ການປັບປຸງ ທາງເລກທີ 13 ເໜືອ ຈຸດ 3 ແຍກສີໄຄ ຫຼ້າຊ້າຫຼາຍ ເຮັດໃຫ້ລົດຕິດໜັກ ທຸກມື້

ສຸພັດຕາ
2025.01.16
ການປັບປຸງ ທາງເລກທີ 13 ເໜືອ ຈຸດ 3 ແຍກສີໄຄ ຫຼ້າຊ້າຫຼາຍ ເຮັດໃຫ້ລົດຕິດໜັກ ທຸກມື້ ລົດເກດດິນ ພວມດຳເນີນການ ປັບປຸງໜ້າດິນ ເທິງເສັ້ນທາງເລກທີ 13 ເໜືອ ຈຸດ 3 ແຍກສີໄຄ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ເດືອນທັນວາ 2024
RFA

ເຖິງແມ່ນວ່າ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີໂຄງການປັບປຸງ ແລະ ສ້ອມແປງ ຖະໜົນຫົນທາງ ເລກທີ 13 ເໜືອ ຢູ່ຈຸດ 3 ແຍກສີໄຄ ກິໂລແມັດທີ 6, ແຕ່ພັດມີ ຄວາມຊັກຊ້າຫຼາຍ ເຮັດໃຫ້ເກີດບັນຫາ ລົດຕິດໜັກ ແລະ ເກີດອຸບັດຕິເຫດ ທາງຖະໜົນ ຫຼາຍເທືື່ອ. ດັ່ງຊາວນະຄອນຫຼວງວຽງຈັນ ທີ່ເປີດໃຫ້ບໍລິການ ຫ້ອງເຊົ່າລາຍເດືອນ ຢູ່ບໍລິເວນ ເຂດເສັ້ນທາງ ສີໄຄ-ທົ່ງປົ່ງ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ມັງກອນ 2025 ນີ້ວ່າ:

“ລົດຕິດ. ຊ່ວງນີ້ຫັ້ນ ທາງຂະເຈົ້າ ກໍາລັງກໍ່ສ້າງຢູ່ເນາະ, ລົດຕິດ ກະຊ່ວງເວລາ ປະມານ 5-6 ໂມງ. ແມ່ນ, ຕອນແລງ, ແຕ່ວ່າ ຊິແມ່ນທາງ ມັນແປງແລ້ວ ມັນກໍບໍ່ຕິດແລ້ວ ອີກປະມານ 30% ມັນກໍຊິແລ້ວນ່າ. ສ້າງປີກາຍນີ້. ແມ່ນ, ເພາະວ່າ ເດືອນ 2 ເດືອນ 3 ນີ້, ກໍແລ້ວລະ.”

ຫຼ້າສຸດນີ້, ກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ ໃນນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ  ໃນມື້ວັນທີ 14 ມັງກອນ 2025 ນີ້ວ່າ ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງ ເລກທີ 13 ເໜືອ ຈະປິດຖະໜົນ ເລກທີ 13 ເໜືອ ຢູ່ຈຸດ 3 ແຍກສີໄຄ ກິໂລແມັດທີ 6 ເພື່ອກໍ່ສ້າງ, ຖົມດິນ ເຮັດພື້ນທາງ ແລະ ກະກຽມເທໜ້າທາງ ດ້ວຍເບຕົ້ງເສີມເຫຼັກ ໃຫ້ສໍາເລັດ ພາຍໃນໄລຍະ ຕົ້ນປີນີ້.

