ຂ.ສວັນນະເຂດ 8 ເມືອງ ເສັຽຫາຍໜັກ

ສຸພັດຕາ
2020.10.29
F-Vangkot ໃນວັນທີ່ 26 ຕຸລາ 2020 ສະພາບຂອງບ້ານວັງກົດ ທີ່ເຫຼືອໄວ້ແຕ່ໜ້າດິນ ແລະ ອຸປກອນເຄື່ອງຈັກ ທີ່ເພພັງ ນໍ້າພັດໄປບໍ່ໄດ້.
ນັກຂ່າວພົລເມືອງ

ເຫດການນໍ້າຖ້ວມ ຢູ່ 8 ເມືອງ ແຂວງສວັນນະເຂດ ເຮັດໃຫ້ປະຊາຊົນຫຼາຍບ້ານ ໄດ້ຮັບຜົລກະທົບ ຢ່າງໜັກໜ່ວງ: ພື້ນທີ່ ທໍາການຜລິດ ເສັຍຫາຍ, ເຮືອນຊານ ບ້ານຊ່ອງເພພັງ ແລະຫຼາຍຫຼັງ ຖືກກະແສນໍ້າ ພັດໄຫຼໄປ ຈົນບໍ່ເຫຼືອຮ່ອງຮອຍຫຍັງເລີຍ.

ນອກຈາກນີ້ແລ້ວ ຍັງມີວັດວາອາຣາມຫຼາຍແຫ່ງ ກໍຖືກນໍ້າຖ້ວມເສັຍຫາຍ ເຊັ່ນກັນ ນໍ້າຖ້ວມ 8 ເມືອງ ທີ່ວ່ານີ້ ປະກອບມີ: ເມືອງເຊໂປນ, ເມືອງພີນ, ເມືອງວິລະບູລີ, ເມືອງຊົນນະບູລີ, ເມືອງສອງຄອນ, ເມືອງທ່າປາງທອງ, ເມືອງຈໍາພອນ ແລະ ເມືອງນອງ, ສໍາລັບຢູ່ເມືອງ ເຊໂປນ ປີນີ້ ຖືວ່າເປັນຄັ້ງທີ່ຍິ່ງໃຫຍ່ ເທົ່າທີ່ເຄີຍເກີດເຫດ ນໍ້າຖ້ວມ ໃນຮອບ 42 ປີ, ດັ່ງເຈົ້າອາວາດວັດ ສຸບັນນາຣາມ ຢູ່ບ້ານອຸດົມສຸກ, ເມືອງເຊໂປນ, ແຂວງ ສວັນນະເຂດ ໄດ້ເລົ່າ ສູ່ວິທຍຸເອເຊັຽເສຣີຟັງ ເມື່ອວັນທີ 26 ຕຸລາ ນີ້ວ່າ:

