ກອງປະຊຸມເຈົ້າໜ້າທີ່ລະດັບສູງ 6 ປະເທດ ໃນເຂດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄື ລາວ, ໄທຍ, ກັມພູຊາ, ວຽດນາມ, ພະມ້າ ແລະ ຈີນ ທີ່ໄດ້ຈັດຂຶ້ນຢູ່ ກຸງປັກກິ່ງ ປະເທດຈີນ ໃນມື້ວັນທີ 10 ກັນຍານີ້ ໄດ້ຮັບຮອງເອົາຂໍ້ສເນີແນະ ຂອງ MRC ແລະ ອົງການແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຫລື LMC ເພື່ອສຶກສາກ່ຽວກັບການໄຫລຂອງນໍ້າຂອງ, ການປ່ອຍນໍ້າຂອງເຂື່ອນ ຮວມໄປເຖິງວິທີການຫລຸດຜ່ອນ ຜົລກະທົບຈາກການປ່ຽນແປງ ຂອງແມ່ນໍ້າຂອງ.
ກອງປະຊຸມດັ່ງກ່າວ ໄດ້ລົງນາມໃນຂໍ້ຕົກລົງ ຈັດຕັ້ງຄະນະຜູ້ຊ່ຽວຊານຮ່ວມ ເພື່ອກວດກາການສຶກສາຮ່ວມຕື່ມອີກ ແລະເພື່ອເຣີ່ມປະຕິບັດໂຄງການ ສໍາຣວດຮ່ວມກັນ ລະຫວ່າງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ. ການສໍາຣວດຮ່ວມກັນນີ້ ຈະເຮັດໃຫ້ທັງ MRC ແລະ MLC ສາມາດສໍາຣວດ ແລະເກັບກໍາຂໍ້ມູນ ຢູ່ຈຸດສໍາຄັນໆ ໃນເຂດລຸ່ມແມ່ນໍ້າຂອງ ຕອນເທິງ ແລະຕອນລຸ່ມ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ສໍານັກງານ ເລຂາທິການ ຄະນະກັມມາທິການແມ່ນໍ້າຂອງ ໄດ້ກ່າວຜ່ານທາງອີເມລ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ກັນຍານີ້ວ່າ:
“ຂໍ້ຕົກລົງຄັ້ງນີ້ ຈະເຮັດໃຫ້ນັກວິຊາການ ຈາກ 6 ປະເທດ ເຮັດວຽກຮ່ວມກັນ ໃນເຣື່ອງການແລກປ່ຽນຂໍ້ມູນ ຈາກເຂື່ອນ ແລະອ່າງເກັບນໍ້າຕ່າງໆ ໄດ້ຢ່າງເປັນທາງການ. ຈຸດປະສົງຂອງການຕົກລົງ ແມ່ນເພື່ອຄວາມເຂົ້າໃຈເຖິງ ບົດບາດການດໍາເນີນການ ຂອງເຂື່ອນ ແລະອ່າງເກັບນໍ້າ ທັງໃນຕອນເທິງ ແລະຕອນລຸ່ມຂອງແມ່ນໍ້າຂອງ, ເຖິງຜົລກະທົບ ທີ່ມີຕໍ່ແມ່ນໍ້າ ແລະຊຸມຊົນແຄມຝັ່ງ ແລະກຽມຮັບມື ຕໍ່ຄວາມສ່ຽງ ດ້ານດິນຟ້າອາກາດ ແລະການນໍາໃຊ້ເຂື່ອນ ເພື່ອຫລຸດຜົລກະທົບ ຕໍ່ປະຊາຊົນລຸ່ມແມ່ນໍ້າຂອງ ແລະທັງຍັງຕ້ອງການ ໃຫ້ມີຄວາມສົມດຸນ ກັບຄວາມຕ້ອງການ ໃນການໃຊ້ນໍ້າແບບປະສົມ ເປັນຕົ້ນ ດ້ານພະລັງ ງານ, ຊົລປະທານ, ການໄຫລຂອງນໍ້າຂອງ ແລະການປ້ອງກັນນໍ້າຖ້ວມ ແລະໄພແລ້ງນໍາ”
ສ່ວນຂໍ້ມູນ ທີ່ທັງ 6 ປະເທດ ຈະແລກປ່ຽນກັນນັ້ນ ປັດຈຸບັນ MRC ຍັງຢູ່ໃນຂັ້ນຕອນປຶກສາ ແລະຄົ້ນຄວ້າກັນຢູ່, ບໍ່ຮູ້ວ່າຈະກ່ຽວກັບເຣື່ອງໃດແດ່.
