ສະໜາມບິນທົ່ງໄຫຫິນ ແຂວງຊຽງຂວາງ ຈະເປີດໃຫ້ບໍລິການ ໃນເດືອນມິຖຸນາ 2025 ນີ້

ສຸພັດຕາ/ເພັດສະຫຍາມ
2025.03.06
ສະໜາມບິນທົ່ງໄຫຫິນ ແຂວງຊຽງຂວາງ ຈະເປີດໃຫ້ບໍລິການ ໃນເດືອນມິຖຸນາ 2025 ນີ້ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງກວດກາ ການກໍ່ສ້າງສະໜາມບິນທົ່ງໄຫຫີນ. ວັນທີ 2 ເດືອນມີນາ ປີ 2025.
Lao people's Army News

ຄງການກໍ່ສ້າງ ສະໜາມບິນທົ່ງໄຫຫິນ ແຂວງຊຽງຂວາງ ທີ່ບໍລິສັດຈີນ ເປັນຜູ້ຮັບເໝົາກໍ່ສ້າງ ຮັບຊ່ວງຕໍ່ ຈາກລັດເຊຍ ຈະເປີດບໍລິການ ໃນເດືອນມິຖຸນາ 2025 ນີ້. ສະໜາມບິນແຫ່ງນີ້ ກໍ່ໄດ້ຖືກມອບໃຫ້ ກະຊວງປ້ອງກັນປະເທດ ເປັນຜູ້ຮັບຜິດຊອບ. ຈາກນັ້ນ ຈຶ່ງໄດ້ມອບ ໃຫ້ບໍລິສັດ AVIC - INTL Project Engineering ຂອງຈີນ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ທໍາການ ປິດສ້ອມແປງສະໜາມບິນ ນັບແຕ່ວັນທີ 01 ຕຸລາ 2024 ເປັນຕົ້ນໄປ.

ມາຮອດປັດຈຸບັນ ການກໍ່ສ້າງ ຄືບໜ້າແລ້ວ 63%, ດັ່ງເຈົ້າໜ້າທີ່ ແຂວງຊຽງຂວາງ ທ່ານໜຶ່ງ ທີ່ຂໍສະຫງວນຊື່ ແລະໜ່ວຍງານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 6 ມີນາ ນີ້ວ່າ:

“ແຕ່ກີ້ ແມ່ນລັດເຊຍ ສໍາປະທານເນາະ ແຕ່ວ່າ ລັດເຊຍສ້າງບໍ່ໄດ້ ລະມອບໃຫ້ຈີນແລ້ວ ຫັ້ນນ່າ. ຈີນ ຈະເປັນຜູ້ຮັບເໝົາສ້າງ ແຕ່ວ່າ ຈະເປັນຂອງລັດຖະບານ ຕາມເພິ່ນວ່ານີ້, ຈະເປີດເປັນສະໜາມບິນສາກົນເລີຍ ເນາະ, ກຽມພ້ອມທ່ອງທ່ຽວ.”

ການກໍ່ສ້າງ ໄລຍະທີ່ 1

ຫຼ້າສຸດ ໃນວັນທີ 2 ເດືອນມີນາ ທີ່ຜ່ານມາ ນີ້ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍຜູ້ບັນຊາການ ທະຫານອາກາດ ກໍໄດ້ລົງໄປກວດກາ ການກໍ່ສ້າງໂຄງການ ສະໜາມບິນທົ່ງໄຫຫີນ ໄລຍະທີ 1 ທີ່ໄດ້ເລີ່ມກໍ່ສ້າງ ມາແຕ່ ເດືອນມີນາ 2024 ເຊິ່ງມີ ບັນດາໜ້າວຽກ ຕົ້ນຕໍ ຄື: 

1-/ ປັບປຸງເສັ້ນທາງແລ່ນ ຂຶ້ນ-ລົງ ຂອງເຮືອບິນ ຫຼື ລັນເວ (ລັນເວເກົ່າ), ຄາດຈະໃຫ້ສໍາເລັດ ເດືອນມິຖຸນາ ປີ 2025 ເຊິ່ງສາມາດ ອະນຸຍາດ ໃຫ້ເຮືອບິນ ຂຶ້ນ-ລົງ ໄດ້.

