ການຄຸ້ມຄອງໂຄງການ ບໍ່ແຮ່ບໍ່ ທົ່ວເຖິງ-ບໍ່ມີປະສິທິດພາບ ເທົ່າທີ່ຄວນ
2024.04.12

ກະຊວງພະລັງງານ ແລະ ບໍ່ແຮ່ ຂາດເຂີນພະນັກງານ ໃນຂະແໜງການທໍລະນີສາດ ແລະ ບໍ່ແຮ່ ໂດຍໃນປັດຈຸບັນພະນັກງານ ໃນຂະແໜງການດັ່ງກ່າວ ນັບມື້ນັບຖອຍລົງ ແຕ່ໂຄງການບໍ່ແຮ່ ໃນລາວນັບມື້ຫຼາຍຂຶ້ນ ສົ່ງຜົນໃຫ້ການຄຸ້ມຄອງ ໂຄງການບໍ່ແຮ່ ບໍ່ໄດ້ຮັບການຄຸ້ມຄອງ ຢ່າງທົ່ວເຖິງແລະບໍ່ມີປະສິດທິພາບ ເທົ່າທີ່ຄວນ.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ພະແນກພະລັງງານ ແລະ ບໍ່ແຮ່ກ່າວວ່າ ຄວາມທ້າທາຍ ຂອງພະນັກງານໃນຂະແໜງພະລັງງານ ແລະ ບໍ່ແຮ່ ທີ່ມີຈຳນວນໜ້ອຍຢູ່ແລ້ວ. ພະນັກງານທີ່ມີຢູ່ໃນປັດຈຸບັນ ບໍ່ໄດ້ມີຄວາມຮູ້ຊ່ຽວຊານ ເລິກເຊິ່ງໃນຂະແໜງການດັ່ງກ່າວ ເພາະພື້ນຖານການສຶກສາຂອງປະເທດລາວ ການສອນບໍ່ໄດ້ຕາມາດຕະຖານ ເມື່ອທຽບໃສ່ປະເທດທີ່ມີການພັດທະນາແລ້ວ ຈຶ່ງເຮັດໃຫ້ຫຼາຍໂຄງການໃນຂະແໜງພະລັງງານແລະບໍ່ແຮ່ບໍ່ໄດ້ຮັບການຄຸ້ມຄອງ, ຕິດຕາ ແລະ ກວດກາໄດ້ຕາມາດຕະຖານຈົນສ້າງຜົນກະທົບຕໍ່ສີ່ງແວດລ້ອມ-ສັງຄົມຕາມມາ.
ດັ່ງເຈົ້າໜ້າທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ເມສາ ນີ້ວ່າ:
“ການຂາດຢູ່ເວົ້າງ່າຍໆ ວ່າຄົນທີ່ຮຽນມາສ່ວນຫຼາຍແລ້ວຂະເຈົ້າກາຮຽນຕາມຄວາມເຂົ້າໃຈ ຂອງຂະເຈົ້າເອັງນ່າມັນບໍ່ຄືປະເທດທີ່ອຸດສາຫະກຳ ເຂົາທັນສະໄໝແລ້ວ ຄືວ່າຜູ້ມີປະສົບການສູງນີ້ ກາມັນກາຊິບໍ່ຫຼາຍສຳຄັນວ່າ ມັນກາຕ້ອງໄດ້ຝຶກອົບຮົມຕື່ມ.”
ໃນປີ 2023 ນີ້ພະນັກງານລັດ ໃນສັງກັດ ກະຊວງຊັບພະລັງງານ ແລະບໍ່ແຮ່ ມີທັງໝົດປະມານ 1,800 ຄົນ ເຊິ່ງສ່ວນໃຫຍ່ກໍຈະເຮັດວຽກປະຈຳ ຢູ່ກະຊວງ ແລະ ຫ້ອງການບໍລິຫານ ຕາມແຂວງຕ່າງໆ ສ່ວນພະນັກງານ ວິຊາການ ແລະ ຊ່ຽວຊານ ໃນຂະແໜງການຕ່າງໆ ມີໜ້ອຍຫຼາຍ ແລະນັບມື້ຈະຫຼຸດລົງ ເລື້ອຍໆ.
ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ລາຍງານວ່າໃນປີ 2025 ເປັນຕົ້ນໄປກະຊວງພະລັງງານ ແລະ ບໍ່ແຮ່ມີຄວາມຕ້ອງການພະນັກງານຫຼາຍກ່ວາ 2,500 ຄົນເພື່ອໃຫ້ພຽງພໍກັບການບໍລິຫານ ແລະ ຄຸ້ມຄອງໂຄງການຕ່າງໆ ທີ່ນັບມື້ຈະຂະຫຍາຍຕົວຂຶ້ນ.
ເຈົ້າໜ້າທີ່ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ທ່ານກ່າວວ່າ ສະເພາະແຂວງອັດຕະປືກາມີຫຼາຍໂຄງການ ທີ່ເຂົ້າມາລົງທຶນ ແຕ່ກາບໍ່ໄດ້ມີພະນັກງານວິຊາການ ແລະ ຊ່ຽວຊານດ້ານທໍລະນີສາດ ແລະ ບໍ່ແຮ່ໄປຕິດຕາມ-ກວດກາ ຫຼື ຄຸ້ມຄອງໂຄງການເລົ່ານັ້ນ ເພາະບໍ່ມີພະນັກງານໃນຂະແໜງການດັ່ງກ່າວ ໂດຍສະເພາະບັນດາໂຄງການ ທີ່ຢູ່ໃນໄລຍະທົດລອງຈະບໍ່ມີພະນັັກງານ ຂອງລັດໄປຄຸ້ມຄອງໂຄງການເລົ່ານັ້ນ.
ດັ່ງເຈົ້າໜ້າທີ່ ທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ບໍ່ມີໆ ມີແຕ່ເຈົ້າໜ້າທີ່ໄປກາບໍ່ພຽງພໍ ແລ້ວມາແລ້ວເຂົາສິແຕ່ງໄປນໍາຄົນໜຶ່ງ ໄປຕິດຕາມນຳເດ້ຄະນະຄຸ້ມຄອງ ບໍ່ມີທຶນທໍາອິດນີ້ເພິ່ນ ບໍລິສັດໄປລອງສຳຫຼວດເດືອນໜຶ່ງເບາະ, ສອງເດືອນເບາະນີ້ ບໍ່ທັນໄດ້ເອົາໄປ.”
ເຈົ້າໜ້າທີ່ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງກ່າວວ່າ ສໍາລັບການຄຸ້ມຄອງໂຄງການພະລັງງານ ແລະ ບໍ່ແຮ່ ໄລຍະຜ່ານມາທີ່ມີຫຼາຍແຂວງທີ່ມີການບໍລິຫານ, ຄຸ້ມຄອງໂຄງການໄດ້ດີໃນລະດັບໜຶ່ງ ແຕ່ກາຍັງບໍ່ເຖິງຂັ້ນໄດ້ມາດຕະຖານສາກົນ ເນື່ອງຈາກພະນັກງານໜ້ອຍ, ຂາດຄວາມຮູ້ດ້ານວິຊາການ, ເຕັກນິກ ອີກທັງລັດຖະບານລາວ ບໍ່ໄດ້ມີງົບປະມານພຽງພໍ ທີ່ຈະໃຫ້ພະນັກງານລົງພື້ນທີ່ໄປຕິດຕາມ-ກວດກາບັນດາໂຄງການ ພະລັງງານ ແລະ ບໍ່ແຮ່ ເລົ່ານັ້ນໄດ້ຕະຫຼອດ ຈຶ່ງເຮັດໃຫ້ການບໍລິຫານ ແລະ ຄຸ້ມຄອງໂຄງການເລົ່ານັ້ນ ມີຄວາມຫຍຸ້ງຍາກຫຼາຍ ສົມຄວນ.
ດັ່ງເຈົ້າໜ້າທ່ານໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 12 ເມສາ ວ່າ:
“ກ່ຽວກັບເລື່ອງມາດຕະຖານການຄຸ້ມຄອງນີ້ເນາະ ກາວ່າບໍ່ໄດ້ເນາະບາງແຂວງ ມັນກາປະຕິບັດໄດ້ໜ້ອຍໜຶ່ງເນາະ ມີແຕ່ວ່າທຽບໃຫ້ມັນໄດ້ໝົດທຸກຢ່າງ ມັນກາຂ້ອນຂ້າງຍາກເພາະວ່າ ມັນບໍ່ມີງົບປະມານການຄຸ້ມຄອງນີ້ ບຸກຄະລາກອນຄັນບໍ່ພຽງພໍ ມັນກາຍາກມັນກາຫຍຸ້ງຍາກໃດ.”
