ວຽກງານເຈາະອຸມົງທາງ ຣົດໄຟ
2017.10.26
ມາເຖິງປັດຈຸບັນ ວຽກງານການເຈາະອຸມົງ ໂຄງການກໍ່ສ້າງ ທາງຣົດໄຟລາວ-ຈີນ ແມ່ນດໍາເນີນໄປໄດ້ເຖິງ 17 ກິໂລແມັດ ແລະສະເພາະ ວຽກງານເຈາະອຸມົງ ແມ່ນມີກຳນົດ ໃຫ້ສຳເຣັດທັງໝົດໃນປີ 2020. ທ່ານ ລັດຕະນະມະນີ ຄູນນີວົງ ຮອງຣັຖມົນຕຼີ ກະຊວງໂຍທາທິການ ແລະຂົນສົ່ງ ແລະທັງເປັນຫົວຫນ້າ ຝ່າຍຮັບຜິດຊອບວຽກງານ ກໍ່ສ້າງທາງຣົດໄຟລາວ-ຈີນ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 25 ຕຸລາ ວ່າ:
"ແມ່ນ 17 ກິໂລແມັດປາຍ ແມ່ນລວມເຂົ້າກັນທັງໝົດເຮັດໄປປີ 2020 ໃຫ້ແລ້ວ [ການເຈາະອຸມົງ] 2021 ໃຫ້ມັນແລ່ນໄດ້ຣົດໄຟ".
ໂຄງການທາງຣົດໄຟ ລາວ-ຈີນ ມີຄວາມຍາວ 414 ກິໂລແມັດ ຕັດຜ່ານແຂວງຫລວງນ້ຳທາ, ອຸດົມໄຊ, ຫລວງພຣະບາງ, ວຽງຈັນ, ນະຄອນ ຫລວງວຽງຈັນ ຊຶ່ງຈະມີການເຈາະອຸມົງທັງໝົດ 77 ແຫ່ງ. ອີງຕາມ ທ່ານ ລັດຕະນະມະນີ, ຢູ່ແຂວງຫຼວງນໍ້າທາ ເຈົ້າໜ້າທີ່ກຳລັງ ຂຸດເຈາະ ອຸມົງ 3 ແຫ່ງ ຈາກຈຳນວນອຸມົງ ທັງໝົດ 3 ແຫ່ງ.
ແຂວງອຸດົມໄຊ ກຳລັງມີການເຈາະອຸມົງ 24 ແຫ່ງ ຈາກຈຳນວນອຸມົງທັງຫມົດ 34 ແຫ່ງ.
ແຂວງຫລວງພຣະບາງ ມີການເຈາະອຸມົງ 13 ແຫ່ງ ຈາກຈຳນວນອຸມົງທັງໝົດ 22 ແຫ່ງ.
ແຂວງວຽງຈັນ ກຳລັງມີການເຈາະອຸມົງ 14 ແຫ່ງ ຈາກຈຳນວນອຸມົງທັງໝົດ 17 ແຫ່ງ.
ສະຫລຸບຕົວເລກຫລ້າສຸດ ກໍຄືໂຄງການທາງຣົດໄຟ ລາວ-ຈີນ ກຳລັງຂຸດ-ເຈາະອຸມົງ 54 ແຫ່ງ ຈາກຈຳນວນ ອຸມົງທັງໝົດ 77 ແຫ່ງ.
ໂຄງການທາງຣົດໄຟ ລາວ-ຈີນ ມີມູນຄ່າປະມານ 6 ຕື້ໂດລາ ສະຫະຣັດ ໃນນັ້ນ ສປປລາວ ຖືຮຸ້ນ 30 ເປີເຊັນ ແລະ ສປຈີນ 70 ເປີເຊັນ ເລີ້ມລົງມືກໍ່ສ້າງ ໃນວັນທີ 25 ທັນວາ 2016.
ເຖິງຢ່າງໃດກໍດີ ປະຊາຊົນຜູ້ທີ່ຖືກຜົນກະທົບ ຈາກໂຄງການທາງຣົດໄຟ ລາວ-ຈີນ ກຳລັງລໍ້ຖ້າ ການຊົດເຊີຍ ຈາກໂຄງການ ໂດຍສະເພາະ ຄ່າຊົດເຊີຍ ທີ່ດິນ, ເຮື່ອນ ແລະ ສິ່ງປຸກສ້າງ, ແລະ ຜົລປູກ.