ມອບເງິນຊົດເຊີຍ ຜູ່ທີ່ເສຍທີ່ດິນ ໃຫ້ໂຄງການແຫຼ່ງທ່ອງທ່ຽວ ອ່າງນ້ຳງື່ມ
2025.02.03
ທາງການແຂວງວຽງຈັນ ມອບເງິນຄ່າຊົດເຊີຍໃຫ້ກັບປະຊາຊົນ ຈຳນວນ 47 ຄອບຄົວ ຢູ່ບ້ານແສງສະຫວ່າງ ເມືອງແກ້ວອຸດົມ ແຂວງວຽງຈັນ ທີ່ຖືກຜົນກະທົບໂຄງການພັດທະນາແຫຼ່ງທ່ອງທ່ຽວ ຢູ່ເຂດອ່າງນ້ຳງື່ມ 1 ຄົບແລ້ວ ທັງ 4 ງວດ ລວມເປັນເງິນທັງໝົດ 18.44 ຕື້ກວ່າກີບ ໃນມື້ວັນທີ 30 ມັງກອນ 2025 ນີ້ ແຕ່ປະຊາຊົນບາງຄອບຄົວ ກໍຍັງມີຂໍ້ຫຍຸ້ງຍາກຫຼາຍດ້ານ.
ດັ່ງຊາວລາວທ່ານໜຶ່ງ ຢູ່ບ້ານແສງສະຫວ່າງ ເມືອງແກ້ວອຸດົມ ກ່າວຕໍ່ ວິທຍຸເຊັຽເສຣີ ໃນມື້ວັນທີ 3 ກຸມພາ ນີ້ວ່າ:
“ຜູ້ທີ່ວ່າ ຖືກຜົນກະທົບແທ້ໆ ເພິ່ນບໍ່ມີແນວເຮັດແນວຫາເນາະ ເພິ່ນກະຊົດເຊີຍໃຫ້ກະມີເງິນເປ້ນກ້ອນແລ້ວກະໄປລົງທຶນ ມັນກະໄຄຂຶ້ນ ແຕ່ວ່າ ມັນກະຕ້ອງການອັນໃດຫຼາຍຢ່າງຢູ່ ຍັງບໍ່ສົມບູນເທື່ອຫັ້ນນ່າ ແຂກໄປແຂກມາ ມັນກະຍັງບໍ່ປົກກະຕິວ່າ ເປັນແນວໃດຫັ້ນນ່າ ມັນກະມີການຂາຍຊະຊາຍເນາະ.”
ຊາວບ້ານທ່ານນີ້ກ່າວວ່າ ພໍໃຈກັບເງິນຄ່າຊົດເຊີຍ ແຕ່ຍັງຫຍຸ້ງຍາກ ເລື່ອງການທຳມາຫາກິນ ເພາະປະຊາຊົນທີ່ໄດ້ຮັບຜົນກະທົບ ໄດ້ຫັນປ່ຽນອາຊີບ ຈາກເຮັດການກະເສດ ແລະປະມົງຢູ່ອ່າງນ້ຳງື່ມ ມາເປັນອາຊີບຄ້າຂາຍ ແລະຄົນງານ ຢູ່ເຂດໂຄງການພັດທະນາແຫຼ່ງທ່ອງທ່ຽວແທນ.
ແຕ່ມີຄົນບ້ານອື່ນ ມາຂາຍເຄື່ອງຊະຊາຍ ຢູ່ບໍລິເວນເຂດໂຄງການ ໂດຍບໍ່ໄດ້ເສຍຄ່າເຊົ່າ, ຄ່ານ້ຳ, ຄ່າໄຟຟ້າ ຄືກັບຊາວບ້ານໃນພື້ນທີ່ ຈຶ່ງຢາກໃຫ້ທາງການ ຊ່ວຍແກ້ໄຂໃນເລື່ອງນີ້.
ຂາວລາວອີກທ່ານໜຶ່ງ ຢູ່ບ້ານແສງສະຫວ່າງ ກ່າວວ່າ ເງິນຄ່າຊົດເຊີຍ ຍັງຖືວ່າ ໄດ້ຮັບຕ່ຳຫຼາຍ ແຕ່ຊາວບ້ານ ກະບໍ່ຂັດຂ້ອງຫຍັງ ເອົາຕາມທາງການລາວ ກຳນົດໃຫ້ , ດັ່ງທ່ານກ່າວວ່າ:
“ພໍບໍ່ພໍ ກະຈຳເປັນແລ້ວເນາະທາງບ້ານຫັ້ນ ເພາະວ່າ ເຂົາຮູ້ເທົ່າບໍ່ເຖິງການເດ້ ຂັ້ນເທິງວ່າແນວໃດ ເຂົາກະຕາມນັ້ນແຫຼະ ຂັ້ນເທິງເພິ່ນເວົ້າແນວໃດ ກະເອົາແນວນັ້ນແຫຼະ.”