“ຕາມຖາມຜູ້ເຖົ້າຜູ້ແກ່ ຜູ້ເພິ່ນເຄີຍເຈິມານິ່ ເພິ່ນວ່າຄັ້ງນີ້ ເປັນຄັ້ງທໍາອິດທີ່ຍິ່ງໃຫຍ່ ຂອງເມືອງເຊໂປນ ຜ່ານມາກໍເຄີຍມີ ປີ 78 ກໍຖ້ວມໜັກ, ແຕ່ວ່າຍັງບໍ່ຊໍ່ານີ້ ປີ 2019 ນິ່ກະຖ້ວມຢູ່ 2010 ກະຖ້ວມຢູ່ ແຕ່ວ່າບໍ່ ໜັກ, ຖ້ວມຊໍ່າໃດຊໍ່ານຶ່ງ ຫັ້ນນ່າ ຄືວ່າແຫຼະ ເພິ່ນປະກາດພາຍຸເຂົ້າ ພາຍຸເຂົ້າວຽດ ລະກະເຂົ້າມາທາງນີ້ ມັນຕິດກັບຊາຍແດນວຽດ ເດ້ ສ່ວນຫຼາຍພາຍຸຫັ່ນແຫຼະ ຝົນໜັກຕົກລິນທັງເວັນທັງຄືນ ມັນມາຢູ່ໃນເຂດ ເຊໂປນ 3 ຄັ້ງ ແຕ່ວ່າເຂດຊາຍແດນ 4 ບໍ ຫຼືວ່າ 5 ຄັ້ງ ແຕ່ເຊໂປນ ມັນມາຄັ້ງ ແຕ່ວັນທີ 7 ທີ່ 8 ປະມານນີ້ແຫຼະ ຂອງເດືອນນີ້ນະ ລະກະຂຶ້ນມາລະກະລົງ ລົງໜ້ອຍນຶ່ງ ລົງປະມານມ້ອງແມັດນີ້ແຫຼະ ແມັດກວ່າໆ ນີ້ແຫຼະ ກັບຂຶ້ນມາອີກ ຝົນຕົກໜັກເດ້ ຫຼັງຈາກນັ້ນ ມັນກໍ ລົງໄປ ວັນທີ 9 ຫຼືວັນທີ 10 ມັນກະແຫ້ງ ລົງໄປອານາມັຍວັດ ໄດ້ລະ ເພາະວ່າຕອນນັ້ນ ຕົມບໍ່ຫຼາຍປານໃດ ລະກັບມາວັນທີ 16, 17 ນີ້ລະ ເລີ້ມຂຶ້ນມາອີກ ວັນທີ 18 ນີ້ ຖ້ວມໜັກນ່າ ຂົນເຄື່ອງແມ່ນຂົນບໍ່ທັນ ເພາະມັນບໍ່ມີເຮືອ, ເຮືອມີຢູ່ເຮືອນ້້ອຍໆຫັ່ນນ່າ ມັນຂົນເຄື່ອງອອກ ບໍ່ໄດ້ ເຄື່ອງໃຊ້, ເຄື່ອງສອຍ ລັກສນະ ຜ້າຫັ່ນອິຫຍັງ, ກອງບອກ ກອງບຸນ ອິສັງ ແມ່ນໄດ້ປະ ແມ່ນໄດ້ຈັດຂຶ້ນທີ່ສູງ ຢູ່ທີ່ສາງ ທີ່ສາງລະກະ ເອົາໄປມ້ຽນ ແຖວໃກ້ໆຫຼັງຄາ ລະສ້ອນໆໄວ້ແຖວນັ້ນ ກະນໍ້າຖ້ວມຄືເກົ່າ.”

ເຈົ້າອາວາດວັດ ເວົ້າວ່າ ກ່ອນໜ້າທີ່ນໍ້າຈະຂຶ້ນນັ້ນ ທາງວັດ ກໍໄດ້ຈັດສັນ ຈົວ ແລະສໍາມະເນນ ອອກໄປຢູ່ບ່ອນສູງທີ່ປອດພັຍ:

“ກ່ອນນໍ້າຊິຂຶ້ນມາ ຮູ້ວ່າຂຶ້ນຜິດປົກກະຕິ ນໍ້າມັນເລີ່ມຂຶ້ນໃກ້ແຄມວັດ ລະກະອາຈານເອງ ຄືໄດ້ຈັດສັນ ຈັດເອົາພວກລູກສິດລູກຫາ ຈົວເນນ ເອົາອອກກ່ອນ ອອກໄປຢູ່ທີ່ສູງ ພັກໄວ້ຫ້ອງການບ້ານ ການນໍາບ້ານ ໄດ້ເອົາຫ້ອງການບ້ານ ໃຫ້ເປັນທີ່ພັກກ່ອນ ທີ່ອາສັຍຢູ່ຫັ່ນກ່ອນ ພັກຢູ່ຫັ່ນກ່ອນ ເຂົາລົງຈັງຫັນຈັງເພນ ກະລົງຫັ່ນກ່ອນ ເພາະວ່າ ຍັງກັບເຂົ້າວັດບໍ່ໄດ້ ແບບວ່າ ອອກຕົນຍາດໂຍມ ທີ່ຢູ່ໃນບ້ານ ໃນຄຸ້ມເຂດ ນັ້ນຫັ່ນ ຍັງກັບເຂົ້າບໍ່ໄດ້ ກັບເຂົ້າບໍ່ໄດ້ເທື່ອ ເພາະວ່າມັນຂີ້ຕົມຫຼາຍ, ບໍ່ມີນໍ້າ ລະກະບໍ່ມີໄຟ ໄຟຂະເຈົ້າຕັດ ມັນຖ້ວມໜັກເດ້ ກົງຕອກກົງເຕີ້ ເຂົາຍັງເຊັກໄຟ ຍັງບໍ່ທັນ. ແຖວທາງຄຸ້ມເໜືອ, ຄຸ້ມເຊໂປນ ຫົວຂົວນິ່ ກັບເຂົ້າມາສູ່ເຮືອນໃຜ ເຮືອນມັນໄດ້ແລ້ວ ສ່ວນຫຼາຍຂະເຈົ້າກັບເຂົ້າ ແລ້ວ, ແຕ່ວ່າຄຸ້ມສົບນໍ້າ ຄຸ້ມແຖວວັດ ທີ່ອາຈານຢູ່ນິ່ ປະມານມ້ອງ 40 ປາຍ ຫຼື 50 ຫຼັງຄາ ຍັງກັບເຂົ້າມາບໍ່ໄດ້ ເທື່ອເພາະຂີ້ຕົມຫຼາຍ.”

ຄວາມເສັຽຫາຍຈາກຜົລກະທົບ ຍ້ອນນໍ້າຖ້ວມໃນເທື່ອນີ້ ເຈົ້າອາວາດເວົ້າວ່າ ຕາມທີ່ໄດ້ປະເມີນໃນເບື້ອງຕົ້ນກໍປະມານ 30 ປາຍລ້ານກີບ:

“ປະເມີນນີ້ ແບບໄລ່ລວມໆເໝິດ ເຮົາກະຍັງບໍ່ທັນໄດ້ ກວດກາຄັກເນາະ ໃນຂັ້ນຕົ້ນນິ່ ຄິດວ່າຣະດັບ 30ລ້ານຂຶ້ນໄປ ຄືຊິບໍ່ຫຼຸດແຫຼະ 30 ລ້ານ ເພາະວ່າມັນເສັຍທັງກໍາຜອກກໍາແພງ ເພພັງເໝິດຕາຝັ່ງຫຍັງ ມັນກະເຈື່ອນ, ແພດອກແພດານກະແຕກຕົກບາດນີ້ ຫຼັງຄາຫ້ອງໜອກ ຫ້ອງນໍ້າ ສັງກະສີມັນກະເປີດໄປເໝິດ.”

ເຈົ້າອາວາດວັດ ກ່າວຕື່ມອີກວ່າ ສ່ວນການຊ່ອຍເຫຼືອນັ້ນ ກໍມີຫຼາຍພາກສ່ວນ ເຂົ້າມາຊ່ອຍເຫຼືອຢູ່ ເປັນຕົ້ນ: ເຂົ້າສານ, ອາຫານແຫ້ງ ແລະອື່ນໆນໍາ:

“ກະມີຢູ່ ພາກສ່ວນທີ່ມາຊ່ວຍເຫຼືອ ກະມີຄຣູບາອາຈານ ທີ່ວັດບໍ່ຖ້ວມ ເພິ່ນໄດ້ກະມາຊ່ວຍເຫຼືອຢູ່ ຕິດຕາມເບິ່ງນໍ້າ ອານາມັຍຊໍ່າໃດຊໍ່ານຶ່ງ ປັດຈຸປັດຈັຍກະມີ ເປັນອາຫານເພິ່ນເອົາມາສ່ວນຫຼາຍ ພາກສ່ວນທີ່ ມາຊ່ວຍກະ ເປັນມີ່, ເປັນປາກະປ໋ອງຊີ້ແຫຼະ, ເປັນເຂົ້າສານ.”