2-/ ຕໍ່ຕື່ມຄວາມຍາວຂອງລັນເວ ຂຶ້ນ-ລົງ ທີ່ມີຄວາມຍາວ 550 ແມັດ.

3-/ ກໍ່ສ້າງເດີ່ນເຂົ້າມາຈອດ ຂອງເຮືອບິນ ຫຼື (ແທັກຊີເວ) ໃໝ່, ຄາດວ່າ ໃຫ້ສໍາເລັດ ໂດຍພື້ນຖານ ໄລຍະທີ 1 ໃນທ້າຍ ປີ 2025. 

ຂະນະທີ່ ເຈົ້າໜ້າທີ່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ແຂວງຊຽງຂວາງ ທ່ານໜຶ່ງ ຄາດວ່າ ໃນໄລຍະຕົ້ນ ເດືອນມິຖຸນາ 2025 ນີ້ ສະໜາມບິນ ດັ່ງກ່າວ ຈະສາມາດເປີດ ໃຫ້ບໍລິການ ໄດ້ແລ້ວ ແຕ່ ຈະເປີດແຕ່ຖ້ຽວບິນ ພາຍໃນປະເທດ ກ່ອນ:

“ວັນທີ 1 ເດືອນ 6 ຈະໄດ້ໃຫ້ມີສາຍການບິນ ທໍາອິດອາດຈະແມ່ນພາຍໃນປະເທດກ່ອນ ໃກ້ແລ້ວ ປັບລັນເວ ໃຫ້ສາຍການບິນຂຶ້ນ-ລົງ ຮັບປະກັນ ຕໍ່ລັນເວໃຫ້ມັນຍາວຂຶ້ນ.”

ການມີສະໜາມບິນ ຈະອຳນວຍຄວາມສະດວກ

ກ່ຽວກັບເລື່ອງນີ້ ຊາວລາວ ຢູ່ແຂວງຊຽງຂວາງ ທ່ານໜຶ່ງ ກໍກ່າວວ່າ ແຕ່ ໄລຍະທີ່ ປິດປັບປຸງ ຢູ່ນີ້ ກໍເຫັນເຮືອບິນກອງທັບ ເທົ່ານັ້ນ ທີ່ຍັງແລ່ນ ຂຶ້ນ-ລົງ ຢູ່ສະໜາມບິນແຫ່ງນີ້ ຢູ່ ເວລາທີ່ມີວຽກ ຂອງກອງທັບ, ແຕ່ການແລ່ນ ຂຶ້​ນ-ລົງ ອາດບໍ່ມີຄວາມສະດວກ ຈຶ່ງມີການປັບປຸງ ໃຫ້ເປັນສະໜາມບິນສາກົນ. ຖ້າສ້າງສໍາເລັດແລ້ວ ຄິດວ່າ ກໍເປັນເລື່ອງທີ່ດີ ເພາະການທ່ອງທ່ຽວ ການເດີນທາງ ຂອງປະຊາຊົນ ກໍສະດວກ-ສະບາຍ ຂຶ້ນ ເພາະສ່ວນໃຫຍ່ ການເດີນທາງ ມາຮອດຊຽງຂວາງ ຍັງຕ້ອງໃຊ້ທາງລົດ ເຊິ່ງກໍມີຄວາມຫຍຸ້ງຍາກ ຢູ່:

“ຜ່ານມານີ້ ມີແຕ່ກອງທັບ ເພິ່ນທຽວເນາະ, ເພິ່ນບິນໄດ້ ແຕ່ກະ, ມັນບໍ່ສະດວກຕິເບາະ ແລ້ວເພິ່ນ ມາປັບປຸງ ໃໝ່ ເປັນລະດັບສາກົນ ເພາະການເດີນລົດທ່ອງທ່ຽວ ຂອງປະຊາຊົນ ກໍເສັ້ນທາງ ກະບໍ່ສະດວກປານໃດ. ກໍນັ້ນແຫຼະ ມີແຕ່ເພິ່ນ ກະປັບສະດວກ ສາຍການບິນ ເພິ່ນປັບປຸງແລ້ວ ກໍຈະເປີດ ສາຍການບິນລາວ ນີ້ ບໍ.”


