ບັນຫາການປາບປາມແກ້ງສະແກມເມີ ໃນລາວ ຍັງມີຄວາມທ້າທາຍ, ຫຍຸ້ງຍາກ ແລະຂາດປະສິດທິພາບ ໃນການບັງຄັບໃຊ້ກົດໝາຍ ເຮັດໃຫ້ແກ້ງສະແກມເມີ ເຫຼົ່ານັ້ນ ຍັງມີການເຄື່ອນ ໄຫວຕັວະຍົວະ ຫຼອກລວງຄົນລາວ ແລະຄົນຕ່າງປະເທດຢ່າງຕໍ່ເນື່ອງ ເຖິງວ່າ ລັດຖະບານລາວ ຈະພະຍາຍາມປາບປາມແລ້ວກໍຕາມ
ແຕ່ໄລຍະຜ່ານມາ ການປາບປາມແກ້ງຄໍເຊັນເຕີໃນລາວ ແມ່ນຕ້ອງໃຫ້ລັດຖະບານຈີນ ເປັນຜູ້ຊ່ວຍເຫຼືອ ແລະເຂົ້າມາປາບປາມດ້ວຍໂຕເອງ ເຖິງຈະມ້າງກຸ່ມສະແກມເມີເຫຼົ່ານັ້ນໄດ້
ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ກ່າວໃນມື້ວັນທີ່ 11 ພຶດສະພາ 2026 ນີ້ວ່າ:ເຂົ້າໂລໆ ເລໆ ບໍ່ໄດ້ໄດ ເຂາບໍ່ອະນຸຍາດໄດຜ່ານມານີ້ ຈະມີພວກນຶິ່ງ ເປັນຜູ້ໃຫ້ການຮ່ວມມືເຂົານ່າ ມັນເຫັນແຕ່ແກ່ຜົນປະໂຫຍດນີ້ ບໍ່ຮູ້ວ່າ ຜົນກະທົບຕໍ່ປະເທດຊາດ ບ້ານເມືອງ ຕໍ່ປະຊາຊົນມັນບໍ່ເອົາ ຄັນເຮົາປາບປາມຢູ່ ໄທຫຼາຍເນາະ ມັນກະອອກໄປພະມ້າ ພະມ້າປາບບາດນີ້ ມັນກະມາລາວບາດນີ້ ລັດໄປລັດມາຢູ່ນີ້ນ່າພວກນີ້ນ່າ
ຫຼ້າສຸດ ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2026, ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ເຂົ້າມ້າງແກ້ງສະແກມເມີ ຢູ່ເເຂວງສະຫວັນນະເຂດ ສາມາດຈັບຕົວໄດ້ 605 ຄົນ ປັດຈຸບັນ ເຈົ້າໜ້າທີ່ພວມດຳເນີນການສືບສວນ-ສອບສວນ ຫາຜູ້ຮ່ວມຂະບວນການມາດຳເນີນຕາມກົດໝາຍຕໍ່ໄປ
ຕໍ່ມາ ວັນທີ 12 ພຶດສະພາ 2026 ເຈົ້າໜ້າທີ່ ປກສ ແຂວງ ບໍ່ແກ້ວ ໄດ້ມ້າງກຸ່ມແກ້ງສະແກມເມີ ທີ່ເຄື່ອນໄຫວຢູ່ເມືອງຕົ້ນເຜິ້ງ ສາມາດກັກຕົວຜູ້ຖືກຫາໄດ້ທັງໝົດ 62 ຄົນ
ປັດຈຸບັນ ປະເທດລາວ ຍັງມີພື້ນທີ່ຕ້ອງສົງໄສ ທີ່ອາດເປັນແຫຼ່ງອາໄສຂອງສະແກມເມີ ທີ່ໜີມາຈາກໄທ, ມຽນມາ ແລະ ກຳພູຊາ ຄື ເຂດພັດທະນາເມືອງໃໝ່ ຫຼັກ 16 ນະຄອນຫຼວງວຽງຈັນ, ເຂດພັດທະນາເມືອງໃໝ່ທ່າແຂກ ແຂວງຄຳມ່ວນ, ເມືອງປາກເຊ ແຂວງຈຳປາສັກ ແລະແຂວງຜົງສາລີ ແຕ່ລັດຖະບານລາວ ຍັງມິດງຽບ ບໍ່ມີການຕິດຕາມກວດກາເທື່ອ
ເມື່ອທ້າຍປີ 2025 ຜ່ານມາ ລັດຖະບານລາວ ໄດ້ເປິດນຳໃຊ້ ສູນຕ້ານການຫຼອກລວງທາງອອນລາຍ ເຊິ່ງມາຮອດປັດຈຸບັນ ໄດ້ຮັບແຈ້ງບັນຫາການຫຼອກລວງທາງອອນລາຍແລ້ວ 700 ປາຍຄັ້ງ ແລະ ປິດຄະດີໄດ້ 300 ກວ່າກໍລະນີ