ໃນຂນະດຽວກັນ ຊາວບ້ານ ບ້ານແກ້ງທອງ ເມືອງເຊໂປນ ທີ່ໄດ້ຮັບຜົລກະທົບ ຈາກນໍ້າຖ້ວມ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ສໍາລັບບ້ານຂອງຕົນນັ້ນ ນໍ້າຖ້ວມເຮືອນ ຂອງ ປະຊາຊົນ ສູງເກືອບຈໍາຫຼັງຄາກໍມີ:

“ທາງບ້ານຂ້ານ້ອຍ ກະນໍ້າຖ້ວມເໝິດ ບາງຄອບຄົວ ກະຖ້ວມຮອດຫຼັງຄາ ບາງຄອບຄົວ ແຕ່ວ່າສໍາລັບຄອບຄົວ ຂ້ານ້ອຍ ບໍ່ເຖິງດອກ ບ້ານແກ້ງທອງ ເມືອງເຊໂປນ ຢູ່ບ້ານຂ້ານ້ອຍປະມານ 100 ກວ່າຫຼັງຄາເຮືອນນີ້ແຫຼະ ແຕ່ວ່ານໍ້າຖ້ວມ ສໍາລັບຖ້ວມເຮືອນຫັ່ນບໍ່ຫຼາຍດອກ ປະມານ 10-20 ຄອບຄົວນີ້ແຫຼະ, ແຕ່ວ່າ ສໍາລັບເຂົ້າໄຮ່ ເຂົ້ານາ ແມ່ນເໝິດແຫຼະ ສວນກ້ວຍກະນໍ້າຖ້ວມເໝິດ ສວນກ້ວຍປະມານ 1 ເຮັກຕ່າຣ ລະກະໄຮ່ 1 ເຮັກຕ່າຣ ທໍ່ນັ້ນແຫຼະ ກໍາລັງຊິເກັບກ່ຽວ ຕອນນີ້ ບໍ່ໄດ້ເກັບກ່ຽວເລີຍ.”

ຊາວບ້ານຜູ້ນີ້ ເວົ້າວ່າ ເຫດການນໍ້າຖ້ວມໃນເທື່ອນີ້ ຖືວ່າຮ້າຍແຮງຫຼາຍ ແລະເປັນຄັ້ງປວັດຕິສາດ ເພາະບໍ່ເຄີຍເຫັນນໍ້າຖ້ວມ ສູງປານນີ້:

“ສະພາບນໍ້າຖ້ວມແຕ່ລະປີຫັ່ນກາ ຖ້ວມຢູ່ ແຕ່ຫາກມັນບໍ່ຫຼາຍ, ແຕ່ວ່າປີນີ້ ເປັນປວັດຕິສາດເລີຍ ເພາະວ່າ ຕັ້ງ 10-20 ປີມາ ບໍ່ເຄີຍເຫັນ ນະນໍ້າ ປະມານນີ້ນະ ໂອ້ຍຂຶ້ນສູງຫຼາຍ ສູງຫຼາຍ ບໍ່ເຄີຍມີມາກ່ອນເລີຍ ບໍ່ມີມາກ່ອນ ປະມານ 10 ກວ່າແມັດນີ້ແຫຼະ ຈາກຣະດັບໜ້ານໍ້າເຊ ປົກກະຕິ ຝົນຕົກຕລອດ ເກືອບເປັນເດືອນເລີຍ.”