ຂ່າວ ກ່ຽວກັນ

ໃຜໄດ້ປໂຍດ ຈາກສນາມບິນສາກົລ ບໍ່ແກ້ວ ແຫ່ງໃໝ່

ໂຄງການສນາມບິນສາກົນ ມ.ຕົ້ນເຜິ້ງ ຍົກເລີກ

ສາຍການບິນລາວ ໂຈະບໍຣິການ ທີ່ສນາມບິນສາກົລ ບໍ່ແກ້ວ


ພ້ອມດຽວກັນນີ້ ຊາວລາວ ຢູ່ແຂວງຊຽງຂວາງ ອີກທ່ານໜຶ່ງ ກໍກ່າວວ່າ ຊາວບ້ານ ກໍຮັບຮູ້ພຽງແຕ່ວ່າ ກໍາລັງມີການປັບປຸງ ກໍ່ສ້າງສະໜາມບິນ ທົ່ງໄຫຫີນ ຢູ່ ແຕ່ຍັງບໍ່ທັນສໍາເລັດ. ປັດຈຸບັນ ກໍເຫັນແຕ່ຍົນ ຂອງກອງທັບ ມາຈອດ ແຕ່ເຂົາເຈົ້າ ກໍໄດ້ຍິນວ່າ ທາງການປັບປຸງ ຈະເຮັດເປັນສະໜາມບິນສາກົນ:

“ໃກ້ແລ້ວ ແຕ່ວ່າຍັງຫຼາຍແນວ ເພິ່ນຍັງບໍ່ໄດ້ເອົາຍົນລົງ ທາງກອງທັບ ເພິ່ນມີວຽກຈໍາເປັນ ເພິ່ນກໍຍັງມາໄດ້ ຢູ່, ເພິ່ນເຮັດໃໝ່ ຊິໃຫ້ຄືກັບສະໜາມບິນ ແບບສາກົນ ໄດ້ຍິນວ່າຊັ້ນ.”

ກ່ອນໜ້ານີ້ ເມື່ອ ປີ 2019 ທາງການລາວ ໄດ້ມອບໃຫ້ ບໍລິສັດໄຊທານີ ກໍ່ສ້າງຂົວທາງ ຈໍາກັດ, ບໍລິສັດ ທີເຄ (TK) ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຈໍາກັດ ແລະ ຄະນະຊ່ຽວຊານ-ວິຊາການ ຈາກປະເທດລັດເຊຍ ຮ່ວມກັນ ຈັດຕັ້ງປະຕິບັດ ກ່ຽວກັບ ແຜນການປັບປຸງ ໂຄງການ ພັດທະນາ ສະໜາມບິນທົ່ງໄຫຫີນ.

ສະໜາມບິນທົ່ງໄຫຫີນ ຫຼື ສະໜາມບິນຊຽງຂວາງ ໃນປັດຈຸບັນ ເປັນພຽງ ສະໜາມບິນຂະໜາດນ້ອຍ ທີ່ຮອງຮັບໄດ້ແຕ່ ເຮືອບິນຂະໜາດນ້ອຍ ແລະ ອາຄານຜູ້ໂດຍສານ ກໍເປັນອາຄານນ້ອຍຊື່ໆ ຈຶ່ງຕ້ອງມີການກໍ່ສ້າງໃໝ່ ໃຫ້ຂະຫຍາຍເພີ່ມຕື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.