ອະດີດພະນັກງານ ຢູ່ພະແນກພະລັງງານ ແລະບໍ່ແຮ່ ແຂວງອຸດົມ ໄຊກ່າວວ່າ ກາຫາກໍລາອອກຈາການເປັນພະນັກງານ ຢູ່ພະແນກພະລັງງານ ແລະ ບໍ່ແຮ່ເນື່ອງຈາກພະນັກງານ ໃນຂະແໜງພະລັງງານ ແລະ ບໍແຮ່ ຈຳເປັນຈະຕ້ອງມີຄວາມຮູ້, ທັງວິຊາການ, ເຕັກນິກເພື່ອຄິດຄຳນວນ ຄ່າມາດຕະຖານ ຂອງແຮ່ທາດຕ່າງໆ ໃຫ້ໄດ້ຕາມມາດຕະຖານ ແຕ່ທ່ານຮູ້ວ່າມັນຍາກເກີນໄປ ຈຶ່ງຕັດສີນໃຈລາອອກ. ນອກຈາກນີ້ຄວາມທຸກຍາກ ຂອງຄອບຄົວ, ສະພາບພື້ນຖານໂຄງຮ່າງ, ສະພາບເສດຖະກິດ-ການເງິນ ກໍເປັນຕົວບີບບັງຄັບ ໃຫ້ລາອອກໄວຂຶ້ນ ເພື່ອໄປຫາເຮັດວຽກມີລາຍໄດ້ດີຂຶ້ນ ເພື່ອລ້ຽງຄອບຄົວ.
ດັ່ງອະດີດພະນັກງານ ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“2-3 ປິຫຼັງຂ້ອຍກາເຮັດວຽກຢູ່ບໍ່ແຮ່ ຢູ່ຮຽນບໍ່ແຮ່ມັນຫຍຸ້ງຍາກ ດ້ານຕົວເລກແດ່ແລ້ວກາເສດຖະກິດຄອບຄົວ ເລີຍໄດ້ອອກມາຫາເງິນທາງນອກຫັ້ນແຫຼະ ເສັ້ນທາງກາທຽວໄດ້ແຕ່ລະດູດຽວຊິເນາະ.”
ເຈົ້າໜ້າທີ່ກົມຈັດຕັ້ງ ແລະ ພະນັກງານ ກະຊວງພະລັງງານ ແລະ ບໍ່ແຮ່ກ່າວວ່າຖືເປັນຄວາມທ້າທາຍຂອງລັດຖະບານ ໃນການແກ້ໄຂບັນຫາກ່ຽວກັບພະນັກງານໜ້ອຍ ແລະ ບໍ່ພຽງພໍ ທີ່ຈະບໍລິຫານ ແລະ ຄຸ້ມຄອງໂຄງການພະລັງງານ ແລະ ບໍ່ແຮ່ເຖິງແມ່ນວ່າຈະມີພະນັກງານແລ້ວ ແຕ່ຕ້ອງໄດ້ມີຄວາມຮູ້ ດ້ານວິຊາການ ແລະ ເຕັກນິກ ໃກ້ຄຽງກັບລະດັບສາກົນ ເພື່ອເຮັດໃຫ້ການບໍລິການ ແລະ ການຄຸ້ມຄອງໂຄງການ ມີປະສິດທິພາບ ແລະ ມາດຕະຖານ.
ລັດຖະບານລາວ ຕ້ອງຍອມລົງທຶນ ເພື່ອພັດທະນາຊັບພະຍາກອນມະນຸດ ຂອງປະເທດທັງໃນລະດັບນັກຮຽນ, ນັກສຶກສາ ແລະ ພະນັກງານເຊັ່ນ ໃຫ້ການສຶກສາເພື່ອສຶກສາໃນຂະແໜງພະລັງງານ ແລະ ບໍ່ແຮ່ ໂດຍກົງ, ສົ່ງພະນັກງານໄປຝຶກອົບຮົມ ກ່ຽວກັບຂະແໜງການ ດັ່ງກ່າວຢ່າງຕໍ່ເນື່ອງ ແລະ ສ້າງແຮງຈຸງໃຈ ໃຫ້ກັບພະນັກງານບໍ່ໃຫ້ລາອອກ ຫຼືປະລະໜ້າທີ່.
