ຜົລຈາກນໍ້າຖ້ວມ ເຮັດໃຫ້ລາຄາພືດຜັກ ສູງຂຶ້ນ 2-5 ເທົ່າ
2023.08.18

ໃນຂະນະນີ້ ລາຄາຜັກຢູ່ເກືອບທົ່ວປະເທດລາວສູງຂຶ້ນ ຍ້ອນນໍ້າຖ້ວມພາກໃຕ້, ພາກເໜືອ ແລະພາກກາງຂອງລາວ ແລະກະເສຕກອນ ແບກຮັບຕົ້ນທຶນການຜລິດສູງ ເນື່ອງຈາກປຸ໋ຍ, ເຄມີ ແລະນ້ໍາມັນເຊື້ອເພີງເພື່ອຜລິດ ແລະເພື່ອຂົນສົ່ງຜັກເປັນສິນຄ້າ ນໍາເຂົ້າຈາກຕ່າງປະເທດທັງນັ້ນ ອີກສາເຫດນຶ່ງ ເງິນກີບລາວກໍອ່ອນຄ່າລົງເລື້ອຍໆ.
ໂດຍສະເພາະ ຢູ່ຕລາດສົດ ລາວ-ອົດຊີ ໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງເປັນຕລາດໃຫຍ່ຂາຍຜັກຫຼາຍຊະນິດ ມື້ນີ້ ວັນທີ 18 ສິງຫາ 2023 ລາຄາຜັກຫອມ ຖີບໂຕຂຶ້ນສູງ 2-5 ເທົ່າ ເປັນຕົ້ນ ຫອມປ້ອມ, ຫອມລາບ ແລະຫອມບົ່ວ ລາຄາເກົ່າ ກິໂລລະປະມານ 25,000 ກີບ ຂຶ້ນລາຄາມາເປັນ 120,000 ກີບ, 75,000 ກີບ ແລະ 60,000 ກີບ ຕາມລໍາດັບ ສ່ວນຜັກບົ້ງ ຂຶ້ນລາຄາເປັນ 40,000 ກີບ ຈາກເກົ່າ 15,000 ກີບ, ຕາມຄວາມເວົ້າຂອງແມ່ຄ້າ ຢູ່ຕລາດສົດ ລາວ-ອົດຊີ ໜອງແຕ່ງ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ສິງຫາ ນີ້ວ່າ:
“ເພາະວ່າໂຕນີ້ ມັນຂາຍສົ່ງ ຖ້າວ່າ ມັນມີແມ່ຄ້າອີກ ຄົນທີສອງ ມາຊື້ໄປ ເພິ່ນຊິເພີ່ມຂຶ້ນ ກໍາໄລເດ້ເນາະແມ່ຄ້າຫັ້ນນ່າ, ປູກຢູ່ພາຍໃນປະເທດ ມັນແພງຂຶ້ນ ກໍຄືຊິແມ່ນອັດຕຣາແລກປ່ຽນເງິນຫັ້ນລະເພີ່ມຂຶ້ນ ແລ້ວມັນເຮັດໃຫ້ສິນຄ້າບາງຢ່າງ ມັນກໍນໍາເຂົ້າຈາກປະເທດໄທຍເນາະ ເປັນປຸ໋ຍເປັນຫຍັງຊີ້ນ່າ ບາງຄົນ ເພິ່ນກໍໃຊ້ປຸ໋ຍເດ້ເນາະ ແລ້ວກໍເປັນນໍ້າມູກນໍ້າມັນ ເພິ່ນໃຊ້ຈັກດູດນໍ້າມາດູດ ຫົດສວນຫົດຫຍັງ ມັນຊິເພີ່ມຂຶ້ນ ຄືແຖວເຮົານີ້ກະແຖວແຄມຂອງເພິ່ນເອົາມາລົງຫັ້ນນ່າ ຊິເນາະ ເພິ່ນອາຈຜົລກະທົບ ຈາກນໍ້າຖ້ວມ ກໍມີຫັ້ນນ່າ.”