ທ່ານ ອະນຸລັກ ກິດຕິຄຸນ ຫົວໜ້າສໍານັກງານກອງເລຂາທິການ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ກ່າວໃນແຈ້ງການຄັ້ງນີ່ວ່າ “ນີ້ແມ່ນຂ່າວດີ ສໍາລັບແມ່ນໍ້າຂອງ ແລະປະຊາຊົນຂອງເຮົາ. ພວກເຮົາຈະໄດ້ສຸມໃສ່ ການກະທໍາເພື່ອສນັບສນູນ ການປະຕິບັດຕາມຂໍ້ສເນີ ແລະເຮັດສິ່ງທີ່ຕ້ອງເຮັດ ເພື່ອປະຊາຊົນ ແລະແມ່ນໍ້າຂອງຂອງພວກເຮົາ”
ກ່ຽວກັບເຣື່ອງທີ່ວ່ານີ້ ນັກວິຊາການລາວທ່ານນຶ່ງ ເວົ້າວ່າ ຄວາມຮ່ວມມືໃນການແລກປ່ຽນຂໍ້ມູນ ການຈັດການນໍ້າ ລະຫວ່າງ MRC ແລະ MLC ນັ້ນ ມີມາດົນແລ້ວ, ແຕ່ທີ່ຜ່ານມາ ອາດເປັນການແລກປ່ຽນພາຍໃນ ຍັງບໍ່ເປັນແບບສາທາຣະນະ ແລະຂໍ້ມູນທີ່ມີຢູ່ໃນປັດຈຸບັນ ສ່ວນຫລາຍ ແມ່ນຂໍ້ມູນເກົ່າ.
“ເປັນຂໍ້ມູນແຊກັນດົນແລ້ວ ອັນນີ້ເຂົາເອົາມາເວົ້າອັບເດດໃໝ່ຊື່ໆວ່າ ສິແຊໆ ແຕ່ວ່າແຊເຂົາກໍແຊແຕ່ພາຍໃນ ແລກປ່ຽນພາຍໃນລະຫວ່າງ MRC ຣັຖບານກັບຣັຖບານ ແຕ່ວ່າຂໍ້ມູນເຂົາເຈົ້າບໍ່ໄດ້ເປີດເຜີຍ ເປັນທາງການດອກ ບໍ່ເປັນທີ່ສາທາຣະນະຫັ້ນນ່າ.”
ທ່ານກ່າວຕື່ມວ່າ ຢາກໃຫ້ມີການເປີດເຜີຍຂໍ້ມູນນັ້ນ ໃຫ້ສາທາຣະນະຊົນ ແລະພາກສ່ວນທີ່ກ່ຽວຂ້ອງຮູ້ ເປັນຕົ້ນ ຂໍ້ມູນການປ່ອຍນໍ້າອອກຈາກເຂື່ອນ, ຂໍ້ມູນດ້ານການປະມົງ ແລະດ້ານສິ່ງແວດລ້ອມ.
“ໂອ໋ ຂໍ້ມູນປາຣິມານນໍ້າປ່ອຍ ປ່ອຍນີ້ແຫລະສໍາຄັນ ການປ່ອຍນໍ້າເນາະ ເວົ້າເຣື່ອງຂໍ້ມູນຕະກອນຫັ້ນນ່າ ຂໍ້ມູນທາງຜ່ານປາ ເວົ້າເຣື່ອງສິ່ງແວດລ້ອມ ໂດຍສະເພາະເວົ້າເຣື່ອງການປະມົງ ທາງຜ່ານປາຫັ້ນມັນເຮັດໄດ້ຢູ່ບໍ່ ມີປາຜ່ານຢູ່ບໍ່ອິຫຍັງຫັ້ນນ່າ ບາງເທື່ອກໍສິຢ່າວ່າແຕ່ຈີນ ເຂື່ອນໄຊຍະບູຣີ ກໍມີຜົລຄືກັນເນາະ ຢູ່ແຫ່ງໃກ້ຕົວເນາະ.”
ທີ່ຜ່ານມາ ພາກສ່ວນທີ່ກ່ຽວຂ້ອງ ທັງຂັ້ນແຂວງ ແລະຂັ້ນເມືອງຂອງລາວ ບໍ່ເຄີຍໄດ້ຮັບແຈ້ງການລ່ວງໜ້າ ກ່ຽວກັບການປ່ອຍນໍ້າ ແລະການກັກເກັບນໍ້າຂອງເຂື່ອນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງບໍ່ແກ້ວ ທ່ານນຶ່ງເວົ້າວ່າ:
“ເຂົາບໍ່ບອກນ່າຕົວນີ້ນ່າ ເຂົາບໍ່ແຈ້ງເລີຍນ່າ. ຈີນນີ້ສົມມຸດເນາະ ຄັນວ່າຝົນຕົກຫລາຍໆ ເຂົາຈຶ່ງປ່ອຍ ຄັນຝົນບໍ່ຕົກແລ້ວ ແຄ່ເຂົາອັດໄວ້ໝົດແລ້ວ. ເຂົາບໍ່ປ່ອຍແລ້ວ ຍັງບໍ່ປ່ອຍຕິປີນີ້.”