ເມື່ອຈໍານວນພະນັກງານມີໜ້ອຍ ແລະ ບໍ່ພຽງພໍ ທີ່ຈະບໍລິຫານ ແລະ ຄຸ້ມຄອງໂຄງການ ພະລັງງານ ແລະ ບໍ່ແຮ່ຢູ່ໃນລາວຈຶ່ງເຮັດໃຫ້ບັນດາໂຄງການພະລັງງານ ແລະ ບໍ່ແຮ່ ທີ່ເຂົ້າມາລົງທຶນຢູ່ໃນລາວຈຳເປັນຕ້ອງໄດ້ນຳໃຊ້ ແຮງງານໃນຕໍາແໜ່ງວິຊາການ, ເຕັກນິກ ແລະ ຕຳແໜ່ງສຳຄັນອື່ນໆ ທີ່ປະເທດລາວບໍ່ສາມາດສະໜອງໃຫ້ໄດ້.
ດັ່ງເຈົ້າໜ້າທີ່ ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ໄປຮຽນເບາະຈົບມາແລ້ວກາບາງເທື່ອ ຂະເຈົ້າເຮັດບໍ່ໄດ້ຊໍ້າມັນກາບໍ່ມີເຂົາເອີ້ນວ່າ ປະສິດທີຜົນ, ປະສິດທິພາບຫັ້ນນ່າ ກາຈະເປັນຕ້ອງນຳເອົາຕ່າງປະເທດ ເອົາວິຊາການຜູ້ຊໍານານງານຫັ້ນແຫຼະ ເຂົ້າມານ່າຄັນວ່າສ້າງພະນັກງານ ຫຼືວ່າສ້າງນັກຮຽນນີ້ນ່າ ໃຫ້ທຶນການສຶກສາໃຫ້ຂະເຈົ້າ ເຂົາຈົບມາແລ້ວກາບັນຈຸໃສ່ຕຳແໜ່ງຕົວນັ້ນໂລດ.”
ເມື່ອເດືອນມີນາ 2024 ຜ່ານມາ ທ່ານ ດຣ. ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ກໍໄດ້ຊີ້ນຳກະຊວງພະລັງງານ ແລະ ບໍ່ແຮ່ ຕິດຕາມ-ກວດກາຄືນບັນດາໂຄງການ ຂຸດຄົ້ນແຮ່ທາດໃນທົ່ວປະເທດ. ຫ້າມອະນຸຍາດຂຸດຄົ້ນ ແລະຂົນຍ້າຍແຮ່ດິບອອກໄປນອກປະເທດ ຫາກຍັງບໍ່ໄດ້ຮັບການປຸງແຕ່ງ ສຳເລັດຮູບເພາະເຮັດໃຫ້ປະເທດລາວ ເສຍຜົນປະໂຫຍດ ແລະຍັງສ້າງຜົນກະທົບ ຕໍ່ເສັ້ນທາງຫຼວງ, ເສັ້ນທາງຊົນນະບົດອີກຫຼາຍແຫ່ງ ຍ້ອນລົດບັນທຸກແຮ່ທາດ ມີນໍ້າໜັກເກີນ.
ທ່ານ ຄໍາພັນ ພົມມະທັດ, ປະທານອົງການກວດແຫ່ງລັດ ກ່າວໃນລາຍງານຕໍ່ກອງປະຊຸມ ສະພາແຫ່ງຊາດສະໄໝສາມັນເທື່ອ 6 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 07 ພະຈິກ 2023 ວ່າ ສ່ວນຫຼາຍໂຄງການຂຸດຄົ້ນແຮ່ທາດ ທີ່ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນ ບໍໍ່ມີການປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ, ບົດສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ, ແຜນປິດ-ເປີດບໍ່ ແລະ ອື່ນໆ ຈຶ່ງເຮັດໃຫ້ລະບົບການຄຸ້ມຄອງ ແລະ ຄວາມຮັບຜິດຊອບ ຕໍ່ຜົນໄດ້-ຜົນເສັຍຂອງແຕ່ລະໂຄກງານ ເກືອບວ່າບໍ່ສາມາດກວດສອບໄດ້ ຕາມກົດໝາຍ.