ໄທ ເຂົ້າສູ່ສັງຄົມ ຜູ້ສູງອາຍຸ ແລະ ຕ້ອງການແຮງງານ ຈາກຕ່າງປະເທດ

ພອນ ພູມມີທອນ
2024.12.19
ໄທ ເຂົ້າສູ່ສັງຄົມ ຜູ້ສູງອາຍຸ ແລະ ຕ້ອງການແຮງງານ ຈາກຕ່າງປະເທດ ຮູບພາບປະກອບ: ຄົນງານລາວ ຈາກປະເທດໄທ ພວມລໍຖ້າ ຂຶ້ນລົດເມໂດຍສານ ເພື່ອເດີນທາງກັບພູມລຳເນົາ ໄປສະຫຼອງບຸນປີໃໝ່ລາວ ເມື່ອເດືອນເມສາ 2024
RFA/TS

ປະເທດໄທ ເຂົ້າສູ່ສັງຄົມຜູ້ສູງອາຍຸແລ້ວ ເຮັດໃຫ້ປະສົບບັນຫາຂາດແຄນແຮງງານ ເຊິ່ງຈຳເປັນຕ້ອງນຳເຂົ້າແຮງງານ ຈາກຕ່າງປະເທດຈຳນວນຫຼາຍ ແລະຄົນງານລາວ ກໍມີໂອກາດຫຼາຍ ຍ້ອນວ່າ ມີພາສາ ແລະ ວັດທະນະທຳຄ້າຍຄືກັບໄທ.

ປັດຈຸບັນ ມີຄົນງານລາວ ເຂົ້າມາເຮັດວຽກຢູ່ໄທ ແບບຖືກກົດໝາຍແລ້ວ ປະມານ 286,000 ຄົນ ແລະໃນເບື້ອງຕົ້ນ ມີການຄາດການວ່າ ຄົນງານລາວ ຍັງຈະຫຼັ່ງໄຫຼເຂົ້າມາເຮັດວຽກຢູ່ໄທ ໄດ້ອີກທົບເທົ່າໂຕ, ດັ່ງ ທ່ານ ອະດິສອນ ເກີດມົງຄົນ ຜູ້ປະສານງານ ອົງການ ປະຊາກອນຂ້າມຊາດ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 19 ທັນວາ ນີ້ວ່າ:

(ພາສາໄທ) "5-6 ປີຂ້າງໜ້າ ກຳລັງແຮງງານໄທ ຈະຫຼຸດລົງເຄິ່ງໜຶ່ງ ມັນຕ້ອງພົບພໍ້ແນ່ ຄືຕ້ອງຫາແຮງງານມາທົດແທນ ແຮງງານທີ່ທົດແທນມີ ສອງສ່ວນ ຄື ສ່ວນທີ່ເປັນແຮງງານທົ່ວໄປ ຄືແຮງງານກຳມະກອນ ກັບ ແຮງງານທີ່ມີທັກສະ ແຮງງານລາວທີ່ເຂົ້າມາທົດແທນໄດ້ນີ້ ໂຕເລກມັນຢູ່ປະມານ ເຊິ່ງ ໃຫ້ປະເມີນຢູ່ທີ່ 7 ແສນ ກວ່າຄົນ ຖ້າເຮົາປະເມີນຈາກໂຕເລກຂອງຄົນທີ່ເຂົ້າ-ອອກມັນກໍຄືກຸ່ມທີ່ ຖືວີຊາທ່ອງທ່ຽວເຂົ້າມາເຮັດວຽກ-60 ວັນ."

ບັນຫານີ້ ອາດເຮັດໃຫ້ຄົນງານລາວ ໃຊ້ວິທີການເຂົ້າມາ ແບບຜິດກົດໝາຍ ຫຼາຍຂຶ້ນ ເພື່ອຈະເຂົ້າມາເຮັດວຽກໃນໄທ ໂດຍສະເພາະເດັກນ້ອຍ ອາຍຸຕ່ຳກວ່າ 18 ປີ, ສະນັ້ນ ທາງການລາວ ແລະທາງການໄທ ຄວນຫາລືຢ່າງຮີບດ່ວນ ເພື່ອເພີ່ມມາດຕະການຄຸ້ມຄອງ ໃຫ້ຄົນງານລາວ ເຂົ້າມາເຮັດວຽກໃນໄທ ຢ່າງຈິງຈັງ, ລວມເຖິງ ການຝຶກພັດທະນາສີມື ຮ່ວມກັນ ເພື່ອບໍ່ໃຫ້ຄົນງານລາວ ສ່ຽງຕໍ່ ການຖືກເອົາລັດເອົາປຽບ ແລະຕົກເປັນເຫຍື່ອການຄ້າມະນຸດ ໃນອະນາຄົດ, ດັ່ງທ່ານ ອະດິສອນ ກ່າວວ່າ:

(ພາສາໄທ) "ປັດຈຸບັນແຮງງານລາວ ທີ່ເຂົ້າມາເຮັດວຽກໃນປະເທດໄທ ອາຍຸເລີ່ມນ້ອຍລົງ ຄິດວ່າໄລຍະຍາວ ໃນມຸມຂອງການພັດທະນາທັກສະ ຄົນກຸ່ມນີ້ ແລະການພະຍາຍາມໄປປັບເງື່ອນໄຂ ຂອງການເຮັດວຽກ ກົດໝາຍທັງຫຼາຍ ແລ້ວກໍການສ້າງໂອກາດເຂົ້າເຖິງການສຶກສາ ພັດທະນາທັກສະໃຫ້ຊັດເຈນຫຼາຍຂຶ້ນ ຈະຕ້ອງເຮັດຫຼາຍຂຶ້ນ ການເຮັດວຽກລະຫວ່າງໄທກັບລາວ ນ່າຈະຕ້ອງມີແຜນການເຮັດວຽກກັນຢ່າງຈິງຈັງ."