ປະຊາຊົນ ໃນເຂດເມືອງເມືອງສັງຄົມ ແຂວງໜອງຄາຍ ຂອງໄທຍ ເວົ້າວ່າ ເຂື່ອນກັ້ນແມ່ນໍ້າຂອງຢູ່ປະເທດຈີນ ສ້າງຜົລກະທົບໃສ່ແມ່ນໍ້ນຂອງແທ້ ແລະນັບແຕ່ເຂື່ອນໄຊຍະບູຣີ ເປີດໃຊ້ມາ ຜົລກະທົບນັ້ນຍິ່ງແຈ້ງຂື້ນຫລາຍ, ເຮັດໃຫ້ວິຖີຊີວິດ ຂອງຊາວບ້ານປ່ຽນໄປ, ຂໍ້ມູນທີ່ຈະຊ່ອຍໃຫ້ຊາວບ້ານປັບໂຕໄດ້ ແມ່ນຂໍ້ມູນການເປີດ-ປິດນໍ້າ ຍ້ອນພໍຈີນປິດນໍ້າ ນໍ້າກໍແຫ້ງ.
ດັ່ງທີ່ທ່ານກ່າວວ່າ:
“ສິ່ງທີ່ຢາກໄດ້ທີ່ສຸດ ກໍຂໍ້ມູນການ ເປີດ-ປິດນໍ້າ ຖ້າເປັນໄປໄດ້ ກໍຄວນຈະວງາງແຜນ ໃຫ້ການ ເປີດ-ປິດນໍ້າ ໃຫ້ສົມດຸນ ໃກ້ຄຽງກັບທັມມະຊາຕທີ່ສຸດ ເພາະທຸກວັນນີ້ ລະດັບນໍ້າ ມັນຜັນຜວນຫລາຍ ຂື້ນໆ ລົງໆ ມັນບໍ່ແມ່ນ Run-Of-the-River ແບບທີ່ເພິ່ນວ່າ ຂນາດຝົນຕົກ ຣະດູນໍ້າຫລາກ ເຫັນບໍ ພໍຈີນປິດນໍ້າ ນໍ້າກໍແຫ້ງ.”
ການມີຂໍ້ມູນ ກ່ຽວກັບການ ເປີດ-ປິດນໍ້າຂອງເຂື່ອນ ຈະຊ່ອຍໃຫ້ປະຊາຊົນແຄມຝັ່ງ ກຽມຮັບມືກັບຜົລກະທົບຂອງນໍ້າ ທີ່ອາຈເກີດຂຶ້ນ ຮວມທັງການຫາປາໃນແມ່ນໍ້າຂອງ.
ດັ່ງຊາວບ້ານ ຢູ່ເມືອງໄຊຍະບູຣີ ຜູ້ນຶ່ງເວົ້າວ່າ:
“ເຂົາເຈົ້າແຈ້ງເຕືອນມື້ນີ້ສິປ່ອຍເດີ ມື້ນີ້ບໍ່ປ່ອຍ ມື້ອື່ນຈັ່ງປ່ອຍຊີ້ນ່າ ບຶດນຶ່ງຂຶ້ນບອດນຶ່ງແຫ້ງ ເຮືອກໍຈົມ ສະສົມຊາຍແດ່. ບາງເທື່ອເອົາອອກບໍ່ທັນຫັ້ນນ່າ ແຈ້ງມາກໍຢາກໃຫ້ປ່ອຍພ້ອມ ປະຊາຊົນກໍຈະ ສິໄດ້ໄປກະກຽມຊີ້ນ່າ ມື້ນຶ່ງ 2 ມື້ແລ້ວປະຊາຊົນ ກໍໂລ່ງໃຈເຂົາບໍ່ໄດ້ປ່ອຍ ບາດນັ້ນປ່ອຍມາສາຊີ້ນ່າ.”
ຜູ້ມີສ່ວນໄດ້ສ່ວນເສັຍ ຢູ່ປະເທດລຸ່ມແມ່ນໍ້າຂອງ ຈະຈັດກອງປະຊຸມຄັ້ງທີ 13 ຢູ່ນະຄອນຫລວງພຣະບາງ ໃນມື້ວັນທີ 5 ຕຸລາ ທີ່ຈະມາເຖິງນີ້. ໃນນັ້ນ ຈະມີການເປີດເຜີຍ ຜົລການສຶກສາ ຄົ້ນຄ້ວາ ໄລຍະທໍາອິດ ກ່ຽວກັບການຂຶ້ນ-ລົງ ແລະການໄຫລຂອງນໍ້າຂອງ ວ່າເປັນຍ້ອນຫຍັງກັນແທ້ ເພື່ອຜົລປໂຍດ ແລະຫລຸດຜ່ອນຜົລກະທົບ ທີ່ອາຈເກີດຂຶ້ນ ຕໍ່ຊຸມຊົນລຸ່ມແມ່ນໍ້າຂອງ.
ການສຶກສາ ແລະການຄົ້ນຄວ້າ ທີ່ວ່ານັ້ນ ໄດ້ແບ່ງອອກເປັນ 2 ຂັ້ນຕອນ ໂດຍທີ່ຂັ້ນຕອນທີ 2 ຈະລົງມື ໃນຣະະຫວ່າງ ປີ 2023–2024. ການສຶກສາ ແລະຄົ້ນຄວ້ານີ້ ແມ່ນປະຕິບັດຕາມກົລໄກ ການພັທນາອ່າງແມ່ນໍ້າຂອງ ຂອງຄະນະກັມມາທິການ ແມ່ນໍ້າຂອງສາກົລ ທີ່ໄດ້ວາງໄວ້.