຣິສັດ ໃນຕອນນັ້ນ ແຕ່ເມື່ອລົງທຶນ ໄປແລ້ວ ຜ່ານໄປ ຫຼາຍເດືອນ ກໍບໍ່ເຄີຍໄດ້ຮັບ ກຳໄລຄືນ ຈັກເທື່ອ ຍ້ອນບໍຣິສັດ ອ້າງວ່າ ບໍຣິສັດ ບໍ່ມີກຳໄລ.
ເຫດການ ຜ່ານໄປ ຫຼາຍປີ ຜູ້ເປັນ ເຈົ້າຂອງ ບໍຣິສັດ ກໍຖືກ ດຳເນີນຄດີ ແລະ ຕັດສິນຕິດຄຸກ ແລະ ເຫດການ ກໍຄ່ອຍ ມິດງຽບໄປ ຈົນເຮັດໃຫ້ ຜູ້ທີ່ເອົາເງິນໄປຝາກ ລົງທຶນ ນຳບໍຣິສັດ ພີເອັສ ບາງຄົນ ບໍ່ມີ ຄວາມຫວັງວ່າ ຈະໄດ້ເງິນຄືນ.
ຜູ້ເສັຽຫາຍ ອີກຄົນນຶ່ງ ຢູ່ແຂວງຫຼວງພຣະບາງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 10 ກັນຍາ ວ່າ:
“ແຈ້ງ [ແຈ້ງຄວາມ] ເອົາແຕ່ປີ 2018 ພຸ້ນບໍ້ ກະມິດເລີຍ ຈົນເທົ່າດຽວນີ້ ບໍ່ໄດ້ຫຍັງເລີຍ ຄືຊິບໍ່ຫວັງໄດ້ແລ້ວ ແມ່ນຢາກໄດ້ ຄືນຢູ່ ຂອງເຮົາ ມີແຕ່ 7-8 ລ້ານກີບນີ້ແຫຼະ ປະມານນີ້.”
ຜູ້ເສັຽຫາຍບາງຄົນ ຢູ່ແຂວງບໍລິຄຳໄຊ ລົງທຶນ ຝາກເງິນນຳ ບໍຣິສັດ ພີເອັສ ປະມານ 10 ລ້ານ ກີບ ແຕ່ປີ 2016 ບໍ່ເຄີຍໄດ້ຮັບ ກຳໄລຄືນ ຈັກເທື່ອ ຈົນມາຮູ້ວ່າ ມີສມາຊິກ ຂອງບໍຣິສັດ ຈຳນວນຫຼາຍ ໄປປະທ້ວງ ເພື່ອຂໍເງິນທຶນຄືນ ແຕ່ປັດຈຸບັນ ບໍ່ໄດ້ຄາດຫວັງ ແລ້ວວ່າ ຈະໄດ້ຮັບ ເງິນຄືນ.
ຜູ້ເສັຽຫາຍ ທ່ານນຶ່ງ ຢູ່ແຂວງບໍລິຄຳໄຊ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 10 ກັນຍາ ວ່າ:
“ກະຕິດຕາມຢູ່ ແຕ່ວ່າ ບໍ່ຄື ຊິໄດແລ້ວລະ ຈັ່ງວ່າ ບໍ່ທັນຮູ້ນຳ ຜູ້ໃຫຍ່ເພິ່ນ ເຮັດແນວໃດ ຫັ້ນນ່າ ໄປຝາກເງິນຝາກຄຳ ໄປລະລູກສາວ ໄປຝາກ ແຕ່ອອກຊື່ເຮົາ ຫັ້ນນ່າ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາ ເຈົ້າໜ້າທີ່ ຕຳຣວດ ເສຖກິຈ ນະຄອນຫຼວງວຽງຈັນ ຊຶ່ງເປັນໜ່ວຍງານ ຮັບຜິດຊອບ ຄດີດັ່ງກ່າວ ແລະ ຮວບຮວມ ຊັບສິນຕ່າງໆ ທີ່ຈະນຳເງິນ ມາຈ່າຍໃຫ້ ຜູ້ເສັຽຫາຍ ແຕ່ເຈົ້າໜ້າທີ່ ບໍ່ສະດວກ ໃຫ້ຂໍ້ມູນໃດໆ.
ສຳນັກງານ ນາຍົກ ຣັຖມົນຕຣີ ໄດ້ຕັ້ງ ຄນະສເພາະກິຈ ຂຶ້ນມາ ໂດຍ ມີຕາງໜ້າ ຈາກທະນາຄານ ແຫ່ງສປປລາວ, ຕຳຣວດເສຖກິຈ, ຂແນງຊັບສິນ ກະຊວງການເງິນ ແລະ ກະຊວງ ອຸດສາຫະກັມ ແລະ ການຄ້າ ເພື່ອແກ້ໄຂຄດີ ພີເອັສ.