ຂະນະທີ່ ລາຄາຜັກຢູ່ຕລາດປາກຊັນ ເມືອງປາກຊັນ ແຂວງບໍຣິຄໍາໄຊ ກໍລາຄາຖີບໂຕຂຶ້ນສູງ 1.5-3 ເທົ່າຄືກັນ ຍ້ອນຝົນຕົກໜັກ ເຮັດໃຫ້ນໍ້າໄຫຼຖ້ວມສວນຜັກຂອງປະຊາຊົນ ຈົນຜັກເນົ່າເສັຍຫາຍ ໂດຍສະເພາະພາກໃຕ້ ແລະພາກເໜືອ ເຊິ່ງເປັນພູມິພາກ ທີ່ມີກະເສຕກອນປູກຜັກຈໍານວນຫຼາຍ ແລະຄາດວ່າ ຢູ່ຕລາດໃນເຂດທ້ອງຖິ່ນ ຈະແພງກວ່າຕລາດໃນເມືອງ ເປັນຕົ້ນ ຫອມລາບ, ຫອມບົ່ວ ແລະຜັກບົ້ງ ຈະລາຄາສູງກວ່າໝູ່ ຄື ຫອມລາວ ລາຄາສູງຂຶ້ນເປັນກິໂລລະ 70,000 ກີບ ຈາກເກົ່າ 40,000-50,000 ກີບ, ຫອມບົ່ວ ລາຄາສູງຂຶ້ນ ເປັນກິໂລລະ 80,000 ກີບ ຈາກເກົ່າ 20,000-30,000 ກີບ ແລະຜັກບົ້ງ ລາຄາສູງຂຶ້ນ ເປັນກິໂລລະ 20,000-30,000 ກີບ ຈາກເກົ່າ 10,000 ກີບ.
ດັ່ງແມ່ຄ້າຂາຍຊີ້ນໝູ ຢູ່ຕລາດປາກຊັນ ເມືອງປາກຊັນ ແຂວງບໍຣິຄໍາໄຊ ກ່າວໃນມື້ດຽວກັນນີ້ວ່າ:
“ກໍມີແຕ່ບາງຢ່າງ ທີ່ມັນບໍ່ມີແລ້ວ ເຂົາເຈົ້າກໍຂຶ້ນລາຄາ ຊ່ວງນີ້ແຫຼະ ຊ່ວງອາທິດນີ້ແຫຼະ ເພາະວ່າມັນບໍ່ມີ ຝົນຕົກໜັກເດ້ ສ່ວນຫຼາຍຫອມລາວ ຜັກບົ້ງແພງແລ້ວກໍບໍ່ມີ ເພາະວ່າ ຝົນຕົກມັນປຽກ ແຕ່ວ່າ ຄັນຕລາດນອກ ກໍໜ້າຈະແພງຢູ່ ອັນນີ້ຕລາດໂຕເມືອງເດ້ ຜັກກໍແມ່ນມີແຕ່ຜລິດເອງ ຄືຈະປູກຢູ່ບ້ານ ແລ້ວກໍນໍາເຂົ້າພາຍໃນປະເທດ ເພາະວ່າ ເອົາແຕ່ທາງໃຕ້ແລ້ວກໍທາງເໜືອ ມັນແລ້ວແຕ່ຣະດູນ່າ ຢູ່ທາງໃຕ້ ນໍ້າຖ້ວມ.”
ຢູ່ຕລາດທ້ອງຖິ່ນ ເມືອງນານ ແຂວງຫຼວງພຣະບາງ ລາຄາຫອມປ້ອມ ກໍສູງຂຶ້ນ 4-5 ເທົ່າ ເປັນກິໂລລະ 100,000 ກີບແລ້ວ ຈາກເກົ່າ 25,000-30,000 ກີບ ແລະບໍ່ພຽງແຕ່ລາຄາສູງຂຶ້ນເທົ່ານັ້ນ ແຕ່ຊື້ມາແລ້ວ ຍັງພົບວ່າເນົ່ານໍາດ້ວຍ ເນື່ອງຈາກນໍ້າຖ້ວມ ຜັກຂອງຊາວກະສິກອນທີ່ປູກຕາມແຄມນໍ້າ ທຸກພາກຂອງລາວ ຈຶ່ງເຮັດໃຫ້ຜັກບໍ່ພຽງພໍຕໍ່ຄວາມຕ້ອງການບໍຣິໂພກຂອງຄົນ.
