ເບຍ ຈາກຫວຽດນາມ ຖືກລັກລອບ ເຂົ້າມາຂາຍ ໃນ ຂ. ສະຫວັນນະເຂດ

ພອນ ພູມ​ມີ​ທອນ
2025.01.28
ເບຍ ຈາກຫວຽດນາມ ຖືກລັກລອບ ເຂົ້າມາຂາຍ ໃນ ຂ. ສະຫວັນນະເຂດ ໂຕຢ່າງ: ເບຍ ຍີ່ຫໍ້ Steen ຈາກປະເທດຫວຽດນາມ ຖືກນຳເຂົ້າມາຈຳໜ່າຍ ໃນປະເທດລາວ ເປັນການທົ່ວໄປ. ເດືອນທັນວາ 2024
Credit photos: ຮູບພາບຈາກພົນລະເມືອງ

ຍັງມີກຸ່ມຄົນ ຈໍານວນໜຶ່ງ, ໄດ້ລັກລອບເອົາເບຍ ຍີ່ຫໍ້ Steen ຂອງຫວຽດນາມ ເຂົ້າມາຂາຍ ພາຍໃນແຂວງສະຫວັນນະເຂດ ແບບຜິດກົດໝາຍ, ໂດຍຊຸກເຊື່ອງ ມາຕາມລົດ ຂົນສົ່ງສິນຄ້າ ແລະ ລົດໂດຍສານ ລະຫວ່າງປະເທດ ແລ້ວຜ່ານເຂົ້າມາ ທາງດ່ານສາກົນ ສະຫວັນ-ລາວບາວ, ໂດຍມີການໃຫ້ ເງິນສິນບົນ ແກ່ເຈົ້າໜ້າທີ່ ບາງຄົນ ປະຈໍາດ່ານດັ່ງກ່າວ ເພື່ອແລກກັບ ການບໍ່ກວດກາ ຢ່າງລະອຽດ. ດັ່ງຊາວບ້ານ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ທ່ານໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 28 ມັງກອນ ນີ້ວ່າ:

“ເຂົາບໍ່ຢາກເສຍພາສີ, ເຂົາຢາກໄດ້ກໍາໄລຫຼາຍ, ເຂົາລັກເອົາເຂົ້າມາ ນໍາລົດໂດຍສານ ນ່າ. ສ່ວນຫຼາຍ ເຂົາເອົາເຂົ້າມາ ທາງດ່ານນີ້ແຫຼະ. ບາງຄັນ, ເຂົາເຈົ້າເຄີຍກັນບໍ່ ເຂົາເຈົ້າກໍເອົາເງິນ ໃຫ້ເຈົ້າໜ້າທີ່, ບໍ່ເຄັ່ງຄັດປານໃດໜາ, ເຂົາເຄີຍເກັບເງິນ ຢູ່ດ່ານ ເຂົາເຈົ້າກໍເອົາມາຫຼາຍ ກໍໄດ້, ຢູ່ໂຕເມືອງ ກໍມີເລີຍ, ຫັ້ນນ່າ. ບາງຮ້ານ ເຂົາເຈົ້າກໍຂາຍເລີຍ ເພາະວ່າ ເຂົາບໍ່ໄດ້ລົງກວດ ແຕ່ລະຮ້ານເດ.”

ຂະນະທີ່ຊາວບ້ານ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ທ່ານໜຶ່ງ ກໍກ່າວເຊັ່ນດຽວກັນວ່າ ຍັງມີການລັກລອບ ນໍາເຂົ້າເບຍ ຈາກຫວຽດນາມ ຢູ່ເລື້ອຍໆ, ໂດຍກຸ່ມດັ່ງກ່າວນີ້ ຈະຊຸກເຊື່ອງໄວ້ ໃນລົດໂດຍສານ ລະຫວ່າງປະເທດ, ແຕ່ພັດພໍ້ ກັບເຈົ້າໜ້າທີ່ ກໍມີການຈ່າຍເງິນ ໃຫ້ເຈົ້າໜ້າທີ່ ແລ້ວນໍາສິນຄ້າ ເຂົ້າມາໃນແຂວງ ໂດຍບໍ່ຖືກຈັບ.

