ຫຼາຍບ້ານບໍ່ຍອມຮັບ ຄ່າຊົດເຊີຍ ໂຄງການ ທາງດ່ວນ

0:00 / 0:00

ໂຄງການທາງດ່ວນຄູ່ຂນານ ໄລຍະ 1 ໃນນະຄອນຫຼວງວຽງຈັນ ເຣີ້ມຕັ້ງແຕ່ ITEC ໄປຫາບ້ານດົງໝາກຄາຍ ໄລຍະທາງ 15,2 ກິໂລແມັຕ ຍັງບໍ່ທັນໄດ້ເຣີ້ມການກໍ່ສ້າງ ຍ້ອນປະຊາຊົນຫຼາຍບ້ານ ຍັງບໍ່ຍອມຮັບເອົາຄ່າຊົດເຊີຍເທື່ອ, ອີງຕາມຄວາມເວົ້າ ຂອງ ເຈົ້າໜ້າທີ່ຜແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຜູ້ຮັບຜິດຊອບໂຄງການດັ່ງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ສິງຫາ ນີ້ວ່າ:

“ຍັງໆ ຍັງເດີ ກໍາລັງເຄລັຽກັບປະຊາຊົນ ຜູ້ທີ່ວ່າຄັດຄ້ານ.”

ໃນຂນະດຽວກັນ ເຈົ້າໜ້າທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ກໍໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ຫຼັງຈາກບໍຣິສັດ ຜູ້ຮັບ ຜິດຊອບໂຄງການ ແລະ ທາງການລາວ ກຳນົດແລວທາງສຳເຣັຈ ກໍຕ້ອງມີການສຶກສາ ຜົລກະທົບ ດ້ານສິ່ງແວດລ້ອມ ແລະ ສັງຄົມ ລວມເຖິງຄ່າຊົດເຊີຍຕ່າງໆ ທີ່ຍັງບໍ່ມີຄວາມຄືບໜ້າ:

“ມັນຍັງດົນ ຫຼັງຈາກກໍານົດແລວແລ້ວ, ມັນກໍຕ້ອງໄດ້ເຮັດບົດສຶກສາ ຄວາມເປັນໄປໄດ້ ຂອງໂຄງການ ຜົລກະທົບທາງດ້ານສິ່ງແວດລ້ອມ ເນາະ ຕາມລາຄາປະເມີນ. ໂອ໊ຍ...ຍັງຍາວ.”

ທ່ານເວົ້າວ່າ ໂຄງການນີ້ ມີປະຊາຊົນຖືກຜົລກະທົບທັງໝົດ 159 ຫຼັງຄາເຮືອນ, ຢູ່ເມືອງໄຊທານີ 6 ບ້ານ ແລະ ເມືອງໄຊເສດຖາ 12 ບ້ານ, ລວມເນື້ອທີ່ທັງໝົດ 242 ເຮັກຕ້າ, ມູລຄ່າການຊົດເຊີຍ ຕາມການປະເມີນແມ່ນ 452,8 ຕື້ກີບ.

ຖ້າຫາກວ່າທາງໂຄງການ ຍັງບໍ່ສາມາດຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນໄດ້ ໝົດທຸກຄອບຄົວ, ກໍອາຈເຮັດໃຫ້ການກໍ່ສ້າງທາງຫຼ້າຊ້າອອກໄປ ແລະ ຈະບໍ່ສາມາດສຳເຣັຈ ໄດ້ຕາມແຜນການ ທີ່ກຳນົດໄວ້ໃນເດືອນກຸມພາ ປີ 2021.

ສ່ວນຊາວບ້ານໃນເຂດເມືອງໄຊທານີ ທ່ານນຶ່ງ ທີ່ຖືກຜົລກະທົບຈາກໂຄງການດັ່ງກ່າວ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອບໍ່ດົນ ມານີ້ວ່າ ຊາວບ້ານຢາກໄດ້ຄ່າຊົດເຊີຍ ຕາມມູລຕ່າຣາຄາຕລາດ.

“ຢາກໃຫ້ເອົາຕາມຫາງສຽງ ປະຊາຊົນຫັ້ນແຫຼະ ຜູ້ໃດກະດາຍ. ຣາຄາຕລາດວ່າຊັ້ນເທາະໄປ໋ ຣາຄາເພິ່ນຊື້ຂາຍສູ່ມື້ນີ້ ວ່າຊັ້ນເທາະໄປ໋. ຣາຄາເພິ່ນເຮັດມານີ້ ບ້ານໄຊ ນີ້ ມີ 80 ພັນ ກັບ 100,000 ກີບຕໍ່ແມັຕກາເຣ້, ຣາຄາຣັຖ. ຂ້ອຍກະບໍ່ເອົາ ແຫຼະເນາະ ເອົາລະຊິໄປຊື້ ຢູ່ໃສໄດ້? ເອົາ, ຂະເຈົ້າຢາກໄດ້ຕາມ ຣາຄາຕລາດດຽວນີ້ ແມັຕລະ 1,000 ບາທລະດຽວນີ້ນ່າ ຄັນຊິບໍ່ໃຫ້ ລະຊິໄປຊື້ຢູ່ໃສໄດ້ລະບາດນີ້ ນ່າ? ເອີ່, ມັນຂັດຂ້ອງກັນ ຢູ່ບ່ອນຫັ້ນດຽວນີ້ນ່າ.”

ປະຊາຊົນບ້ານນາແຄ, ເມືອງໄຊທານີ, ເຊິ່ງເປັນນຶ່ງໃນຈຳນວນບ້ານ ທີ່ຖືກຜົລກະທົບ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ບໍຣິສັດຜູ້ຮັບຜິດຊອບ ໂຄງການຕ້ອງຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນ ທີ່ຖືກຜົລກະທົບ ຢ່າງເໝະສົມ ຕາມຣາຄາຕລາດ.

“ທາງໂຄງການບໍ່ທັນໄດ້ມາ ເຮັດບົດບັນທຶກຊໍ້ານ່າ ກັບຜູ້ຖືກຜົລກະທົບ ເທື່ອເນາະ. ເພາະວ່າທາງເຮົາເປັນຜູ້ກາງ ຈິຕໃຈ ກໍຢາກໃຫ້ ປະຊາຊົນ ໄດ້ສ່ຳທີ່ວ່າດິນຣາຄາຕລາດ ຣາຄາປະເມີນ.”

ໂຄງການທາງດ່ວນຄູ່ຂນານ ຂນາດ 4 ຊ່ອງທາງ ກວ້າງ 23 ແມັຕ ເປັນໂຄງການຮ່ວມມືໃນຮູບແບບ BOT ຣະຫວ່າງຣັຖບານລາວ ແລະ ບໍຣິສັດ China North Industries Corporation ຂອງຈີນ ທີ່ເປັນຜູ້ສຶກສາ ຜົນລກະທົບ, ອອກແບບ, ກໍ່ສ້າງ ແລະ ບໍຣິຫານໂຄງການ ຕາມກຳນົດສັມປະທານ 50 ປີ ແລະ ສາມາດຕໍ່ອາຍຸສັມປະທານ ໄດ້ຕື່ມອີກ 20 ປີ. ຫຼັງຈາກນັ້ນ, ຈຶ່ງຈະມອບໃຫ້ ຣັຖບານລາວ.