IMG_9270.jpg

ການສັນຈອນ ທີ່ແອອັດ ໃນຊົ່ວໂມງເລັ່ງດ່ວນ ຕາມເສັ້ນທາງເລກທີ 13 ເໜືອ ຈຸດ 3 ແຍກສີໄຄ ທີ່ພວມຢູ່ລະຫວ່າງ ການປັບປຸງເສັ້ນທາງ. (TS) ເດືອນກໍລະກົດ 2024 Credit photos: (RFA)

ສໍາລັບບັນຫາລົດຕິດ ຢູ່ບໍລິເວນ ເສັ້ນທາງສີໄຄ ຫາທາງທົ່ງປົ່ງ ໄປຈົນຮອດສີເກີດ ແມ່ນປະສົບ ບັນຫາ ລົດຕິດ ຢ່າງຕໍ່ເນື່ອງ, ໂດຍສະເພາະ ເວລາຫຼັງຈາກ ທີ່ພະນັກງານລັດ ແລະ ເອກະຊົນ ແລະ ປະຊາຊົນ ເລີກວຽກ. ດັ່ງຊາວນະຄອນຫຼວງວຽງຈັນ ທີ່ຜ່ານເສັ້ນທາງດັ່ງກ່າວ ຫຼາຍເທື່ອ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແບບວ່າ ທາງຍາກໄດ໋. ແບບທາງ ຂະເຈົ້າກໍາລັງແປງໃໝ່, ເພິ່ນກໍາລັງສ້າງໃໝ່. ອໍ, ຊ່ວງບ່າຍສອງ, ບ່າຍສອງໂມງ ຂະເຈົ້າ ລົດເພິ່ນເລີກການ ຂະເຈົ້າກັບບ້ານ, ລົດຫຼາຍ ກໍເລີຍຕິດ. (ປັບປຸງ-ສ້ອມແປງ) ດົນແລ້ວ, ໃກ້ຄຽງແລ້ວນ່າ ປີນີ້ຫັ້ນນ່າ.”

ສໍາລັບເສັ້ນທາງ ບໍລິເວນ 3 ແຍກສີໄຄ ແມ່ນຖືໄດ້ວ່າ ເປັນເສັ້ນທາງຫຼັກ ທີ່ເຊື່ອມຕໍ່ ລະຫວ່າງນະຄອນຫຼວງວຽງຈັນ ໄປຍັງແຂວງອື່ນ ທາງພາກເໜືອ, ເຊິ່ງພໍ່ແມ່ປະຊາຊົນ ທີ່ສັນຈອນ ດ້ວຍເສັ້ນທາງດັ່ງກ່າວນີ້ ກໍຢາກໃຫ້ ພາກສ່ວນທີ່ກ່ຽວຂ້ອງ ເລັ່ງດໍາເນີນການປັບປຸງ ແລະ ສ້ອມປຸງ ແບບຮີບດ່ວນ. ດັ່ງຊາວນະຄອນຫຼວງວຽງຈັນ ທີ່ເປີດຮ້ານຂາຍເຄື່ອງ ຢູ່ບໍລິເວນ 3 ແຍກສີໄຄ ອີກທ່ານໜຶ່ງ ກ່າວວ່າ:

“ແມ່ນໆ, ຖືກຕ້ອງ. ສີເກີດ ແລ້ວກໍທົ່ງປົ່ງ ແລ້ວຈຶ່ງໄປສີໄຄ ແລ່ນຕໍ່ສາຍດຽວ. ແມ່ນໆ, ມັນເປັນເສັ້ນຫຼັກ ເສັ້ນຫຼັກ ທີ່ຂຶ້ນເໜືອ ຕໍ່ລະຫວ່າງ ຖ້າແລ່ນໄປທາງວັງວຽງ, ແຕ່ຖ້າແລ່ນໄປທາງສີໄຄ ອອກທາງນອກໄປ  ກະຈະໄປ ເຂດປາກລາຍ, ໄປອຸດົມໄຊ.”

