ທາງການຕຽມຈ່າຍຄ່າ ຊົດເຊີຍ ທາງຣົດໄຟ

ອຸ່ນແກ້ວ ສຸກສະຫວັນ
2017.12.22
1-railway ວຽກງານ ການເຈາະອຸມົງ ຢູ່ແຂວງຫຼວງນໍ້າທາ
RFA/VD

ທາງການແຂວງຫລວງນ້ຳທາ ແລະແຂວງວຽງຈັນ ໄດ້ກວດກາແລະຮັບຮອງເອົາ ຄ່າຊົດເຊີຍ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກ ໂຄງການ ທາງຣົດໄຟ ລາວ-ຈີນ ສຳເຣັດແລ້ວ.

ສະພາປະຊາຊົນແຂວງຫລວງນ້ຳທາ ແລະແຂວງວຽງຈັນ ໄດ້ຮັບຮອງເອົາຄ່າຊົດເຊີຍ ເປັນທີ່ຮຽບຮ້ອຍແລ້ວ ແລະຈະເລີ້ມລົງມື ປະຕິບັດ ຈ່າຍຄ່າຊົດເຊີຍ ໃນໄວ້ໆນີ້, ໃນຂະນະທີ່ ແຂວງອຸດົມໄຊ ຫລວງພຣະບາງ ແລະ ນະຄອນຫລວງວຽງຈັນ ກຳລັງຈະ ສະເໜີໃຫ້ສະພາ ປະຊາຊົນ ຮັບຮອງເອົາ ຄ່າຊົດເຊີຍ. ດັ່ງ ທ່ານ ລັດຕະນະມະນີ ຄູນນີວົງ ຮອງຣັຖມົນຕຼີ ກະຊວງໂຍທາທິການ ແລະຂົນສົ່ງ ແລະທັງເປັນ ຫົວໜ້າຄະນະຄຸ້ມຄອງ ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ໄດ້ກ່າວຕໍ່ ເອເຊັຍເສຣີ ໃນວັນທີ 22 ທັນວາ ວ່າ:

"ດຽວນີ້ ຮັບຮອງລະສອງແຂວງແລ້ວ ແຂວງຫລວງນ້ຳທາ ກັບແຂວງວຽງຈັນແລ້ວ ສາມແຂວງກຳ ລະຊິປະຕິບັດ ລະກຳລັງຊິປະຕິບັດລະ ເພາະວ່າ ຫລັງຈາກຮັບຮອງ ລະກະຊິສັງລວມ ປຶກສາຫາລື ຂັ້ນຕອນກັບບໍຣິສັດ ທາງຣົດໄຟ ລາວ-ຈີນ ນີ້ເພື່ອດຳເນີນ ການຈັດຕັ້ງປະຕິບັດ ຫັ້ນແຫລະມີລະ."

ອີງຕາມທ່ານ ລັດຕະນະມະນີ, ກະຊວງໂຍທາທິການ ແລະຂົນສົ່ງ ກັບກະຊວງການເງິນ ເປັນຜູ້ຮັບຜິດຊອບ ໃນການດຳເນີນການ ເລື້ອງຄ່າ ຊົດເຊີຍ ໂດຍອີງໃສ່ ຄ່າຊົດເຊີຍທີ່ ສະພາປະຊາຊົນ ຂັ້ນແຂວງຮັບຮອງເອົາ.

ໂຄງການທາງລົດໄຟ ລາວ-ຈີນ ໄດ້ປະສານສົມທົບກັບປະຊາຊົນ ໃນການຄິດໄລ່ຄ່າຊົດເຊີຍ ເພື່ອຮັບປະກັນ ຄວາມໂປ່ງໃສ ແລະຫລີກລ້ຽງ ຫາງສຽງຂອງປະຊາຊົນ, ດັ່ງທ່ານ ລັດຕະນະມະນີ ກ່າວຕື່ມອີກວ່າ:

"ການເກັບກຳຜົນກະທົບລາຄາ ກະເກັບກຳນຳປະຊາຊົນ ລະກະຜ່ານປະຊາຊົນ ຫລາຍຮອບເຕີບລະເດ້ ຄວາມໂປ່ງໃສ ຫ້ວຍຕາມລົງໄປ ພື້ນຖານ ຂ້າພະເຈົ້າລົງເອງ ໄປປະຊຸມ ປະຊາຊົນບໍ່ເຂົ້າໃຈ [ຂ້າພະເຈົ້າ] ລະຕອບຄຳຖາມ ໄດ້ໝົດວ່າ ເປັນການ ປະເມີນແບບໃດແບບໃດ ປະຊາຊົນກະດີໃຈໄດ໋ ບໍ່ມີໃຜວ່າໂອ້ຍ ຂ້ອຍບໍ່ພໍໃຈອັນນີ້ ມັນບໍ່ຖືກຕ້ອງບໍ່ມີໄດ໋ ພາຍຫລັງທຳອິດນີ້ ແມ່ນມີ ເຂົາເຈົ້າຕັ້ງຄໍາຖາມຢູ່ ໄທເຮົາ ໄດ້ ອະທິບາຍໃຫ້ຟັງ ໄດ້ລົງແລ້ວ ການຄິດໄລ່ແບບນັ້ນ ແບບນັ້ນ ມັນມີເຂດປະເມີນ ທີ່ດິນ ອີ່ຫຍັງໆ."

ປັດຈຸບັນໂຄງການກຳລັງເຈາະອຸມົງ 53 ແຫ່ງຈາກຈຳນວນອຸມົງທັງໝົດ 76 ແຫ່ງໂດຍມີຈຸດເຈາະທັງໝົດ ປະມານ 200 ຈຸດ ແລະວຽກງານ ການກໍ່ສ້າງແມ່ນສໍາເຣັດ ໄປແລ້ວ 16.4 ເປີເຊັນ.

ກຳມະກອນລາວທີ່ເຮັດວຽກນຳໂຄງການ ທາງຣົດໄຟ ລາວ-ຈີນ ເກືອບ 2 ພັນຄົນ ໃນຂະນະທີ່ ກຳມະກອນຈີນ ທີ່ເຂົ້າມາເຮັດໃນໂຄງການ ດັ່ງກ່າວ ມີຈຳນວນປະມານ 8,000 ຄົນ ອີງຕາມຂໍ້ມູນ ຈາກ ທ່ານ ລັດຕະນະມະນີ.

ນອກຈາກນີ້, ສຳນັກຂ່າວຊິນຫົວຂອງຈີນ ໄດ້ລາຍງານ ໃນວັນທີ 20 ທັນວາ ວ່າ ບໍຣິສັດລາວ ແລະ ຈີນ ທີ່ຮັບຜິດຊອບ ກໍ່ສ້າງໂຄງການ ດັ່ງກ່າວ ຈະຕ້ອງປະຕິບັດ ຕາມລະບຽບຫລັກການ ຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ມີບັນຫາ ການສໍ້ຣາດບັງຫລວງ.

ເສັນທາງລົດລາວ-ຈີນ ມີຄວາມຍາວ ປະມານ 414 ກິໂລແມັດ ມູນຄ່າການກໍ່ສ້າງປະມານ 6 ຕື້ ໂດລາ ໂດຍແມ່ນ ຣັຖບານລາວ ຖືຮຸ້ນ ປະມານ 30 ເປີເຊັນ ແລະ ຣັຖບານຈີນ ຖືຮຸ້ນ 70 ເປີເຊັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.