ດັ່ງປະຊາຊົນທີ່ຊື້ຜັກ ແລະຊີ້ນມາຄົວກິນ ຢູ່ຕລາດທ້ອງຖິ່ນ ເມືອງນານ ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“2-3 ມື້ຫຼັງ ຕອນຝົນຕົກຫັ້ນ ໄດ້ຍິນວ່າໂລລະ 100,000 ເຂົາເຈົ້າຊື້ມາງານເຮືອນດີນີ້ ເຂົາເຈົ້າຊື້ມາຫຼາຍວ່າ ຊິມາກໍເໜົ່າໝົດ ຄືວ່າຫັ້ນແຫຼະ ຝົນຕົກໃສ່ ເອົາມາບ່ອນອື່ນເດ້ ແລ້ວກໍໂຕເມືອງນີ້ ກໍເຂົາເຈົ້າເຮັດນໍາແຄມຫ້ວຍ ນໍາແຄມນໍ້ານ່າ ມັນສ່ຽງແດ່ ຍາມເດືອນ 8 ເດືອນ 9 ນີ້ກໍມັນສ່ຽງນໍ້າຖ້ວມ ເພາະວ່າຝົນຍັງບໍ່ເຊົາເທື່ອ ຖ້າຝົນເຊົາແລ້ວ ເຂົາເຈົ້າຈັ່ງເຮັດ.”
ນາງກ່າວຕື່ມວ່າ ສໍາລັບຜັກບົ້ງ ຢູ່ພາຍໃນເມືອງນານ ໃນເຂດທີ່ໂຕເອງຢູ່ອາສັຍ ລາຄາບໍ່ໄດ້ຖີບໂຕສູງຂຶ້ນ ຍັງຄົງລາຄາເກົ່າ ຄືມັດລະ 1,000-2,000 ກີບ.
ຕໍ່ກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງຫຼວງພຣະບາງ ກ່າວວ່າ ພາຍໃນແຂວງຫຼວງພຣະບາງ ລາຄາຜັກສູງຂຶ້ນແທ້ ໂດຍສະເພາະຜັກຫອມ ເນື່ອງຈາກຝົນຕົກ ເຮັດໃຫ້ຜັກໄດ້ຮັບຜົລກະທົບ ເຊິ່ງລາຄາຜັກສູງຂຶ້ນ ເປັນຕາມຣະດູການ ແຕ່ເດືອນ ກໍຣະກະດາ ເຖິງເດືອນກັນຍາ ຂອງທຸກປີ ພ້ອມຢືນຢັນວ່າ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ລົງຕິດຕາມລາຄາຜັກ ເພື່ອຣາຍງານຂັ້ນເທິງ ແຕ່ບໍ່ໄດ້ຄວບຄຸມລາຄາຜັກແຕ່ຢ່າງໃດ ເນື່ອງຈາກຜັກ ເປັນສິນຄ້າ ທີ່ບໍ່ໄດ້ຢູ່ໃນບັນຊີ ຣາຍການຄວບຄຸມລາຄາຂອງແຂວງ.
ດັ່ງຍານາງ ກ່າວໃນມື້ດຽວກັນນີ້ວ່າ:
“ມັນກໍເປັນອັນຊ່ວງຣະດູມັນແດ່ເນາະ ແລ້ວລາຄາຕອນທີ່ວ່າ ຕອນທໍາອິດ ຕອນຊ່ວງກ່ອນໜ້າຫັ້ນ ມັນອາຈບໍ່ແພງປານໃດເນາະ ຊ່ວງຫຼັງໆນີ້ ມັນເກີດ ອັນຄືເຮົາວ່າຫັ້ນແຫຼະ ຝົນຕົກໜ້ອຍນຶ່ງ ມັນກໍເຮັດໃຫ້ສິນຄ້າຫັ້ນ ມີຜົລກະທົບ ແລ້ວກໍມີການເໜັງຕີງ ແລ້ວກໍມັນເປັນຊ່ວງຣະດູ ທີ່ວ່າຝົນແດ່ ແລ້ວກໍປະເພດຜັກນີ້ ມັນກໍຢາກຂຶ້ນເນາະ ປະເພດເຄື່ອງຫອມ ສິນຄ້າໂຕພວກນີ້ຫັ້ນ ເຮົາເປັນສິນຄ້າທີ່ວ່າຕິດຕາມເໜັງຕິງເນາະ ເຊິ່ງວ່າ ລາຄາມັນຂຶ້ນມັນລົງຫັ້ນ ມັນກໍອີງໃສ່ກົລໄກ ຂອງຕລາດຫັ້ນແດ່ ຄວາມຕ້ອງການມັນກໍຫຼາຍ ແຕ່ວ່າ ສິນຄ້າໂຕນີ້ ເຮົາບໍ່ໄດ້ຕິດຕາມແລ້ວຄວບຄຸມຕາມບັນຊີເຮົາຫັ້ນ ແລ້ວເຮົາກໍບໍ່ຮູ້ໄດ້ ຕົ້ນທຶນການຜລິດຂອງມັນຫັ້ນນ່າ.”
