ປະຊາຊົນລາວ 100 ປາຍຄອບຄົວ ທີ່ຢູ່ຕາມແຄມທາງເລກທີ 13 ເໜືອ ໃນເຂດເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຮຽກຮ້ອງໃຫ້ທາງການລາວ ຈ່າຍເງິນຊົດເຊີຍ ໃຫ້ຜູ້ໄດ້ຮັບຜົລກະທົບ ຍ້ອນເສັຍດິນໃຫ້ໂຄງການຊ້ອມແປງ ແລະຂຍາຍທາງເລກທີ 13 ເໜືອ, ຊຶ່ງໄດ້ເຣີ່ມມາຕັ້ງແຕ່ປີກາຍ, ຊົດເຊີຍຣາຍໄດ້ ຈາກການທີ່ບໍ່ໄດ້ຂາຍເຄື່ອງ ແລະເລັ່ງຊ້ອມແປງທາງໃຫ້ແລ້ວໄວ ເພື່ອການເດີນທາງໄປ-ມາ ແລະການຄ້າ-ຂາຍ ກັບມາເປັນປົກກະຕິ.
ດັ່ງຊາວບ້ານ ທີ່ເປີດຮ້ານຄ້າຂາຍເຄື່ອງໃຊ້ໄຟຟ້າ ຢູ່ເມືອງນາຊາຍທອງຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ກໍຣະກະດານີ້ວ່າ:
“ມັນກະເຮັດເປັນຊ່ວງໆໄປນະ ມັນກະເຮັດຍາມຝົນແດ່ ມັນກະຢາກຊ້າແນ່ຫັ້ນນະ ໄດ້ເງິນ 28 ລ້ານບໍ. ຄ່າຂາຍເຄື່ອງ, ຂາຍຫຍັງ ເພິ່ນກະບໍ່ໄດ້ຊົດເຊີຍ ເຮັດຫົນທາງມາຊິໄດ້ເປັນປີແລ້ວ ແຕ່ກະຍັງບໍ່ໄດ້ຄ່າຊົດເຊີຍ.”
ທ່ານເວົ້າວ່າ ທາງການລາວໄດ້ມາ ປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ຕັ້ງແຕ່ປີກາຍ ແຕ່ຈົນມາຮອດມື້ນີ້ກໍຍັງມິດງຽບຢູ່, ບໍ່ມາທັນມາແຈ້ງ ເຣື່ອງຄ່າຊົດເຊີຍນັ້ນ ໃຫ້ປະຊາຊົນຮູ້ວ່າ ຈະຈ່າຍເງິນຊົດເຊີຍນັ້ນ ໃຫ້ເມື່ອໃດ ແລະປະຊາຊົນ ຜູ້ໄດ້ຮັບຜົລກະທົບ ກັງວົນວ່າ ຢ້ານບໍ່ໄດ້ຮັບຄ່າຊົດເຊີຍນັ້ນ ຕາມສັນຍາ ທີ່ທາງການໃຫ້ໄວ້.
ນັບຕັ້ງແຕ່ມີການຊ້ອມແປງ ແລະຂຍາຍທາງມາ ເຮັດໃຫ້ການຄ້າຂາຍ ໃນເຂດນັ້ນບໍ່ໄດ້ດີ, ລູກຄ້າຫລຸດລົງ ຍ້ອນຫົນທາງມີຂີ້ຝຸ່ນ ແລະເປັນຕົມ, ບໍ່ມີບ່ອນຈອດຣົຖ, ການເດີນທາງໄປ-ມາບໍ່ສະດວກ.
ການຊ້ອມແປງ ແລະຂຍາທາງຊັກຊ້າ, ປະຊາຊົນ ແລະພວກຄ້າຂາຍ ຕາມແຄມທາງຈໍານວນນຶ່ງ ຈໍາເປັນຕ້ອງໄດ້ໂຍກຍ້າຍ ອອກໄປບ່ອນໃໝ່ ແລະບາງຄົນກໍປິດກິຈການຊົ່ວຄາວ ຍ້ອນບໍ່ມີລູກຄ້າ.
ດັ່ງເຈົ້າຂອງຮ້ານ ຂາຍຣົຖມືສອງ ຢູ່ເມືອງນາຊາຍທອງ ເວົ້າໃນມື້ດຽວກັນນີ້ວ່າ:
" ກໍ່ສ້າງຫັ້ນກະເທແລ້ວນໍ ແຕ່ວ່າຍັງຮ່ອງລະບາຍ ຍາກເພາະວ່າບໍ່ມີໃຜເຮັດທາງລົງໃຫ້ນໍ . ເຮົາກະເລີຍວ່າໄດ້ພວນດິນໄປໃສ່ເອງ ຄັນຫາກວ່າດົນນີ້ ຊິສເນີຫັ້ນນະວ່າ ໃຫ້ເຮັດທາງລົງໃຫ້ແດ່ ເພາະວ່າເຮົາກະຂາຍຣົຖນໍ. ມັນກະເປັນຈຸດບໍຣິການຫັ້ນນະ ທາງນີ້ກະຖືວ່າບໍ່ມີລູກຄ້າເລີຍແຫລະ."