ສ່ວນສາເຫດ ທີ່ເຮັດໃຫ້ ໂຄງການປັບປຸງ ແລະ ສ້ອມແປງ ເສັ້ນທາງດັ່ງກ່າວ ເປັນໄປຢ່າງຊັກຊ້ານັ້ນ, ຍ້ອນບັນຫາ ກ່ຽວກັບອຸປະກອນ ແລະ ເຕັກນິກ ໃນການກໍ່ສ້າງ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ:

“ອັນນ່າ ເດືອນໜຶ່ງ ເລີ່ມປິດມື້ນີ້. ອ່າ, ໜ້າຈະແມ່ນ ກາງເດືອນ 2. ແມ່ນໆ, ສ້ອມແປງ ເທໜ້າທາງເລີຍ, ເທເບຕົ້ງ, ເທຄອນກຣີດ ທາງເບຕົ້ງ ມັນແຂງ. ບໍ່ແມ່ນສ້ອມແປງ ເຮົາເຮັດໃໝ່. ແມ່ນ, ເຮົາຖ້າໃຫ້ມັນແຂງ. ແມ່ນ, ຖ້າໃຫ້ມັນແຂງ 28 ມື້. ແມ່ນ, ເພາະວ່າ ລົດມັນຫຼາຍ ຖ້າເຮົາປ່ອຍໄວ້ ເຮັດໃຫ້ມັນແຕກໄວ.”

ກ່ອນໜ້ານີ້, ໃນມື້ວັນທີ 29 ກັນຍາ 2023 ທີ່ຜ່ານມາ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເຊັນສັນຍາ ກັບບໍລິສັດ ຕັງຈະເລີນ ເພື່ອປັບປຸງ ແລະ ສ້ອມແປງ ເສັ້ນທາງສີໄຄ, ເມືອງສີໂຄດຕະບອງ ຫາ ສີເກີດ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີກໍານົດ ການກໍ່ສ້າງ 18 ເດືອນ ນັບແຕ່ທ້າຍປີ 2023 ຈົນຮອດຕົ້ນປີ 2025, ອີງຕາມລາຍງານ ຂອງທ່ານ ລັດສະໝີ ອະລິຍະວົງສິງ, ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງ ທາງເລກທີ 13 ເໜືອ.

ແລະ ກ່ອນໜ້ານັ້ນ, ໃນເດືອນມັງກອນ ປີ 2016 ຫ້ອງການໂຍທາທິການ ແລະ ຂົນສົ່ງ ໄດ້ເຮັດໜັງສືແຈ້ງການ ມອບໝາຍໃຫ້ກົມຂົວທາງ ດໍາເນີນການແກ້ໄຂ ບັນຫາສ້ອມແປງ ເສັ້ນທາງເລກທີ 13 ເໜືອ ທີ່ຊັກຊ້າ ຍ້ອນມີຫາງສຽງ ວິພາກວິຈານ ຈາກສັງຄົມຫຼາຍ. ຂະນະທີ່ ກົມຂົວທາງ ກໍລາຍງານສາເຫດ ຂອງຄວາມຊັກຊ້າ ວ່າ ເປັນຍ້ອນບໍລິສັດ ທີ່ຊະນະການປະມູນ ຂາດເງິນທຶນໝູນວຽນ ແລະ ບໍ່ມີເຄື່ອງກົນຈັກ ແລະ ອຸປະກອນ ພຽງພໍ.

ຜ່ານມາ, ສະພາບເສັ້ນທາງດັ່ງກ່າວ ແມ່ນເປ່ເພໜັກ, ເປັນຂຸມ, ເປັນບວກຫຼາຍ ແລະ ມີນໍ້າຂັງ, ໂດຍສະເພາະ ໃນໄລຍະລະດູຝົນ ເຮັດໃຫ້ການສັນຈອນໄປ-ມາ ມີຄວາມຫຍຸ້ງຍາກ ລໍາບາກ ແລະ ມີອຸບັດຕິເຫດ ເກີດຂຶ້ນເປັນປະຈໍາ ພາກສ່ວນທີ່ກ່ຽວຂ້ອງ ກໍມີພຽງແຕ່ ແກ້ໄຂບັນຫາສະເພາະໜ້າ ດ້ວຍການນໍາເອົາດິນ ມາຖົມໃສ່ ພໍໃຫ້ລົດ ໄດ້ສັນຈອນໄປ-ມາ ໄດ້ຊົ່ວຄາວ, ແຕ່ເມື່ອຝົນຕົກໜັກ ສະພາບຖະໜົນ ກໍກັບມາເປ່ເພ ຄືເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.