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນະຄອນຫຼວງວຽງຈັນ ກໍກ່າວຄືກັນກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫຼວງພຣະບາງ ວ່າ ລາຄາຜັກສູງຂຶ້ນ ຢູ່ນະຄອນຫຼວງວຽງຈັນ ໃນຕລາດໃຫຍ່ ເປັນຕາມຣະດູການ ເນື່ອງຈາກປະເທດລາວ ປູກຜັກແບບທັມມະຊາຕ ຫຼືປູກຜັກຕາມແຄມນໍ້າ ຕາມເທິງດອນ ໂດຍບໍ່ມີເຮືອນຮົ່ມ ຫຼື ຟາມຜັກ ບໍ່ມີລະບົບປ້ອງກັນນໍ້າຖ້ວມ ແຕ່ໄລຍະນີ້ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ຄວບຄຸມລາຄາຜັກ ພາຍໃນນະຄອນຫຼວງວຽງຈັນ ດ້ວຍວິທີການຄວບຄຸມການນໍາເຂົ້າ-ສົ່ງອອກສິນຄ້າ ບໍ່ໃຫ້ຫຼາຍ ຫຼືໜ້ອຍເກີນໄປ ໂດຍສະເພາະ ຜັກທີ່ຈະນໍາເຂົ້າຈາກແຂວງຫຼວງພຣະບາງ, ແຂວງໄຊສົມບູນ ແລະແຂວງພາກໃຕ້.
ດັ່ງທ່ານກ່າວໃນມື້ດຽວກັນນີ້ວ່າ:
“ເປັນຕາມຣະດູການ ຊ່ວງນີ້ ຢູ່ບ້ານເຮົາ ມັນກໍປູກບໍ່ໄດ້ຫັ້ນນ່າ ສ່ວນຫຼາຍກໍປູກ ແບບທັມມະຊາຕ ຊື້ມັນບໍ່ໄດ້ປູກເປັນຟາມ ເປັນເຮືອນຮົ່ມ ຄື ແບບປູກຕາມສວນ ຕາມອັນນີ້ ຄືຢູ່ດອນ ດອນໝາກໂມ ຢູ່ດອນສູງໆ ມັນກໍນໍ້າຖ້ວມໝົດ ກໍມີຢູ່ດອກ ເຮົາກໍຄວບຄຸມການນໍາເຂົ້າອີ່ສັງຕ່າງໆ ສ່ວນຫຼາຍຈະຢູ່ພາຍໃນ ມາແຕ່ແຂວງຫຼວງພຣະບາງບໍ່, ຊຽງຂວາງ, ໄຊສົມບູນ ຫຼືວ່າ ມາແຕ່ພາກໃຕ້ເນາະສ່ວນຫຼາຍ.”
ທ່ານກ່າວຕື່ມວ່າ ສ່ວນວ່າ ລາຄານໍ້າມັນເຊື້ອເພີງ ທີ່ປັບຂຶ້ນສູງ ເຮັດໃຫ້ປະຊາຊົນໃນປະເທດລໍາບາກແທ້ ແຕ່ພາກສ່ວນທີ່ກ່ຽວຂ້ອງ ກໍຮັບຮູ້ບັນຫານີ້ ແລະກໍາລັງດໍາເນີນການແກ້ໄຂ.
ຢ່າງໃດກໍຕາມ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງຫຼວງພຣະບາງ ແລະນະຄອນຫຼວງວຽງຈັນ ກ່າວຄືກັນວ່າ ລາຄາຜັກຍັງຈະສູງ ຈົນເຖິງເດືອນຕຸລາ ຂອງທຸກປີ ຫຼັງຈາກເດືອນຕຸລາແລ້ວ ລາຄາຜັກກໍຈະຫຼຸດລົງເປັນປົກກະຕິ.