“ມີ, ມີຢູ່ ເພາະມັນເປັນ ເຂດຊາຍແດນຢູ່ຫັ້ນ ມັນກໍຈະມີ ລັກລອບເບຍ ມານໍາ, ໃສ່ລົດມາ ມັນມີລົດລະຫວ່າງປະເທດເດ້, ວຽງຈັນ-ລາວບາວ, ວຽງຈັນ-ດານັງ, ເປັນລົດເມ ລັກລອບເດ້. ມັນກໍຕ້ອງມີ ຄວາມສ່ຽງຢູ່ແລ້ວ ມັນຂຶ້ນກັບເຄສນ່າ, ເຄລຍໄປແລ້ວ, ກໍແລ້ວ.”

ຂະນະດຽວກັນ, ເຈົ້າໜ້າທີ່ ດ່ານພາສີ ແຫ່ງໜຶ່ງ ໃນລາວ ທີ່ຂໍສະຫງວນຊື່ ແລະ ຕໍາແໜ່ງ ກ່າວເຖິງການ ຮັບສິນບົນ ຂອງເຈົ້າໜ້າທີ່ ດ່ານສາກົນ ແລະ ດ່ານພາສີ ໃນລາວ ວ່າ ເຈົ້າໜ້າທີ່ ບາງຄົນ ຢູ່ຫຼາຍດ່ານສາກົນ ແລະ ດ່ານພາສີ ໃນລາວ ມີການຮັບເງິນສິນບົນ ຈາກກຸ່ມຄົນ ທີ່ຕ້ອງການ ນໍາເຄື່ອງໜີພາສີ ເຂົ້າສູ່ປະເທດລາວ ແທ້ ເພື່ອຫາເງິນ ເຂົ້າສ່ວນໂຕ ແລະ ເມື່ອເຈົ້າໜ້າທີ່ ອຸດສາຫະກໍາ ແລະ ການຄ້າ ລົງໄປກວດກາສິນຄ້າ ຕາມຮ້ານຕ່າງໆ ແລ້ວບໍ່ພົບສະແຕັມ ພາສີ ຂອງລາວ ກໍຈະຖືກຍຶດ ໄປທໍາລາຍຖິ້ມ ແລະ ປັບໃໝ ຜູ້ປະກອບການ.

“ທຸກດ່ານ ຖ້າພະນັກງານ ເບື້ອງລາວ ຫຼິ້ນນໍາ ແມ່ນໄດ້. ຖ້າວ່າບໍ່ມີສະແຕັມ ຕິດເຂົ້າລາວ ມັນໄປເຄລຍ ກັບພະນັກງານລາວ ໄດ້ແລ້ວປຸ໋ບ, ມັນຈະເຂົ້າມາໄດ້. ພະນັກງານການຄ້າ ລົງກວດ ຖ້າວ່າເຂົາເຫັນ ບໍ່ມີຕິດສະແຕັມ ຈາກລາວ ລະແມ່ນເຂົາຈະຍຶດ ທໍາລາຍໝົດ, ປັບໃໝ ຜູ້ປະກອບການອີກ.”

ທ່ານກ່າວວ່າຕື່ມວ່າ ສໍາລັບການກວດກາ ສິນຄ້າໜີພາສີ ປົກກະຕິແລ້ວ, ທາງເຈົ້າໜ້າທີ່ ອຸດສາຫະກໍາ ແລະ ການຄ້າ ໄດ້ລົງກວດ ຢູ່ຕະຫຼອດ ແລະ ຖ້າກວດພົບສິນຄ້າ ບໍ່ມີສະແຕັມພາສີ ຂອງລາວ ກໍຕ້ອງສ່ອງແສງ ໄປຍັງເຈົ້າໜ້າທີ່ ປະຈໍາດ່ານຕ່າງໆ ວ່າ ໄດ້ປ່ອຍໃຫ້ເຂົ້າມາ ໄດ້ແນວໃດ? ຈາກນັ້ນ, ກໍຈະສືບຫາ ໂຕເຈົ້າໜ້າທີ່ ຜູ້ທີ່ປ່ອຍໃຫ້ສິນຄ້າ ໜີພາສີ ເຂົ້າມາ ແລະ ກໍປະຕິບັດວິໄນ ຕາມຄວາມຜິດນັ້ນ.

