ຈີນເອົາປຽບລາວເຣື້ອງທາງ ຣົດໄຟ


2014.02.12
F-lao-china-train ໂຄງການ ສ້າງທາງຣົດໄຟ ທີ່ຈີນ ບິດເບືອນ ປ່ຽນແປງ ສແວງຫາ ແຕ່ຜົນໄດ້ ຈາກສປປລາວ ມາໂດຍຕລອດ
RFA

 

ສປປລາວ ຈະຢຶມເງິນ ຈາກຈີນ 7 ຕື້ ໂດລາ ສະຫະຣັດເພື່ອມາສ້າງ ເສັ້ນທາງຣົຖໄຟຄວາມໄວສູງ ຈາກຂຸນຫມິງ ມາຫາ ນະຄອນຫລວງ ວຽງຈັນ ຖືກເລື່ອນເວລາມາຕຣອດ ເຫດຜົລກໍຍ້ອນວ່າ ສະພາບການ ການເມືອງໃນໄທຍ້ອນວ່າ ຈີນ ຍັງລໍຖ້າຣັຖບານໃຫມ່ຂອງໄທໃນການ ຕັດສີນໃຈ ທີ່ຈະສ້າງ ເສັ້ນທາງ ສາຍ ດັ່ງກ່າວ ຈາກບາງກອກ ຫາ ຫນອງຄາຍ ຫລືບໍ່ ແລະ ເຫດຜົລ ອື່ນໆ.

ໃນເດືອນກັນຍາ ຜ່ານມາ ປະທານ ປະເທດລາວ ທ່ານ ຈູມມະລີ ໄຊຍະສອນ ໄດ້ເດີນທາງໄປຈີນເປັນເວລາສີ່ວັນເພື່ອພົບປະຫາລື ກັບ ນາຍົກ ຣັຖມົນຕຣີ ຈີນ ທ່ານ ລີກີກຽງ ແລະ ຜູ້ນຳ ພັກຄອມມຸຍນິສ ຫລາຍຄົນ. ໃນການໂອ້ລົມນັ້ນ ຈີນໄດ້ໃຫ້ການຢືນຢັນ ໃນການສືບຕໍ່ ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ໃຫ້ໄວທີ່ສຸດເທົ່າທີ່ຈະໄວ ໄດ້. ແຕ່ບໍ່ໄດ້ເອີ່ຍເຖິງການໂອ້ລົມກັນກ່ຽວກັບການກູ້ຢຶມເງີນ.

ຫນັງສືພິມ JAPAN TIMES ສະບັບ ວັນທີ 8 ກຸມພາ ປີ 2014 ລາຍງານ ທີ່ອ້າງຕາມ ຄຳເວົ້າ ຂອງ ຣັຖມົນຕຣີ ກະຊວງ ພລັງງານ ແລະບໍ່ແຮ່ ສປປລາວ ວ່າ ຂໍ້ຕົກລົງ ໃນການ ກູ້ຢຶມເງິນ ຈາກຈີນ ບໍ່ເປັນທັມ ແກ່ ສປປລາວ ຍ້ອນວ່າ ຈີນ ຈະເກັບຫນີ້ຄືນ ດ້ວຍແຮ່ທາດ ຂອງລາວ ໃນປາຣີມານ 5 ລ້ານຕັນ ໂດຍສະເພາະ ແມ່ນແຮ່ທາດ ໂປຕັສ ທີ່ລາວ ຈະສົ່ງໃຫ້ຈີນ ໃນແຕ່ລະປີ ຈາກປີ ສ້າງ ໄປຮອດປີ 2020 ຮ່ວມທັງ ໄມ້ທ່ອນ ແລະ ສັນຍາ ກະເສດພັນທະ ໃນຫລາຍ ໂຄງການ. ຈະເຮັດໃຫ້ ສປປລາວ ຕິດຫນີ້ຈີນ ຫລາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.