ການຂຸດຄົ້ນ ບໍ່ຄຳ ເຊໂປນ ທີ່ ແຂວງ ສວັນນະເຂດ ຜລິດທອງ ເພິ້ມຂື້ນ 7 ສ່ວນຮ້ອຍ ໃນຣະຍະ ສາມເດືອນ ທຳອິດ ຂອງປີນີ້ ທຽບໃສ່ ຣະຍະ ເວລາ ດຽວກັນ ຂອງ ປີກາຍ. ໃນຂະນະ ດຽວກັນ ການຜລິດຄຳ ພັດຫລຸດລົງ 7 ສ່ວນຮ້ອຍ ເຊັ່ນກັນ ເມື່ອທຽບໃສ່ ຜົນຜລິດ ໃນຣະຍະ ສາມເດືອນ ທ້າຍປີກາຍ.
ທ່ານ ສົມສວັນ ພັນທະດີ ຫົວໜ້າ ຜແນກ ຄົມມະນາຄົມ ບໍຣິສັດ MMG ຂອງຈີນ ຊຶ່ງເປັນ ບໍຣິສັດ ຂຸດຄົ້ນ ບໍ່ຄຳເຊໂປນ ໃນ ປັດຈຸບັນ ກ່າວວ່າ ໃນຣະຍະ ສາມເດືອນ ຕົ້ນປີນີ້ ບໍ່ຄຳເຊໂປນ ສາມາດ ຜລິດທອງໄດ້ 20,480 ຕັ່ນ ແລະ ຄຳບໍ່ເຖິງນຶ່ງ ໝື່ນ ອ່ອນຊ໌. ປັດຈຸບັນ ບໍຣິສັດ ກຳລັງຂຍາຍ ການສຳຣວດ ພື້ນທີ່ໃໝ່ ແລະ ກໍຫວັງວ່າ ຈະພົບພໍ້ ແຮ່ທາດ ຕື່ມອີກ.
ທ່ານ ສົມສວັນ ກ່າວອີກວ່າ ບໍຣິສັດ MMG ຜລິດຄຳໄດ້ 70,000 ອ່ອນຊ໌ ແລະ ຜລິດທອງໄດ້ 86,000 ຕັ່ນ ເມື່ອປີກາຍ; ສ່ວນປີນີ້ ທາງບໍຣິສັດ ຕັ້ງເປົ້າໝາຍ ເອົາໄວ້ວ່າ ຈະຜລິດຄຳ ໃຫ້ໄດ້ ໃນຣະຫວ່າງ 45,000 ອ່ອນຊ໌ ແລະ 55,000 ອ່ອນຊ໌; ສ່ວນທອງນັ້ນ ໃຫ້ໄດ້ໃນ ຣະຫວ່າງ 83 ແລະ 88,000 ຕັ່ນ.
ບໍຣິສັດ ຊັພຍາກອນ ໂລຫະ ຂອງຈີນ ຫລື Minmetal Resource ຊື້ກິຈການ ການຂຸດຄົ້ນ ບໍ່ຄຳເຊໂປນ ຈາກ ບໍຣິສັດ ໂອຊີອານາ ຂອງ ອອສເຕຣເລັຍ ເມື່ອປີ 2010 ແລະ ໄດ້ປ່ຽນຊື່ ເປັນ ບໍຣິສັດ MMG ເມື່ອເດືອນ ກັນຍາ ປີກາຍ.