ຄນະສເພາະກິດ ແກ້ໄຂຄດີ ພີເອັສ ໄດ້ຮິບໂຮມເງິນ ຈາກການຂາຍ ຊັບສິນຕ່າງໆ ຂອງບໍຣິສັດ ພີເອັສ ແລະ ຊັບສິນສ່ວນຕົວ ຂອງ ທ້າວ ປໍເຮີ ແລະ ນາງ ສຸກນາລີ ແຕ່ກໍຍັງບໍ່ທັນ ມອບເງິນ ດັ່ງກ່າວ ຄືນໃຫ້ ປະຊາຊົນ ທີ່ເປັນ ຜູ້ເສັຽຫາຍ.
ເຈົ້າໜ້າທີ່ ຜແນກ ອຸດສາຫະກັມ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 10 ກັນຍາ ວ່າ:
“ອັນນັ້ນ ເພາະວ່າ ເພິ່ນກໍກຳລັງ ແກ້ໄຂ ຢູ່ຫັ້ນແຫຼະເນາະ ທາງຄນະເພິ່ນ ຫັ້ນນ່າ ກະຍັງ ບໍ່ທັນ ມີຄຳຕອບ ໃຫ້ປະຊາຊົນ ມື້ໃດ ກະບໍ່ຮູ້ເທື່ອ ຫັ້ນແຫຼະ ມີແຕ່ວ່າ ເພິ່ນຂາຍ ຊັບສິນອັນໃດ ທີ່ວ່າ ພໍເປັນເງິນຫັ້ນເນາະ ເພື່ອເກັບທ້ອນໂຮມ ຈະສົ່ງ ປະຊາຊົນ ຄືນວ່າຈັ່ງຊັ້ນ.”
ໄລຍະຜ່ານມາ ຄນະສເພາະກິຈ ແກ້ໄຂຄດີ ບໍຣິສັດ ພີເອັສ ໄດ້ອອກມາ ປະມູນ ຂາຍຊັບສິນ ຂອງບໍຣິສັດ ພີເອັສ ບາງສ່ວນແລ້ວ ເປັນຕົ້ນ ອຸປກອນ ເຄື່ອງໃຊ້ຕ່າງໆ ຂອງບໍຣິສັດ, ງົວ, ມ້າ ແລະ ທີ່ດິນຂອງ ບໍຣິສັດ 100 ປາຍເຮັກຕ້າຣ໌.
ນອກຈາກນີ້, ຊັບສິນ ສ່ວນຕົວຂອງ ທ້າວ ປໍເຮີ ແລະ ນາງ ສຸກນາລີ ເປັນຕົ້ນ ຄຳແທ່ງ, ສາຍຄໍ, ສາຍແຂນ, ທີ່ດິນ, ຣົດໃຫຍ່ ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງ ບໍ່ໄດ້ ຣາຍງານ ແລະ ເປີດເຜີຍ ຂໍ້ມູນຄ່າຊັບສິນ ທີ່ຂາຍ ໄດ້ວ່າ ມີເທົ່າໃດ.
ໃນວັນທີ 21 ພຶສຈິກາ 2018 ສານປະຊາຊົນ ຂັ້ນຕອນ ນະຄອນຫຼວງ ວຽງຈັນ ໄດ້ຕັດສິນຄດີ ບໍຣິສັດ ພີເອັສ ໂດຍ ມີຈຳເລີຍທັງໝົດ 12 ຄົນ ທີ່ຖືກຕັດສິນວ່າ ມີຄວາມຜິດ ໃນຂໍ້ຫາ ສໍ້ໂກງຊັບ ພົລເມືອງ, ການຟອກເງິນ, ການໂຄສນາຕ້ານ ສປປລາວ, ການເຕົ້າໂຮມກຸ່ມຄົນ ເພື່ອສ້າງ ຄວາມປັ່ນປ່ວນ, ການຊື້-ຂາຍ ອາວຸດສົງຄາມ ແລະ ຄອບຄອງ ຊິ້ນສ່ວນອໄວຍະວະ ສັດປ່າ ປະເພດຫວງຫ້າມ. ຜູ້ທີ່ຖືກສານ ຕັດສິນຈຳຄຸກ ມີລາຍຊື່ດັ່ງນີ້:
- ນາງ ສຸກນາລີ ເທບສີເມືອງ ປະທານ ແລະ ເຈົ້າຂອງ ບໍຣິສັດ ພີເອັສ ຖືກຕັດສິນຈຳຄຸກ 29 ປີ ປັບໃໝ 2.8 ຕື້ ກີບ.
- ທ້າວ ປໍເຮີ ເທບສີເມືອງ, ເຈົ້າຂອງບໍຣິສັດ ພີເອັສ, ຖືກຕັດສິນ ຈຳຄຸກ 27 ປີ ປັບໃໝ 2.8 ຕື້ກີບ.
ແຕ່ທັງ ທ້າວ ປໍເຮີ ແລະ ນາງ ສຸກນາລີ ຍອມຮັບຄວາມຈິງ ສານຈຶ່ງຫຼຸດໂທດ ໃຫ້ທັງສອງຄົນ ຕິດຄຸກ ພຽງແຕ່ 15 ປີ.