“ຖ້າບໍ່ມີສະແຕັມ ເຈົ້າຈະເສຍຫຍັງ ກໍຊ່າງ, ຖ້າວ່າພະນັກງານການຄ້າ ລົງກວດປຸ໋ບ, ພະນັກງານພາສີ ອາດຈະຖືກ ໃບສໍາຫຼວດວ່າ ປ່ອຍໃຫ້ເຂົ້າມາ ໄດ້ແນວໃດ? ເພາະວ່າ ມັນບໍ່ມີສະແຕັມ ອາດຈະສ່ອງແສງ ໄປຮອດຫົວໜ້າ. ຜູ້ໃດປ່ອຍໃຫ້ເຂົ້າມາ, ປ່ອຍມາ ໃນລັກສະນະແບບໃດ ກໍແລ້ວແຕ່ ເຂົາຈະໃສ່ກົດລະບຽບກັນ.”

ກ່ຽວກັບເລື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ ດ່ານສາກົນ ສະຫວັນ-ລາວບາວ ແລະ  ເຈົ້າໜ້າທີ່ການຄ້າ ແຂວງສະຫວັນນະເຂດ ເພື່ອສອບຖາມ ຂໍ້ມູນເພີ່ມເຕີມ, ແຕ່ຖືກປະຕິເສດ ການໃຫ້ສໍາພາດ.

ສໍາລັບເບຍ ຍີ່ຫໍ້ Steen ຂອງຫວຽດນາມ ທີ່ເອົາເຂົ້າມາຂາຍ ໃນລາວ ມີລາຄາປະມານ ແກັດລະ 157,000 ກີບ ຫຼື 24 ປ໋ອງນ້ອຍ, ເຊິ່ງມີລາຄາ ຖືກກວ່າເບຍລາວ ທີ່ມີລາຄາ ແກັດລະ 275,000 ກີບ, ອີງຕາມຂໍ້ມູນ ຈາກຊາວບ້ານ ທີ່ຮູ້ກ່ຽວກັບເລື່ອງນີ້.

ເຖິງຢ່າງໃດກໍຕາມ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສະຫວັນນະເຂດ ເຄີຍໄດ້ອອກແຈ້ງການ ເລກທີ 4669/ພອຄ ລົງວັນທີ 18 ທັນວາ ປີ 2024 ເພື່ອຂະຫຍາຍແຈ້ງການ ຂອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ແຈ້ງການນີ້ ລະບຸໃຫ້ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ເພີ່ມຄວາມເອົາໃຈໃສ່ ຕິດຕາມ-ກວດກາ, ສະກັດກັ້ນ ແລະ ຈໍາໜ່າຍ ສິນຄ້າປະເພດເຫຼົ້າ, ເບຍ, ເຄື່ອງດື່ມ ທີ່ມີທາດເຫຼົ້າ ນໍາເຂົ້າຈາກຕ່າງປະເທດ ທີ່ບໍ່ມີສະແຕັມ ພາສີລາວ, ບໍ່ມີສະຫຼາກ ພາສາລາວ ກ່ອນຈໍາໜ່າຍ ຢູ່ຂອບເຂດເມືອງ, ນະຄອນ. ຖ້າພົບເຫັນ ໃຫ້ປະຕິບັດ ກົດລະບຽບ ໃສ່ຜູ້ລະເມີດ ຢ່າງເຂັ້ມງວດ.

ແຕ່ໃນໄລຍະ ເທດສະການ ປີໃໝ່ສາກົນ ທີ່ຜ່ານມາ, ເຈົ້າໜ້າທີ່ ກໍພົບເຫັນວ່າ ມີການລັກລອບ ນໍາເຂົ້າ  ໂດຍຊຸກເຊື່ອງ ມາຕາມລົດ ຂົນສົ່ງສິນຄ້າ ແລະ ລົດໂດຍສານ ລະຫວ່າງປະເທດ.

ຜ່ານມາ, ສາມາດຍຶດເບຍ ໄດ້ ຈໍານວນ 2,483 ແກັດ ແລະ ໄດ້ດໍາເນີນຄະດີ ຕໍ່ກັບເຈົ້າຂອງສິນຄ້າ ຕາມກົດໝາຍ ແລະ ລະບຽບການ, ແຕ່ບໍ່ໄດ້ລະບຸວ່າ ຢູ່ແຂວງໃດ ແລະ ເຂົ້າມາທາງດ່ານໃດ, ອີງຕາມການລາຍງານ ຂອງກົມແຂ່ງຂັນ ທາງທຸລະກິດ ແລະ ກວດກາການຄ້າ ໄດ້ລາຍງານ ວັນທີ 27 ມັງກອນ 2025.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.