ແລະຄົນທີ່ມີອາຊີບຂັບຣົຖໂດຍສານ ຢູ່ເມືອງນາຊາຍທອງ ກໍເວົ້າວ່າ ຂັບຣົຖຜ່ານໄປ-ມາເຂດນີ້ທຸກມື້, ສັງເກດເຫັນວ່າ ມີກັມມະກອນກໍ່ສ້າງ ເຮັດວຽກຢູ່ຕລອດ ແຕ່ກໍບໍ່ເຫັນທາງແລ້ວຈັກເທື່ອ ໂດຍສະເພາະເຂດກໍ່ສ້າງ ແຕ່ເມືອງນາຊາຍທອງ ໄປຫາແຂວງວຽງຈັນ ທີ່ທາງເປ່ເພໜັກ ເປັນຫລຸມ, ເປັນຂຸມ, ເປັນຂີ້ຕົມ ເຮັດໃຫ້ການເດີນທາງໄປ-ມາຫຍຸ້ງຍາກລໍາບາກ.
ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ກໍຣະກະດານີ້ວ່າ:
" ພວມເຮັດໄປພຸ້ນ ບ່ອນທນາຄານສົ່ງເສີມ ດຽວນີ້ນະ ບ່ອນຂີ້ຕົມຫລາຍໆ ໂອກະຍາກແດ່ໄດ໊ ແຖວຫົວນາຊາຍນີ້ , ຫົວຊ້າງ, ຫົວຂົວນີ້ ຂີ້ຕົມຫລາຍ ມັນດີແຕ່ສົງເປືອຍຂຶ້ນເມືອ ອັນດີແລ້ວຫັ້ນນະ ເຂົາລະເຮັດແລ້ວໄວ ທາງເຮົາມັນມີ 2 ເລນເດ."
ເວົ້າເຖິງຜົລກະທົບ ຈາກການຊ້ອມແປງ ແລະຂຍາຍທາງທີ່ວ່ານີ້ ເຈົ້າໜ້າທີ່ຜແນກໂຍທາທິການ ແລະຂົນສົ່ງນະຄອນຫລວງວຽງຈັນ ເວົ້າວ່າ ໄດ້ສໍາຣວດ, ເກັບກໍາຂໍ້ມູນແລ້ວໝົດແລ້ວ, ມີການປະເມີນຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ແຕ່ຍັງຢູ່ໃນລະຫວ່າງການສລຸບຜົລ ແລະຊອກຫາງົບປະມານ ມາຈ່າຍຄ່າຊົດເຊີຍໃຫ້ປະຊາຊົນ ທີ່ໄດ້ຮັບຜົລກະທົບນັ້ນ.
ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:
" ເພິ່ນໄປເບິ່ງແລ້ວນໍ ເພິ່ນກະຊິເກັບກໍາ ສັງລວມກ່ຽວກັບຜົລກະທົບຫັ້ນນະ ວ່າເສັຍຫາຍປະມານທໍ່ໃດ ແລ້ວຊິປະເມີນວ່າ ຊິຫາເງິນທາງໃດ ."
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ສະພາປະຊາຊົນ ນະຄອນຫລວງວຽງຈັນ ເວົ້າວ່າ ໄລຍະຜ່ານມາ ປະຊາຊົນຫລາຍຄອບຄົວ ໄດ້ສເນີມາຫາສະພາປະຊາຊົນນີ້ ເພື່ອຂໍໃຫ້ຊ່ອຍຕິດຕາມ ເຣື່ອງການຈ່າຍຄ່າຊົດເຊີຍ ໃຫ້ພວກເຂົາເຈົ້າ ທີ່ໄດ້ຮັບຜົລກະທົບຈາກໂຄງການ ດັ່ງກ່າວ ແລະທາງສະພາ ກໍປະສານໄປຫາຫ້ອງວ່າການ ເມືອງນາຊາຍທອງ ແລະໄປຫາທາງໂຄງການ ໃຫ້ເລັ່ງຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນໄວ.
ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ກໍຣະກະດານີ້ວ່າ:
“ຜ່ານມາຫັ້ນກະມີຫລາຍ ຄອບຄົວຫັ້ນແຫລະ ມາສເນີ. ປະຊາຊົນຍັງບໍ່ທັນໄດ້ຮັບ ຄ່າຊົດເຊີຍຫັ້ນນະນໍ. ເຮົາກະຊິນໍາໃຫ້ຕື່ມນໍ. ຊິນໍາໃຫ້ຄືນນໍກັບອົງການປົກຄອງ ກັບໂຄງການໃຫ້ນໍ.”
ແລະສໍາລັບໂຄງການປັບປຸງ ແລະຊ້ອມແປງທາງ ເປັນທາງເບຕົງເສີມເຫລັກ ທາງເລກທີ 13 ແຕ່ສີເກີດ-ໂພນໂຮງ ທີ່ມີຄວາມຍາວ 58 ກິໂລແມັດ, ກວ້າງ 23 ແມັດ, 4 ເລນ ແລະທາງຍ່າງເບື້ອງລະ 1.5 ແມັດ ຄືບໜ້າໄປແລ້ວຫລາຍກວ່າ 50%.
ໂຄງການດັ່ງກ່າວ ໄດ້ເຣີ່ມປະຕິບັດມາແຕ່ທ້າຍປີ 2021 ແລະກໍານົດໃຫ້ແລ້ວໃນທ້າຍປີ 2023 ໂດຍໃຊ້ງົບປະມານ 128 ລ້ານໂດລ້າຣ໌ສະຫະຣັຖ ທີ່ໄດ້ຮັບການສນັບສນູນ ຈາກທະນາຄານໂລກ, ກອງທຶນໂຄງຮ່າງພື້ນຖານເອເຊັຽ ແລະທຶນຂອງຣັຖບານລາວ.