ປັດຈຸບັນ, ມີຄົນງານລາວ ທີ່ອາຍຸຕ່ຳກວ່າ 18 ປີ ເຂົ້າມາເຮັດວຽກຢູ່ໄທ ແບບຜິດກົດໝາຍເພີ່ມຂຶ້ນເລື້ອຍໆ ເປັນຕົ້ນ ວຽກບໍລິການ, ແມ່ບ້ານ ແລະຄົນເບິ່ງແຍງຜູ້ສູງອາຍຸ ແລະເນື່ອງຈາກ ເປັນການເຂົ້າມາແບບຜິດກົດໝາຍ ກໍເຮັດໃຫ້ພວກເຂົາເຈົ້າ ບໍ່ໄດ້ຮັບສິດໃນການຄຸ້ມຄອງ ທັງທາງດ້ານແຮງງານ ແລະການສຶກສາ, ດັ່ງ ຮອງສາດສະດາຈານ ດຣ. ທີລະນົງ ສະກຸນສີ ສະຖາບັນ ວິໄຈປະຊາກອນ ແລະສັງຄົມ ມະຫາວິທະຍາໄລ ມະຫິດົນ ກໍກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

"ອາຍຸທີ່ເຂົ້າມາມັນນ້ອຍລົງ ຄົນລາວສ່ວນໃຫຍ່ ກໍຈະມີລູກຫຼາຍ ອາດຈະຕ້ອງເລືອກວ່າ ຜູ້ໃດຈະເປັນຄົນເບິ່ງໃນບ້ານ ແລ້ວຜູ້ໃດຕ້ອງເຂົ້າມາເຮັດວຽກ ມັນກໍເລີຍເປັນບັນຫາ ພໍເຂົ້າມາແລ້ວ ຕອນນີ້ອາຍຸ ກໍຈະປະມານ 14-15 ທຳອິດມັນຜິດກົດໝາຍແຮງງານຢູ່ແລ້ວ ເຂົາບໍ່ມີໂອກາດໄດ້ຮັບສິດທິແຮງງານຢູ່ແລ້ວ ເພາະມັນເຂົ້າມາ ແບບຜິດກົດໝາຍ."

ທ່ານ ນາງ ກ່າວຕື່ມວ່າ ສຳລັບຈຳນວນ ຄົນງານລາວ ອາຍຸຕໍ່າກວ່າ 18 ປີ ທີ່ເຂົ້າມາເຮັດວຽກຢູ່ໄທ ມັນບໍ່ມີໂຕເລກທີ່ແນ່ນອນ ເພາະພວກເຂົາເຈົ້າບໍ່ສາມາດຂຶ້ນທະບຽນ ຕາມລະບົບ MOU ໄດ້ ແລະເມື່ອລົງພື້ນທີ່ ໄປສຳຫຼວດກຸ່ມຄົນງານ ແລະນາຍຈ້າງ ກໍຢ້ານທີ່ຈະບອກຄວາມຈິງ ວ່າເຂົ້າມາເຮັດວຽກແບບຜິດກົດໝາຍ ກໍຍິ່ງເຮັດໃຫ້ພວກເຂົາເຈົ້າ ເຂົ້າບໍ່ເຖິງຄວາມຊ່ອຍເຫຼືອ ເມື່ອເກີດເຫດສຸກເສີນ.

ສາດສະດາຈານ ກຽດຕິຄຸນ ດຣ. ອະພິຊາດ ຈຳຮັດຣິດທິຣົງ ທີ່ປຶກສາສະຖາບັນວິໄຈປະຊາກອນ ແລະສັງຄົມ ມະຫາວິທະຍາໄລ ມະຫິດົນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໃນຮອບ 20 ປີທີ່ກຳລັງຈະຮອດນີ້, ປະເທດໄທ ຄວນມີແຜນຮັບມື ໃນການນຳເຂົ້າແຮງງານ ຈາກຕ່າງປະເທດ. ທັງນີ້ ຖ້າຫາກມີການນຳເຂົ້າແຮງງານເພີ່ມຕື່ມ ຢ່າງໜ້ອຍປີລະ 200,000 ຄົນ ຕໍ່ປີ ກໍຈະຊ່ວຍໃຫ້ໄທ ມີຈຳນວນປະຊາກອນ ປະມານ 40 ກວ່າລ້ານຄົນ ແທນທີ່ຈະຫຼຸດລົງ ເຫຼືອແຕ່ພຽງ 30 ລ້ານຄົນ.

ອີງຕາມລາຍງານ ຂອງອົງການສະຫະປະຊາຊາດ ລະບຸວ່າ ປະເທດໄທ ຈະສູນເສຍຈຳນວນປະຊາກອນຫຼຸດລົງ ເຫຼືອ 34.1% ຍ້ອນ ອັດຕາການເກີດທີ່ຫຼຸດລົງ ພາຍໃນສັດຕະວັດ ທີ 21 ນີ້ ຫຼື ມີປະຊາຊົນຫາຍໄປ 1 ໃນ 3 ຂອງຈຳນວນປະຊາກອນ ທັງປະເທດ ພາຍໃນ 70-80 ປີ ທີ່ກຳລັງຈະຮອດນີ້, ເຊິ່ງຖືໄດ້ວ່າ ປະເທດໄທຈະມີຈໍານວນປະຊາກອນຫຼຸດລົງ ເປັນອັນດັບ 2 ຂອງໂລກ ຮອງຈາກປະເທດຍີ່ປຸ່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.