ຊາວບ້ານຜູ້ນີ້ ເວົ້າອີກວ່າ ເມື່ອສັປດາທີ່ແລ້ວ ຕົນ ໄດ້ໄປຢ້ຽມຢາມພີ່ນ້ອງ ຢູ່ບ້ານວັງຄົດ ຊຶ່ງເປັນບ້ານນຶ່ງ ໃນເມືອງເຊໂປນ ທີ່ຖືກນໍ້າຖ້ວມ ຕົນ ເຫັນເຮືອນຂອງປະຊາຊົນ ທີ່ຍັງເຫຼືອຢູ່ ມີພຽງແຕ່ 2 ຫຼັງ ສ່ວນຫຼັງອື່ນໆນັ້ນ ແມ່ນຖືກນໍ້າພັດໄປໝົດ ບໍ່ມີຫຍັງເຫຼືອ:

“ຈາກບ້ານຂ້ານ້ອຍ ໄປຫາບ້ານວັງຄົດກະປະມານ 10 ປາຍຫຼັກນິ່ແຫຼະ ສໍາລັບບ້ານວັງຄົດ ທີ່ຂ້ານ້ອຍໄດ້ໄປ ມື້ວັນເສົາຂ້ານ້ອຍໄປຢ້ຽມຢາມ ພີ່ນ້ອງ ກໍໄດ້ເຫັນວ່າ ສໍາລັບເຮືອນ ທັງເໝິດມັນມີ 30 ປາຍຫຼັງຄາເຮືອນ, ແຕ່ວ່າຖືກພັດເໝິດ ຍັງເຫຼືອແຕ່ 2 ຫຼັງຄາເຮືອນ ທີ່ຂ້ານ້ອຍເຫັນ ໄດ້ນະ.”

ໃນວັນທີ 28 ຕຸລານີ້ ວິທຍຸເອເຊັຽເສຣີ ໄດ້ໂທຫາ ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ບ້ານແກ້ງຫົວປາ ເມືອງເຊໂປນ ແຂວງສວັນນະເຂດ ເພື່ອຖາມເຖິງ ເຣື່ອງຜົລກະທົບ ຈາກເຫດນໍ້າຖ້ວມ ໃນຄັ້ງນີ້ ທ່ານເວົ້າສູ່ຟັງວ່າ ບ້ານທີ່ໄດ້ຮັບຜົລກະທົບ ໜັກທີ່ສຸດ ມີຢູ່ 2 ບ້ານ ຄື: ບ້ານ ວັງຄົດ ແລະ ບ້ານແກ້ງຫົວປາ ເພາະເຮືອນຂອງ ປະຊາຊົນ 34 ຫຼັງຄາ ຖືກນໍ້າພັດໄປໝົດ ບໍ່ເຫຼືອຫຍັງເລີຍ:

“ກຸ່ມວັງຄົດຖືວ່າໜັັກຫຼາຍ, ແກ້ງປາຖືກ ທີ່ສອງ 7 ຫຼັງຄາເຮືອນນໍ້າເອົາໄປ ເສັຍຫາຍທົ່ວໄປກະຫຼາຍຫຼັງ, ແຕ່ບ້ານວັງຄົດ ຫຼັງຄາລວມ ທັງໝົດ 30 ນໍ້າມັນພັດໄປເລີຍ 27, ບ້ານແກ້ງຫົວປາເກົ່າ ຖືວ່າ 7 ຫຼັງຄາ, ແຕ່ວ່າ ຫຼັງຄານຶ່ງບໍ່ເຫັນຊາກເລີຍ ເຫັນແຕ່ 6 ຫຼັງຄາ, ບ້ານໂນນຫັ່ນປອດພັຍ ເສັຍຫາຍແຕ່ໄຮ່ນາຕາກ້າແຫຼະ ເຮືອນຊານບ້ານຊ່ອງກະປອດພັຍ ເຂົາສູງເດ້.”