ຂາວລາວອີກທ່ານໜຶ່ງ ຢູ່ບ້ານແສງສະຫວ່າງ ກ່າວວ່າ ເຖິງຈະບໍ່ໄດ້ຮັບເງິນຊົດເຊີຍທີ່ສົມເຫດສົມຜົນ ແຕ່ຊາວບ້ານ ຜູ້ໄດ້ຮັບຜົນກະທົບ ມີວຽກເຮັດງານ, ມີເຮືອນຢູ່, ມີດິນທຳການກະເສດ ກະດີໃຈແລ້ວ ຫຼັງຈາກນີ້ ປະຊົາຊົນກະຄ່ອຍໆ ສ້າງສາພັດທະນາໄປເລື່ອຍໆ, ດັ່ງທ່ານກ່າວວ່າ:
“ກະບໍ່ປານໃດ ແຕ່ຫາກກະຢ່າແຫຼະ ຊິໃຫ້ມັນເຕັມເມັດ ເຕັມໜ່ວຍມັນກະບໍ່ໄດ້ແລ້ວເນາະ ກະມີຢູ່ມີກິນ ມີດິນ ມີເຮືອນຢູ່ ເວົ້າເລື່ອງຄົນມັນກະບໍ່ພໍແລ້ວ ຄວາມຢາກໄດ້ນ່າ ເຊັ່ນລູກເຊັ່ນຫຼານ ເຮົາມັນຈະເລີນແລ້ວ ກະມີວຽກເຮັດງານທຳ.”
ຂາວລາວອີກນາງໜຶ່ງ ຢູ່ບ້ານແສງສະຫວ່າງ ກ່າວວ່າ ພໍໃຈກັບເງິນຄ່າຊົດເຊີຍທີ່ໄດ້ຮັບ ເພາະໂຄງການພັດທະນາແຫຼ່ງທ່ອງທ່ຽວ ຢູ່ເຂດອ່າງນ້ຳງື່ມ 1 ເຮັດໃຫ້ຄຸນນະພາບການເປັນຢູ່ຂອງຊາວບ້ານໃນພື້ນທີ່ ມີຊີວິດທີ່ດີຂຶ້ນ, ດັ່ງຍານາງກ່າວວ່າ:
“ອຸດົມສົມບູນດີ ບໍ່ມີຫຍັງຂັດຂ້ອງ ອັນຫາປາຫັ້ນບໍ່ໄດ້ຫາ ແຕ່ບ່ອນຫາຢູ່ຫາກິນ ຄ້າຂາຍໄດ້ ຊີວິດດີຂຶ້ນ ເຮືອນຊານກະໄຮໂຊ ເຄື່ອງຂອງກະທັນສະໄໝ.”
ສຳລັບ ໂຄງການພັດທະນາແຫຼ່ງທ່ອງທ່ຽວອ່າງນ້ຳງື່ມ 1 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຮັບທຶນກູ້ຢືມ ຈາກທະນາຄານພັດທະນາອາຊີ ຫຼື ADB.
ໂດຍມີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນເຈົ້າຂອງໂຄງການມີມູນຄ່າ ການກໍ່ສ້າງທັງໝົດ 5.33 ລ້ານໂດລ້າສະຫະລັດ ເລີ່ມກໍ່ສ້າງມາແຕ່ວັນທີ 1 ກໍລະກົດ 2021 ແລະມີກຳນົດສຳເລັດໃນວັນທີ 30 ມິຖຸນາ 2023 ແຕ່ໄດ້ມີການຕໍ່ ສັນຍາ ອອກໄປອີກ 1 ປີ ຈົນຮອດວັນທີ 30 ມິຖຸນາ 2024, ລວມໄລຍະເວລາກໍ່ສ້າງທັງໝົດ 3 ປີ ແລະ ເປິດໃຫ້ບໍລິການ ຢ່າງເປັນທາງການ ໃນວັນທີ 3 ທັນວາ 2024 ທີ່ຜ່ານມານີ້.
ນອກຈາກໂຄງການ ຂອງລັດແລ້ວ ໃນເຂດອ່າງນ້ຳງື່ມ 1 ລັດຖະບານລາວ ຍັງໃຫ້ບໍລິສັດຈີນ ອີກຫຼາຍບໍລິສັດ ເຂົ້າມາສຳປະທານເກາະດອນຕ່າງໆ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວຄົບວົງຈອນ ເປັນຕົ້ນ ແຫຼ່ງທ່ອງທ່ຽວສາກົນສຸຂະບຸລີ ທີ່ມີທັງເຮືອນພັກ, ທ່າເຮືອ ແລະກາສິໂນ.