ເຂື່ອນເຊກະໝານ 3 ແຕກ

ສິດນີ
2016.12.20
F-Xekamarn ດ້ານໜ້າຂອງໂຕເຂື່ອນ ເຊກະໝານ3 ທີ່ໄດ້ຮັບຄວາມເສັຽຫາຍ ຢ່າງໜັກ.
“ຄຳປົນ”

ທໍ່ຫລືອຸມົງ ຂອງເຂື່ອນໄຟຟ້າ ເຊກະໝານ3 ທີ່ເມືອງດາກຈືງ ແຂວງເຊກອງ ແຕກ ເສັຽຫາຍ ຢ່າງໜັກ ໃນວັນທີ 16 ທັນວາ ທີ່ ຜ່ານມາ ແຕ່ຂ່າວສານ ປະເທດລາວ ເວົ້າວ່າໂຊກດີ ທີ່ບໍ່ມີຜູ້ໃດ ໄດ້ຮັບບາດເຈັບ ຫຼື ເສັຽຊີວິຕ ຈາກເຫຕການ ດັ່ງກ່າວ.

ເຈົ້າໜ້າທີ່ ເມືອງດາກຈຶງ ຜູ້ຂໍສງວນຊື່ ທ່ານນຶ່ງ ທີ່ໄດ້ໄປສຳຣວດ ຄວາມເສັຽຫາຍ ໄດ້ກ່າວຕໍ່ ນັກຂ່າວ ເອເຊັຽເສຣີ ໃນວັນທີ 20 ທັນວາ ວ່າ ໂຄງຮ່າງ ຂອງເຂື່ອນ ເສັຽຫາຍຫນັກ ເກີດດິນເຈື່ອນ ແລະນ້ຳໄຫຼຊຸ ຢ່າງແຮງ ຈົນເຮັດໃຫ້ ຕ້ອງໄດ້ປິດ ການດຳເນີນງານ ແບບບໍ່ມີ ກຳນົດ:

"ມັນແຕກບ່ອນອັນນັ້ນຫນ່າ ບ່ອນທໍ່ ແຕ່ເຮືອນ ຈັກປັ່ນ ປະມານຮ້ອຍແມັດ ທໍ່ມັນຫັ້ນ ມັນຈະລົງໃສ່ ເຄື່ອງຈັກຫີນ ອີ່ສັງດິນອີ່ສັງ ມັນເຂົ້າ ໄປຫັ້ນນ່າ ໜັກໆເພາະວ່າ ເຮືອນຈັກ ກະຖ້ວມຫມົດ ດິນເຂົ້າຮອດໃນ ບ່ອນເຂົາເຈົ້າ ເຮັດວຽກ ຫັ້ນນ່າ ໄຟໂຕດັ່ງກ່າວ ເຂົາປິດຫມົດແລ້ວ ໃຊ້ງານບໍ່ໄດ້ ແລ້ວນ່າ".

ທ່ານກ່າວຕື່ມວ່າ ຄວາມເສັຽຫາຍ ຄັ້ງນີ້ ຖືວ່າແມ່ນ ດ້ານໂຄງສ້າງ, ແຕ່ເປັນຈັ່ງບຸນ ທີ່ຊາວບ້ານ ທີ່ຢູ່ເບື້ອງລຸ່ມ ຂອງເຂື່ອນ ບໍ່ໄດ້ຮັບ ຜົລ ກະທົບ ຍ້ອນ ເຈົ້າໜ້າທີ່ ສາມາດ ອັດນ້ຳໄວ້ທັນ:

"ປະຊາຊົນເຂດລຸ່ມນີ້ ເພາະວ່າ ມັນມີບ້ານນຶ່ງ ຢູ່ກ້ອງເຂື່ອນ ຫັ້ນນ່າ ພໍດີຂະເຈົ້າ ອັດທັນຫັ້ນນ່າ, ບໍ່ເປັນຫຍັງ ຄົນບໍ່ເປັນຫຍັງ ເຣື້ອງຄົນ ບໍ່ເປັນຫຍັງ ມີແຕ່ພາຫະນະ ປະເພດຣົດລາງ ຂອງອ້າຍນ້ອງວຽດ ກະເສັຽຫາຍຫຼາຍ ຂອງພະນັກງານ ປະຈຳຢູ່ຫັ້ນ ຫັ້ນນ່າ. ຕົວຢ່າງຄື ວຽດ ຣົຖອີ່ສັງເຂົາເອີ້ນຣົຖຕູ້ ຫັ້ນນ່າ ຄັນນຶ່ງ ລະກະ ຣົຖອ້າຍນ້ອງ ຕຳຣວດລາວເຮົານີ້ ຣົຖຈັກສອງຄັນ ລະກະເຄື່ອງຂອງ ເຄື່ອນໄຫຼ ເໝິດ".

ສື່ມວນຊົນ ທ້ອງຖີ່ນລາວ ໄດ້ຣາຍງານ ໃນຕອນເຊົ້າ ຂອງວັນດຽວກັນນັ້ນ ໂດຍອ້າງຕາມ ຄວາມເວົ້າ ຂອງຫົວໜ້າ ຜແນກພລັງງານ ແລະບໍ່ແຮ່ ແຂວງເຊກອງ, ທ່ານ ເພັດສະໝອນ ພອນປະສິທວ່າ ພາກສ່ວນ ກ່ຽວຂ້ອງ ກຳລັງ ຢູ່ໃນຂັ້ນຕອນ ສຳຣວດ ສືບສວນ ຫາ ສາເຫຕ ແລະ ຜູ້ຮັບຜິດຊອບ ຕໍ່ຄວາມເສັຽຫາຍ ດັ່ງກ່າວ ເພື່ອຣາຍງານ ໄປຫາຂັ້ນ ສູນກາງ.

ໂຄງການເຂື່ອນ ເຊກະໝານ3 ແມ່ນເຂື່ອນ ພລັງງານ ໄຟຟ້າ ທີ່ ມີກຳລັງຜລິດ 250 ເມກະວັຕ ຕັ້ງຢູ່ ເມືອງດາກຈຶງ ແຂວງເຊກອງ. ຮ່ວມລົງທຶນ ໂດຍ ບໍຣິສັດ ໄຟຟ້າລາວ ແລະ ບໍຣິສັດ ລົງທຶນ ພລັງງານ ວຽດ-ລາວ ຮັບເໝົາກໍ່ສ້າງ ໂດຍບໍຣິສັດ ສົງດາຂອງວຽດນາມ. ຊື່ງ ບໍຣິສັດ ໄຟຟ້າລາວ ຖືຮຸ້ນ 15% ແລະ ບໍຣິສັດ ລົງທຶນ ພລັງງານ ວຽດ-ລາວ ຖືຮຸ້ນ 85% ໄຟຟ້າ 90% ທີ່ຜລິດໄດ້ ສົ່ງອອກໄປ ປະເທສ ວຽດນາມ, ສ່ວນທີ່ເຫຼືອ 10% ແມ່ນໃຊ້ ພາຍໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.