ທ່ານກ່າວຕື່ມອີກວ່າ ປັດຈຸບັນ ທ່ານ ແລະປະຊາຊົນຄົນອີື່ນໆ ທີ່ບໍ່ມີເຮືອນຢູ່ນັ້ນ ຕອນນີ້ແມ່ນພັກອາສັຍຊົ່ວຄາວ ຢູ່ຕູບທີ່ທາງເມືອງຈັດໃຫ້:

“ເຮັດຕູບ ຢູ່ໂຮງຮຽນບ້ານໂນນສະອາດ ບ່ອນໂຮງຮຽນນິ່ ທາງເມືອງເພິ່ນເຮັດຕູບ ຜູ້ລະຫ້ອງ ຜູ້ລະຫ້ອງ ເຮັດຕູບຊົ່ວຄາວນີ່ ເພິ່ນມາຊ່ວຍ ເຫຼືອຢູ່ຕອນແລງນີ້ ຊ່ວຍນີ້ຄືວ່າ ເຄື່ອງຫົ່ມ, ເຄື່ອງຖື ເຄື່ອງນຸ່ງແຫຼະ, ເຂົ້າປ໋ອງປາ, ມີ່, ນໍ້າດື່ມ ເອີ່ຢາກະມີ ສາທາເມືອງ ສາທາແຂວງ ສາທາຈາກຫຼວງກະມີ ເຂົາແຈກຢາຍເຣື່ອງຢານະ ເປັນຢາປິ່ນປົວ ເຣື່ອງໄຂ້ຫວັດໄຂ້ນັ້ນ ເຈັບໄຂ້ໄອໜາວນະ ຄົບເຂົາໃຫ້.”

ສື່ທ້ອງຖິ່ນຂອງລາວ ຣາຍງານວ່າ ອີງຕາມບົດຣາຍງານ ຂອງຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງສວັນນະເຂດ ກ່ຽວກັບ ສະພາບການນໍ້າຖ້ວມຢູ່ 8 ເມືອງ ຂອງແຂວງສວັນນະເຂດ ໃນວັນທີ 28 ຕຸລາ ໄດ້ມີການຣາຍງານໃຫ້ຮູ້ວ່າ ຈາກເຫດການອຸທົກກະພັຍ ທີ່ເກີດຂຶ້ນ, ເຮັດໃຫ້ປະຊາຊົນ ໄດ້ຮັບຜົລກະທົບຢ່າງ ໜັກໜ່ວງ ແລະ ຜ່ານການສໍາຣວດ ເບື້ອງຕົ້ນ ຄື: ຜົລກະທົບທີ່ຢູ່ອາສັຍ ນໍ້າຖ້ວມບ້ານ ເຮືອນຂອງປະຊາຊົນ ມີທັງໝົດ 149 ບ້ານ, ມີຜູ້ໄດ້ຮັບຜົລກະທົບທັງໝົດ ປະມານ 10 ພັນ ປາຍຄອບຄົວ, ພົລເມືອງ 52 ພັນປາຍຄົນ ແລະບ້ານ ທີ່ໄດ້ມີການອົພຍົບປະຊາຊົນ ໄປຢູ່ສະຖານທີ່ ທີ່ປອດພັຍ ຢູ່ສູນພັກຊົ່ວຄາວ 68 ຄອບຄົວ ຕາມໂຮງຮຽນ ທີ່ ທາງຄະນະ ກັມມະການຕ້ານພັຍພິບັດ ຈັດໃຫ້ຊົ່ວຄາວ ແລະເຮືອນຍາດພີ່ນ້ອງ ຫຼາຍກວ່າ 3,700 ຄອບຄົວ.

ສ່ວນມູນຄ່າຄວາມເສັຍຫາຍ ຮວມທັງໝົດຈາກນໍ້າຖ້ວມນັ້ນ ປັດຈຸບັນ ຍັງບໍ່ສາມາດສລຸບໄດ້ເທື່ອ ເນື່ອງຈາກຍັງມີບາງເມືອງ ທີ່ຍັງປະສົບ ກັບພັຍນໍ້າຖ້ວມຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.