- ທ້າວ ອານົງສັກ ພົງສະຫວັດ ຈຳຄຸກ 12 ປີ 3 ເດືອນ ປັບໃໝ 704 ລ້ານ ກີບ
- ທ້າວ ໄມວັນ ພູມະນີວົງ ຈຳຄຸກ 2 ປີ 6 ເດືອນ ປັບໃໝ 5 ລ້ານ ກີບ
- ທ້າວ ຄຳສິງ ພູມະນີວົງ ຈຳຄຸກ 3 ປີ 3 ເດືອນ ປັບໃໝ 7 ລ້ານກີບ
- ທ້າວ ຈັນຄຳ ພູມມະນີວົງ ຈຳຄຸກ 3 ປີ 3 ເດືອນ ປັບໃໝ 6 ລ້ານ ກີບ
- ທ້າວ ໄຊຊົງ ຈຳຄຸກ 5 ປີ ປັບໃໝ 27 ລ້ານ ກີບ
- ທ້າວ ບຸນທຳ ຈຳຄຸກ 5 ປີ ປັບໃໝ 27 ລ້ານ ກີບ
- ທ້າວ ແກ້ວ ຈຳຄຸກ 5 ປີ ປັບໃໝ 28 ລ້ານ ກີບ
- ນາງ ຈັນສະໝອນ ແກ້ວມະນີ ຈຳຄຸກ 5 ປີ ປັບໃໝ 27 ລ້ານ ກີບ
- ທ້າວ ໄຊດວງສີ ຊົງຈື ຈຳຄຸກ 4 ປີ 6 ເດືອນ ປັບໃໝ 25 ລ້ານ ກີບ
- ທ້າວ ໄຈເຮືອ ຈຳຄຸກ 5 ປີ ປັບໃໝ 30 ລ້ານ ກີບ
ບໍຣິສັດ ພີເອສ ໄດ້ຈົດທະບຽນ ວິສາຫະກິດ ໃນວັນທີ 31 ພຶສພາ 2012 ແລະ ມີການລະດົມທຶນ ໃຫ້ປະຊາຊົນ ມາຝາກເງິນ ກິນດອກເບັ້ຽ ຢ່າງໜ້ອຍ 4.8% ຕໍ່ເດືອນ ແຕ່ຕໍ່ມາ ທະນາຄານແຫ່ງ ສປປລາວ ເຄີຍອອກ ໜັງສືແຈ້ງເຕືອນຫຼາຍຄັ້ງ ກ່ຽວກັບ ການລະດົບທຶນ ຂອງບໍຣິສັດ ທີ່ຂັດຕໍ່ ລະບຽບການ ຂອງທະນາຄານ.
ໃນປິ 2017, ເບື້ອງຕົ້ນ ທະນາຄານແຫ່ງ ສປປລາວ ສັ່ງໃຫ້ບໍຣິສັດ ພີເອັສ ສົ່ງເສີມ ກະສິກັມ ແລະ ອຸດສາຫະກັມ ຄືນເງິນ ຊຶ່ງເປັນເງິນ ປັນຜົລ ໃຫ້ສະມາຊິກ 50 ພັນຄົນ ແລະ ສະມາຊິກ ທີ່ຂໍຍົກເລີກ ສັນຍາ ເມື່ອ 1 ປີກ່ອນ ເປັນມູນຄ່າ ທັງໝົດ 100 ຕື້ປາຍກີບ ແຕ່ມື້ວັນທີ 6 ມິຖຸນາ ເຖິງວັນທີ 6 ກໍຣະກະດາ 2017.
ໃນປີ 2018, ໂທຣະທັດ ກະຊວງ ປ້ອງກັນຄວາມສງົບ ໄດ້ຣາຍງານວ່າ ໃນວັນທີ 21 ພຶສຈິກາ 2018 ສານປະຊາຊົນ ຂັ້ນຕອນ ນະຄອນຫຼວງວຽງຈັນ ໄດ້ຕັດສິນໃຫ້ ນາງ ສຸກນາລີ ແລະ ທ້າວ ປໍເຮີ ໃຊ້ແທນຄ່າເສັຽຫາຍໃຫ້ໂຈດ ທາງແພ່ງ ຈຳນວນ 237,772 ຄົນ, ໝາຍເຖິງ ລູກຄ້າ ຜູ້ທີ່ເອົາເງິນ ໄປຝາກ ລວມມູນຄ່າປະມານ 1,000 ຕື້ກີບ.
ຂໍ້ມູນເພີ່ມຕື່ມ: ຈຳນວນລູກຄ້າ ທີ່ນາງສຸກນາລີ ແລະ ທ້າວ ປໍ ເຮີ ຕ້ອງໃຊ້ຄ່າເສັຽຫາຍໃຫ້ນັ້ນ ແມ່ນ 237,772 ຄົນ, ຊຶ່ງອອກອາກາດ ທາງວິທຍຸ ກ່ອນໜ້ານັ້ນ ແມ່ນ 50,000 ຄົນ ເປັນໂຕເລກ ກ່ອນການຕັດສິນຄະດີ.